ແນວຄິດ ໂຮ່ຈີມິນ ກ່ຽວກັບການປ່ຽນແປງໃໝ່ການສຶກສາບຳລຸງສ້າງ

Thu Hang
Chia sẻ
(VOVWORLD) - ສຳລັບປະທານ ໂຮ່ຈີມິນ ແລ້ວ ການສຶກສາຍາມໃດກໍ່ມີຄວາມໝາຍພຶດຕິກຳຕົວຈິງຢ່າງລະອຽດ. ການສຶກສາບຳລຸງສ້າງ ແມ່ນແນໃສ່ພັດທະນາມະນຸດ ຫວຽດນາມ ຢ່າງຮອບດ້ານ ມຸ່ງໄປເຖິງການສ້າງມະນຸດໃໝ່, ມະນຸດສັງຄົມນິຍົມ.

ນັ້ນແມ່ນການປະດິດຄິດສ້າງໃນແນວຄິດຂອງປະທານ ໂຮ່ຈີມິນ ກ່ຽວກັບການສຶກສາບຳລຸງສ້າງ. ບົດຂຽນ “ແນວຄິດ ໂຮ່ຈີມິນ ກ່ຽວກັບການປ່ຽນແປງໃໝ່ການສຶກສາບຳລຸງສ້າງ” ຂອງນັກຂ່າວ ທູຮັ່ງ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ວັນທີ 05 ກັນຍາ ໃນແຕ່ລະປີ.

ແນວຄິດ ໂຮ່ຈີມິນ ກ່ຽວກັບການປ່ຽນແປງໃໝ່ການສຶກສາບຳລຸງສ້າງ - ảnh 1(ພາບປະກອບ) 

     ຄາວຍັງມີຊີວິດຢູ່, ປະທານ ໂຮ່ຈີມິນ ໄດ້ເອົາໃຈໃສ່ເປັນພິເສດເຖິງພາລະກິດກໍ່ສ້າງມະນຸດ. ນອກຈາກການໂອ້ລົມໂດຍກົງຢູ່ບາງໂຮງຮຽນແລ້ວ, ເພິ່ນຍັງໄດ້ຂຽນຈົດໝາຍສົ່ງເຖິງຂະແໜງການສຶກສາ 23 ສະບັບ. ໃນນັ້ນ, ເພິ່ນໄດ້ຖືເປັນສຳຄັນພິເສດຕໍ່ “ການຮ່ຳຮຽນໄປຄຽງຄູ່ກັບການຝຶກຫັດຕົວຈິງ” ແລະ ບົດບາດສຳຄັນຂອງຄູອາຈານໃນກິດຈະການການຮຽນ - ການສອນ. ໂດຍປະຕິບັດຕາມແນວຄິດທີ່ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ພັກ, ລັດ, ຂະແໜງການສຶກສາໄດ້ຜັນຂະຫຍາຍການປະຕິບັດ ດ້ວຍການປ່ຽນແປງໃໝ່ພື້ນຖານ ແລະ ຮອບດ້ານ, ດ້ວຍຈຸດສຸມແມ່ນມຸ່ງໄປເຖິງເປົ້າໝາຍ “ສຶກສາອົບຮົມຊາວ ຫວຽດນາມ ໃຫ້ມີຄວາມຮອບດ້ານ”.

ໃນການສຶກສາຮ່ຳຮຽນຕ້ອງໄປຄຽງຄູ່ກັບການຝຶກຫັດຕົວຈິງ

       ໃນຈົດໝາຍສະບັບທຳອິດທີ່ສົ່ງເຖິງບັນດານັກຮຽນ ເນື່ອງໃນໂອກາດໄຂສົກຮຽນໃໝ່ຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ວັນທີ 05 ກັນຍາ 1945, ປະທານ ໂຮ່ຈີມິນ ໄດ້ຢືນຢັນວ່າ ພື້ນຖານການສຶກສາໃໝ່ຈະ “ກໍ່ສ້າງພວກນ້ອງໃຫ້ກາຍເປັນພົນລະເມືອງທີ່ມີຜົນປະໂຫຍດໃຫ້ແກ່ປະເທດ ຫວຽດນາມ, ພື້ນຖານການສຶກສາຈະເຮັດໃຫ້ມີການພັດທະນາບັນດາກຳລັງຄວາມສາມາດບົ່ມຊ້ອນຂອງພວກນ້ອງທີ່ມີຢູ່ແລ້ວໄດ້ຢ່າງສົມບູນ”. ຕາມເພິ່ນແລ້ວ, ພື້ນຖານການສຶກສາໃໝ່ ຕ້ອງປະຕິບັດການຮຽນ - ການສອນ ຕາມທິດຮັບໃຊ້ປະເທດຊາດ ແລະ ປະຊາຊົນ. ຈາກນັ້ນ, ປະທານ ໂຮ່ຈີມິນ ຖືເປັນສຳຄັນທີ່ສຸດການຮຽນ - ການສອນ ທີ່ເລີ່ມມາຈາກຄວາມຕ້ອງການໃນພຶດຕິກຳຕົວຈິງຂອງການດຳລົງຊີວິດ.

