ຮັບປະກັນຂໍ້ມູນຂ່າວສານກ່ຽວກັບການເລືອກຕັ້ງມາສູ່ປະຊາຊົນທຸກຄົນ

VOV
Chia sẻ
(VOVWORLD) - ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ຈະດຳເນີນໃນວັນທີ 23 ພຶດສະພາ ຈະມາເຖິງ ແມ່ນເຫດການການເມືອງສຳຄັນຂອງ ຫວຽດນາມ. ປະຈຸບັນ, ວຽກງານໂຄສະນາກ່ຽວກັບການເລືອກຕັ້ງ ພວມຖືກບັນດາທ້ອງຖິ່ນຍູ້ແຮງດ້ວຍຫລາຍຮູບການ. 

ນີ້ແມ່ນພື້ນຖານສຳຄັນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໃນທົ່ວປະເທດມີຄວາມເຂົ້າໃຈຢ່າງຖືກຕ້ອງ, ຈະແຈ້ງກ່ຽວກັບເນື້ອໃນຈິດໃຈຄວາມເປັນເຈົ້າ, ລັກສະນະຄວາມຮັບຜິດຊອບຂອງຕົນ ເມື່ອເຂົ້າຮ່ວມການເລືອກຕັ້ງ, ພ້ອມທັງຮັບປະກັນໃຫ້ປະຊາຊົນທຸກຄົນຈາກພາກເໜືອລົງຮອດພາກໃຕ້, ເຂດທະເລໝູ່ເກາະໄດ້ສຳຜັດກັບຂໍ້ມູນຂ່າວສານກ່ຽວກັບການເລືອກຕັ້ງ. ຈາກນັ້ນ, ເລືອກເອົາບັນດາສະມາຊິກດີເດັ່ນ, ສົມເປັນຕົວແທນເຂົ້າສ່ວນສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ.

ຮັບປະກັນຂໍ້ມູນຂ່າວສານກ່ຽວກັບການເລືອກຕັ້ງມາສູ່ປະຊາຊົນທຸກຄົນ - ảnh 1ພາບປະກອບ

        ສຳລັບການຮັບປະກັນສິດໄດ້ຮັບຂໍ້ມູນຂ່າວສານຂອງພົນລະເມືອງ ຍາມໃດພັກ ແລະ ລັດ ກໍ່ເອົາໃຈໃສ່ເປັນພິເສດ, ເນັ້ນໜັກໃນແຜນນະໂຍບາຍ, ນະໂຍບາຍຫລາຍສະບັບ. ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ວຽກງານຂໍ້ຖະແຫຼງຂ່າວ, ໂຄສະນາກ່ຽວກັບການເລືອກຕັ້ງ ໄດ້ຮັບການເອົາໃຈໃສ່ເປັນພິເສດ ເພື່ອສ້າງຄວາມເຫັນດີເປັນເອກະພາບກ່ຽວກັບສະຕິຄວາມຮັບຮູ້ ແລະ ການກະທຳ, ຄວາມເຫັນດີເຫັນພ້ອມໃນສັງຄົມກ່ຽວກັບເຫດການການເມືອງສຳຄັນ ຂອງປະເທດຊາດ.

