ຮ່ຳຮຽນນຳປະທານ ໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ

Lai Hoa - Thu Hoa
Chia sẻ
(VOVWORLD) - ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ແມ່ນຄຳສັ່ງສອນຈາກດວງໃຈ, ກາຍເປັນການກະທຳທີ່ມີຄວາມຕື່ນຕົວໃນທຸກໄລຍະການປະຕິວັດ, ໃນທຸກວຽກງານຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ຫວຽດນາມ ແຕ່ລະຄົນ. 

ໃນຕະຫລອດຊີວິດ, ປະທານ ໂຮ່ຈີມິນ ໄດ້ເປັນແບບຢ່າງອັນສູງສົ່ງ, ໄດ້ອຸທິດຕະຫລອດຊີວິດຂອງຕົນໃຫ້ແກ່ພາລະກິດການປະຕິວັດຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນໃນໂລກ. 50 ປີໄດ້ຜ່ານພົ້ນໄປແລ້ວ, ເມື່ອອ່ານຄືນຄຳພິໄນກຳຂອງປະທານ ໂຮ່ຈີມິນ, ທຸກໆຄົນ, ພິເສດແມ່ນພະນັກງານສະມາຊິກພັກ ຍິ່ງມີຄວາມເຊື່ອມຊຶມຄຳສັ່ງສອນຂອງເພິ່ນ, ສູ້ຊົນບຳເພັນ, ຝຶກຝົນຫຼໍ່ຫຼອມ, ເພື່ອປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ. ການເປັນແບບຢ່າງ ຄວາມຈິງແລ້ວແມ່ນການບຳເພັນຝຶກຝົນຫຼໍ່ຫຼອມ, ມຸ່ງໄປເຖິງສິ່ງທີ່ດີງາມ, ສູງສົ່ງ ແລະ ກໍ່ແມ່ນການສະກັດກັ້ນບັນດາຄວາມຜິດພາດຂອງສະມາຊິກພັກ.

ຮ່ຳຮຽນນຳປະທານ ໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ - ảnh 1 ຮ່ຳຮຽນນຳປະທານ ໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ (ພາບ: TTXVN)

        ໃນຫລາຍປີທີ່ຜ່ານມາ, ການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ແມ່ນປະກົດການຢ່າງຊີວິດຊີວາຂອງຄວາມເຄົາລົບຮັກແພງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ເສັ້ນທາງ ແລະ ພາລະກິດການປະຕິວັດຂອງເພິ່ນ, ເພື່ອໃຫ້ປະຊາຊົນ ຫວຽດນາມ ແຕ່ລະຄົນມີການດຳລົງຊີວິດ ແລະ ເຮັດວຽກໄດ້ດີກ່ວາ.

