ອາ​ເມ​ລິ​ກາ ແລະ ຈີນ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ສຽງ​ເວົ້າ​ລວມ

Ba Thi
Chia sẻ
(VOVWORLD) -ໜຶ່ງໃນບັນດາເຫດການທາງການທູດສາກົນທີ່ພົ້ນເດັ່ນໃນອາທິດນີ້ ແມ່ນການຢ້ຽມຢາມນະຄອນ ທ່ຽນສິນ (ຈີນ) ເຊິ່ງດຳເນີນໃນລະຫວ່າງວັນທີ 25  26 ກໍລະກົດ ຂອງທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman. ໂດຍດຳເນີນໃນສະພາບການທີ່ການພົວພັນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ໄດ້ຮັບຖືວ່າ ພວມຢູ່ໃນລະດັບຕ່ຳທີ່ສຸດໃນຫຼາຍທົດສະວັດຜ່ານມາ, ການຢ້ຽມຢາມດັ່ງກ່າວ ອາດຈະຊ່ວຍຊອກຫາວິທີການແກ້ໄຂສະພາບຈົນຕາແຈນີ້, ເປີດແງ່ຫວັງໃໝ່ແກ່ການປັບປຸງສາຍພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ອາ​ເມ​ລິ​ກາ ແລະ ຈີນ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ສຽງ​ເວົ້າ​ລວມ - ảnh 1ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ໃນການພົບປະກັບເຈົ້າໜ້າທີ່ ຈີນ ໃນວັນທີ 26 ກໍລະກົດ (ພາບ: Reuters)

ການຢ້ຽມຢາມນະຄອນ ທ່ຽນສິນ ຂອງທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman  ແມ່ນການຢ້ຽມຢາມທຳອິດຂອງເຈົ້າໜ້າທີ່ຂັ້ນສູງ ອາເມລິກາ ເດີນທາງໄປຍັງປະເທດ ຈີນ ນັບແຕ່ເມື່ອທ່ານ Joe Biden ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ ເມື່ອເດືອນ ມັງກອນ ປີ 2021. ສິ່ງທີ່ໜ້າສົນໃຈກວ່າ ນັ້ນແມ່ນ, ການຢ້ຽມຢາມຖືກດຳເນີນໃນສະພາບການທີ່ສາຍພົວພັນລະຫວ່າງ ອາເມລິກາ - ຈີນ ພວມມີຄວາມເຄັ່ງຕຶງຢ່າງແຮງໃນເກືອບທຸກຂົງເຂດ, ນັບທັງຂົງເຂດການຕ່າງປະເທດຕະຫຼອດຮອດຂົງເຂດວິທະຍາສາດເຕັກໂນໂລຢີ, ໃນນັ້ນ ແຮງທີ່ສຸດແມ່ນໃນຂົງເຂດການຄ້າ. ເພາະສະນັ້ນ, ມີຫຼາຍຄົນຫວັງວ່າ ການຢ້ຽມຢາມຄັ້ງນີ້ ຈະຊ່ວຍແກ້ໄຂໄດ້ສະພາບການພົວພັນ ທີ່ໄດ້ຮັບຖືວ່າ “ພວມຢູ່ໃນລະດັບຕ່ຳທີ່ສຸດໃນຫຼາຍທົດສະວັດຜ່ານມາ” ລະຫວ່າງສອງປະເທດ. ເຖິງຢ່າງໃດກໍຕາມ, ສະພາບຕົວຈິງສະແດງໃຫ້ເຫັນວ່າ, ສອງປະເທດ ຍັງບໍ່ທັນຊອກຫາສຽງເວົ້າລວມໄດ້ໃນຫຼາຍບັນຫາໄດ້ເທື່ອ.

