ບັນດາວິສາຫະກິດມານະພະຍາຍາມຜັນຂະຫຍາຍປະຕິບັດການຫັນປ່ຽນສູ່ດີຈີຕອນ

Hang- Hoa
Chia sẻ
(VOVWORLD) - ການຄ້າເອເລັກໂຕນິກພວມພັດທະນາຢ່າງແຂງແຮງຢູ່ ຫວຽດນາມ. ໄປພ້ອມກັບການພັດທະນາຂອງເສດຖະກິດດີຈີຕອນ, ການເຄື່ອນໄຫວດຳເນີນທຸລະກິດຄ້າຂາຍສິນຄ້າ, ການບໍລິການຜ່ານລະບົບການຄ້າເອເລັກໂຕນິກ ພວມນັບມື້ນັບແຜ່ຂະຫຍາຍ ແລະ ກາຍເປັນປັດໄຈ ຊ່ວຍໃຫ້ບັນດາວິສາຫະກິດປະສົບຜົນສຳເລັດ. 

ຫວຽດນາມ ໄດ້ກຳນົດວ່າ ຮອດເວລາແລ້ວ ທີ່ຕ້ອງການມີລາຍການລະອຽດກ່ຽວກັບການຫັນປ່ຽນສູ່ດີຈີຕອນ ແນໃສ່ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດເວົ້າສະເພາະ ແລະ ປະຕິບັດເປົ້າໝາຍຫັນປ່ຽນສູ່ດີຈີຕອນຂອງ ຫວຽດນາມ ເວົ້າລວມ.

ບັນດາວິສາຫະກິດມານະພະຍາຍາມຜັນຂະຫຍາຍປະຕິບັດການຫັນປ່ຽນສູ່ດີຈີຕອນ - ảnh 1ພາບປະກອບ/Pinterest

ບົດລາຍງານຂອງບັນດາກຸ່ມບໍລິສັດ Google, Temasek ແລະ Bain & Company ສະແດງໃຫ້ເຫັນວ່າ, ປີ 2020 ຕະຫລາດການຄ້າເອເລັກໂຕນິກ ຫວຽດນາມ ຢືນອັນດັບທີ 3 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບຂອບຂະໜາດ, ບັນລຸ 7 ຕື້ USD, ຖັດຈາກ ອິນໂດເນເຊຍ (32 ຕື້ USD) ແລະ ໄທ (9 ຕື້ USD). Google ຄາດຄະເນວ່າ ຮອດປີ 2025 ການຄ້າເອເລັກໂຕນິກ ຫວຽດນາມ ສາມາດບັນລຸລະດັບເຕີບໂຕສູງສຸດໃນພາກພື້ນ, ປະມານ 34%. ດ້ວຍທ່າໄດ້ປຽບແມ່ນຄ່າໃຊ້ຈ່າຍຕ່ຳ ແຕ່ສາມາດເຊື່ອມຕໍ່ກັບຕະຫລາດທົ່ວໂລກໄດ້, ການຄ້າເອເລັກໂຕນິກພວມແມ່ນທ່າອ່ຽງພັດທະນາໃນສະພາບປະຈຸບັນ.

ບັນຫາວາງອອກແມ່ນ ຖ້າບໍ່ໝູນໃຊ້ບັນດາເຕັກໂນໂລຊີດີຈີຕອນຢ່າງວ່ອງໄວ, ການສົ່ງອອກ-ນຳເຂົ້າ ຍັງຄົງແມ່ນຂົງເຂດຂອງບັນດາວິສາຫະກິດໃຫຍ່, ໃນຂະນະນັ້ນ ບັນດາວິສາຫະກິດ ສ່ວນຫລາຍຢູ່ ຫວຽດນາມ ລ້ວນແຕ່ມີຂອບຂະໜາດນ້ອຍ ແລະ ກາງ ບໍ່ສາມາດຍາດແຍ່ງໄດ້ບັນດາກາລະໂອກາດໃໝ່. ປະຈຸບັນ, ຍັງມີວິສາຫະກິດຫລາຍແຫ່ງ, ພິເສດແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ ຍັງບໍ່ທັນຕັດສິນໃຈຕໍ່ວິວັດການຫັນປ່ຽນສູ່ດີຈີຕອນ ຫຼື ເມື່ອຜັນຂະຫຍາຍປະຕິບັດມີຄວາມລັ່ງເລໃຈ.

