ເສລີພາບໃນການເຫຼື້ອມໃສສາສະໜາຢູ່ຫວຽດນາມແມ່ນບໍ່ອາດປະຕິເສດໄດ້

Thu Hoa
Chia sẻ
ບໍ່​ວ່າ​ຜູ້​ໃດ​ທີ່​ເຊື່ອ​ຖື​ສາສະໜາ​ ຢູ່​ຫວຽດນາມ​ລ້ວນ​ແຕ່​​ໄດ້​ ເຄື່ອນ​ໄຫວ​ທາງ​ສາສະໜາຢ່າງ​ເສລີ, ດຳ​ເນີນ​ບັນດາ ​ພິທີກຳ​ທາງ​ສາສະໜາ​ໃນ ​ຂອບ​ເຂດ​ກົດໝາຍ​ອະນຸຍາດ.

ບໍ່​ວ່າ​ຜູ້​ໃດ​ທີ່​ເຊື່ອ​ຖື​ສາສະໜາ​ຢູ່​ຫວຽດນາມ​ລ້ວນ​ແຕ່​​ໄດ້​ເຄື່ອນ​ໄຫວ​ທາງ​ສາສະໜາຢ່າງ​ເສລີ, ດຳ​ເນີນ​ບັນດາ​ພິທີກຳ​ທາງ​ສາສະໜາ​ໃນ​ຂອບ​ເຂດ​ກົດໝາຍ​ອະນຸຍາດ. ຢູ່​ປະ​ເທດ​ຫວຽດນາມ ກໍ​ບໍ່​ມີ​ການຈຳ​ແນ​ກປະພຶດ​ກັບ​ບັນດາ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ໝັ້ນທາງ​ສາສະໜາ. ​ແຕ່​ກໍ​ຍັງ​ມີ​ຜູ້​ຄົນ​ຖື​ວ່າ ຢູ່​ຫວຽດນາມ​ບໍ່​ມີ​ເສລີພາບ​ທາງ​ສາສະໜາ. ​ເຂົາ​ເຈົ້າ​ຫຼົງ​ລືມ​ລະຫວ່າງ​ການ​ສວຍ​ໃຊ້​ສາສະໜາ​ລະ​ເມີດ​ກົດໝາຍ​ກັບ “ສິດ​ເສລີພາບ​ທາງ​ສາສະໜາ” ຫຼື​ຕັ້ງ​ໃຈ​ເສກ​ສັນ​ປັ້ນ​ແຕ່ງ​ບິດ​ເບືອ​ນ ຄວາມ​ຈິງກ່ຽວ​ກັບ​ສິດ​ເສລີ​ທາງ​ສາສະໜາ​ຢູ່​ຫວຽດນາມ.                        

ເສລີພາບໃນການເຫຼື້ອມໃສສາສະໜາຢູ່ຫວຽດນາມແມ່ນບໍ່ອາດປະຕິເສດໄດ້ - ảnh 1
ພິທີປ່ອຍນົກສັນຕິພາບໃນວັນບຸນວິສາຂະບູຊາ

   ຕາມ​ການ​ສະ​ຖີຕິ​ຄັ້ງ​ຫຼ້າ​ສຸດ ​ໃຫ້​ເຫັນ​ວ່າ ມີ​ເຖິງ 95 % ຈຳນວນ​ປະຊາກອນ​ຫວຽດນາມ​ມີ​ຊີວິດ​ເຫຼື້ຶອມ​ໃສ, ​ໃນ​ນັ້ນ​ມີ​ກວ່າ 24 ລ້ານ​ຄົນ ຊຶ່ງ​ກວມ​ເອົາ ¼ ຈຳນວນ​ປະຊາກອນ ​ແມ່ນ​ສາສະ​ນິກກະ​ຊົນ​ທີ່​ເຊືອ່ຖືສາສະໜາທີ່​ແຕກ​ຕ່າງ​ກັນ. ທົ່ວ​ປະ​ເທດ​ມີ​ສະຖານ​ທີ່​ເຄື່ອນ​ໄຫວ​ທາງ ສາສະໜາປະມານ 25.000 ​ແຫ່ງ ​ແລະ ​ໂຮງຮຽນ​ບຳລຸງສ້າງຜູ້​ມີ​ຍົກ​ສັກ​ຕຳ​ແໜ່​ງທາງສາສະໜາ 45 ​ແຫ່ງ. ຕົວ​ເລກ​ນີ້​ໄດ້​ເປັນ​ການ​ຢັ້ງຢືນ​ຄວາມ​ຈິງຢ່າງ​ຈະ​ແຈ້ງ​ວ່າ ຫວຽດນາມ​ແມ່ນ​ປະ​ເທດ​ມີ​ຫຼາຍ ​ສາສະໜາ ​ແລະ ການ​ເຫຼື້ອມ​ໃສ.

