ອາ​ເມ​ລິ​ກາ ​ແລະ WTO: ຂໍ້​ຕິດ​ຂັດ​ທີ່​ຍັງ​ບໍ່​ທັນ​​​ແກ້​ໄຂໄດ້

Hong Van
Chia sẻ
(VOVWORLD) -   ເລື່ອງ ອາເມລິກາ ຖອນຕົວອອກຈາກອົງການການຄ້າໂລກ (WTO) ທ່ານປະທານາທິບໍດີ Donald Trump ໄດ້ຍົກອອກມາຢໍ້າຄືນອີກຄັ້ງໜຶ່ງ ເມື່ອກ່າວຄໍາເຫັນທີ່ບັ້ນຫາສຽງເລືອກຕັ້ງຢູ່ລັດ Pensylvania ໃນວັນທີ 13 ສິງຫາ ຜ່ານມາ. ນີ້ບໍ່ພຽງແຕ່ແມ່ນຄັ້ງທໍາອິດ ທີ່ຜູ້ນໍາໜ້າທໍານຽບຂາວ ໄດ້ຖະແຫຼງຄືດັ່ງກ່າວ ແຕ່ໃນສະພາບການທີ່ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍັງບໍ່ທັນກັບຄືນສູ່ສະພາບເປັນປົກກະຕິ, ການຂັດແຍ້ງໃນການພົວພັນດ້ານການຄ້າ ລະຫວ່າງ ຍີ່ປຸ່ນ - ສ. ເກົາຫຼີ ຍັງບໍ່ມີທິດທາງແກ້ໄຂເທື່ອ ຖະແຫຼງການຂອງທ່ານ Donald Trump ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນ.

ເລື່ອງທ່ານ Donald Trump ນາບຂູ່ວ່າ ອາເມລິກາ ຈະຖອນຕົວອອກຈາກອົງການ WTO ແມ່ນເຄີຍໄດ້ຖະແຫຼງ ພາຍຫຼັງຂຶ້ນກໍາອໍານາດແຕ່ຕົ້ນປີ 2017 ໃນທັນທີ. ໃນຂະນະນັ້ນ, ຜູ້ນໍາໜ້າທໍານຽບຂາວ ໄດ້ສະແດງໃຫ້ເຫັນຄວາມຜິດຫວັງຕໍ່ອົງການ WTO - ເຊິ່ງເປັນອົງການວາງອອກມາດຕະການ ແລະ ຫຼັກການຕ່າງໆ ທີ່ມີຜົນສະທ້ອນເຖິງບັນດາສັນຍາການຄ້າສາກົນ ແລະ ໄດ້ຮັບຖືວ່າ ແມ່ນຄົນກາງໄກ່ເກ່ຍບັນດາການຂັດແຍ້ງດ້ານການຄ້າ. ໃນໄລຍະທີ່ຍັງເປັນຜູ້ອອກສະໝັກເລືອກຕັ້ງເປັນປະທານາທິບໍດີ, ທ່ານ Donald Trump ກໍໄດ້ອອກສຽງຕໍາໜິຕິຕຽນ WTO ວ່າ ແມ່ນ “ໄພພິບັດ”, ໂດຍຖືວ່າ ອາເມລິກາ ຖືກການປະພຶດຕໍ່ຢ່່າງບໍ່ຍຸຕິທໍາ” ໃນບັນດາການຂັດແຍ້ງດ້ານການຄ້າ ຢູ່ WTO.

ອາ​ເມ​ລິ​ກາ ​ແລະ WTO: ຂໍ້​ຕິດ​ຂັດ​ທີ່​ຍັງ​ບໍ່​ທັນ​​​ແກ້​ໄຂໄດ້ - ảnh 1  (ພາບປະກອບ: TTXVN)

