ອາ​ເມ​ລິ​ກາ ຕັດ​ສິນ​ຖອນ​ຕົວ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ: ຄວາມ​ຫວັງ​ຕໍ່​ອະ​ນາ​ຄົດ​ທີ່​ມີ​ສັນ​ຕິ​ພາບ

Anh Huyen
Chia sẻ
(VOVWORLD) -ວັນທີ 14 ເມສາ, ທ່ານປະທານາທິບໍດີ ອາເມລິກາ Joe Biden  ໄດ້ປະກາດແຜນການຖອນກຳລັງທະຫານອອກຈາກ ອາບການິດສະຖານ ກ່ອນວັນທີ 11 ກັນຍາ 2021 ຢ່າງເປັນທາງການ. ຫຼັງຈາກນັ້ນ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ແລະ ບັນດາພັນທະມິດຂອງ ອາເມລິກາ ກໍປະກາດວ່າ ຈະມີແຜນການຢຸດຕິພາລະກຳໜູນຊ່ວຍຮັກສາຄວາມໝັ້ນຄົງສາກົນຢູ່ປະເທດ ອາຊີໃຕ້ ນີ້ໂດຍໄວ. ການຕັດສິນດັ່ງກ່າວ ຈະນຳມາເຊິ່ງສັນຕິພາບຢ່າງແທ້ຈິງໃຫ້ແກ່ ອາບການິດສະຖານຫຼືບໍ ແມ່ນສິ່ງທີ່ຫາງສຽງຍັງມີຄວາມລະແວງສົງໄສຢູ່.
ອາ​ເມ​ລິ​ກາ ຕັດ​ສິນ​ຖອນ​ຕົວ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ: ຄວາມ​ຫວັງ​ຕໍ່​ອະ​ນາ​ຄົດ​ທີ່​ມີ​ສັນ​ຕິ​ພາບ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Getty Images)

ແຜນການຖອນກຳລັງທະຫານອອກຈາກ ອາບການິດສະຖານ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ຫາກໍໄດ້ຍົກອອກມານັ້ນ ຈະສິ້ນສຸດສົງຄາມທີ່ແກ່ຍາວທີ່ສຸດຂອງ ອາເມລິກາ (ແຕ່ວັນທີ 11 ກັນຍາ 2001 ຫາວັນທີ 11 ກັນຍາ 2021), ເຊິ່ງໄດ້ເຮັດໃຫ້ພົນທະຫານປະມານ 2.400 ຄົນ ເສຍຊີວິດ ແລະ ຄາດວ່າ ໄດ້ກໍ່ຜົນເສຍຫາຍຂຶ້ນເຖິງ ປະມານ 2.000 ຕື້ USD.

ໃນວັນດຽວກັນ, ທ່ານເລຂານຸການໃຫຍ່ NATO Jens Stoltenberg ກໍຢັ້ນຢືນວ່າ NATO ຈະຖອນພົນທະຫານທັງໝົດເກືອບ 7.000 ຄົນ ທີ່ພວມປະຈຳຢູ່ ອາບການິດສະຖານ ອອກຈາກປະເທດນີ້ ເຊິ່ງຈະເລີ່ມແຕ່ວັນທີ 1 ພຶດສະພາ ແລະ ຈະສິ້ນສຸດພາຍໃນສອງ - ສາມເດືອນ. ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຂອງ 30 ປະເທດສະມາຊິກ NATO ກໍເຫັນດີເປັນເອກະພາບວ່າ ຈະຖອນກຳລັງທະຫານທັງໝົດອອກຈາກ ອາບການິດສະຖານ ຕາມແຜນການ ເຊິ່ງ ອາເມລິກາ ໄດ້ປະກາດມາ.

ບາດລ້ຽວສຳລັບສົງຄາມຢູ່ ອາບການິດສະຖານ

ການຕັດສິນຖອນກຳລັງທະຫານອອກຈາກ ອາບການິດສະຖານ ບໍ່ແມ່ນເລື່ອງທີ່ປະຫຼາດໃຈປານໃດ ໃນຂະນະທີ່ປະທານາທິບໍດີລຸ້ນຕ່າງໆຂອງ ອາເມລິກາ ເຄີຍປະກາດຈະຢຸດຕິສົງຄາມທີ່ຍືດເຍື້ອໃນຕະຫຼອດ 20 ປີຜ່ານມາ ໂດຍໄວ. ໃນຖະແຫຼງການຫຼ້າສຸດ, ທ່ານປະທານາທິບໍດີ ອາບການິດສະຖານ  Ashraf Ghani ໃຫ້ຮູ້ວ່າ ປະເທດນີ້ ເຄົາລົບການຕັດສິນຂອງ ອາເມລິກາ ແລະ ຈະເຮັດວຽກກັບບັນດາຄູ່ຮ່ວມມືເພື່ອຮັບປະກັນໃຫ້ແກ່ການມອບ-ຮັບໃຫ້ສະດວກດີ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ກຳລັງປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບຂອງ ອາບການິດສະຖານ ມີກຳລັງຢ່າງພຽງພໍ ເພື່ອປົກປ້ອງປະຊາຊົນ ແລະ ປະເທດຊາດ.