ຍັງບໍ່ທັນຊອກຫາສຽງເວົ້າລວມໄດ້

ເຫດການຈຸດສຸມໃນການຢ້ຽມຢາມຂອງທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman  ແມ່ນການພົບປະເຈລະຈາສະເພາະ 2 ຄັ້ງ ກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ເຊຍເຜິງ. ແຕ່ວ່າ, ກໍຄ້າຍຄືກັນກັບສະພາບການໃນການເຈລະຈາຂັ້ນສູງ ອາເມລິກາ - ຈີນ ຢູ່ Alaska  (ອາເມລິກາ) ທີ່ຈັດຂຶ້ນເມື່ອເດືອນ ມີນາ ຜ່ານມາ, ການພົບປະຄັ້ງຕ່າງໆຢູ່ ນະຄອນ ທ່ຽນສິນ ກໍສືບຕໍ່ດຳເນີນໄປໃນບັນຍາກາດທີ່ປົກຄຸມໄປດ້ວຍຄວາມເຄັ່ງຕຶງ.

ພາຍຫຼັງການພົບປະເຈລະຈາຄັ້ງຕ່າງໆ, ວົງການສື່ມວນຊົນ ຈີນ ໄດ້ຄັດສະເໜີຄຳຖະແຫຼງຈຳນວນໜຶ່ງຂອງທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ແລະ ທ່ານຮອງລັດຖະມົນຕີ ເຊຍເຜິງ ດ້ວຍເນື້ອໃນຕຳໜິຕິຕຽນ ອາເມລິກາ ຢ່າງແຮງ. ລະອຽດແມ່ນ ວົງການເຈົ້າໜ້າທີ່ຂອງ ຈີນ ໄດ້ເນັ້ນໜັກເຖິງສາຍພົວພັນທີ່ນັບມື້ນັບປີ້ນກັນ ລະຫວ່າງສອງປະເທດມະຫາອຳນາດ, ກ່າວຫາ ອາເມລິກາ ດຳເນີນ “ການທູດແບບບັງຄັບ” ແລະ ກ່າວເຕືອນ ອາເມລິກາ ຕ້ອງຢຸດຕິການແຊກແຊງເຂົ້າບັນດາບັນຫາຄື ໄຕ້ຫວັນ, ຊິນຈຽງ.  ປັກກິ່ງ ກໍໄດ້ຍົກອອກ 2 ບັນຊີບັນດາການກະທຳ ເຊິ່ງ ວໍຊິງຕັນ ຄວນປະຕິບັດ, ລວມທັງການຍົກເລີກບັນດາມາດຕະການລົງໂທດ ສຳລັບເຈົ້າໜ້າທີ່ ຈີນ, ຍົກເລີກຄຳສັ່ງຫ້າມອອກວິຊາສຳລັບນັກສຶກສາ, ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ບັນດານັກຂ່າວ ຈີນ ທີ່ພວມປະຕິບັດງານຢູ່ ອາເມລິກາ ແລະ ເປີດສະຖາບັນ ຂົງຈື້ ແຫ່ງຕ່າງໆຄືນໃໝ່.

ອາ​ເມ​ລິ​ກາ ແລະ ຈີນ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ສຽງ​ເວົ້າ​ລວມ - ảnh 2ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman  ພົບປະທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: Politico)
ສ່ວນທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານນາງຮອງລັດຖະມົນຕີການຕ່າງປະເທດ Sherman ໄດ້ຍົກອອກບາງບັນຫາກ່ຽວຂ້ອງເຖິງສິດທິມະນຸດ ເຊິ່ງລວມມີ ຮົ່ງກົງ, ຊິນຈຽງ, ທິເບດ, ພ້ອມທັງສະແດງຄວາມວິຕົກກັງວົນ ຕໍ່ປະຕິກິລິຍາຂອງ ປັກກິ່ງ ໃນບັນຫາເຄືອຂ່າຍອິນເຕີເນັດ, ຢູ່ຊ່ອງແຄບທະເລໄຕ້ຫວັນ, ຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ. ນອກຈາກນັ້ນ, ຝ່າຍ ອາເມລິກາ ກໍໄດ້ເຕື້ອງເຖິງການສືບສວນຂອງອົງການອະນາໄມໂລກ (WHO) ກ່ຽວກັບບັນຫາທີ່ມາຂອງໂລກລະບາດໂຄວິດ - 19 ເຊິ່ງ ຈີນ ສືບຕໍ່ຮັກສາທັດສະນະຄັດຄ້ານ.