ສ້າງຮູບການເປັນຫລາຍຮູບຫລາຍແບບ

       ການໂຄສະນາກ່ຽວກັບການເລືອກຕັ້ງໄດ້ຖືກດຳເນີນມາແຕ່ດົນນານແລ້ວ, ໃນ ແລະ ພາຍຫລັງການເລືອກຕັ້ງ. ເຖິງຢ່າງໃດກໍ່ຕາມ, ຫລາຍທີ່ສຸດແມ່ນນັບແຕ່ຕົ້ນເດືອນ ເມສາ ຫາວັນທີ 23 ພຶດສະພາ. ໃນຕະຫລອດວິວັດການກະກຽມໃຫ້ແກ່ການເລືອກຕັ້ງ, ວຽກງານຖະແຫຼງຂ່າວໂຄສະນາໄດ້ດຳເນີນຕາມແບບມີລະບົບ, ນັບແຕ່ສະພາເລືອກຕັ້ງແຫ່ງຊາດ, ຄະນະກຳມະການເລືອກຕັ້ງທຸກຂັ້ນ, ບັນດາອົງການສື່ມວນຊົນຢູ່ສູນກາງ, ບັນດາອົງການສື່ມວນຊົນຂອງທ້ອງຖິ່ນ…ການຈັດຕັ້ງ, ຊີ້ນຳການໂຄສະນາມີລະບົບຄືດັ່ງກ່າວ ໄດ້ຮັບປະກັນໃຫ້ປະຊາຊົນທຸກຄົນມີຄວາມສະເໝີພາບໃນການສຳຜັດກັບຂໍ້ມູນຂ່າວສານກ່ຽວກັບການເລືອກຕັ້ງ.

        ໃນສະພາບການເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສັງຄົມພັດທະນາແຮງ ສະນັ້ນຮູບການໂຄສະນາກ່ຽວກັບການເລືອກຕັ້ງແມ່ນມີຫລາຍຮູບຫລາຍແບບ. ບັນດາສິ່ງພິມໂຄສະນາຄື (infographic, poster, banner) ຢູ່ລະບົບເວັບໄຊມ ສື່ສັງຄົມ; ບັນດາລາຍການໂອ້ລົມສົນທະນາ, ການສອບເສັງ, ການເປີດເວັບໄຊໂຄສະນາກ່ຽວກັບການເລືອກຕັ້ງ…ກໍ່ຄືນຳໃຊ້ລະບົບໂທລະໂຄ່ງຢູ່ຂັ້ນຮາກຖານ. ທ່ານ ຫວູດ້າຍທັ໊ງ, ຮອງຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນ ຫາຍຟ່ອງ ຕີລາຄາວ່າ:

        “ໂຄສະນາກ່ຽວກັບການເລືອກຕັ້ງ ປະກອບສ່ວນສຳຄັນເຂົ້າໃນການສະໜອງຂໍ້ມູນຂ່າວສານ, ວຽກງານເລືອກຕັ້ງໃຫ້ບັນດາອົງການຈັດຕັ້ງ ແລະ ປະຊາຊົນທຸກຄົນຢ່າງທັນການ. ພິເສດແມ່ນການນຳໃຊ້ບັນດາເວັບໄຊ ໄດ້ຊ່ວຍໃຫ້ປະຊາຊົນສາມາດນຳໃຊ້ໂທລະສັບມືຖືທີ່ມີເຊື່ອມຕໍ່ກັບອິນເຕີແນັດເພື່ອເຂົ້າເຄືອຂ່າຍຢ່າງງ່າຍດາຍ ຢູ່ທຸກບ່ອນເພື່ອຊອກຫາບັນດາຂໍ້ມູນຂ່າວສານ, ເອກະສານແນະນຳກ່ຽວກັບການເລືອກຕັ້ງ ເຊິ່ງບໍ່ຕ້ອງມາເບິ່ງເອກະສານຜູ້ອອກສະໝັກຮັບເລືອກຕັ້ງຕິດປະກາດຢູ່ຕາມສະຖານທີ່ເລືອກຕັ້ງ.

        ນອກຈາກການສ້າງຮູບການມີຫລາຍຮູບຫລາຍແບບແລ້ວ, ເພື່ອຮັບປະກັນຂໍ້ມູນຂ່າວສານການເລືອກຕັ້ງມາສູ່ປະຊາຊົນທຸກຄົນ, ຢູ່ບັນດາເຂດຊົນເຜົ່າສ່ວນໜ້ອຍ, ອຳນາດການປົກຄອງໄດ້ເອົາໃຈໃສ່ເປັນພິເສດເຖິງການໂຄສະນາໃຫ້ເໝາະສົມກັບຮີດຄອງປະເພນີ, ຈຸດພິເສດການດຳລົງຊີວິດ, ພາສາ, ໜັງສືຂອງພໍ່ແມ່ປະຊາຊົນ…ອ້າຍ ມາວັນຮືວ, ພະນັກງານວັດທະນະທຳ, ຖະແຫຼງຂ່າວ - ກິລາ ຕາແສງ ໂກລິງ, ເມືອງ ປາກນ້ຳ ແຂວງ ບັກກ້ານ ໃຫ້ຮູ້ວ່າ:

        “ທຸກໆມື້ ພວກຂ້າພະເຈົ້າໄດ້ຜະລິດລາຍການຂ່າວດ້ວຍພາສາໄຕ, ພາສາມົ້ງ ອີງໃສ່ລາຍການຂ່າວຂອງເມືອງ, ຫລັງຈາກນັ້ນ ມີລາຍການຂ່າວພາສາກາງ ແລ້ວກໍ່ອອກອາກາດຜ່ານວິທະຍຸ, ໂທລະໂຄ່ງເຄື່ອນທີ່ອີກ.

ສ້າງຄວາມເປັນເອກະພາບ, ເຫັນດີເຫັນພ້ອມ

       ບັນດາບາດກ້າວກະກຽມໃຫ້ວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ພວມດຳເນີນຖືກຕາມຂັ້ນຕອນ. ວຽກງານຖະແຫຼງຂ່າວໂຄສະນາໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ມີຫົວຄິດປະດິດສ້າງ, ເປີດກ້ວາງຢ່າງທົ່ວເຖິງ, ຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈແຈ້ງເປົ້າໝາຍ, ຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ. ທ່ານ ຮ່ວາງເທມິງ, ຢູ່ຕາແສງ ຮ່ວາບີງ (ນະຄອນ ຮ້າລອງ) ແບ່ງປັນວ່າ:

        “ຂ້າພະເຈົ້າເຫັນວ່າ ວຽກງານໂຄສະນາການເລືອກຕັ້ງຄັ້ງນີ້ ໄດ້ປະຕິບັດເປັນຢ່າງດີ. ເຂົ້າຮ່ວມກອງປະຊຸມຜູ້ມີສິດເລືອກຕັ້ງ ປະຊາຊົນກໍ່ເຂົ້າຮ່ວມຢ່າງຄົບຖ້ວນ ເພື່ອມີຄວາມເຂົ້າໃຈ ແລະ ຮັບຮູ້ກ່ຽວກັບວຽກງານເລືອກຕັ້ງ ຍ້ອນວ່າ ໄປເລືອກຕັ້ງຕ້ອງກຳແໜ້ນຂໍ້ມູນຂ່າວສານນັ້ນ ຈຶ່ງສາມາດເລືອກຕັ້ງໄດ້. ຜ່ານໂທລະໂຄ່ງ, ວິທະຍຸ ພໍ່ແມ່ປະຊາຊົນສະໜັບສະໜູນເປັນຈຳນວນຫລວງຫລາຍ, ຍ້ອນມີການໂຄສະນາ ເຂົາເຈົ້າຍິ່ງມີຄວາມເຂົ້າໃຈເລິກກ່ວາກ່ຽວກັບເນື້ອໃນນີ້.

        ວຽກງານໂຄສະນາ ແມ່ນໜຶ່ງໃນບັນດາປັດໄຈ ມີລັກສະນະຕັດສິນຜົນສຳເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV  ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ, ອາຍຸການ 2021-2026. ມາຮອດປະຈຸບັນ, ປະຊາຊົນໄດ້ສຳຜັດກັບບັນດາຂໍ້ມູນຂ່າວສານພື້ນຖານກ່ຽວກັບສິດ, ພັນທະຂອງພົນລະເມືອງເຂົ້າຮ່ວມການເລືອກຕັ້ງ. ວຽກງານດັ່ງກ່າວ ສ້າງຄວາມເຫັນດີເປັນເອກະພາບກ່ຽວກັບສະຕິຄວາມຮັບຮູ້, ຄວາມເຫັນດີເຫັນພ້ອມໃນສັງຄົມ, ປະກອບສ່ວນຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢ່າງສຳເລັດຜົນ./.

ຕອບກັບ