ອາ​ເມ​ລິ​ກາ ຕັດ​ສິນ​ຖອນ​ຕົວ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ: ຄວາມ​ຫວັງ​ຕໍ່​ອະ​ນາ​ຄົດ​ທີ່​ມີ​ສັນ​ຕິ​ພາບ - ảnh 2ທະຫານອາເມລິກາ ຢູ່ອາບການິດສະຖານ (ພາບ: Reuters)

ໃນຂະນະນັ້ນ, ທ່ານເລຂານຸການໃຫຍ່ NATO Jens Stoltenberg ຢັ້ງຢືນວ່າ ເລື່ອງ NATO ຖອນກຳລັງທະຫານນັ້ນ ບໍ່ແມ່ນວ່າຈະຢຸດຕິການພົວພັນກັບ ອາບການິດສະຖານ, ຫາກແມ່ນການເປີດສາກໃຫ້ແກ່ສັງກາດໃໝ່ຂອງການພົວພັນ. NATO ແລະ ບັນດາຄູ່ຮ່ວມມື ຈະສືບຕໍ່ຮຽງບາຮຽງໄລ່ກັບປະຊາຊົນ ອາບການິດສະຖານ ເພື່ອສ້າງອະນາຄົດທີ່ຍືນຍົງໃຫ້ແກ່ຕົນເອງ. ອັງກິດ ໃຫ້ຮູ້ວ່າ ຈະສືບຕໍ່ໜູນຊ່ວຍການຕ້ານການກໍ່ການຮ້າຍ ເພື່ອປົກປ້ອງບັນດາຜົນງານທີ່ບັນລຸໄດ້ໃນ 20 ປີຜ່ານມາ.

ຫຼາຍປະເທດ ໄດ້ສະແດງທັດສະນະຊົມເຊີຍຕໍ່ການຕັດສິນດັ່ງກ່າວ ໂດຍຖືວ່າ ນີ້ແມ່ນບາດລ້ຽວສຳລັບສົງຄາມຢູ່ ອາບການິດສະຖານ. ເຖິງຢ່າງໃດກໍຕາມ, ແຜນການດັ່ງກ່າວ ຍັງມີບັນດາປະຕິກິລິຍາທີ່ກົງກັນຂ້າມ ນັບທັງຢູ່ປະເທດ ອາເມລິກາ ເອງ. ມີຫຼາຍຄົນຖືວ່າ ອາເມລິກາ ຈະ “ເສຍຫາຍ” ໃນການຕິດຕາມກວດກາ ແລະ ສະກັດກັ້ນບັນດາໄພນາບຂູ່ສຳລັບປະເທດ ອາເມລິກາ.

ໃນຂະນະນັ້ນ, ຫຼາຍຄົນມີຄວາມວິຕົກກັງວົນຕໍ່ ອະນາຄົດຂອງ ອາບການິດສະຖານ ເພາະວ່າ ມາຮອດປັດຈຸບັນ, ລັດຖະບານຂອງ ທ່ານປະທານາທິບໍດີ Ashraf Ghani ໄດ້ຮັບຖືວ່າ ຍັງບໍ່ທັນມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອປົກຄອງປະເທດຊາດ. ໄປຄຽງຄູ່ກັນນັ້ນ, ບັນດາການເຈລະຈາສັນຕິພາບ ລະຫວ່າງ ລັດຖະບານ ກັບກຳລັງ ຕາລີບານ ແລະ ບັນດາກຸ່ມປະກອບອາວຸດອື່ນໆ ຍັງບໍ່ທັນບັນລຸໄດ້ຜົນງານທີ່ຕັ້ງໜ້າເທື່ອ. ເພາະສະນັ້ນ, ຂໍ້ຕົກລົງສັນຕິພາບໃນອະນາຄົດອັນໃກ້ໆນີ້ ແມ່ນຍາກທີ່ຈະບັນລຸໄດ້ ແລະ ສົງຄາມຕ້ານຄືນກຳລັງປະກອບອາວຸດຫົວຮຸນແຮງຢູ່ປະເທດນີ້ ຍັງຄົງຈະສືບຕໍ່ແກ່ຍາວ.

