ປະສິດທິຜົນການຄຸ້ມຄອງ ແລະບໍລິຫານສາທາລະນະ ຂັ້ນແຂວງ ສືບຕໍ່ໄດ້ຮັບການປັບປຸງ

Thu Hoa
Chia sẻ

(VOVWORLD) - ບົດລາຍງານ ດັດຊະນີ ປະສິດທິຜົນການຄຸ້ມຄອງ ແລະບໍລິຫານສາທາລະນະ ຂັ້ນແຂວງ (PAPI) ປີ 2020 ຫາກໍປະກາດເມື່ອ ວັນທີ 14 ເມສາ ສະແດງໃຫ້ເຫັນ ການຄຸ້ມຄອງ ແລະບໍລິຫານສາທາລະນະ ໃນອາຍຸການ 2016 2021 ຂອງລັດຖະບານ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ. ພິເສດ ດັດຊະນີການຄວບຄຸມໄພສໍ້ລາດບັງຫລວງຂອງຫວຽດນາມ ຂົງເຂດສາທາລະນະ ໄດ້ຮັບການປັບປຸງຢ່າງແຮງ.

ປະສິດທິຜົນການຄຸ້ມຄອງ ແລະບໍລິຫານສາທາລະນະ ຂັ້ນແຂວງ ສືບຕໍ່ໄດ້ຮັບການປັບປຸງ - ảnh 1ພິທີປະກາດດັດຊະນີປະສິດທິຜົນການຄຸ້ມຄອງແລະບໍລິຫານສາທາລະນະຂັ້ນແຂວງປີ 2020 (ພາບ:nhandan.com.vn)

 ນັບແຕ່ປີ 2018 ມາຮອດປະຈຸບັນ, ການຄົ້ນຄ້ວາ PAPI ໂດຍກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ (DFAT), ສະຖານທູດ ອຽກລັງ ແລະ ໂຄງການພັດທະນາຂອງ ສປຊ (UNDP) ຢູ່ ຫວຽດນາມ ຮ່ວມອຸປະຖຳ.     ບົດລາຍງານ ສະຫລຸບການຕີລາຄາຂອງ ປະຊາຊົນສຳລັບປະສິດທິຜົນການເຄື່ອນໄຫວຂອງອຳນາດການປົກຄອງທຸກຂັ້ນໃນການຄຸ້ມຄອງ, ບໍລິຫານສາທາລະນະ ແລະສະຫນອງບໍລິການສາທາລະນະ.

ໝາກຜົນສະເຫນີໃນບົດລາຍງານປີ 2020 ສະແດງໃຫ້ເຫັນວ່າ ນັບແຕ່ປີ 2016 ຂົງເຂດຄວບຄຸມການສໍ້ລາດບັງຫລວງໃນຂົງເຂດສາທາລະນະ ໄດ້ຮັບການປັບປຸງຫລາຍພໍສົມຄວນໃນແຕ່ລະປີ. ຄວາມຮັບຜິດຊອບອະພິປາຍໃຫ້ປະຊາຊົນເຂົ້າໃຈກໍ່ໄດ້ຮັບການປັບປຸງເທື່ອລະກ້າວໃນອາຍຸການ 2016 – 2021.  ທ່ານນາງ Caitlin Wiesen ຫົວຫນ້າອົງການ UNDP ປະຈຳຫວຽດນາມ ຖືວ່າ: ໝາກຜົນການຄົ້ນຄວ້າພົ້ນເດັ່ນ ຈາກບົດລາຍງານ PAPI ປີ 2020 ແມ່ນປະສິດທິຜົນການເຄື່ອນໄຫວຂອງອຳນາດການປົກຄອງທ້ອງຖິ່ນໃນ ສອງອາຍຸການ (2011- 2016 ແລະ 2016- 2021), ປະສົບການໃນການສຳຜັດກັບບໍລິການສາທາລະນະຂອງຜູ້ອາໄສຊົ່ວຄາວ ຢູ່ບັນດາແຂວງ ມີຜູ້ເຂົ້າມາອາໄສຊົ່ວຄາວ ແລະ ທັດສະນະຂອງຜູ້ມີສິດເລືອກຕັ້ງກ່ຽວກັບບົດບາດການນຳພາຂອງແມ່ຍິງ.  ບົດລາຍງານ ປະກາດແມ່ນກົງກັບຈຸດເວລາ ລັດຖະບານ ເລີ່ມຕົ້ນອາຍຸການໃຫມ່, PAPI ສະຫນອງຂໍ້ມູນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບເລື່ອງປະຊາຊົນໃນວິວັດການກະທົບຕອບກັບກົງຈັກອຳນາດການປົກຄອງທຸກຂັ້ນຢູ່ 63 ແຂວງ, ນະຄອນ. PAPI ກໍ່ແມ່ນການວັດແທກສຳຄັນເພື່ອໃຫ້ບັນດາແຂວງ, ນະຄອນ ພິຈາລະນາ ແລະ ປັບປຸງການເຄື່ອນໄຫວຢູ່ 8 ຂົງເຂດຄຸ້ມຄອງ ແລະບໍລິຫານສາທາລະນະ ຢ່າງມີປະສິດທິຜົນ.