        ປະທານ ໂຮ່ຈີມິນ ຖືເປັນສຳຄັນທີ່ສຸດຕໍ່ວິທີການສຶກສາ. ເພິ່ນເນັ້ນໜັກວ່າ ຢາກຮ່ຳຮຽນໃຫ້ມີໝາກຜົນທີ່ດີນັ້ນ ຕ້ອງມີວິທີການສຶກສາຢ່າງຖືກຕ້ອງ. ຈຸດປະສົງແມ່ນ ເຮັດໃຫ້ຜູ້ຮຽນມີທ່າທີຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຢ່າງຕັ້ງໜ້າ ແລະ ມີສະຕິຕື່ນຕົວ, ເຮັດໄດ້ຄືແນວນັ້ນ ການຮັບເອົາເນື້ອໃນການສຶກສາໃໝ່ຈຶ່ງວ່ອງໄວ, ມີປະສິດທິຜົນ, ບັນລຸຄາດໝາຍໄດ້. ກ່ຽວກັບສິ່ງດັ່ງກ່າວ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈີ໊ແທັງ ເນັ້ນໜັກວ່າ:

        ປະທານ ໂຮ່ຈີມິນ ໄດ້ເວົ້າຢ່າງງ່າຍດາຍວ່າ ການຮ່ຳຮຽນຕ້ອງໄປຄຽງຄູ່ກັບການຝຶກຫັດຕົວຈິງ, ຕ້ອງຮຽນເອົາທິດສະດີ ແລະ ຕ້ອງປະຕິບັດຕົວຈິງ. ປະຕິບັດຢູ່ທີ່ນີ້ ຍັງມີຄວາມໝາຍວ່າ ຜ່ານການປະຕິບັດນັ້ນ ພວກເຮົາໄດ້ເຂົ້າຮ່ວມໃນຕົວຈິງ ພວກເຮົາຈະຄົ້ນຫາໄດ້ບັນດາສິ່ງໃໝ່ໃນທິດສະດີ. ນັ້ນແມ່ນບັນດາແນວຄິດ ເຊິ່ງປັດຈຸບັນໃນລາຍການການສຶກສາສາມັນໃໝ່ໄດ້ຍົກອອກມາຢ່າງຈະແຈ້ງ.

        ພ້ອມກັບບົດບາດ, ເນື້ອໃນ, ວິທີການສຶກສາ, ປະທານ ໂຮ່ຈີມິນ ກໍ່ມີຄວາມເອົາໃຈໃສ່ພໍສົມຄວນຕໍ່ບັນດາມາດຕະການພັດທະນາການສຶກສາ.ໃນບັນດາມາດຕະການພັດທະນາການສຶກສາ ໂດຍປະທານ ໂຮ່ຈີມິນ ເຕືື້ອງເຖິງນັ້ນ, ການສົມທົບກັນລະຫວ່າງໂຮງຮຽນ, ຄອບຄົວ ແລະ ສັງຄົມ ແມ່ນມາດຕະການສຳຄັນໃນການພັດທະນາການສຶກສາ.

ໝູນໃຊ້ແນວຄິດ ໂຮ່ຈີມິນ ເຂົ້າໃນການພັດທະນາການສຶກສາຢູ່ ຫວຽດນາມ ໃນປັດຈຸບັນ

       ໃນສະພາບການໃໝ່ ດ້ວຍທ່າອ່ຽງຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນນັ້ນ, ບົນພື້ນຖານການສະຫລຸບ ແລະ ສືບທອດການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 2 ຊຸດທີ VIII, ທີ່ກອງປະຊຸມສູນກາງຄັ້ງທີ 8 ຊຸດທີ XI (04/11/2013) ພັກກໍ່ປະກາດໃຊ້ມະຕິວ່າດ້ວຍການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ, ຮອບດ້ານ. ຕາມນັ້ນແລ້ວ, ບັນດາທັດສະນະຊີ້ນຳການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ, ຮອບດ້ານໃນສະພາບການໃໝ່ແມ່ນ: ການສຶກສາ ແລະ ບຳລຸງສ້າງແມ່ນລັດຖະໂຍບາຍແຖວໜ້າ; ພັດທະນາການສຶກສາ ແລະ ບຳລຸງສ້າງແມ່ນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ບຳລຸງສ້າງຊັບພະຍາກອນມະນຸດ, ບຳລຸງຜູ້ມີຄວາມເກັ່ງກ້າສາມາດ; ພັດທະນາການສຶກສາ ແລະ ບຳລຸງສ້າງຕ້ອງຕິດພັນກັບຄວາມຕ້ອງການພັດທະນາເສດຖະກິດ - ສັງຄົມ ແລະ ປົກປັກຮັກສາປະເທດຊາດ; ດ້ວຍຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຊີ. ພ້ອມກັນນັ້ນ, ການປ່ຽນແປງໃໝ່ລະບົບການສຶກສາຕາມທິດເປີດ, ມີຄວາມໄຫວພິບ, ເຊື່ອມຕໍ່ລະຫວ່າງບັນດາຂັ້ນຮຽນ, ລະດັບຄວາມຮູ້ ແລະ ລະຫວ່າງບັນດາວິທີການສຶກສາ, ບຳລຸງສ້າງ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ເພື່ອພັດທະນາການສຶກສາ ແລະ ບຳລຸງສ້າງ, ພ້ອມກັນນັ້ນການສຶກສາ ແລະ ບຳລຸງສ້າງກໍ່ຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບສາກົນ ເພື່ອພັດທະນາປະເທດຊາດ. ຕາມທ່ານ ຫວູດິ່ງຈ໊ວນ, ຫົວໜ້າກົມສຶກສາມັດທະຍົມ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ການສັງເກດຂອງປະທານ ໂຮ່ຈີມິນ ກ່ຽວກັບການປ່ຽນແປງໃໝ່ການສຶກສາໂດຍພື້ນຖານ, ຮອບດ້ານນັ້ນ ຍັງຄົງມີຄຸນຄ່າເໝືອນເດີມ. ທ່ານ ຫວູດິ່ງຈ໊ວນ ກ່າວວ່າ:

