ຫວຽດນາມ: ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະພາສິດທິມະນຸດ ສະຫະປະຊາຊາດ

Van
Chia sẻ
(VOVWORLD) - ການໄປປະຕິບັດງານເພື່ອແນໃສ່ຢືນຢັນເລື່ອງ ຫວຽດນາມ ສືບຕໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງສະພາສິດທິມະນຸດ  ສະຫະປະຊາຊາດ
ຫວຽດນາມ: ສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະພາສິດທິມະນຸດ ສະຫະປະຊາຊາດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບ: dangcongsan.vn)

ວັນທີ 26 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຂັ້ນສູງ ກອງປະຊຸມປະຈຳປີຄັ້ງທີ 55 ຂອງສະພາສິດທິມະນຸດ ສະຫະປະຊາຊາດ, ຢູ່ ເຊີແນວ, ປະເທດ ສະວິດ ແລະ ຢ້ຽມຢາມ ອຽກລັງ ຢ່າງເປັນທາງການ, ແຕ່ວັນທີ 26 – 29 ກຸມພາ. ການໄປປະຕິບັດງານເພື່ອແນໃສ່ຢືນຢັນເລື່ອງ ຫວຽດນາມ ສືບຕໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງສະພາສິດທິມະນຸດ  ສະຫະປະຊາຊາດ ບົນເນື້ອໃນຈິດໃຈ “ເຄົາລົບ ແລະ ມີຄວາມເຂົ້າອົກເຂົ້າໃຈກັນ, ສົນທະນາ ແລະ ຮ່ວມມື. ສິດທິມະນຸດທັງໝົດ - ເພື່ອທຸກໆຄົນ”.

ວາລະປະຊຸມຂັ້ນສູງກອງປະຊຸມຊຸດທີ 55 ສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ຈັດຂຶ້ນໃນສະພາບການທີ່ໂລກມີການປ່ຽນແປງເລິກເຊິ່ງຫຼາຍຢ່າງ. ເຖິງວ່າ, ສັນຕິພາບ, ການຮ່ວມມື, ພັດທະນາ ຍັງແມ່ນທ່າອ່ຽງໃຫຍ່ ແຕ່ເກີດສິ່ງທ້າທາຍຢ່າງຮ້າຍແຮງ ພາຍຫຼັງສົງຄາມເຢັນ.

ການຮັບປະກັນສິດທິມະນຸດ ຍາມໃດກໍ່ໄດ້ຮັບຄວາມສົນໃຈຂອງບັນດາປະເທດ, ອົງການຈັດຕັ້ງສາກົນ

ວາລະປະຊຸມຂັ້ນສູງຂອງສະພາສິດທິມະນຸດ ສະຫະປະຊາຊາດ (ຈັດຂຶ້ນແຕ່ວັນທີ 26 – 28 ກຸມພາ) ໄດ້ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງການນຳຂັ້ນສູງເກືອບ 140 ທ່ານທີ່ມາຈາກບັນດາປະເທດ, ເຈົ້າໜ້າທີ່ຂັ້ນສູງຂອງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ. ວາລະປະຊຸມແມ່ນການເຄື່ອນໄຫວຈຸດສຸມທີ່ສຸດໃນກອງປະຊຸມສະພາສິດທິມະນຸດ ສະຫະປະຊາຊາດ ຄັ້ງທີ 55 (ຈັດຂຶ້ນໃນ 6 ອາທິດ, ແຕ່ວັນທີ 26 ກຸມພາ ຫາວັນທີ 05 ເມສາ) ດ້ວຍໂຄງການດຳເນີນງານຫຼາຍຢ່າງ ແລະ ເຕັມໄປດ້ວຍຄວາມຄາດຫວັງສູງ.

ວາລະປະຊຸມຂັ້ນສູງນີ້ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາທົ່ວໂລກທີີ່ຮີບດ່ວນ, ຄື: ການຟື້ນຟູພາຍຫຼັງພະຍາດໂຄວິດ - 19, ລະດັບຄວາມຄືບໜ້າການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs), ການຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່.

ກອງປະຊຸມສະພາສິດທິມະນຸດຄັ້ງທີ 55 ມີ 7 ວາລະປຶກສາຫາລືຫົວເລື່ອງສະເພາະ; ພິຈາລະນາ 80 ບົດລາຍງານຫົວເລື່ອງສະເພາະ ແລະ ປຶກສາຫາລື, ສົນທະນາ ດ້ວຍ 40 ລະບຽບການພິເສດ ແລະ ບັນດາກົນໄກສິດທິມະນຸດຂອງສະຫະປະຊາຊາດ ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງສິດທິມະນຸດໃນຫຼາຍຂົງເຂດທີ່ແຕກຕ່າງກັນ.

ຫວຽດນາມ ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມ, ປະກອບສ່ວນດ້ວຍໜ້າທີ່ຄວາມຮັບຜິດຊອບສູງສຸດ

ໂດຍຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ຄຳສັ່ງເລກທີ 25 ຂອງຄະນະເລຂາທິການສູນກາງພັກກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030, ຫວຽດນາມ ສືບຕໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານລວມ, ກຳນົດທິດການເຄື່ອນໄຫວຂອງປະຊາຄົມໂລກ.