ເປັນແບບຢ່າງກ່ຽວກັບຄຸນສົມບັດ, ແບບແຜນການດຳລົງຊີວິດມີຄຸນນະທາດ, ມີຄວາມຮັບຜິດຊອບ

       ໃນພິໄນກຳຂອງຕົນ ກ່ອນທີ່ເພິ່ນຈະຈາກໄປ, ປະທານ ໂຮ່ຈີມິນ ໄດ້ຕັກເຕືອນວ່າ ພາຍຫລັງການປະຕິວັດປະສົບຜົນສຳເລັດ, ວຽກງານຕ້ອງປະຕິບັດກ່ອນອື່ນໝົດແມ່ນກໍ່ສ້າງ, ປັບປຸງພັກຄືນໃໝ່. ຕາມຄຳແນະນຳຂອງເພິ່ນ, ໃນມະຕິສູນກາງພັກຄັ້ງທີ 4 ຊຸດທີ 12, ພັກກອມມູນິດ ຫວຽດນາມ ໄດ້ວາງອອກບັນດາມາດຕະການຮອບດ້ານ, ຄົບຊຸດເພື່ອເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ປັບໄໝບລົງໂທດບັນດາພະນັກງານ, ສະມາຊິກພັກທີ່ລະເມີດລະບຽບວິໄນຂອງພັກຢ່າງເຂັ້ມງວດ. ພ້ອມກັບການຮັດແໜ້ນກົດລະບຽບ, ກົດວິໄນ, ພັກໄດ້ປະກາດໃຊ້ບັນດາເອກະສານກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ, ພິເສດແມ່ນການກຳນົດຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງໃນມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ 12. ການເປັນແບບຢ່າງຂອງພະນັກງານ, ສະມາຊິກພັກແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງຕໍ່ຄວາມຮູ້ບຸນຄຸນ, ຄວາມເອກອ້າງທະນົງໃຈ ແລະ ສະໝັກໃຈປະຕິບັດຕາມປະທານ ໂຮ່ຈີມິນ. ພະນັກງານ, ສະມາຊິກພັກເປັນແບບຢ່າງກ່ຽວກັບຈິດໃຈຈົ່ງຮັກພັກດີຕໍ່ອຸດົມການປະຕິວັດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຕະຫລອດຊີວິດ, ປະຕິບັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີທີ່ສຸດ. ພະນັກງານ, ສະມາຊິກພັກເປັນແບບຢ່າງກ່ຽວກັບຄຸນສົມບັດ, ແບບແຜນການດຳລົງຊີວິດໂປ່ງໃສ; ມີຄຸນນະທາດ, ຄວາມຮັບຜິດຊອບ ແລະ ຄວາມໄວ້ເນື້ອເຊື່ອໃຈ. ການເປັນແບບຢ່າງຕ້ອງມີຄວາມແທດຈິງໃນວຽກງານ, ໃນການດຳລົງຊີວິດຂອງພະນັກງານແຕ່ລະຄົນ. ທ່ານ ຫງວຽນແມ້ງຫ໋ຽນ, ເລຂາຄະນະພັກແຂວງ ຫ໋າຍເຢືອງ ຖືວ່າ:

ຢາກເປັນແບບຢ່າງນັ້ນ, ຄຳເວົ້າຕ້ອງໄປຄຽງຄູ່ກັບການກະທຳ. ຂ້າພະເຈົ້າມີຄະຕິເຕືອນໃຈສິ່ງໜຶ່ງ ແມ່ນຕົນເອງເວົ້າອັນໃດ ຕ້ອງປະຕິບັດໃຫ້ໄດ້ ແລະ ຖືກຕ້ອງ. ການນຶກຄິດ ແລະ ກະທຳຕ້ອງຖືຜົນປະໂຫຍດລວມຢູ່ເໜືອກ່ວາສິ່ງໃດໝົດ, ນັບແຕ່ວຽກງານພະນັກງງານຈົນເຖິງວິວັດການຊີ້ນຳປະຕິບັດໜ້າທີ່, ເປັນຕົ້ນແມ່ນຕ້ອງມີຈິນຕະນາການເພື່ອການພັດທະນາລວມ. ຄວາມປາດຖະໜາຂອງຂ້າພະເຈົ້າ ແມ່ນພັກຕ້ອງເຂັ້ມແຂງ, ອຳນາດການປົກຄອງຕ້ອງມີການກະທຳ, ເວົ້າຕ້ອງໄປຄຽງຄູ່ກັບການກະທຳ.   