    ບັນດາ​ການ​ຕີ​ລາຄາ​ຄັ້ງ​ຫຼ້າ​ສຸດກ່ຽວ​ກັບ ເສລີພາບ​ໃນ​ການ​ເຫຼື້ອມ​​ໃສ, ​ສາສະໜາຢູ່​ຫວຽດນາມ

   ນັບ​ທັງ​ອາ​ເມ​ລິ​ກາ ຊຶ່ງ​ແມ່ນ​ປະ​ເທດ​ທີ່​​ເຄີຍມີ​ການ​ຕີ​ລາຄາ​​ແບບຂາດ​ເຈດ​ຕະນາ​ດີກ່ຽວ​ກັບ​ສະພາບ ເສລີພາບ​ທາງ​ສາສະໜາຢູ່​ຫວຽດນາມນັ້ນ, ​ໃນ​ບົດ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ ເສລີພາບ​ທາງ​ສາສະໜາ​ໃນ​ໂລກ​ປີ 2013, ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ປະກາດ​ເມື່ອ​ວັນ​ທີ 31/7/2014 ກໍ​ຢືນຢັນວ່າລັດຖະທຳ​ມະນູນ ​ແລະ ບັນດາ​ປະມວນ​ກົດໝາຍ, ນະ​ໂຍບາຍຕ່າງໆ​ຂອງ​ຫວຽດນາມ​ມີ​ບັນດາ​ຂໍ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສິດເສລີພາບ​ທາງສາສະໜາ. ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຍັງ​ໃຫ້​ຮູ້​ວ່າ ລັດຖະບານ​ຫວຽດນາມ​ໄດ້​ອອກ​ໜັງສື​ອະນຸຍາດ​ຈົດ​ທະບຽນ​ໃຫ້​ແກ່​ອົງການ​ສາສະໜານັບ​ມື້​ນັບ​ຫຼາຍ​ຂຶ້ນ. ຫວຽດນາມ​ກໍ​ນັບ​ມື້​ນັບ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ອົງການ​ສາສະໜາ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ, ຈັດ​ຕັ້ງ​ບັນດາ​ພິທີກຳ​ທາ​ງສາສະໜາ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກວ່າ 1 ​ແສນ​ຄົນ. ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຍັງ​ຢືນຢັນ​ວ່າ ບັນດາ​ເຈົ້າ​ໜ້າທີ່ອາ​ເມ​ລິ​ກາ​ເຄີບ​ພົບ​ປະ​ກັບບັນດາຜູ້ມີ​ຍົດ​ສັກ​ຕຳ​ແໜ່​ງທາງ ​ສາສະໜາ​ເປັນ​ປະຈຳ, ພ້ອມ​ທັງ​ມີ​ການ​ສົມ​ທະ​ນາ​ກ່ຽວ​ກັບເສລີພາບ​ທາງ ສາສະໜາກັບ​ການ​ນຳ​ຫວຽດນາມ​ຫຼາຍ​ທ່ານ.

