ຢືນຢັນຄຸນຄ່າແນວຄິດປະທານໂຮ່ຈີມິນ ໃນຍຸກສະໄໝໃໝ່

Huyen
Chia sẻ
(VOVWORLD) -ພາລະກິດ ແລະ ແນວຄິດຂອງ ເພິ່ນ ຍາມໃດກໍ່ແມ່ນແສງສະຫວ່າງໃນຂະບວນແຫ່ງການພັດທະນາຂອງປະຊາຊົນຫວຽດນາມ ແລະ ຄວາມກ້າວໜ້າຂອງມວນມະນຸດ.

ຢືນຢັນຄຸນຄ່າແນວຄິດປະທານໂຮ່ຈີມິນ ໃນຍຸກສະໄໝໃໝ່ - ảnh 1ປະທານໂຮ່ຈີມິນ ກັບປະຊາຊົນ

(ພາບເອກະສານ)

ພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ແລະ ການກໍ່ສ້າງລັດທິສັງຄົມຢູ່ຫວຽດນາມ ຍາມໃດກໍ່ມີຄວາມສະໜິດຕິດພັນກັບແນວຄິດ, ແບບແຜນຄຸນສົມບັດອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ. ພາລະກິດ ແລະ ແນວຄິດຂອງ ເພິ່ນ ຍາມໃດກໍ່ແມ່ນແສງສະຫວ່າງໃນຂະບວນແຫ່ງການພັດທະນາຂອງປະຊາຊົນຫວຽດນາມ ແລະ ຄວາມກ້າວໜ້າຂອງມວນມະນຸດ. ບັນດາຄຸນຄ່າແນວຄິດຂອງປະທານໂຮ່ຈີມິນ ໄດ້ ແລະ ພວມສືບຕໍ່ໄດ້ຮັບການຢັ້ງຢືນ ແລະ ແຜ່ຂະຫຍາຍໃນຍຸກສະໄໝໃໝ່.

        ຈຸດພົ້ນເດັ່ນທີ່ສຸດໃນແນວຄິດປະທານໂຮ່ຈີມິນ ນັ້ນແມ່ນແນວຄິດ, ວັດທະນະທຳເພື່ອສັນຕິພາບ, ວັດທະນະທຳມະນຸດ, ນ້ຳໃຈເມດຕາປານີ ແລະ ຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງບັນດາຊົນຊາດ. ແນວຄິດດັ່ງກ່າວຂອງປະທານໂຮ່ຈີມິນ ໄດ້ສະແດງໃຫ້ເຫັນຄຸນຄ່າວັດທະນະທຳມະນຸດຢ່າງເລິກເຊິ່ງ ແລະ ຄວາມມຸ່ງມາດປາດຖະໜາຂອງ ເພິ່ນ ກ່ຽວກັບໂລກແຫ່ງສັນຕິພາບ, ສະເໝີພາບ ແລະ ມີຄວາມຜາສຸກ. ເຖິງວ່າສະພາບການຢູ່ພາຍໃນປະເທດ ແລະ ໂລກໄດ້ມີບັນດາການປ່ຽນແປງຢ່າງວ່ອງໄວ ແລະ ເລິກເຊິ່ງກໍ່ຕາມ, ແຕ່ຄຸນຄ່າແນວຄິດດັ່ງກ່າວຍັງໄດ້ຮັບການຮັກສາໄວ້ເໝືອນເດີມ, ຍາມໃດກໍ່ເໝາະສົມກັບຈຸດພິເສດຂອງການປະຕິວັດຫວຽດນາມ, ໂດຍສະເພາະແມ່ນໃນສະພາບເຊື່ອມໂຍງເຂົ້າກັບສາກົນຄືໃນປະຈຸບັນ.

