ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ ຫວຽດ​ນາມ - ໄທ

Chia sẻ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ໄທ ວັນ ມູຫະມະນໍ ມະທາ ໃນລະຫວ່າງວັນທີ 7  10 ທັນວາ. ການຢ້ຽມຢາມມີຄວາມໝາຍສຳຄັນໃນສະພາບການສອງປະເທດ ພວມຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວທີ່ແທດຈິງ ເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013 - 2023), ເພີ່ມທະວີການຮ່ວມມືລັດຖະສະພາສອງຝ່າຍໃຫ້ມີປະສິດທິຜົນກ່ວາເກົ່າ.

ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ ຫວຽດ​ນາມ - ໄທ - ảnh 1ສື່ມວນຊົນໄທເອົາລົງຂ່າວກ່ຽວກັບການຢ້ຽມຢາມໄທຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເປັນຈຳນວນຫຼາຍ (ພາບ: thaipbsworld.com)

ການຢ້ຽມຢາມໄທຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນການຢ້ຽມຢາມໄທຄັ້ງທຳອິດ ຂອງການນຳຂັ້ນສູງ ຫວຽດນາມ ພາຍຫຼັງໄທ ມີລັດຖະບານຊຸດໃໝ່ (ເດືອນກັນຍາ 2023). ການຢ້ຽມຢາມເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຢ່າງມີປະສິດທິຜົນ, ແທດຈິງ ລະຫວ່າງຫວຽດນາມ ແລະ ໄທ ໃນທຸກຂົງເຂດ.

ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດ

10 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ສືບຕໍ່ມີການພັດທະນາ. ໄປຄຽງຄູ່ກັບ ການຮ່ວມມືດ້ານການເມືອງ ອັນດີງາມນັ້ນ, ການຮ່ວມມືເສດຖະກິດກໍ່ມີການພັດທະນາຢ່າງຕັ້ງໜ້າ. ປັດຈຸບັນ ໄທ ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນ ອາຊຽນ ແລະ ອັນດັບທີ 9 ຂອງໂລກ, ດ້ວຍວົງເງິນສອງສົ້ນບັນລຸໄດ້ 21,6 ຕື້ USD ປີ 2022, ເພີ່ມ 15,2% ເມື່ອທຽບໃສ່ກັບປີ 2021 ແລະ ພວມສູ້ຊົນນຳວົງເງິນການຄ້າບັນລຸ 25 ຕື້ USD ໂດຍໄວ.

ການຮ່ວມມືໃນບັນດາຂົງເຂດພະລັງງານ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ພົບພັນແລກປ່ຽນປະຊາຊົນມີການພັດທະນາຢ່າງຕັ້ງໜ້າ. ຫວຽດນາມ ແລະ ໄທ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາກົນໄກຫຼາຍຝ່າຍ, ເປັນຕົ້ນແມ່ນ ອາຊຽນ, ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ການຮ່ວມມື ACMECS (Ayeyawady - Chao Phraya - Mekong Economic Cooperation Strategy). ຕີລາຄາກ່ຽວກັບການພົວພັນສອງປະເທດ, ທ່ານ ກາວີ ຈົງກິດກິດ ຖາວອນ  ນັກຊ່ຽວຊານສະຖາບັນຄົ້ນຄ້ວາຄວາມໝັ້ນຄົງ ແລະ ສາກົນ ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ, ໄທ ຢັ້ງຢືນວ່າ:

ສອງປະເທດລ້ວນແຕ່ສວມບົດບາດສຳຄັນໃນການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ ເພື່ອແນໃສ່ຮັບປະກັນການນຳໃຊ້ຊັບພະຍາກອນນ້ຳແບບຍືນຍົງ ແລະ ຮັກສາສິ່ງແວດລ້ອມສີຂຽວ. ສອງປະເທດ ກໍ່ຊຸກຍູ້ການຮ່ວມມື, ເພີ່ມທະວີການເຊື່ອມຕໍ່ເພື່ອສ້າງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງລະບົບສະໜອງໃນອະນຸພາກພື້ນ. ໃນຕົວຈິງແລ້ວ, ໄທ ແລະ ຫວຽດນາມ ພວມຕັ້ງໜ້າຫັນການຮ່ວມມືໃນຂົງເຂດຫັນເປັນດີຈີຕອນ ແລະ Startup ເປັນລະອຽດ. ສິ່ງນີ້ກໍ່ມີຄວາມສຳຄັນຍິ່ງ ໃນການຊ່ວຍເຊື່ອມຕໍ່ລະຫວ່າງພາກເອກະຊົນ ກັບລັດຖະບານ ແລະ ລະຫວ່າງບັນດາທ້ອງຖິ່ນ ກໍ່ຄືປະຊາຄົມວິສາຫະກິດໜຸ່ມ Startup ຂອງສອງປະເທດ.

