ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ສຸ​ຂ​ະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

Hong Van
Chia sẻ
(VOVWORLD) - ວັນທີ 27 ກຸມພາ ແມ່ນວັນແພດໝໍ ຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ສັງຄົມສະແດງຄວາມເຄົາລົບນັບຖື, ເຊີດຊູແພດໝໍ ແລະ ເອກອ້າງທະນົງໃຈກ່ຽວກັບຜົນງານອັນຍິ່ງໃຫຍ່ເຊິ່ງຂະແໜງສາທາລະນະສຸກບັນລຸໄດ້. ການສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ກໍຊີ້ໃຫ້ເຫັນຢ່າງຈະແຈ້ງເປົ້າໝາຍສູງສຸດຂອງພັກ ແລະ ລັດ ຫວຽດນາມ ນັ້ນແມ່ນ ສ້າງລະບົບສາທາລະນະສຸກທີ່ຍຸຕິທຳ, ມີຄຸນນະພາບສູງ, ມີປະສິດທິຜົນ ແລະ ເຊື່ອມໂຍງເຂົ້າກັບສາກົນ, ມຸ່ງໄປເຖິງການປະຕິບັດນະໂຍບາຍກ່ຽວກັບການເບິ່ງແຍງດູແລສຸຂະພາບທົ່ວປວງຊົນ ແລະ ສາທາລະນະສຸກທົ່ວປວງຊົນຢ່າງທົ່ວເຖິງ.
ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ສຸ​ຂ​ະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ - ảnh 1ການກວດພະຍາດ ໂດຍບໍ່ເກັບຄ່າ ຢູ່ ດ່າໜັງ (ພາບ: VOV)

ຂະແໜງສາທາລະນະສຸກ ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນ, ສ້າງບາດກ້າວພັດທະນາກະໂດດຂັ້ນໃນຫຼາຍຂົງເຂດວິຊາສະເພາະ, ປະກອບສ່ວນນຳ ຫວຽດນາມ ກາຍເປັນຈຸດເດັ່ນໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດ ແລະ ພວມຢຶດໝັ້ນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ເຖິງປີ 2030 ຂອງ ສປຊ.

       ບັນດາຕົວເລກທີ່ໜ້າປະທັບໃຈ

        ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີລະບົບສາທາລະນະສຸກທີ່ກວ້າງຂວາງ ນັບແຕ່ຮາກຖານ ບ່ອນຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ທະເລໝູ່ເກາະ ດ້ວຍສຸກສາລາບ້ານ, ຕາແສງ, ເທດສະບານເມືອງຈຳນວນກວ່າ 11.400 ແຫ່ງ. ໝາກຜົນດັ່ງກ່າວໄດ້ສ້າງເປັນຕາໜ່າງສາທາລະນະສຸກທີ່ໃກ້ປະຊາຊົນທີ່ສຸດ. ພະແນກສາທາລະນະສຸກຂອງ 63 ແຂວງ, ນະຄອນສັງກັດສູນກາງ ດ້ວຍຮາກຖານກວດ, ປິ່ນປົວພະຍາດກວ່າ 4.000 ແຫ່ງ ໄດ້ຜັນຂະຫຍາຍການສັ່ງຢາທາງເອເລັກໂຕນິກ ແລະ ເຊື່ອມຈອດຂໍ້ມູນໃບສັ່ງຢາກັບລະບົບໃບສັ່ງຢາແຫ່ງຊາດ. ໃນຈຳນວນປະຊາກອນ 10.000 ຄົນ ມີທ່ານໝໍ 12,5 ຄົນ; ຕຽງນອນປິ່ນປົວ 32 ຕຽງ ແລະ ອັດຕາປະຊາຊົນເຂົ້າຮ່ວມປະກັນສຸຂະພາບບັນລຸ 93,2%...

