ສ້າງທະເລຕາເວັນອອກໃຫ້ມີສັນຕິພາບໂດຍອີງໃສ່ການເຄົາລົບກົດໝາຍສາກົນ

Anh Huyen - Vu Dung
Chia sẻ
(VOVWORLD) -ໝາກຜົນພົ້ນເດັ່ນທີ່ກອງປະຊຸມຄັ້ງນີ້ ນັ້ນແມ່ນບັນດາປະເທດໄດ້ສະແດງໃຫ້ເຫັນຄວາມສົນໃຈເປັນພິເສດເຖິງສະຖຽນລະພາບ, ສັນຕິພາບຂອງທະເລຕາເວັນອອກ, ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ.

ສ້າງທະເລຕາເວັນອອກໃຫ້ມີສັນຕິພາບໂດຍອີງໃສ່ການເຄົາລົບກົດໝາຍສາກົນ - ảnh 1ການນຳບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35

(ພາບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ປະເທດໄທ. ໝາກຜົນພົ້ນເດັ່ນທີ່ກອງປະຊຸມຄັ້ງນີ້ ນັ້ນແມ່ນບັນດາປະເທດໄດ້ສະແດງໃຫ້ເຫັນຄວາມສົນໃຈເປັນພິເສດເຖິງສະຖຽນລະພາບ, ສັນຕິພາບຂອງທະເລຕາເວັນອອກ, ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ. ນອກຈາກນັ້ນ, ບັນດາປະເທດກໍ່ຕັ້ງຄວາມຫວັງຕໍ່ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ, ກໍ່ແມ່ນປີທີ່ຫວຽດນາມ ຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

        ໃນລະຫວ່າງວັນທີ 02 – 04 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທັງໝົດ, ພ້ອມທັງມີການພົບປະ 2 ຝ່າຍເປັນຫຼາຍຄັ້ງກັບເລຂາທິການໃຫຍ່ສະຫະປະຊາຊາດ, ນາຍົກລັດຖະມົນຕີບັນດາປະເທດຄື: ໄທ, ອິນເດຍ, ລາວ, ກຳປູເຈຍ, ຈີນ, ນິວຊີແລນ, ເຈົ້າຊາຍແຫ່ງລາຊະອານາຈັກອັງກິດ, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF). ມີຈຸດໜຶ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາເຫດການຄັ້ງນີ້ ນັ້ນແມ່ນ, ບັນດາການນຳອາຊຽນ ແລະ ບັນດາປະເທດລ້ວນແຕ່ສະແດງໃຫ້ເຫັນຄວາມສົນໃຈເປັນພິເສດເຖິງບັນຫາທະເລຕາເວັນອອກ, ສະໜັບສະໜູນທັດສະນະລຸລ່ວງ, ສະເໝີຕົ້ນສະເໝີປາຍຂອງຫວຽດນາມ, ນັ້ນແມ່ນສ້າງທະເລຕາເວັນອອກ ໃຫ້ມີສັນຕິພາບ, ສະຖຽນລະພາບ ໂດຍອີງໃສ່ການເຄົາລົບກົດໝາຍສາກົນ.

ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ຢູ່ທະເລຕາເວັນອອກ

        ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດອາເມລິກາ ທ່ານ Robert C.O’Brien,  ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi, ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guteres…, ລ້ວນແຕ່ຢືນຢັນຫຼັກໝັ້ນຄັດຄ້ານບັນດາການກະທຳກີດຂວາງການເຄື່ອນໄຫວເສດຖະກິດຖືກຕ້ອງຕາມກົດໝາຍຢູ່ທະເລ, ບໍ່ເຄົາລົບອະທິປະໄຕ, ອຳນາດອະທິປະໄຕຂອງບັນດາປະເທດ ແລະ ກົດໝາຍສາກົນຢູ່ທະເລຕາເວັນອອກ, ສະໜັບສະໜູນບັນດາຄວາມມານະພະຍາຍາມໃນການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຖືວ່າ.

        “ໃນຫຼາຍປີຜ່ານມາ, ຍາມໃດທະເລຕາເວັນອອກກໍ່ໄດ້ຮັບຄວາມສົນໃຈຈາກຫຼາຍປະເທດ, ແຕ່ຢູ່ກອງປະຊຸມປີນີ້, ການນຳຫຼາຍປະເທດລ້ວນແຕ່ລະແດງໃຫ້ເຫັນຄວາມສົນໃຈຫຼາຍກວ່າ. ໜຶ່ງໃນບັນດາເຫດຜົນຕົ້ນຕໍນັ້ນແມ່ນເລື່ອງ ໃນໄລຍະຜ່ານມາໄດ້ເກີດການເຄື່ອນໄຫວຢ່າງຜິດກົດໝາຍຢູ່ເຂດເສດຖະກິດພິເສດ ແລະ ລ່ວງລະເມີດອະທິປະໄຕຂອງຫວຽດນາມ ຢ່າງຮ້າຍແຮງ. ສິ່ງດັ່ງກ່າວໄດ້ສ້າງຄວາມວິຕົກກັງວົນຢ່າງໃຫຍ່ຫຼວງສຳລັບບັນດາປະເທດຢູ່ພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນຈະແຈ້ງ, ຄວາມສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຢູ່ບັນດາກອງປະຊຸມຂັ້ນຕ່າງໆ. ຫວຽດນາມ ຢຶດໝັ້ນ, ເດັດດ່ຽວປົກປັກຮັກສາເອກະລາດອະທິປະໄຕແຫ່ງຊາດ, ບົນພື້ນຖານເຄົາລົບກົດໝາຍສາກົນ, ຮັບປະກັນຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ. ຫຼັກໝັ້ນດັ່ງກ່າວນີ້ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ”.