ເສລີພາບໃນການເຫຼື້ອມໃສສາສະໜາຢູ່ຫວຽດນາມແມ່ນບໍ່ອາດປະຕິເສດໄດ້ - ảnh 2
ການດຳເນີນພິທີກຳຂອງສາສະໜາ ກາວດາຍ ທີ່ຫວຽດນາມ
(ພາບ:baomoi)

    ​ແລະ ກໍ​ໃນ​ວັນ​ທີ 31/7/2014, ​ໃນ​ຖະ​ແຫຼ​ງການ​ທາງ​ສື່​ມວນ​ຊົນ​ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ​ແຕ່​ວັນ​ທີ 21-31/7/2014, ນັກ​ປະຖະກະຖາ​ພິ​ເສດ​ກ່ຽວ​ກັບ​ການ​ເຫຼື້ອມ​ໃສ, ສາສະໜາຂອງ​ສະຫະ​ປະຊາ​ຊາດ, ທ່ານ Heiner Bielefeldt ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ສະພາບ​ຕົວ​ຈິງ, ບັນດາ​ເງື່ອນ​ໄຂ​ເພື່ອ​ປະຕິບັດ ​ສິດເສລີພາບ​ທາງສາສະໜາ​ຢູ່​ຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ. ທ່ານ​ໃຫ້​ຮູ້​ວ່າ ຜູ້ຕາງໜ້າ​ບັນດາ​ປະຊາ​ຄົມ​ສາສະໜາ​ຢູ່​ຫວຽດນາມ​ໄດ້​ຍອມຮັບ​ວ່າ ​ເຂົາ​ເຈົ້າ​ມີ​ເງື່ອນ​ໄຂ​ເພື່ອ​ເຄື່ອນ​ໄຫວ​ທາງ ​ສາສະໜາຫຼາຍກວ່າ​ເມື່ອ​ທຽບ​ໃສ່​ອະດີດຕະການ.

    ເສລີພາບ​ໃນ​ການ​ເຫຼື້ອມ​​ໃສ​ສາສະໜາຢູ່​ຫວຽດນາມ​ໄດ້​ຮັບ​ການ​ຢັ້ງຢືນ.

  ​  ໃນ​ຕົວ​ຈິງ, ບັນດາ​ການ​ເຄື່ອນ​ໄຫວ​ທາງສາສະໜາຢູ່​ຫວຽດນາມ​ພວມ​ດຳ​ເນີນ​ຢ່າງ​ຟົດ​ຟື້ນ​ຕິດ​ພັນ​ກັບຊີວິດ​ສັງຄົມ. ​ແຕ່ລະ​ປີ, ມີ​ປະມານ 8.500 ພິທີ, ງານ​ບຸນ​ທາງສາສະໜາ​ໄດ້​ຖືກ​ຈັດ​ຂຶ້ນ. ການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ​ບັນດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່​ງທາງສາສະໜາ, ນັກບວດ​ໄດ້​ສືບ​ຕໍ່​ປະຕິບັດ ​ແລະ ​​ໄດ້​ຮັບ​ການເປີດກ້ວາງ. ຜູ້​ມີ​ຍົດ​ສັກ​ຕຳ​ແໜ່​ງທາງ ​ສາສະໜາ ​ແລະ ນັກບວດ​ຫຼາຍ​ອົງ​ຂອງ​ຫວຽດນາມ​ໄດ້​ຖືກ​ສົ່ງ​ໄປ​ສຶກສາ​ບຳລຸງ​ສ້າງຢູ່​ອາ​ເມ​ລິ​ກາ, ຝະລັ່ງ, ອີ​ຕາ​ລີ, ອິນ​ເດຍ...ຜູ້​ຕາງໜ້າ​ບັນດາ ​ສາສະໜາ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມການ​ສົນທະນາ​ກ່ຽວ​ກັບ​ການ​ເຫຼື້ອມ​​ໃສ​, ສາສະໜາ, ​ແລກປ່ຽນ​ບົດຮຽນ​ດ້ານ​ທຳ​ມະ​ຢູ່​ບັນດາ​ເວທີ​ປາ​ໄສ​ໃຫຍ່​ຄື ​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ(ASEM), ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້(ASEAN)... ຫວຽດນາມ​ກໍ​ໄດ້​ເປັນ​ເຈົ້າພາບ​ຈັດ​ວັນ​ບຸນ​ໃຫຍ່​ວິສາຂະບູຊາ ສະຫະ​ປະຊາ​ຊາດ​ໃນ​ປີ 2008, 2014 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ພຸດທະ​ສາສະໜາ​ໂລກ​ໃນ​ປີ 2010 ຢ່າງ​ສຳ​ເລັດ​ຜົນ. ຫວຽດນາມ​ກໍ​ມີ​ການ​ພົວພັນ​ທີ່​ດີ​ກັບ​ສຳນັກ​ ວາ​ຕີ​ກັງ ນັບ​ຕັ້ງ​ແຕ່​ປີ 1989 ​ເປັນ​ຕົ້ນ​ມາ. ຍ້ອນ​ສາຍ​ພົວພັນ​ທີ່​ດີງາມ​ນີ້, ວາ​ຕີ​ກັງ ​ໄດ້​ແຕ່ງຕັ້ງ​ຜູ້ຕາງໜ້າ​ບໍ່​ປະຈຳ​ການ​ທີ່ຫວຽດນາມນັບ​ແຕ່​ປີ 2011 ​ແລະ ມາຮອດ​ປະຈຸ​ບັນ, ​ຜູ້ຕາງໜ້າ​ບໍ່​ປະຈຳ​ການ​ທີ່ຫວຽດນາມຂອງ ວາ​ຕີ​ກັງ ​ໄດ້​ປະຕິບັດ​ການ​ຢ້ຽມຢາມ​ 20 ຄັ້ງ​ຢູ່ 60 ​ແຂວງ ​ແລະ ນະ​ຄອນ​ໃນ​ຫວຽດນາມ. ຖ້າ​ຫາກ​ຫວຽດນາມ​ຈຳກັດ​ການ​ເຄື່ອນ​ໄຫວ​ທາງ​ສາສະໜາ, ລະ​ເມີດ​ສິດເສລີພາບ​ໃນ​ການ​ເຫຼື້ອມ​​ໃສ​ສາສະໜານັ້ນ, ບັນດາ​ອົງການ​ສາສະໜາ​ຈະ​ສາມາດ​ກຳນົດ​ທີ່​ຕັ້ງບົດ​ບາດ, ພັດທະນາ​ເປັນ​ປົກກະຕິ ​ແລະ ບັນດາ​ສາສະໜາຢູ່​ຫວຽດນາມ​ສາມາດ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຄື​ໃນ​ປະຈຸ​ບັນ​ໄດ້​ຫຼື​ບໍ່ ?

