ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2020 ໃຫ້ສຳເລັດ

Chia sẻ
(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 ໄດ້ສະຫງວນເວລາ 3 ວັນ (ແຕ່ວັນທີ 3-5 ພະຈິກ) ເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມປີ 2020, ແຜນການປີ 2021, ເປົ້າໝາຍ ແລະ ບາງໜ້າທີ່, ມາດຕະການພັດທະນາເສດຖະກິດ-ສັງຄົມໄລຍະປີ 2021  2025.

 ປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມປີ 2020, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາໝາກຜົນແຫ່ງການປະຕິບັດເປົ້າໝາຍຄວບຄູ່ຂອງ ຫວຽດນາມ (ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ການພັດທະນາເສດຖະກິດ) ແມ່ນເປັນໜ້າຊື່ນຊົມທີ່ສຸດ. ຄາດວ່າ ລະດັບການເຕີບໂຕເປັນບວກໃນປີ 2020 ແມ່ນຕົວເລກທີ່ເປັນໜ້າປະທັບໃຈ ໃນສະພາບການພິເສດຂອງປີເກີດພະຍາດ ໂຄວິດ -19.

ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2020 ໃຫ້ສຳເລັດ - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 (ພາບ: quochoi.vn)

        ປີ 2020 ແມ່ນປີຫຍຸ້ງຍາກມາກມ່ຍກ່າຍກອງມ ເມື່ອ ຫວຽດນາມ ໄດ້ຮັບຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ-19 ພ້ອມກັບໄພພິບັດທຳມະຊາດທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍ່ຕາມ, ດ້ວຍການຊີ້ນຳຢ່າງທັນການ, ຂ້ຽວຂາດຂອງສະພາແຫ່ງຊາດ ແລະ ລັດຖະບານ, ປະຈຸບັນພື້ນຖານເສດຖະກິດ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ, ໄດ້ຮັບການຮັບຮູ້ຈາກສາກົນ.

        ຈຸດພົ້ນເດັ່ນຫລາຍຢ່າງ

       8/12 ຕົວເລກຄາດໝາຍເສດຖະກິດ-ສັງຄົມປີ 2020 ຄາດຄະເນວ່າ ຈະບັນລຸໄດ້ ຫຼື ລື່ນກາຍແຜນການ, ດຸ່ນການຄ້າໃນ 9 ເດືອນ ປີ 2020 ມີມູນຄ່າສ່ວນເກີນເກືອບ 17 ຕື້ USD, ປະຈຸບັນ ສະສົມເງິນຕາຕ່າງປະເທດແມ່ນຂຶ້ນເຖິງເກືອບ 100 ຕື້ USD…ແມ່ນບັນດາຈຸດພົ້ນເດັ່ນ ເຊິ່ງບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮູ້. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນຂົງເຂດກະສິກຳ, ປ່າໄມ້, ສິນໃນນ້ຳ ສືບຕໍ່ຢັ້ງຢືນບົດບາດເປັນເສົາຄ້ຳຂອງພື້ນຖານເສດຖະກິດ ໃນຂະນະທີ່ມູນຄ່າສົ່ງອອກຄາດຄະເນວ່າບັນລຸ 41 ຕື້ USD. ນັ້ນແມ່ນບັນດາປັດໄຈສະດວກ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ, ເປັນປະຖົມປັດໄຈກ້າວເຂົ້າສູ່ແຜນການ 5 ປີໄລຍະ 2021 – 2025. ນອກຈາກນັ້ນ ການຊີ້ນຳຂອງລັດຖະບານ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ກໍ່ແມ່ນຈຸດພົ້ນເດັ່ນທີ່ເປັນໜ້າສົນໃຈ. ທ່ານ ຫວູຕ໊ຽນລົກ, ສະມາຊິກສະພາແຫ່ງຊາດແຂວງ ທ໊າຍບີ່ງ ປະກອບຄຳເຫັນວ່າ:

        “ລັດຖະບານໄດ້ປຸກລະດົມ 3 ບັ້ນປະຕິຮູບສຳເລັດຜົນ ນັ້ນແມ່ນການປະຕິຮູບລະບຽບການບໍລິຫານ, ລົບລ້າງໃບອະນຸຍາດທີ່ບໍ່ຈຳເປັນ, ຫລຸດຜ່ອນ ແລະ ຫັນເງື່ອນໄຂດຳເນີນທຸລະກິດ 60% ເປັນງ່າຍດາຍ ແລະ ລະບຽບການບໍລິຫານກວດກາລົງເລິກຂະແໜງ ແລະ ປະຈຸບັນ ພວມສືບຕໍ່ຫລຸດຜ່ອນການຫັນເປັນງ່າຍດາຍບັນດາຂໍ້ກຳນົດດ້ານບໍລິຫານທີ່ກ່ຽວຂ້ອງເຖິງການດຳເນີນທຸລະກິດລົງ 20%. ຫວຽດນາມ ພວມກາຍເປັນສະຖານທີ່ປອດໄພໃຫ້ແກ່ປະຊາຄົມດຳເນີນທຸລະກິດສາກົນ ບົນເສັ້ນທາງສ້າງບັນດາລະບົບການສະໜອງທົ່ວໂລກປອດໄພ ແລະ ມີຄວາມຮັບຜິດຊອບກ່ວາເກົ່າ.

ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2020 ໃຫ້ສຳເລັດ - ảnh 2 ທ່ານ ຫວູຕ໊ຽນລົກ (ພາບ:  baochinhphu.vn)

        ກ່ຽວກັບການຮັບປະກັນການໜູນຊ່ວຍສັງຄົມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາຫລາຍມາດຖານສຳຄັນຄື ຜູ້ອອກແຮງງານມີວຽກເຮັດງານທຳ, ມີລາຍຮັບ, ການສຶກສາ…ບັນລຸໄດ້ໝາກຜົນທີ່ເປັນໜ້າຊື່ນຊົມ. ທ່ານ ຫວໍດີ່ງຕີ໊ນ, ສະມາຊິກສະພາແຫ່ງຊາດແຂວງ ດັ໊ກນົງ, ຕີລາຄາວ່າ:

        “ໂຄງປະກອບເສດຖະກິດຢູ່ເຂດຊົນນະບົດມີການຫັນປ່ຽນຢ່າງຕັ້ງໜ້າ, ໂສມໜ້າຊົນນະບົດມີການປັບປຸງຢ່າງຫັນໄດ້ຊັດ, ຜູ້ອອກແຮງງານມີວຽກເຮັດງານທຳ ແລະ ມີລາຍຮັບເປັນປົກກະຕິ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນນະບົດນັບມື້ນັບຍືນຍົງ. ໃນແຕ່ລະປີ  ອັດຕາຄອບຄົວທຸກຍາກໃນທົ່ວປະເທດລ້ວນແຕ່ຫລຸດລົງ ແຕ່ 9,88% ໃນທ້າຍປີ 2015, ເຫຼືອພຽງ 3,75% ໃນທ້າຍປີ 2019, ສະເລ່ຍໃນ 4 ປີຫລຸດ 1,53%. ຈາກບັນດາໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ນີ້ແມ່ນບັນດາຄວາມມານະພະຍາຍາມຢ່າງໃຫຍ່ຫລວງຂອງພັກ, ລັດໃນໄລຍະຜ່ານມາ, ພິເສດແມ່ນການປຸກລະດົມແຫຼ່ງກຳລັງ ເພື່ອປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ດ້ວຍທິດນຳທີ່ວ່າລັດ ແລະ ປະຊາຊົນພ້ອມກັນປະຕິບັດ”.