ບົດລາຍງານ PAPI ປີ 2020 ສະແດງໃຫ້ເຫັນການເຂົ້າຮ່ວມຂອງປະຊາຊົນ ແລະຄວາມມານະພະຍາຍາມໃນການຕ້ານການສໍ້ລາດບັງຫລວງ ມີສາຍກ່ຽວພັນຢ່າງຕັ້ງຫນ້າກັບປະສິດທິຜົນການປ້ອງກັນຕ້ານໂລກລະບາດໂຄວິດ 19. ທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ ຮັບຮູ້ ການປັບປຸງໃນປະສິດທິຜົນການຄຸ້ມຄອງ ແລະບໍລິຫານສາທາລະນະ ຂັ້ນແຂວງ ແລະຖືວ່າ ການປັບປຸງນີ້ປະກອບສ່ວນຊ່ວຍ ຫວຽດນາມ ຮັບມືຢ່າງສຳເລັດຜົນກັບໂລກລະບາດໂຄວິດ 19. ຕາມທ່ານນາງ Robyn Mudie ແລ້ວ, ໃນໄລຍະຈະມາເຖິງ ດ້ວຍການຄຸ້ມຄອງສາທາລະນະ ເປັນຢ່າງດີ ນັ້ນ ຫວຽດນາມ ຈະຮັບມືຢ່າງມີປະສິດທິຜົນ ໃນບັນດາກໍລະນີດ່ວນອື່ນໂດຍບັງເອີນ.

ກ່ອນດຳເນີນການເລືອກຕັ້ງສະພາແຫ່ງຊາດ ແລະສະພາປະຊາຊົນປີ 2021, ບົດລາຍງານ PAPI ປີ 2020 ໄດ້ໄຈ້ແຍກ່ຽວກັບການຄັດເລືອກຂອງຜູ້ມີສິດເລືອກຕັ້ງ ເມື່ອເລືອກຕັ້ງຜູ້ອອກສະໝັກຮັບເລືອກຕັ້ງສຳລັບບັນດາຕຳແຫນ່ງໂດຍປະຊາຊົນເລືອກຕັ້ງຢູ່ຂັ້ນຊາດ ແລະຂັ້ນແຂວງ. ບົດລາຍງານກໍ່ຊີ້ໃຫ້ເຫັນບັນດາຂົງເຂດຊື່ງແມ່ຍິງສົນໃຈ ແມ່ນຕ່າງກັບເພດຊາຍ ພ້ອມທັງຖືວ່າ ບັນດາຄວາມແຕກຕ່າງນັ້ນພາໄປເຖິງຄວາມຈຳເປັນຕ້ອງມີຜູ້ຕາງຫນ້າ ທັງຍິງ ແລະຊາຍ ໃນບັນດາອົງການປະຊາຊົນເລືອກຕັ້ງ.