ບໍ່ພຽງແຕ່ເທົ່ານັ້ນ, ຄວາມແຕກຕ່າງກັນກ່ຽວກັບທັດສະນະ ຍັງໄດ້ສະແດງອອກຢູ່ເລື່ອງ ສອງຝ່າຍຮັບຮູ້ແບບວິທີການຈັດຕັ້ງການພົບປະເຈລະຈາຄັ້ງຕ່າງໆ. ລະອຽດ, ປັກກິ່ງ ຖືເປັນສຳຄັນການໂອ້ລົມເຈລະຈາກັບຄູ່ຕຳແໜ່ງ ລະຫວ່າງທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman   ກັບທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ ເຊຍເຜິງ. ໃນຂະນະນັ້ນ, ວໍຊິງຕັນ ພັດເນັ້ນໜັກເຖິງຄວາມສຳຄັນຂອງການພົບປະລະຫວ່າງທ່ານນາງ Wendy Sherman   ແລະ ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ.

ຕາມວົງການນັກໄຈ້ແຍກແລ້ວ, ບັນດາຄວາມແຕກໂຕນນັບແຕ່ວິທີການສຳຜັດ ກ່ຽວກັບຮູບແບບຕະຫຼອດຮອດເນື້ອໃນປຶກສາຫາລືໃນການພົບປະຄັ້ງຕ່າງໆ ກໍຊີ້ໃຫ້ເຫັນວ່າ ການຊອກໄດ້ສຽງເວົ້າລວມລະຫວ່າງສອງຝ່າຍ ຍັງມີໄລຍະຫ່າງຫຼາຍສົມຄວນ. ເຖິງຢ່າງໃດກໍຕາມ, ສິ່ງເຫຼົ່ານັ້ນ ກໍບໍ່ໝາຍຄວາມວ່າ ໂອກາດເພື່ອປັບປຸງການພົວພັນລະຫວ່າງສອງປະເທດ ຈະບໍ່ມີເລີຍ.

ຖືການເຈລະຈາເປັນສຳຄັນ

ເຖິງວ່າໄດ້ສະແດງທັດສະນະແຂງກະດ້າງຕໍ່ກັນກໍ່ຕາມ, ແຕ່ທັງ ອາເມລິກາ ແລະ ຈີນ ກໍຍັງນໍາໃຊ້ບັນດາຖ້ອຍທຳນອງທີ່ຊີ້ໃຫ້ເຫັນວ່າ “ສອງຝ່າຍ ຍັງມີຄວາມສາມາດ ແລະ ມີຄວາມຕ້ອງການຢາກໂອ້ລົມເຈລະຈານຳກັນ”.