        ຢຶດໝັ້ນປະຕິບັດ “ເປົ້າໝາຍຄວບຄູ່”

ບັນດາໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ ປີ 2020 ໄດ້ສະແດງໃຫ້ເຫັນວ່າ: ການປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ທັງພັດທະນາເສດຖະກິດ, ຮັບປະກັນການໜູຍຊ່ວຍສັງຄົມ ແມ່ນການຄັດເລືອກທີ່ຖືກຕ້ອງຂອງລັດຖະບານ ຫວຽດນາມ. ເລື່ອງ ຫວຽດນາມສືບຕໍ່ຜັນຂະຫຍາຍທິດທາງນີ້ໃນໄລຍະຈະມາເຖິງ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສະມາຊິກສະພາແຫ່ງຊາດຫຼາຍທ່ານ. ທ່ານ ເຈືອງຈ້ອງເຫງ້ຍ, ສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

        ໂລກລະບາດອາດຈະເຮັດໃຫ້ແຜນການຂອງບັນດາປະເທດພັດທະນາຖືກລົ້ມລະລາຍ ແຕ່ກໍ່ສາມາດນຳບັນດາປະເທດພວມພັດທະນາ ກ້າວຂຶ້ນ ຖ້າຫາກວ່າມີຍຸດທະສາດການກະທຳທີ່ຖືກຕ້ອງ. ພວກເຮົາມີບັນດາວິທີການແກ້ໄຂ, ແຜນການກະທຳທີ່ເປັນໄປໄດ້, ມີວິທະຍາສາດ ໃນເງື່ອນໄຂປົກກະຕິໃໝ່ ເມື່ອໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງແບບໃໝ່ມີການຜັນແປນັບມື້ນັບສັບສົນ. ສິ່ງນີ້ຮຽກຮ້ອງຕ້ອງມີການປ່ຽນແປງໃໝ່ວິທີການຕັ້ງເປົ້າໝາຍ ກໍ່ຄືກົນໄກ, ວິທີການປະຕິບັດ. ບັນດາຕະຫຼາດສົ່ງອອກໃຫຍ່ຂອງຫວຽດນາມຄື: ອາເມລິກາ, ເອີລົບ, ຍີ່ປຸ່ນ, ສ.ເກົາຫຼີ… ພວມປ່ຽນແປງກຳລັງຊື້, ວິທີການຈຳໜ່າຍ, ດັ່ງນັ້ນ ຫວຽດນາມຕ້ອງມີວິທີການຮັບມືໃຫ້ແທດເໝາະ. ໃນໄລຍະຈະມາເຖິງ, ຫວຽດນາມຈະໄປລັດໜ້າເພື່ອບັນລຸການເຕີບໂຕ, ພັດທະນາໄວ, ຍືນຍົງ ແລະ ເປັນເຈົ້າຕົນເອງ.

        ສະມາຊິກສະພາແຫ່ງຊາດບາງທ່ານໄດ້ສະໜັບສະໜູນຕໍ່ເລື່ອງ ລັດຖະບານຕ້ອງມີຄວາມຂ້ຽວຂາດກ່ວາອີກໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ເພີ່ມເຕີມບັນດາແຜນພັດທະນາເມື່ອໂລກລະບາດສິ້ນສຸດລົງ, ໂລກລະບາດມີການຜັນແປຄືໃນປັດຈຸບັນ ແລະໂລກລະບາດກັບຄືນມາລະບາດຢ່າງຮ້າຍແຮງເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສ້າງບັນດາວິທີການຮັບມືຢ່າງລະອຽດ ແລະ ເປັນເຈົ້າການ.

        ປີ 2020 ແມ່ນປີທີ່ມີການຜັນແປຢ່າງຫຼວງຫຼາຍສຳລັບ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຂອງ ຫວຽດນາມ. ໃນສະພາບການດັ່ງກ່າວ, ເລື່ອງ ຫວຽດນາມ ສາມາດຄວບຄຸມໂລກລະບາດ Covid – 19, ລະດັບການເຕີບໂຕ ບັນລຸ ເປັນບວກ ແລະ ການໜູນຊ່ວຍສັງຄົມໄດ້ຮັບປະກັນແມ່ນໝາກຜົນບໍ່ມີຫຼາຍ ປະເທດບັນລຸໄດ້. ບັນດາໝາກຜົນນີ້ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ມຸ່ງໄປສູ່ບັນດາເປົ້າໝາຍສູງກ່ວາອີກ ໃນປີ 2021 ແລະ ຊຸມປີຕໍ່ໄປ.

ຕອບກັບ