        ຫວຽດນາມ ກໍນອນໃນກຸ່ມແຖວໜ້າກ່ຽວກັບການຫຼຸດອັດຕາເສຍຊີວິດສຳລັບແມ່ມານ ແລະ ເດັກແດງ. ບັນດາດັດຊະນີສຸຂະພາບຂອງປະຊາຊົນກໍຍົກສູງຂຶ້ນຢ່າງຈະແຈ້ງ; ຄົນທຸກຍາກ, ປະຊາຊົນເຜົ່າສ່ວນໜ້ອຍ, ເດັກນ້ອຍ, ຜູ້ອາຍຸສູງ, ຄົນພິການ… ລ້ວນແຕ່ໄດ້ຮັບການຊ່ວຍເຫຼືອໃຫ້ເຂົ້າເຖິງການບໍລິການການແພດ.  ຫຼາຍໂລກລະບາດໄດ້ຮັບການຄວບຄຸມ, ລົບລ້າງ, ສຸຂະພາບ ແລະ ອາຍຸຍືນຂອງປະຊາຊົນກໍໄດ້ຮັບການປັບປຸງ. ແພດໝໍຂອງ ຫວຽດນາມ ຫຼາຍຄົນ ໄດ້ປະຕິບັດສຳເລັດບັນດາເຕັກນິກຍາກ, ຮູ້ໝູນໃຊ້ ແລະ ເປັນເຈົ້າການເຕັກນິກແພດສາດທັນສະໄໝໃນໂລກເກືອບທັງໝົດ, ເຊັ່ນ: ບົ່ງມະຕິ ແລະ ປິ່ນປົວພະຍາດຫົວໃຈ, ຜ່າຕັດຊ່ອງກ້ອງ; ການຜ່າຕັດດ້ວຍໄມໂຄຼ (micro), ການຜ່າຕັດປ່ຽນຖ່າຍອະໄວຍະວະ… ທ່ານປະລິນຍາເອກ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ຕີລາຄາວ່າ:

        “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອເຫັນປະຈັກຕາການປ່ຽນແປງໃນຂົງເຂດສາທາລະນະສຸກ ແລະ ເບິ່ງແຍງດູແລສຸຂະພາບຢູ່ ຫວຽດນາມ ໃນບັນດາທົດສະວັດຜ່ານມາ. ອາດເຫັນໄດ້ວ່າ ສຸຂະພາບຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ, ປະຊາຊົນ ຫວຽດນາມ ມີອາຍຸຍືນໄດ້ເພີ່ມຂຶ້ນ 15 ປີ ເມື່ອທຽບໃສ່ປີ 1945, ໃນນັ້ນ ສ່ວນໜຶ່ງແມ່ນຍ້ອນ ຫວຽດນາມ ໄດ້ລົບລ້າງ ແລະ ຄວບຄຸມບັນດາພະຍາດຕິດແປດທີ່ອັນຕະລາຍ, ເຊັ່ນ: ລົບລ້າງພະຍາດອຳມະພາດ, ຄວບຄຸມພະຍາດໄຂ້ຍຸງລາຍ, HIV, ວັນນະໂລກ… ຫວຽດນາມ ກໍເປີດກວ້າງລະບົບປະກັນສຸຂະພາບ - ປະກັນສັງຄົມ, ຊ່ວຍ ຫວຽດນາມ ບັນລຸໄດ້ບັນດາຜົນງານໃນວິວັດການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.”

ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ສຸ​ຂ​ະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ - ảnh 2ພັນຕີ ຖາຍມິງຟອງ, ຫົວໜ້າສຸກສາລາທະຫານ ຕາແສງ ລາຍຮວ່າ (ຊອັກຈັງ) ລົງກວດພະຍາດໃຫ້ຄົນເຈັບ (ພາບ: VOV)