   ບັນດາ​ຄຳ​ເວົ້າທີ່​ເສກ​ສັນ​ປັ້ນ​ແຕ່ງ ບິດ​ເບືອນຄວາມ​ຈິງ

  ຫວຽດນາມ​ຮັບປະກັນສິດເສລີພາບ​ໃນ​ການ​ເຫຼື້ອມ​​ໃສ​ສາສະໜາ​ໃຫ້​ແກ່​ພົນລະ​ເມືອງ​ທຸກໆ​ຄົນ, ນີ້​ແມ່ນ​ຄວາມ​ຈິງ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້. ຖ້າ​ຫາກ​ຜູ້​ໃດ​ເວົ້າ​ວ່າ : ຢູ່​ຫວຽດນາມ “​ສິດເສລີພາບ​ທາງສາສະໜາມີ​ພຽງ​ໃນ​ໜັງສື​ເທົ່າ​ນັ້ນ” ​ແລະ “ບໍ່​ມີ​ລັກສະນະ​ພຶດຕິ​ກຳ​ຕົວ​ຈິງ” ນັ້ນ, ​ແມ່ນ​ບໍ່​ມີ​ພື້ນຖານ. ​ແລະ ກໍ​ບໍ່​ອາດ​ຖື​ວ່າ ຫວຽດນາມ​ຈຳແນ​ກການ​ປະພຶດ​ກັບ​ບັນດາ​ຜູ້​ທີ່​ມີ​ຄວາມ​ເຊື່ອ​ໝັ້ນ​ທາງ​ສາສະໜາ. ນັ້ນ​ແມ່ນ​ການ​ສັງ​ເກດ​ບໍ່​ຄົບ​ຖ້ວນ, ຂາດ​ລັກສະນະ​ພາວະ​ວິ​ໄສ, ຂາດ​ເຈດ​ຕະນາ​ດີ​ທີ່​ມີ​ຕໍ່​ບັນຫາ​ການ​ເຫຼື້ອມ​​ໃສ​ສາສະໜາຢູ່​ຫວຽດນາມ. ຄວນ​ເຫັນ​ຢ່າງ​ຈະ​ແຈ້ງວ່າ ເສລີພາບ​ທາງ​ສາສະໜາ ​ແມ່ນ​ບໍ່​ອາດ​​ໃຫ້​ບາງ​ເປົ້າ​ໝາຍ​ສວຍ​ໃຊ້​ທາງ​ສາສະ​ໜາ​ເພື່ອ​ມີ​ການ​ກະທຳ​ລະ​ເມີດ​ກົດໝາຍ. ກົດໝາຍ​ຢູ່​ຫວຽດນາມ ​ແລະ ຢູ່​ເກືອບ​ທຸກໆ​ປະ​ເທດ​ໃນ​ໂລກ ລ້ວນ​ແຕ່​ມີ​ບັນດາ​ມາດຕາ​ກຳ​ນົດ​ວ່າ ພົນ​ລະ​​ເມື​ອງທຸກໆ​ຄົນ​ໃນ​ປະ​ເທດ​ໜຶ່ງ​ລ້ວນ​ແຕ່​ສະ​ເໝີ​ພາບ​ຕໍ່​ກົດໝາຍ.