ທົ່ວ 5 ທະວີບລ້ວນແຕ່ແມ່ນອ້າຍນ້ອງກັນ

        ກ່ອນນີ້ 70 ປີ, ເດືອນ ກັນຍາ 1949, ເມື່ອຕອບສຳພາດຕໍ່ນັກຂ່າວອາເມລິກາ Elie Massie, ເຮັດວຽກຢູ່ສຳນັກຂ່າວສານ Internationnal News Service ກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມ, ທ່ານປະທານໂຮ່ຈີມິນ ໄດ້ຢືນຢັນວ່າ: ຫວຽດນາມ ເປັນເພື່ອນມິດກັບທຸກໆປະເທດປະຊາທິປະໄຕ ແລະ ບໍ່ກໍ່ຄວາມອາຄາດບາດໝາງກັບຜູ້ໃດ. ກ່ອນໜ້ານັ້ນ, ໃນປີ 1946, ເພິ່ນ ກໍ່ໄດ້ເຕື້ອງເຖິງນະໂຍບາຍເປີດປະຕູ, ຮ່ວມມືກັບພາຍນອກຄື: “ຈີນ-ຫວຽດນາມ ສະໜິດສະໜົມ” ຫຼື “ການຮ່ວມມືຮອບດ້ານກັບອາເມລິກາ”.

        ປີ 1923, ເກືອບ 100 ປີກ່ອນນີ້, ເມື່ອ ເພິ່ນ ຍັງເປັນໄວໜຸ່ມເດີນທາງໄປຊອກຫາເສັ້ນທາງກູ້ຊາດນັ້ນ, ເມື່ອເຕື້ອງເຖິງປະທານໂຮ່ຈີມິນ ນັກຂ່າວ, ນັກກະວີໂຊວຽດ Osip Emilyevich Mandelstam ໄດ້ຂຽນວ່າ: “ຈາກ ຫງວຽນອ໊າຍກວ໊ກ ໄດ້ແຜ່ຂະຫຍາຍວັດທະນະທຳ, ເຊິ່ງບໍ່ແມ່ນວັດທະນະທຳຂອງເອີລົບ, ອາດຈະແມ່ນພື້ນຖານວັດທະນະທຳຂອງອະນາຄົດ… ຜ່ານກິລິຍາທ່າທາງອັງສູງສົ່ງ, ສຽງເວົ້າທີ່ຝັງເລິກຂອງ ຫງວຽນອ໊າຍກວ໊ກ, ຂ້າພະເຈົ້າຄືດັ່ງເຫັນໄດ້ອັນໃໝ່, ຄືດັ່ງເຫັນໄດ້ນ້ຳໃຈແຫ່ງຄວາມເມດຕາປານີໃນທົ່ວໂລກທີ່ໃຫຍ່ຫຼວງຄືດັ່ງມະຫາສະມຸດ”.

        ອາດເຫັນໄດ້ວ່າ, ແນວຄິດກ່ຽວກັບມະຫາສາມັກຄີ, ການໄກ່ເກ່ຍປອງດອງຊາດ, ສະໜິດສະໜົມກັບບັນດາປະເທດຂອງປະທານໂຮ່ຈີມິນ ໄດ້ໄປກ່ອນຍຸກສະໄໝ ແລະ ມາຮອດປະຈຸບັນກໍ່ຍັງຄົງມີຄຸນຄ່ນອັນໃຫຍ່ຫຼວງ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟຸກ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ຢືນຢັນວ່າ.

        “ແນວຄິດສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ, ຖື “ທົ່ວ 5 ທະວີບລ້ວນແຕ່ແມ່ນອ້າຍນ້ອງກັນ” ເຊິ່ງປະທານໂຮ່ຈີມິນ ໄດ້ເຕື້ອງເຖິງກ່ອນນີ້ 70 ປີ ມາຮອດປະຈຸບັນຍັງຄົງມີຄຸນຄ່າ ແລະ ມີຄວາມໝາຍພິເສດ, ເມື່ອໂລກຍັງເຫັນປະຈັກຕາບັນດາຄວາມບໍ່ລົງລອຍກັນ, ຄວາມເຄັ່ງຕຶງ, ການປະທະກັນ ແລະ ມີຫຼາຍບັນຫາສຳຄັນຕ້ອງມີການຮ່ວມແຮງຮ່ວມໃຈຂອງທຸກໆປະເທດເພື່ອແກ້ໄຂ.”

