ສິດ​ເສ​ລີ​ໃນ​ການ​ເຫລື້ອມ​ໃສ​ສາ​ສະ​ຫ​ນາ​ຢູ່ ຫວຽດ​ນາມ​ຍາມ​ໃດ​ກໍ່​ໄດ້​ຮັບ​ປະ​ກັນ

Thu Hoa
Chia sẻ
(VOVWORLD) -ບັນດາອິດທິກຳລັງເປັນປໍລະປັກຕ້ານ, ທຳລາຍ ພັກ ແລະ ລັດຫວຽດນາມ ຍາມໃດກໍ່ມີບັນດາຖ້ອຍທຳນອງທີ່ວ່າ ຢູ່ຫວຽດນາມ ສາສະຫນາຖືກປາບປາມ, ຄວບຄຸມ ແລະ ປະຊາຊົນບໍ່ມີສິດເສລີໃນການເລືອກເຟັ້ນສາສະຫນາ, ການເຊື່ອຖືສາສະຫນາ. ເຖິງຢ່າງໃດກໍຕາມ ຄວາມຈິງ ບັນດາການເຄື່ອນໄຫວດ້ານສາສະຫນາ, ການເຊື່ອຖືສາສະຫນາຖືກຕ້ອງຕາມກົດໝາຍຢູ່ຫວຽດນາມ ແມ່ນມີຫລາຍຮູບແບບ, ຟົດຟື້ນ ແລະ ດຳເນີນໄປຢ່າງກວ້າງຂວາງໃນທົ່ວປະເທດ ແລະ ບໍ່ຖືກເກືອດຫ້າມພາຍໃຕ້ຮູບການໃດ.

ຫວຽດນາມ ແມ່ນປະເທດມີຫລາຍສາສະຫນາ ດ້ວຍ 43 ອົງການຂຶ້ນກັບ 16 ສາສະຫນາ. ພ້ອມກັບການພັດທະນາຂອງອົງການສາສະຫນາ, ຈຳນວນສາສະນິກະຊົນ ແລະ ບັນດາການເຄື່ອນໄຫວສາສະຫນາແມ່ນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ປະຈຸບັນ 95% ຈຳນວນພົນລະເມືອງຫວຽດນາມ ມີການເຄື່ອນໄຫວດ້ານສາສະຫນາ, ໃນນັ້ນ ກວ່າ 24,3 ລ້ານຄົນ ເຊື່ອຖືບັນດາສາສະຫນາແຕກຕ່າງກັນ, ກວມເອົາ 27% ຈຳນວນພົນລະເມືອງ; ມີ ຍົດຖາບັນດາສັກ ເກືອບ 53.000 ຄົນ, 134.000 ຄົນເຮັດວຽກງານທາງສາສະຫນາ ແລະ ມີ 28.000 ຮາກຖານບູຊາ. ບັນດາຕົວເລກດັ່ງກ່າວເປັນການສະແດງໃຫ້ເຫັນຄວາມເປີດອົກເປີດໃຈໃນນະໂຍບາຍກ່ຽວກັບສິດເສລີໃນການເຊື່ອຖື, ສາສະໜາ  ຢູ່ ຫວຽດນາມ. ນັ້ນກໍ່ເປັນການສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາຂອງພັກ, ລັດ ແລະ ລັດຖະບານຫວຽດນາມ ໃນແນວທາງນະໂຍບາຍສ້າງລັດແຫ່ງອຳນາດນິຕິບັນຍັດກ່ຽວກັບສາສະຫນາ. ສິ່ງສຳຄັນ ນັ້ນແມ່ນການເຄື່ອນໄຫວດ້ານສາສະຫນາ ແລະ ການເຫລື້ອມໃສສາສະຫນາຂອງປະຊາຊົນແມ່ນຟົດຟື້ນ ແລະ ປະຊາຊົນມີສິດເລືອກເຟັ້ນສາສະຫນາຄືດັ່ງຢູ່ໃນໂລກ. ທ່ານ ໂດ໋ກວາງຮືງ ຫົວຫນ້າສະພາທີ່ປຶກສາດ້ານສາສະຫນາ ສັງກັດ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ:

“ສາສະຫນາ, ການເຫລື້ອມໃສສາສະຫນາ ແລະ ການເຄື່ອນໄຫວດ້ານຈິດວິນຍານ ແມ່ນ 3 ເສົາຄ້ຳຂອງຊີວິດດ້ານຈິດໃຈຂອງມວນມະນຸດປະຈຸບັນ ແລະ ຢູ່ ຫວຽດນາມ ບັນດາການເຄື່ອນໄຫວນີ້ກໍ່ມີຄວາມຟົດຟື້ນ. ສາສະຫນາຢູ່ ຫວຽດນາມ ແມ່ນມີຫລາຍຮູບແບບ ແລະ ອຸດົມສົມບູນ. ຮາກຖານດ້ານວັດຖຸ, ການເຄື່ອນໄຫວຂອງບັນດາອົງການສາສະຫນາ ຕອບສະຫນອງໄດ້ຕາມຄວາມຕ້ອງການເຄື່ອນໄຫວສາສະຫນາຂອງປະຊາຊົນ. ໃນ 7,8 ປີມານີ້ ຫວຽດນາມ ຍັງສ້າງເງື່ອນໄຂສະດວກໃຫ້ຊາວຕ່າງປະເທດທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວດ້ານສາສະຫນາ”