ການພົວພັນລະຫວ່າງສອງອົງການນິຕິບັນຍັດ ໃນໄລຍະຜ່ານມາມີການຊຸກຍູ້ ຢ່າງບໍ່ຢຸດຢັ້ງ ແລະ ການພັດທະນາອັນດີງາມ. ສອງຝ່າຍໄດ້ຮັກສາການແລກປ່ຽນຫຼາຍຄະນະຜູ້ແທນການນຳ ຂອງບັນດາກຳມາທິການ ແລະ ສະມາຊິກລັດຖະສະພາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບຮ່ວມມື ຫວຽດນາມ - ໄທ ເວົ້າລວມ. ສອງຝ່າຍໄດ້ຮັກສາການພົບປະແລກປ່ຽນ, ເປັນຕົ້ນແມ່ນການພົບປະສຸດຍອດ ຢູ່ນອກບັນດາກອງປະຊຸມລັດຖະສະພາຫຼາຍຝ່າຍ.

ເພີ່ມ​ທະ​ວ​ີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ ຫວຽດ​ນາມ - ໄທ - ảnh 2ທ່ານ ກາວີ ຈົງກິດກິດ ຖາວອນ  ນັກຊ່ຽວຊານສະຖາບັນຄົ້ນຄ້ວາຄວາມໝັ້ນຄົງ ແລະ ສາກົນ ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ, ໄທ

ການຢ້ຽມຢາມຊຸກຍູ້ການຍົກລະດັບການພົວພັນສອງຝ່າຍ

ໃນສະພາບການພົວພັນສອງປະເທດ ພວມມີການພັດທະນາອັນດີງາມທີ່ສຸດ, ການຢ້ຽມຢາມ ໄທຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສືບຕໍ່ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ແລກປ່ຽນກ່ຽວກັບທິດທາງ, ມາດຕະການເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ ໃນຂົງເຂດສອງຝ່າຍ ແລະ ຫຼາຍຝ່າຍ, ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໜຶ່ງໃນບັນດາຈຸດພົ້ນເດັ່ນໃນການຢ້ຽມຢາມແມ່ນ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ໄທ ຈະເຊັ່ນຂໍ້ຕົກລົງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ເປັນພື້ນຖານເພື່ອນຳບັນດາອົງການຂອງສະພາແຫ່ງຊາດ ຈັດບັນດາການເຄື່ອນໄຫວຮ່ວມມືຢ່າງເປັນປະຈຳ ແລະ ຕາມເວລາກຳນົດ, ນຳການຮ່ວມມືລະຫວ່າງສອງອົງການສ້າງກົດໝາຍເຂົ້າສູ່ແທດຈິງ, ມີປະສິດທິຜົນກ່ວາເກົ່າ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຄາດວ່າຈະພົບປະກັບການນຳສູງ ໝົດທຸກທ່ານຂອງ ໄທ, ພົບປະກັບພະບາດສົມເດັດພະເຈົ້າມະຫາຊີວິດ ໄທ. ນອກຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມແຂວງ ອຸດອນທານີ, ເຂົ້າຮ່ວມພິທີເປີດນຳໃຊ້ ຖະໜົນ ຫວຽດນາມ ຢູ່ທ້ອງຖິ່ນນີ້. ທ່ານ ກາວີ ຈົງກິດກິດ ຖາວອນ ນັກຊ່ຽວຊານສະຖາບັນ ຄົ້ນຄ້ວາຄວາມໝັ້ນຄົງ ແລະ ສາກົນ ຂຶ້ນກັບ ມະຫາວິທະຍາໄລ ຈຸລາລົງກອນ, ໄທເນັ້ນໜັກວ່າ:

ນີ້ແມ່ນຖະໜົນທີ່ມີຊື່ວ່າ ຫວຽດນາມ ເສັ້ນທຳອິດຢູ່ພາກພື້ນ, ມັນສະແດງໃຫ້ເຫັນການມີໜ້າ ແລະ ຂີດໝາຍທີ່ເຂັ້ມຂຸ້ນຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ນີ້ກໍ່ແມ່ນການຢືນຢັນຂອງອຳນາດການປົກຄອງໄທ, ພິເສດແມ່ນອຳນາດການປົກຄອງແຂວງ ອຸດອນ ທານີ ກ່ຽວກັບສະຖານທີ່ທີ່ມີຊື່ວ່າ ຖະໜົນ ຫວຽດນາມ. ສິ່ງນີ້ມີຄວາມໝາຍທີ່ສຸດຢູ່ ໄທ, ຍ້ອນວ່າມີຊາວຫວຽດນາມ ກ່ວາ 100.000 ຄົນ ພວມອາໄສ, ເຮັດວຽກ ແລະ ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາຂອງທ້ອງຖິ່ນໃນ ປະເທດປະຈຳຖິ່ນ.

ຫວຽດນາມ - ໄທສ້າງຕັ້ງການພົວພັນທາງການທູດກ່ອນນີ້ 47 ປີ (ເດືອນສິງຫາ 1976). ການຢ້ຽມຢາມ ໄທ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະປະກອບສ່ວນປັບປຸງການພົວພັນສອງຝ່າຍ, ມຸ່ງໄປເຖິງການຍົກລະດັບຈາກການພົວພັນຄູ່ຮ່ວມມືຍຸດທະສາດກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ.

ຕອບກັບ