ຄວາມຮັບຜິດຊອບເປັນແບບຢ່າງຕ້ອງໄດ້ຮັບການຍົກສູງໃນພັກ

       ນັບແຕ່ການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ຈົນເຖິງການກຳນົດຄວາມຮັບຜິດຊອບຕ້ອງເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນພະນັກງານການນຳຂັ້ນສູງ ແມ່ນບາດກ້າວພັດທະນາສຳຄັນທີ່ສຸດໃນການກໍ່ສ້າງ, ປັບປຸງພັກກອມມູນິດ ຫວຽດນາມ. ຄວາມຮັບຜິດຊອບເປັນແບບຢ່າງໄດ້ຮັບການຍົກສູງ, ນັບແຕ່ຂໍ້ກຳນົດຂອງພັກ ຈົນເຖິງຄວາມຕື່ນຕົວໃນການປະຕິບັດຂອງແຕ່ລະຄົນ, ໄດ້ປະກອບສ່ວນບຳລຸງສ້າງຄຸນນະທາດອັນສູງສົ່ງຂອງພະນັກງານ, ສະມາຊິກພັກ, ລັກສະນະນຳໜ້າຂອງພັກ ແລະ ປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບໃນພັກ ແລະ ການພົວພັນສະໜິດແໜ້ນລະຫວ່າງພັກກັບປະຊາຊົນ. ການເປັນແບບຢ່າງ ຄວາມຈິງແມ່ນການບຳເພັນຝຶກຝົນຫຼໍ່ຫຼອມມຸ່ງໄປເຖິງສິ່ງທີ່ດີງາມ, ອັນສູງສົ່ງ, ກໍ່ແມ່ນການສະກັດກັ້ນບັນດາຄວາມຜິດພາດໃນໝູ່ພະນັກງານ, ສະມາຊິກພັກແຕ່ລະຄົນ ແລະ ໃນທົ່ວພັກກອມມູນິດ ຫວຽດນາມ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟຸກ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນວ່າ:

        ເມື່ອອ່ານຄຳພິໄນກຳຂອງປະທານ ໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບໃນການເປັນແບບຢ່າງ, ຂ້າພະເຈົ້າຄິດວ່າ ຖ້າແຕ່ລະຄົນເຮັດຖືກຕາມມະໂນທຳ, ຄວາມຮັບຜິດຊອບຂອງຕົນ ແນ່ນອນວ່າ ຈະສ້າງການຫັນປ່ຽນຢ່າງຕັ້ງໜ້າ. ຖ້າສະມາຊິກພັກທຸກຄົນບໍ່ມີຄວາມສຸດອົກສຸດໃຈ ໃນການປະຕິບັດວຽກງານນັ້ນ ຈະບໍ່ແກ້ໄຂໄດ້ບັນດາບັນຫາຕົວຈິງທີ່ຂຶ້ນກັບຂົງເຂດຕົນເອງນຳພາ. ຂ້າພະເຈົ້າຄິດວ່າ: ໃນແຕ່ລະກົມກອງ ຕ້ອງສ້າງການຫັນປ່ຽນໃນໝູ່ພະນັກງານ, ສະມາຊິກພັກກ່ຽວກັບການເປັນແບບຢ່າງ. ຫຼື ໃນການດຳເນີນຊີວິດພັກກໍ່ຕ້ອງເອົາໃຈໃສ່ເຖິງການຍົກອອກແບບຢ່າງນັ້ນ ວຽກງານຄຸ້ມຄອງນຳພາສະມາຊິກພັກ, ວຽກງານຄຸ້ມຄອງສິດອຳນາດຈຶ່ງໄດ້ດີ.

ຮ່ຳຮຽນນຳປະທານ ໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ - ảnh 2 ຮ່ຳຮຽນນຳປະທານ ໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ

        ຊີວິດ, ພາລະກິດ, ແບບຢ່າງຂອງປະທານ ໂຮ່ຈີມິນ ຍາມໃດກໍ່ມີຄວາມໝາຍດ້ານການສຶກສາຢ່າງເລິກເຊິ່ງ. ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ແມ່ນຄຳສັ່ງສອນຈາກດວງໃຈ, ກາຍເປັນການກະທຳທີ່ມີຄວາມຕື່ນຕົວໃນທຸກໄລຍະການປະຕິວັດ, ໃນທຸກວຽກງານຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ຫວຽດນາມ ແຕ່ລະຄົນ. ເຄົາລົບຮັບແພງເພິ່ນ, ພະນັກງານ, ສະມາຊິກພັກແຕ່ລະຄົນຍິ່ງອອກແຮງເປັນແບບຢ່າງ, ບຳເພັນ, ຝຶກຝົນຫຼໍ່ຫຼອມ ແລະ ປັບປຸງຕົນເອງໃຫ້ດີກ່ວາ, ຍົກສູງຄວາມຮັບຜິດຊອບໃນການເປັນແບບຢ່າງຂອງພະນັກງານ ./.

ຕອບກັບ