ສາເຫດຕົ້ນຕໍ

        ການນໍາ ອາເມລິກາ ເນັ້ນໜັກວ່າ ອາເມລິກາ ຈະບໍ່ຕ້ອງການອົງການການຄ້າໂລກ ຖ້າຫາກວ່າ ອົງການດັ່ງກ່າວບໍ່ແກ້ໄຂບັນດາຊ່ອງຫວ່າງດ້ານນິຕິກໍາ ທີ່ເຮັດໃຫ້ບາງປະເທດ ໄດ້ຮັບຜົນປະໂຫຍດໃດໜຶ່ງ. ຕາມທ່ານປະທານາທິບໍດີ Donald Trump ແລ້ວ, ປະເທດຮັ່ງມີຈໍານວນໜຶ່ງໃນໂລກພວມໄດ້ຮັບຖືວ່າ ແມ່ນ “ບັນດາປະເທດພັດທະນາ” ແລະໄດ້ຮັບຜົນປະໂຫຍດຈາກບັນດານະໂຍບາຍຂອງອົງການການຄ້າໂລກ. ບັນດາຜົນປະໂຫຍດນັ້ນ ລວມມີເລື່ອງ ໄດ້ຮັບທ່າໄດ້ປຽບກ່ຽວກັບລະບຽບການແກ້ໄຂການຂັດແຍ້ງກັນ, ຫຼຸດຜ່ອນອັດຕາພາສີໃຫ້ຢູ່ໃນລະດັບຕໍໍ່າກວ່າ ແລະ ຄວາມອາດສາມາດຮັກສາການໜູນຊ່ວຍສົ່ງອອກ ກໍຄືຍົກອອກບັນດາຄໍາໝັ້ນສັນຍາອ່ອນແອກວ່າໃນການເຈລະຈາ. ຍິ່ງໄປກວ່ານັ້ນ, ບັນດາຂໍ້ກໍານົດຂອງ WTO ໄດ້ ກໍ່ຄວາມຫຍຸ້ງຍາກຕໍ່ ອາເມລິກາ ໃນຫຼາຍປີຜ່ານມາ ແລະ ສິ່ງດັ່ງກ່າວ ຈະບໍ່ເກີດຂຶ້ນອີກ. ຕາມທ່ານ Donald Trump ແລ້ວ, WTO ຖືກສ້າງຕັ້ງຂຶ້ນເພື່ອນໍາມາເຊິ່ງຜົນປະໂຫຍດໃຫ້ທຸກປະເທດທັງໝົດ ເວັ້ນເສຍແຕ່ ອາເມລິກາ, ແລະ ເກືອບຄືວ່າ ວໍຊີງຕັນ ປະລາໄຊທຸກຄັ້ງ ເມື່ອມີການຮ້ອງຟ້ອງ ຢູ່ອົງການການຄ້ານີ້.

        ໃນຂະນະທີ່ຮຽກຮ້ອງໃຫ້ປະຕິຮູບບັນດາຂໍ້ກໍານົດຂອງ WTO, ເລື່ອງ ອາເມລິກາ ບໍ່ແຕ່ງຕັ້ງບັນດາຜູ້ພິພາກສາຄົນໃໝ່ໃຫ້ຄະນະພິພາກສາ ທີ່ຂຶ້ນກັບອົງການແກ້ໄຂຂໍ້ຂັດແຍ່ງ ເປັນກໍາມະການໃນການແກ້ໄຂຂັດແຍ້ງຕ່າງໆ ໄດ້ເຮັດໃຫ້ລະບົບດັ່ງກ່າວ ອາດຈະມີໜ້າຄວາມສ່ຽງຖືກຢຸດຕິການເຄື່ອນໄຫວໃນທ້າຍປີນີ້.

ເຖິງຢ່າງໃດກໍຕາມ, ຕາມວົງການນັກສັງເກດການແລ້ວ,  ເຫດຜົນແທ້ຈິງເຮັດໃຫ້ ປະທານາທິບໍດີອາເມລິກາ D. Trump ບໍ່ສະຫນິດສະຫນົມກັບອົງການການຄ້າໂລກຍ້ອນຍາມໃດທ່ານກໍ່ສຸດຈິດສຸດໃຈກັບລັດທິອາລັກຂາການຄ້າແລະຍາມໃດກໍ່ຖືວ່າລັດທິອາລັກຂາການຄ້າຈຶ່ງນຳມາເຊິ່ງຜົນປະໂຫຍດໃຫ້ປະເທດອາເມລິກາຫາກບໍ່ແມ່ນການຄ້າເສລີ. ທັດສະນະ ແລະ ຄວາມຮັບຮູ້ນີ້ແມ່ນໄປຝືນກັບຄະຕິທຳແລະຈຸດປະສົງການເຄື່ອນໄຫວຂອງອົງການການຄ້າໂລກ (WTO). ເຂົ້າຮ່ວມ WTO, ອາເມລິກາຕ້ອງປະຕິບັດຕາມບັນດາຫລັກການລວມຂອງອົງການນີ້ ໝາຍຄວາມວ່າອາເມລິກາ ບໍ່ໄດ້ກໍ່ຄວາມເສຍຫາຍເຖິງຜົນປະໂຫຍດຂອງບັນດາປະເທດສະມາຊິກອື່ນແລະບັນດາປະເທດສະມາຊິກຂອງອົງການນີ້ ອາດຈະນຳໃຊ້ບັນດາຫລັກການຂອງ WTO ເພື່ອຕ້ານຄືນ ອາເມລິກາ.