        ທີ່ບັນດາກອງປະຊຸມອາຊຽນ - ຈີນ, ອາຊຽນ - ອາຊີຕາເວັນອອກ ແລະ ບັນດາກອງປະຊຸມອື່ນໆ, ການນຳບັນດາປະເທດໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ທະເລຕາເວັນອອກ. ຫຼາຍປະເທດໄດ້ຮຽກຮ້ອງຕ້ອງລະງັບໃຈ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຄົາລົບກົດໝາຍສາກົນ, UNCLOS 1982. ບັນດາປະເທດກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດ DOC ຢ່າງຄົບຖ້ວນ, ສ້າງ COC ລະຫວ່າງອາຊຽນ ແລະ ຈີນ ໃຫ້ມີປະສິດທິພາບ, ປະສິດທິຜົນໂດຍໄວ ເໝາະສົມກັບກົດໝາຍສາກົນ, UNCLOS 1982.

ຫວຽດນາມ ປາດຖະໜາຢາກເປັນຂົວເຊື່ອມຕໍ່ໃນອາຊຽນ

        ນອກຈາກບັນຫາທະເລຕາເວັນອອກ, ຍັງມີຂີດໝາຍສຳຄັນໜຶ່ງອີກທີ່ກອງປະຊຸມຄັ້ງນີ້ນັ້ນແມ່ນເລື່ອງຫວຽດນາມ ໄດ້ຮັບຕຳແໜ່ງປະທານອາຊຽນ ໃນປີ 2020 ຈາກປະເທດໄທ. ໃນບົດກ່າວປາໄສສຳຄັນທີ່ພິທີມອບຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຕື້ອງເຖິງຂົວເຊື່ອມຕໍ່ລະຫວ່າງບັນດາປະເທດອາຊຽນ ດ້ວຍກັນ. ທ່ານນາຍົກລັດຖະມົນຕີຖືວ່າ, ຄວາມສາມາຄີໃນອາຊຽນ ແມ່ນສຳຄັນທີ່ສຸດ, ຊ່ວຍຮັກສາຜົນປະໂຫຍດລວມນັບທັງດ້ານຍຸດທະສາດ ແລະ ເສດຖະກິດລະຫວ່າງບັນດາປະເທດສະມາຊິກ ກໍຄືການຮັກສາ ແລະ ແຜ່ຂະຫຍາຍສະຕິຄວາມຮັບຮູ້ ແລະ ສີສັນປະຊາຄົມໃນປະຊາຊົນອາຊຽນ ທຸກຊັ້ນວັນນະ. ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ໃນປີ 2020, ຫວຽດນາມ ຈະສຸມໃສ່ເພີ່ມທະວີການເຊື່ອມຈອດ ອາຊຽນ ຢ່າງໜັກແໜ້ນຜ່ານການປັບປຸງຄວາມສາມັກຄີ, ເອກະພາບ, ເພີ່ມທະວີການຮ່ວມສຳພັນດ້ານເສດຖະກິດ ແລະ ການເຊື່ອມຕໍ່, ເຮັດໃຫ້ບັນດາຄຸນຄ່າ ແລະ ຄວາມເປັນເອກະລັກສະເພາະຂອງອາຊຽນ ເລິກເຊິ່ງກວ່າເກົ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວວ່າ.

        “ປະຊາຄົມໜຶ່ງທີ່ເຊື່ອມຈອດ ມີຄວາມສະໜິດຕິດພັນ ແລະ ພັດທະນາ ນັ້ນແມ່ນຕ້ອງການການເພີ່ມທະວີຄວາມເປັນເຈົ້າການຮັບມືກັບບັນດາປັດໃຈກະທົບຢູ່ພາຍນອກ ແລະ ກົງກັນຂ້າມຫຼາຍທີ່ສຸດ, ຄວາມສາມາດເປັນເຈົ້າການຮັບມືບັນລຸໄດ້ຖ້າຫາກວ່າອາຊຽນ ແມ່ນກຸ່ມມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ. ຫວຽດນາມ ລໍຄອຍການສະໜັບສະໜູນ ແລະ ການໜູນຊ່ວຍຢ່າງຕັ້ງໜ້າຈາກບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືເພື່ອຫັນເນື້ອໃນຈິດໃຈຫົວຂໍ້ຂອງປີອາຊຽນ 2020 ໃຫ້ປະກົດຜົນເປັນຈິງ”.

        ການເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ບັນລຸໄດ້ໝາກຜົນໃດໜຶ່ງ. ບໍ່ພຽງແຕ່ເປັນການຢັ້ງຢືນອະທິປະໄຕຜືນແຜ່ນດິນທີ່ສັກກະລະບູຊາຂອງຫວຽດນາມ ທີ່ບໍ່ອາດແຕະຕ້ອງໄດ້ຢ່າງເດັດຂາດ ແລະ ຫວຽດນາມ ເດັດດ່ຽວປົກປັກຮັກສາອະທິປະໄຕຂອງຕົນຢູ່ທະເລຕາເວັນອອກ ໂດຍອີງໃສ່ພື້ນຖານກົດໝາຍສາກົນ, ດ້ວຍບົດບາດເປັນປະທານອາຊຽນ ໃນປີ 2020 ເທົ່ານັ້ນ, ຫວຽດນາມ ຍັງສົ່ງສານທີ່ວ່າ ຫວຽດນາມ ຈະມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກ ສືບທອດບັນດາຜົນງານທີ່ບັນລຸໄດ້, ປັບປຸງຄວາມສາມັກຄີໃນອາຊຽນ, ເພີ່ມທະວີການເຊື່ອມຕໍ່, ພັດທະນາເສດຖະກິດກວມລວມ ແລະ ຍືນຍົງ.

ຕອບກັບ