ສືບຕໍ່ແຜ່ຂະຫຍາຍບັນດາຄຸນຄ່າແນວຄິດປະທານໂຮ່ຈີມິນ

        ໃນໄລຍະ 32 ປີກ່ອນນີ້ (ເດືອນ ພະຈິກ 1987) ສະມັດຊາໃຫຍ່ຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ອອກມະຕິສະເຫຼຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ດ້ວຍຖານະແມ່ນ “ນັກວິລະຊົນປົດປ່ອຍຊາດ, ນັກວັນນະຄະດີ ດີເລີດ”. ມະຕິໄດ້ຮັບຮູ້ວ່າ ປະທານໂຮ່ຈີມິນ ແມ່ນໜຶ່ງໃນບັນດາຜູ້ດີເລີດ ໄດ້ສ້າງຂີດໝາຍຫຼາຍຢ່າງໃນວິວັດທະນາການພັດທະນາຂອງມວນມະນຸດ; ຮຽກຮ້ອງໃຫ້ບັນດາປະເທດພ້ອມກັນຍ້ອງຍໍເຊີດຊູປະທານໂຮ່ຈີມິນ ຜ່ານບັນດາການເຄື່ອນໄຫວລະນຶກທີ່ແຕກຕ່າງກັນ.

        ສຳລັບຫວຽດນາມ ແລ້ວ, ນີ້ແມ່ນຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈ. ໃນຕົວຈິງ, ໃນຊຸມປີຜ່ານມາ, ເລື່ອງຍ້ອງຍໍເຊີດຊູປະທານໂຮ່ຈີມິນ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ ແລະ ໄດ້ຮັບການຜັນຂະຫຍາຍຢູ່ທົ່ວ 5 ທະວີບນັ້ນ, ໄດ້ປະກອບສ່ວນໂຄສະນາເຖິງເພື່ອມິດສາກົນຢ່າງແທ້ຈິງ, ມີຊີວິດຊີວາ ແລະ ມີຄວາມຊວນເຊື່ອກ່ຽວກັບປະຫວັດສາດອັນສະຫງ່າອົງອາດ, ວັດທະນະທຳ, ຈຸດທີ່ເປັນເອກະລັກສະເພາະ, ປະເທດຊາດ ແລະ ຊາວຫວຽດນາມ ທີ່ໃກ້ຊິດສະໜິດສະໜົມ, ຮັກຫອມສັນຕິພາບ, ເຄົາລົບບັນດາຊາດອື່ນ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງໂລກ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຟຸກ, ຖືວ່າ.

        “ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ບັນດາການນຳ, ວົງການນັກຄົ້ນຄວ້າ, ນັກການເມືອງ ແລະ ປະຊາຊົນຢູ່ຫຼາຍປະເທດໃນໂລກ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ, ກໍຄືປະເທດຊາດ ແລະ ຊາວຫວຽດນາມ ກວ່າອີກ. ການເຊີດຊູປະທານໂຮ່ຈີມິນ ກໍ່ມີຄວາມໝາຍແມ່ນ ເຊີດຊູປະເທດຊາດ, ແນະນຳປະເທດຫວຽດນາມ ອອກສູ່ໂລກ”.

        ຊີວິດຂອງປະທານໂຮ່ຈີມິນ ແມ່ນສັນຍາລັກອັນສູງສົ່ງ, ດີງາມທີ່ສຸດຂອງລັດທິຮັກຊາດ ແລະ ລັດທິວິລະຊົນປະຕິວັດຫວຽດນາມ. ເພິ່ນ ແມ່ນສັນຍາລັກຂອງການສຸມຄຸນສົມບັດ, ພູມປັນຍາ, ພະລັງຈິດໃຈ, ມະໂນທຳຂອງຊາດ ແລະ ຍຸກສະໄໝ. ໃນສະພາບການປະເທດຊາດພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງນັ້ນ, ບັນດາຄຸນຄ່າອັນໃຫຍ່ຫຼວງກ່ຽວກັບແນວຄິດຂອງປະທານໂຮ່ຈີມິນ ສືບຕໍ່ໄດ້ຮັບການແຜ່ຂະຫຍາຍຢ່າງກວ້າງຂວາງ, ທັງປັບປຸງ ແລະ ເສີມຂະຫຍາຍຄວາມເອກອ້າງທະນົງໃຈຂອງຊາດຫວຽດນາມ, ທັງເພື່ອໃຫ້ໂລກປະຈຸບັນຮູ້ຈັກເຖິງພາບພົດປະເທດຫວຽດນາມ ໃຫ້ຫຼາຍກວ່າ ດ້ວຍປະຫວັດສາດອັນສະຫງ່າອົງອາດ, ມີພື້ນຖານວັດທະນະທຳທີ່ເຕັມໄປດ້ວຍສີສັນຊາດ ແລະ ຮັກຫອມສັນຕິພາບ.

ຕອບກັບ