ບັນດາການເຈລະຈາສັນຕິພາບຍັງບໍ່ທັນບັນລຸໝາກຜົນທີ່ຕັ້ງໜ້າ

ວິວັດການສ້າງສັນຕິພາບ ຢູ່ອາບການິດສະຖານ ໄດ້ຕົກເຂົ້າສູ່ສະພາບຈົນຕາເຈ ພາຍຫຼັງທີ່ການເຈລະຈາສັນຕິພາບຄັ້ງຕ່າງໆລະຫວ່າງ ລັດຖະບານ ອາບການິດສະຖານ ແລະ ກຳລັງ ຕາລີບານ ຢູ່ນະຄອນຫຼວງ ໂດຮາ ຂອງ ກາຕາ ຖືກຢຸດສະງັກ. ອາເມລິກາ ໄດ້ວາງແຜນນະໂຍບາຍຊຸກຍູ້ດຳເນີນບັນດາການເຈລະຈາສັນຕິພາບ ລະຫວ່າງ ລັດຖະບານ ອາບການິດສະຖານ ແລະ ຕາລີບານ ກ່ອນຈຸດເວລາທີ່ຈຳນວນພົນທະຫານ 2.500 ຄົນ ທີ່ຍັງເຫຼືອຂອງກອງທັບປະເທດນີ້ ຕ້ອງຖອນອອກຈາກ ອາບການິດສະຖານ. ວໍຊິງຕັນ ຢາກໃຫ້ລັດຖະບານ ອາບການິດສະຖານ ແລະ ຕາລີບານ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການແບ່ງສິດອໍານາດ. ເຖິງຢ່າງໃດກໍຕາມ, ເວລາກຳນົດແມ່ນວັນທີ 1 ພຶດສະພາ ຈະມາເຖິງກໍໃກ້ຈະມາເຖິງແລ້ວ, ແຕ່ເບິ່ງຄືວ່າ ຕາລີບານ ບໍ່ມີສັນຍານຢຸດຕິການໃຊ້ຄວາມຮຸນແຮງຢູ່ ອາບການິດສະຖານ. ໃນການກະທຳຫຼ້າສຸດໃນວັນທີ 13 ເມສາ, ຕາລີບານ ຖະແຫຼງວ່າ ຈະບໍ່ເຂົ້າຮ່ວມກອງປະຊຸມສັນຕິພາບສາກົນ ກ່ຽວກັບອະນາຄົດຂອງ ອາບການິດສະຖານ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ ຕວັກກີ ໃນເດືອນນີ້ ຈົນຮອດເມື່ອບັນດາກຳລັງຕ່າງປະເທດທັງໝົດຖອນຕົວອອກຈາກປະເທດນີ້.

ຕາມບົດລາຍງານຫຼ້າສຸດຂອງ ສປຊ ແລ້ວ, ປັດຈຸບັນ ມີມືປືນກໍ່ການຮ້າຍ al – Qaeda ປະມານ 500 ຄົນ ພວມເຄື່ອນໄຫວ ຢູ່ ອາບການິດສະຖານ ແລະ ກຳລັງ ຕາລີບານ ຍັງຮັກສາສາຍພົວພັນອັນສະໜິດແໜ້ນກັບອົງການດັ່ງກ່າວ. ວົງການນັກສັງເກດການສາກົນ ກໍມີຄວາມວິຕົກກັງວົນ, ຖ້າຫາກວ່າ ການຂັດແຍ້ງລະຫວ່າງ ລັດຖະບານ ອາບການິດສະຖານ ແລະ ກຳລັງ ຕາລີບານ ບໍ່ໄດ້ຮັບແກ້ໄຂ ຈະແມ່ນໂອກາດສະດວກເພື່ອໃຫ້ບັນດາອົງການຫົວຮຸນແຮງຄື al-Qaeda ຫຼື ອົງການອິດສະລາມຫົວຮຸນແຮງ IS ແຊກຊຶມ ແລະ ເຊື່ອມຕໍ່ການເຄື່ອນໄຫວຄືນໃໝ່. ຄວາມສ່ຽງ ອາບການິດສະຖານ ຕົກເຂົ້າສູ່ສະພາບການວຸ້ນວາຍໃໝ່ ພາຍຫຼັງທີ່ ທະຫານ ອາເມລິກາ ແລະ NATO ຖອນຕົວນັ້ນ ແມ່ນມີຄວາມເປັນໄປໄດ້. ຄວາມຫວັງຕໍ່ອະນາຄົດແຫ່ງສັນຕິພາບໃຫ້ແກ່ ອາບການິດສະຖານ ແມ່ນຍັງບອບບາງຫຼາຍ./.

ຕອບກັບ