ສຳລັບຝ່າຍ ອາເມລິກາ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ສະແດງຄຳເຫັນວ່າ: ເຈົ້າໜ້າທີ່ສອງປະເທດ ໄດ້ປຶກສາຫາລືວິທີວາງອອກມາດຕາຕ່າງໆເພື່ອຮັກສາສາຍພົວພັນ ອາເມລິກາ - ຈີນ ຢ່າງມີຄວາມຮັບຜິດຊອບ. ໃນນັ້ນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman   ຊີ້ແຈ້ງວ່າ ອາເມລິກາ ຊົມເຊີຍຕໍ່ການແກ້ງແຍ້ງຢ່າງຂ້ຽວຂາດລະຫວ່າງສອງປະເທດ, ແຕ່ບໍ່ຊອກຫາການປະທະກັນກັບ ຈີນ. ພິເສດ, ທ່ານນາງ Wendy Sherman   ຖືວ່າ ການພົວພັນລະຫວ່າງ ອາເມລິກາ - ຈີນ ແມ່ນການພົວພັນສອງຝ່າຍທີ່ມີຄວາມສຳຄັນທີ່ສຸດໃນໂລກ, ສະນັ້ນ, ອາເມລິກາ ພ້ອມແລ້ວທີ່ຈະສືບຕໍ່ດຳເນີນການພົບປະ ກໍຄືການໂອ້ລົມເຈລະຈາຄັ້ງຕ່າງໆ ບົນເນື້ອໃນຈິດໃຈເປີດອົກເປີດໃຈ ແລະ ກົງໄປກົງມາກັບ ຈີນ. ການເດີນທາງມາຢ້ຽມຢາມ ຈີນ ຂອງທ່ານນາງ Wendy Sherman ໃນຄັ້ງນີ້ ກໍອາດຖືວ່າ ນີ້ແມ່ນສານອັນໜຶ່ງຂອງຄວາມຕ້ອງການໃນການໂອ້ລົມເຈລະຈາຂອງ ອາເມລິກາ.

ສ່ວນຝ່າຍຈີນ, ຕາມສຳນັກຂ່າວສານ ຊິນຮວາ ແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານນາງຮອງລັດຖະມົນຕີ ການຕ່າງປະເທດ ອາເມລິກາ  ແມ່ນສ່ວນໜຶ່ງຂອງການພົບປະ ແລະ ການໂອ້ລົມເຈລະຈາຄັ້ງຕ່າງໆລະຫວ່າງສອງຝ່າຍ, ພ້ອມທັງເນັ້ນໜັກວ່າ ສອງຝ່າຍຄວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ລົບລ້າງຄວາມເຂົ້າໃຈຜິດ ໂດຍຜ່ານການຈັດການເຈລະຈາຢ່ຽງຕໍ່ເນື່ອງ. ຍິ່ງກວ່ານັ້ນ, ເລື່ອງທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ ເຊຍເຜິງ ໄດ້ພ້ອມກັນຕ້ອນຮັບ ແລະ ເຈລະຈາກັບທ່ານນາງຮອງລັດຖະມົນຕີ Wendy Sherman, ກໍເປັນສ່ວນໃດສ່ວນໜຶ່ງ ທີ່ສະແດງໃຫ້ເຫັນເຖິງວ່າ ປັກກິ່ງ ໄດ້ຖືການໂອ້ລົມເຈລະຈາກັບ ອາເມລິກາ ເປັນສຳຄັນ.

ດັ່ງນັ້ນ, ອາດເຫັນໄດ້ວ່າ ນັບທັງ ອາເມລິກາ ແລະ ຈີນ ຍັງຄົງຖືເປັນສຳຄັນ ແລະ ມີຄວາມຕ້ອງການຢາກໂອ້ລົມເຈລະຈາກັບຄູ່ແຂ່ງ ແລະ ພວມມານະພະຍາຍາມຊອກຫາສຽງເວົ້າລວມ. ນີ້ກໍແມ່ນພື້ນຖານອັນສຳຄັນເພື່ອເຊື່ອໝັ້ນວ່າ ການພົວພັນ ລະຫວ່າງ ອາເມລິກາ - ຈີນ ຍັງສາມາດໄດ້ຮັບການປັບປຸງໃນໄລຍະຈະມາເຖິງ, ເຖິງວ່າຂອບເຂດ, ລະດັບ ແລະ ຄວາມຄືບໜ້າ ແມ່ນຍັງຂຶ້ນກັບຫຼາຍປັດໄຈ ແລະ ກໍຍາກທີ່ຈະຄາດຄະເນລ່ວງໜ້າໄດ້./.

ຕອບກັບ