        ຂ້າພະເຈົ້າຄິດວ່າ ນັ້ນແມ່ນການສັງເກດທີ່ມີຄວາມຊັດເຈນ. ວິທີການສຶກສາຂອງເພິ່ນແມ່ນ ຖືເອົາການເຄື່ອນໄຫວຮ່ຳຮຽນຂອງຜູ້ຮຽນເປັນໃຈກາງ ເຊິ່ງຮຽກຮ້ອງບົດບາດຂອງຄູອາຈານ ບໍ່ແມ່ນ “ແຫຼ່ງພູມປັນຍາ” ແຕ່ແມ່ນຜູ້ຈັດຕັ້ງ, ກວດກາ, ກຳນົດທິດການເຄື່ອນໄຫວຮ່ຳຮຽນຂອງນັກຮຽນ. ບົດບາດນັ້ນ ຮຽກຮ້ອງຜູ້ເປັນຄູອາຈານ ຕ້ອງຮູ້ຈັກສ້າງບັນດາກໍລະນີໃນການຮ່ຳຮຽນ, ສ້າງກຳລັງໜູນໃຫ້ແກ່ນັກຮຽນເຄື່ອນໄຫວຮ່ຳຮຽນ ເພື່ອໃຫ້ມີຄວາມຮູ້…ປະຕິບັດບົດບາດນັ້ນເປັນຢ່າງດີ ຜູ້ເປັນຄູອາຈານຈະສາມາດປະຕິບັດບົດບາດ “ສ້າງແຫຼ່ງບັນດານໃຈ” ໃຫ້ຜູ້ຮຽນໄດ້ເປັນຢ່າງດີ.

        ແນວຄິດການຮ່ຳຮຽນໄປຄຽງຄູ່ກັບການຝຶກຫັດຕົວຈິງຂອງປະທານ ໂຮ່ຈີມິນ, ປັດຈຸບັນຖືກອົງການສະຫະປະຊາຊາດດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ UNESCO ໄດ້ນຳໄປສະແດງອອກຜ່ານ 4 ເສົາຄ້ຳແມ່ນ: “ຮ່ຳຮຽນເພື່ອຮູ້ຈັກ”; “ຮ່ຳຮຽນເພື່ອປະຕິບັດ”; “ຮ່ຳຮຽນເພື່ອພ້ອມກັນດຳລົງຊີວິດ” ແລະ “ຮ່ຳຮຽນເພື່ອຄວາມເປັນມະນຸດ”. ນີ້ກໍ່ແມ່ນ 4 ທັດສະນະຫຼັກແຫຼ່ງແກ່ນສານຂອງພາລະກິດແຫ່ງການປ່ຽນແປງໃໝ່ການສຶກສາຂອງ ຫວຽດນາມ ໂດຍພື້ນຖານ, ຮອບດ້ານ. ດ້ວຍທີ່ຕັ້ງໃຈກາງແມ່ນຜູ້ຮ່ຳຮຽນ, ພາຍໃຕ້ການນຳພາຂອງຄູອາຈານ, ການສຶກສາ ຫວຽດນາມ ແນໃສ່ມຸ່ງໄປເຖິງເປົ້າໝາຍ “ສຶກສາຊາວ ຫວຽດນາມ ໃຫ້ມີການພັດທະນາຢ່າງຮອບດ້ານ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ຄວາມສາມາດປະດິດຄິດສ້າງຂອງແຕ່ລະບຸກຄົນໃນລະດັບສູງທີ່ສຸດ”./.

ຕອບກັບ