ຜົນຮ້າຍຕາມມາ

ຕາມວົງການນັກສັງເກດການແລ້ວ,  ໃນຖານະແມ່ນພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນໂລກ, ເປັນທີ່ຈະແຈ້ງແລ້ວວ່າອາເມລິກາສວມບົດບາດຫລັກແຫລ່ງສຳລັບການຄົງຕົວຂອງ WTO, ອາເມລິກາອາດຈະຂຶ້ນອັດຕາພາສີຕາມລຳພັງແລະບັງຄັບໃຫ້ບັນດາປະເທດອື່ນຕ້ອງມີມາດຕະການໂຕ້ຕອບຄືນ. ຜົນຕາມມາແມ່ນວິກິດການທົ່ວໂລກອາດຈະເກີດຂຶ້ນ. ນອກນັ້ນ ອາເມລິກາອາດຈະຖອນອອກຈາກ WTO ແລະກໍ່ຄວາມກົດດັນຕໍ່ກັບບັນດາປະເທດອື່ນກໍ່ຄືການກະທຳຄ້າຍຄືກັນຫລືບໍ່ເຄົາລົບບັນດາຫລັກການຂອງອົງການນີ້.

ສຳລັບອາເມລິກາ, ເມື່ອບໍ່ແມ່ນສະມາຊິກຂອງ WTO ແລ້ວ ເວລານັ້ນພື້ນຖານເສດຖະກິດແຖວຫນ້າຂອງໂລກ, ລວມທັງບັນດາບໍລິສັດພາຍໃນປະເທດຈະປະເຊີນຫນ້າກັບຫລາຍສິ່ງທີ່ໄຮ້ປະໂຫຍດ. ໃນກໍລະນີນີ້, ບັນດາປະເທດສະມາຊິກອື່ນຂອງ WTO ອາດຈະຂຶ້ນອັດຕາພາສີນຳເຂົ້າສຳລັບສິນຄ້າຂອງອາເມລິກາ, ຈັດວາງບັນດາຄຳຮຽກຮ້ອງຊື່ງເຮັດໃຫ້ບັນດາບໍລິສັດນີ້ຍາກທີ່ຈະແກ້ງແຍ້ງຢູ່ຕະຫລາດທົ່ວໂລກໄດ້. ນອກນັ້ນອາເມລິກາ ຈະບໍ່ມີຄວາມສາມາດແກ້ໄຂບັນດາການກະທຳດ້ານການຄ້າບໍ່ສະເຫມີພາບໂດຍອີງໃສ່ລະບົບແກ້ໄຂຄວາມຂັດແຍ້ງຂອງ WTO. ຕາມທ່ານ Rufus Yerxa, ອະດີດຮອງຜູ້ອຳນວຍການໃຫຍ່ WTO ແລ້ວ, ອາເມລິກາຈະຖືກຕົກຢູ່ໂດດດ່ຽວໃນພື້ນຖານເສດຖະກິດໂລກຖ້າຖອນອອກຈາກ WTO.

ໂດຍໄດ້ຮັບຖືວ່າແມ່ນ “ສະຫະປະຊາຊາດ” ກ່ຽວກັບດ້ານການຄ້າທົ່ວໂລກ, WTO ໄດ້ຮັບການສ້າງຕັ້ງຂຶ້ື້ນເມື່ອປີ 1995, ດ້ວຍພາລະກຳແມ່ນສ້າງເງື່ອນໄຂສະດວກໃຫ້ການຄ້າມີຄວາມເສລີແລະຄວາມຍຸຕິທຳ. ເພາະສະນັ້ນການກະທຳແຂງກະດ້າງຂອງປະທານາທິບໍດີ ອາເມລິກາຊີ້ໃຫ້ເຫັນວ່າ ວໍຊີງຕັນ ນັບມື້ນັບປັບປຸງນະໂຍບາຍອາລັກຂາການຄ້າ.ນັ້ນກໍ່ແມ່ນສິ່ງທ້າທາຍວາງອອກສຳລັບ WTO ເອງຖ້າ ອົງການນີ້ ຢາກຮັກສາບົດບາດແລະ ກຳລັງແຮງຂອງຕົນໃນການພົວພັນດ້ານການຄ້າທົ່ວໂລກ.

ຕອບກັບ