ສິດ​ເສ​ລີ​ໃນ​ການ​ເຫລື້ອມ​ໃສ​ສາ​ສະ​ຫ​ນາ​ຢູ່ ຫວຽດ​ນາມ​ຍາມ​ໃດ​ກໍ່​ໄດ້​ຮັບ​ປະ​ກັນ - ảnh 1 ງານບຸນ Vesak 2019 (ພາບ: ຄະນະສາສະໜາລັດຖະບານ)

ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງລັດ ຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ເຫລື້ອມໃສສາສະຫນາ ແລະ ການບໍ່ເຊື່ອຖືສາສະຫນາຂອງພົນລະເມືອງ ເຊິ່ງໄດ້ລະບຸໄວ້ຢ່າງຈະແຈ້ງໃນລັດຖະທຳມະນູນ, ກົດໝາຍຂອງຫວຽດນາມ ແລະ ໄດ້ຮັບປະກັນ, ເຄົາລົບໃນສະພາບຕົວຈິງ. ທ່ານ ໂດ໋ກວາງຮືງ ໃຫ້ຮູ້ຕື່ມອີກວ່າ:

ກົດໝາຍວ່າດ້ວຍສາສະຫນາ, ການເຫລື້ອມໃສສາສະຫນາປີ 2016 ຂອງຫວຽດນາມ ໄດ້ນຳໃຊ້ເຂົ້າໃນຊີວິດຕົວຈິງ. ມີ 3 ຈຸດຫັນປ່ຽນສຳຄັນໃນປະມວນກົດໝາຍສະບັບນີ້. ນັ້ນແມ່ນ ເປັນຄັ້ງທຳອິດ ບັນດາການກຳນົດກ່ຽວກັບສິດເສລີໃນການເຫລື້ອມໃສສາສະຫນາຂອງປະຊາຊົນໄດ້ຮັບປະກັນຢ່າງຄົບຖ້ວນກວ່າ, ເຂົ້າໃກ້ກັບບັນດາສົນທິສັນຍາສາກົນກວ່າ. ສິ່ງສຳຄັນທີສອງ ແມ່ນປະມວນກົດໝາຍສະບັບນີ້ ໄດ້ແກ້ໄຂຫລາຍບັນຫາກ່ຽວກັບຮາກຖານດ້ານວັດຖຸຂອງສາສະຫນາຄື: ບ່ອນບູຊາ, ທີ່ດິນ, ຊັບສິນຂອງສາສະຫນາ, ຊ້ຳບໍ່ໜຳ ນັບທັງບັນດາບັນຫາກ່ຽວກັບສື່ມວນຊົນ ການພິມຈຳຫນ່າຍຂໍ້ມູນຂ່າວສານ. ເບິ່ງລວມແລ້ວ ເປັນຄັ້ງທຳອິດທີ່ພວກເຮົາມີປະມວນກົດໝາຍທີ່ປະກອບມີເນື້ອໃນຄົບຖ້ວນຄືແນວນັ້ນ. ລັດ ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ທຸກອົງການສາສະຫນາສາມາດກໍ່ສ້າງບັນດາຮາກຖານບໍາລຸງກໍ່ສ້າງຍົດຖາບັນດາສັກ ແມ່ນດີທີ່ສຸດ.”

ສາສະຫນາ, ການເຫລື້ອມໃສສາສະຫນາ ແຕ່ດົນນານມາແລ້ວໄດ້ກາຍເປັນບັນຫາຊື່ງບັນດາປະເທດຫລື ອິດທິກຳລັງເປັນປໍລະປັກເຄີຍສວຍໃຊ້ເພື່ອແຊກແຊງເຂົ້າວຽກງານພາຍໃນຂອງຫວຽດນາມ. ເຖິງຢ່າງໃດກໍຕາມ ການເຄື່ອນໄຫວດ້ານສາສະຫນາຂອງປະຊາຊົນ ແລະ ອົງການສາສະຫນາຢູ່ ຫວຽດນາມ ໄດ້ຮັບຄວາມເຄົາລົບ ແລະ ຮັບປະກັນໃນສະພາບຕົວຈິງ ນັ້ນແມ່ນຄຳຕອບຢ່າງຈະແຈ້ງທີ່ສຸດສຳລັບບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ ບິດເບືອນຄວາມຈິງດັ່ງກ່າວ.

ຕອບກັບ