    ລັດ​ຫວຽດນາມ​ຍາມ​ໃດ​ກໍ​ຮັບປະກັນ​ການ​ປະຕິບັດ​ສິດສະ​ເໝີ​ພາບ​ໃນ​ນະ​ໂຍບາຍ​ເສລີພາບ​ທາງສາສະໜາດ້ວຍ 3 ຫຼັກການ​ພື້ນຖານ​ຄື : ສະ​ເໝີ​ພາບທາງ​ດ້ານ​ການ​ເຫຼື້ອມ​ໃສ; ສະ​ເໝີ​ພາບກ່ຽວ​ກັບ​ສິດຜົນປະ​ໂຫຍ​ດ, ພັນທະ ​ແລະ ສະ​ເໝີ​ພາບກ່ຽວ​ກັບ​ກົດໝາ​ຍ. ການ​ຮັບປະກັນ​ສິດເສລີພາບ​​ໃນ​ການ​ເຫຼື້ອມ​ໃສ, ສາສະໜາຢູ່​ຫວຽດນາມ ​ແມ່ນ​ມີ​ຄວາມ​ກົມ​ກ່ຽວ​ດ້ວຍ​ບັນດາ​ປັດ​ໄຈ​ປະຫວັດສາດ - ວັດທະນະທຳ​ຂອງ​ຊາດ, ສົມທົບ​ກັບການຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ, ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດ​ຫວຽດນາມ ​ແມ່ນ​​ເຄົາລົບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ທຸກໆ​ຄົນ​ປະຕິບັດ​ສິດເສລີພາບ​ໃນ​ການ​ເຫຼື້ອມ​​ໃສ​ສາສະໜາ, ຖື​ເປັນ​ສຳຄັນ​ການ​ປອງ​ດອງ​ລະຫວ່າງ​ບັນດາ​ສາສະໜາ, ຮັບປະກັນ​ຄວາມ​ສະ​ເໝີ​ພາບ, ບໍ່​ຈຳ​ແນ​ກການ​ປະພຶດ​ຍ້ອນ​ເຫດຜົນ​ສາສະໜາ, ການ​ເຫຼື້ອມ​ໃສ, ປົກປ້ອງ​​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ສາສະໜາ​ດ້ວຍ​ກົດໝາຍ. ຄວາມ​ຈິງ​ເຫຼົ່າ​ນັ້ນ, ​ເປັນ​ທີ່​ຈະ​ແຈ້ງວ່າ ບໍ່​ມີ​ໃຜ​ສາມາດ ເສກ​ສັນ​ປັ້ນ​ແຕ່ງ ບິດ​ເບືອນຄວາມ​ຈິງ ແລະ ປະຕິເສດໄດ້.

ຕອບກັບ