ນີ້ແມ່ນປີທີ 2 ທີ່ຫວຽດນາມ ເຂົ້າຮ່ວມວາລະປະຊຸມຂັ້ນສູງ ໃນຖານະເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025. ກ່ອນໜ້ານັ້ນ, ປີ 2023, ຫວຽດນາມ ໄດ້ສ້າງຂີດໝາຍ, ມີຂໍ້ລິເລີ່ມຫຼາຍຂໍ້ທີ່ໄດ້ຮັບຄວາມຊົມເຊີຍ, ສະໜັບສະໜູນຢ່າງແຮງຈາກປະຊາຄົມສາກົນ, ໃນນັ້ນ ພົ້ນເດັ່ນແມ່ນ, ມະຕິກ່ຽວກັບ “ການສະເຫຼີມສະຫຼອງ 75 ປີຖະແຫຼງການສາກົນກ່ຽວກັບສິດທິມະນຸດ ແລະ 30 ປີຖະແຫຼງການ ແລະ ໂຄງການກະທຳ ວຽນ” ແລະ 5 ຂໍ້ລິເລີ່ມພົ້ນເດັ່ນອື່ນຢູ່ທັງ 3 ກອງປະຊຸມປະຈຳປີຂອງສະພາສິດທິມະນຸດກ່ຽວກັບຫຼາຍຫົວຂໍ້ທີ່ແຕກຕ່າງກັນ. ນີ້ແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອໃຫ້ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດ, ຖານະຕຳແໜ່ງເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະພາສິດທິມະນຸດໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ຖືວ່າ:

“ເລື່ອງ ຫວຽດນາມ ມີຂໍ້ລິເລີ່ມ ແລະ ຊຸກຍູ້ການຮັບຮອງເອົາໃນກອງປະຊຸມຄັ້ງທຳອິດ (ຊຸດທີ 52 ປີ 2023), ໃນຖານະເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 2025, ແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດຂອງກະຊວງການຕ່າງປະເທດ, ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດ ກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ກໍຄືບົດບາດເປັນສະມາຊິກທີ່ມີຄວາມຕັ້ງໜ້າເປັນເຈົ້າການ, ມີຄວາມຮັບຜິດຊອບທີ່ສຸດ, ສືບຕໍ່ປະກອບສ່ວນສ້າງທີ່ຕັ້ງໃຫ້ແກ່  ຫວຽດນາມ ໃນການຮ່ວມມືກັບບັນດາປະເທດສະມາຊິກ ແລະ ບໍ່ເປັນສະມາຊິກສະພາຄວາມໝັ້ນຄົງໃນທັງອາຍຸການຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ສິ່ງດັ່ງກ່າວແມ່ນສອດຄ່ອງກັບທິດນຳເຂົ້າຮ່ວມຂອງ ຫວຽດນາມ ຢູ່ສະພາສິດທິມະນຸດ ສະຫະປະຊາຊາດ, ນັ້ນແມ່ນ: “ເຄົາລົບ ແລະ ມີຄວາມເຂົ້າອົກເຂົ້າໃຈກັນ. ສົນທະນາ ແລະ ຮ່ວມມື. ສິດທິມະນຸດທັງໝົດ - ເພື່ອທຸກໆຄົນ”.

ໃນປີ 2024, ຫວຽດນາມ ຈະຜັນຂະຫຍາຍຂໍ້ລິເລີ່ມຮ່ວມມືຈຳນວນໜຶ່ງເພື່ອຊຸກຍູ້ ແລະ ຮັບປະກັນສິດທິມະນຸດ, ໃນນັ້ນຈະເປັນເຈົ້າການສ້າງ ແລະ ເຈລະຈາຮ່າງມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດທີ່ກອງປະຊຸມໃນເດືອນ ມິຖຸນາ… ນອກນັ້ນ, ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມວຽກງານລວມຂອງສະພາສິດທິມະນຸດ, ປຶກສາຫາລື, ປະກອບຄຳເຫັນໃສ່ບັນດາມະຕິຫົວເລື່ອງສະເພາະ ແລະ ມະຕິກ່ຽວກັບສະພາບການຢູ່ບາງປະເທດລະອຽດ.

ບັນດາການປະກອບສ່ວນທີ່ວາລະປະຊຸມຂັ້ນສູງ ກອງປະຊຸມຊຸດທີ 55 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ເວົ້າສະເພາະ ແລະ ບັນດາການເຄື່ອນໄຫວຂອງ ຫວຽດນາມ ເວົ້າລວມ ໃນທັງປີ 2024 ຈະແມ່ນໂອກາດເພື່ອໃຫ້ ຫວຽດນາມ ສ້າງຂີດໝາຍຫຼາຍຢ່າງໃນຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023 – 2025.

ຕອບກັບ