ໃນບົດລາຍງານດັ່ງກ່າວ ມີປະຊາຊົນກວ່າ 14.700 ຄົນຖືກຖາມ. ນີ້ແມ່ນຕົວເລກ ມີຈຳນວນປະຊາຊົນເຂົ້າຮ່ວມຫລາຍສຸດນັບແຕ່ເມື່ອປະຕິບັດການສຳຫລວດໃນທົ່ວປະເທດຄັ້ງທຳອິດເມື່ອປີ 2011. ນີ້ກໍ່ແມ່ນຄັ້ງທຳອິດດຳເນີນການສຳຫລວດເກັບກຳຄຳເຫັນຂອງປະຊາຊົນຈົດທະບຽນອາໄສຊົ່ວຄາວ.  ມີຈຳນວນຜູ້ເຂົ້າມາອາໄສຊົ່ວຄາວ ກວ່າ 300 ຄົນ ໄດ້ຮັບການສຳຫລວດຢູ່ 6 ແຂວງ ແລະ ນະຄອນ ຂຶ້ນກັບສູນກາງ ນັ້ນແມ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ບັກນີງ, ດາຫນັງ, ດົງນາຍ ແລະ ບີ່ງເຢືອງ. ຕາມທ່ານນາງ Caitlin Wiesen ຫົວຫນ້າອົງການ UNDP ປະຈຳຫວຽດນາມ ແລ້ວ, ຄວາມມານະພະຍາຍາມສ້າງລະບົບຖານຂໍ້ມູນແຫ່ງຊາດກ່ຽວກັບ ປະຊາກອນ ແລະ ບັດປະຈຳຕົວ ຫັນເປັນດີຈີຕອນໃນປະຈຸບັນ ແມ່ນບາດກ້າວເດີນຖືກທິດຂອງລັດຖະບານ ເພື່ອຮັດແຄບໄລຍະຫ່າງລະຫວ່າງ ຊາວອົບພະຍົບຕໍ່ກັບຊາວທ້ອງຖິ່ນ.

ກໍ່ເຊັ່ນດຽວກັນກັບຊຸມປີກ່ອນ, ບົດລາຍງານ PAPI ປີ 2020 ກໍ່ສະຫນອງໝາກຜົນລະອຽດກ່ຽວກັບປະສິດທິຜົນການເຄື່ອນໄຫວຂອງບັນດາແຂວງ ດ້ວຍ 8 ເນື້ອໃນ ລວມມີ: ການເຂົ້າຮ່ວມຂອງປະຊາຊົນຢູ່ຂັ້ນຮາກຖານ, ຄວາມເປີດເຜີຍ, ໂປ່ງໃສໃນການອອກຂໍ້ຕົກລົງ; ຄວາມຮັບຜິດຊອບອະພິປາຍໃຫ້ປະຊາຊົນຮັບຊາບ; ການຄວບຄຸມການສໍ້ລາດບັງຫລວງໃນຂົງເຂດສາທາລະນະ; ລະບຽບການບໍລິຫານສາທາລະນະ; ການສະຫນອງບໍລິການສາທາລະນະ; ການຄຸ້ມຄອງສິ່ງແວດລ້ອມ ແລະ ການຄຸ້ມຄອງເອເລັກໂຕນິກ ກໍ່ຄື ຄະແນນ PAPI  ລວບລວມ. ບົດລາຍງານໄດ້ ສະຫນອງຂໍ້ມູນ ແລະ ເປັນຫນ້າໄວ້ເນື້ອເຊື່ອໃຈກ່ຽວກັບປະສິດທິຜົນວຽກງານບໍລິຫານ, ຄຸ້ມຄອງລັດ ແລະ ສະຫນອງບໍລິຫານສາທາລະນະຂອງອຳນາດການປົກຄອງທຸກຂັ້ນ ແລະ ການປະກອບສ່ວນຫລາຍສົມຄວນເຂົ້າໃນວິວັດການປ່ຽນໃຫມ່ຈີນຕະນາການ, ມຸ່ງໄປເຖິງການຄຸ້ມຄອງສາທາລະນະທັນສະໄຫມ ແລະ ປ່ຽນໃຫມ່ນະໂຍບາຍໂດຍອີງໃສ່ສະພາບຕົວຈິງຂອງຫວຽດນາມ.

ຕອບກັບ