       ສືບຕໍ່ແມ່ນບຸລິມະສິດແຖວໜ້າ

        ປົກປັກຮັກສາ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນ, ບຸລິມະສິດແຖວໜ້າໃນນະໂຍບາຍພັດທະນາຂອງ ຫວຽດນາມ. ປີ 2023, ຄະນະເລຂາທິການສູນກາງພັກ ໄດ້ປະກາດຄຳສັ່ງກ່ຽວກັບການສືບຕໍ່ປັບປຸງ, ສ້າງສຳເລັດ ແລະ ຍົກສູງລະບົບຄຸນນະພາບການເຄື່ອນໄຫວຂອງສາທາລະນະສຸກຂັ້ນຮາກຖານໃນສະພາບການໃໝ່. ບັນດາເນື້ອໃນໃໝ່ທີ່ລະບຸໃນຄຳສັ່ງດັ່ງກ່າວ ສືບຕໍ່ໄດ້ຮັບການປັບປຸງ, ສ້າງສຳເລັດ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງສາທາລະນະສຸກຂັ້ນຮາກຖານ, ກຳນົດບັນດາການກຳນົດທິດບຸລິມະສິດໃໝ່ ໂດຍອີງໃສ່ບັນດາການຫັນປ່ຽນທີ່ສຳຄັນ.

ຕໍ່ຈາກນັ້ນ, ເດືອນມັງກອນທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ສັດຕະຍາບັນຍຸດທະສາດແຫ່ງຊາດກ່ຽວກັບການປົກປ້ອງ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນໄລຍະຮອດປີ 2030, ວິໄສທັດຮອດປີ 2045. ຍຸດທະສາດມຸ່ງໄປເຖິງເປົ້າໝາຍລວມແມ່ນ ປະຊາຊົນທຸກຄົນໄດ້ຮັບການບໍລິການເບິ່ງແຍງດູແລສຸຂະພາບທີ່ມີຄຸນນະພາບ, ໄດ້ດຳລົງຊີວິດໃນວົງຄະນະຍາດທີ່ປອດໄພ, ພັດທະນາດີທັງດ້ານວັດຖຸ ແລະ ຈິດໃຈ.

        ພ້ອມກັບບັນດາແຜນນະໂຍບາຍ, ນະໂຍບາຍໃໝ່ດັ່ງກ່າວ, ຂະແໜງສາທາລະນະສຸກພວມຕັ້ງໜ້າປົວແປງສະພາບການກວດ, ປິ່ນປົວພະຍາດຕົວຈິງໃນທົ່ວລະບົບ… ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ດ່າວຮົ່ງລານ ຢັ້ງຢືນວ່າ:

        “ໜ້າທີ່ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບປະຊາຊົນແມ່ນພາລະກຳອັນສັກກະລະບູຊາຂອງຂະແໜງສາທາລະນະສຸກ. ເປົ້າໝາຍຂອງທົ່ວຂະແໜງສາທາລະນະສຸກໃນໄລຍະຈະມາເຖິງແມ່ນຕ້ອງສ້າງພື້ນຖານສາທາລະນະສຸກໃຫ້ໝັ້ນຄົງເຂັ້ມແຂງ ເພື່ອຕອບສະໜອງ ແລະ ຮັບມືກັບທຸກສະພາບການທີ່ອາດຈະເກີດຂຶ້ນ, ໃນນັ້ນ ເປົ້າໝາຍແຖວໜ້າແມ່ນຍົກສູງຄຸນນະພາບເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ປ້ອງກັນ, ຕ້ານໂລກລະບາດ ແລະ ສ້າງລະບົບສາທາລະນະສຸກທີ່ຍືນຍົງ”.

        ບັນດາການກຳນົດທິດໃຫຍ່ກ່ຽວກັບນະໂຍບາຍ ພ້ອມກັບຈັນຍາບັນຂອງແພດໝໍ, ພູມປັນຍາ, ຄວາມເກັ່ງກ້າສາມາດ ແລະ ຄວາມຄາດຫວັງຂອງຖັນແຖວພະຍາບານ, ແພດໝໍ ພວມນຳຂະແໜງສາທາລະນະສຸກຫວຽດນາມ ນອນໃນກຸ່ມບັນດາປະເທດແຖວໜ້າຂອງພາກພື້ນ ແລະ ບືນຕົວອອກສູ່ໂລກ ເທື່ອລະກ້າວ, ພ້ອມທັງຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ພາລະກິດເບິ່ງແຍງດູແລ, ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ ຍາມໃດກໍແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ./.

ຕອບກັບ