ສາຍເຫດແມ່ນ ຍ້ອນວິສາຫະກິດຂະໜາດກາງ ແລະ ນ້ອຍ ສ່ວນຫລາຍຂອງ ຫວຽດນາມ ຍັງບໍ່ທັນມີບັນດາກາລະໂອກາດສຳຜັດກັບເຕັກໂນໂລຊີເຕັກນິກດີຈີຕອນ, ຍັງບໍ່ທັນມີຈິນຕະນາການດຳເນີນທຸລະກິດດ້ວຍພື້ນຖານດີຈີຕອນ, ຂາດຄວາມເຂົ້າໃຈ ຂອງລູກຄ້າ ແລະ ຂາດຂໍ້ມູນການເຄື່ອນໄຫວ, ຂາດຍຸດທະສາດດຳເນີນທຸລະກິດດ້ວຍພື້ນຖານດີຈີຕອນ…

ທ່ານ ໂດຮ່ວາງຫາຍ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນເຕັກໂນໂລຊີ Wincom ໃຫ້ຮູ້ວ່າ ໃນສະພາບຕົວຈິງ, ປະຈຸບັນ ວິສາຫະກິດຫລາຍແຫ່ງພວມປະສົບກັບຕວາມຕິດຂັດໃນການກຳນົດເປົ້າໝາຍຫັນປ່ຽນສູ່ດີຈີຕອນ ແລະ ບໍ່ຮູ້ວ່າ ຈະເລີ່ມຕົ້ນຄືແນວໃດ? ເພື່ອແກ້ໄຂບັນຫານີ້, ຄວນມີຮູບແບບພັດທະນາລະອຽດກ່ຽວກັບການຫັນປ່ຽນສູ່ດີຈີຕອນ.

ການຫັນປ່ຽນສູ່ດີຈີຕອນພວມດຳເນີນຢ່າງແຮງຢູ່ບັນດາປະເທດອື່ນຄື ສິງກະໂປ, ມາເລເຊຍ ແລະ ໄທ. ສະນັ້ນ, ທ່ວງທ່າໃນໄລຍະຈະມາເຖິງນີ້, ຫວຽດນາມ ແລະ ພາກພື້ນ ກໍ່ເຫັນໄດ້ບັນຫາໜຶ່ງຢ່າງຈະແຈ້ງທີ່ສຸດ, ນັ້ນແມ່ນ ບັນດາວິສາຫະກິດ ຄວນມີແນວທາງປະຕິບັດຢ່າງລະອຽດທີ່ສຸດ, ບໍ່ແມ່ນດຳເນີນຂະບວນການ, ໂຮ່ ຮ້ອງປຸກປັນ, ຄຳຂວັນເທົ່ານັ້ນ.

ທ່ານ ຫງວຽນງອັກຢຸງ, ຮອງປະທານສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຢັ້ງຢືນວ່າ, ການຄ້າເອເລັກໂຕນິກແມ່ນໜຶ່ງໃນບັນດາມາດຕະການສຳຄັນ ຊ່ວຍໃຫ້ການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດພັດທະນາ. ສະນັ້ນ, ການຫັນປ່ຽນສູ່ດີຈີຕອນໃນວິສາຫະກິດແມ່ນສິ່ງຈຳເປັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ໃນປະຈຸບັນ. ທ່ານ ຫງວຽນງອັກຢຸງ ໃຫ້ຮູ້ວ່າ:

ໃນອະນາຄົດ, ການຄ້າເອເລັກໂຕນິກຍິ່ງພັດທະນາ ແລະ ບັນດາໂປແກຼມເຄື່ອນໄຫວຊື້ເຄື່ອງຂອງ, ກໍໍ່ຄືການກະທົບຕອບຜ່ານບັນດາເຄື່ອງມືຖື, ໂທລະສັບມືຖືກໍຍິ່ງແຜ່ຂະຫຍາຍ, ດັ່ງນັ້ນການຫັນປ່ຽນຕ້ອງແທດເໝາະກັບເນື້ອໃນທັງໝົດເຫຼົ່ານັ້ນ. ສະນັ້ນ, ບັນດາວິສາຫະກິດ ບໍ່ພຽງແຕ່ຫັນປ່ຽນໃນຂົງເຂດສ້າງເວັບໄຊໂຄສະນາຜະລິດຕະພັນເທົ່ານັ້ນ ຫາກຍັງຫັນປ່ຽນໃນທົ່ວລະບົບຂອງການຄ້າເອເລັກໂຕນິກ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່ອີກດ້ວຍ, ໃນນັ້ນ ມີບັນຫາ logistics, ກ່ຽວກັບການສົ່ງອອກ-ນຳເຂົ້າທາງອອນລາຍ ກໍ່ຄືການມອບສົ່ງເຄື່ອງຂອງພວກເຮົາ ກໍ່ຕ້ອງສ້າງໃຫ້ສຳເລັດບໍລິບູນ.

ບັນດາວິສາຫະກິດມານະພະຍາຍາມຜັນຂະຫຍາຍປະຕິບັດການຫັນປ່ຽນສູ່ດີຈີຕອນ - ảnh 2ທ່ານ ຫງວຽນງອັກຢຸງ, ຮອງປະທານສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ. ພາບ: cafef.vn

ຕາມທ່ານ ຫງວຽນກິມຮຸ່ງ, ຜູ້ຮັກສາການຫົວໜ້າສະຖາບັນວິທະຍາສາດບໍລິຫານວິສາຫະກິດ ແລະ ເສດຖະກິດດີຈີຕອນ ຫວຽດນາມ ແລ້ວ, ເພື່ອໜູນຊ່ວຍໃຫ້ວິສາຫະກິດຫັນປ່ຽນສູ່ດີຈີຕອນນັ້ນ, ນອກຈາກກົນໄກ, ນະໂຍບາຍແລ້ວ, ແຫຼ່ງທຶນໜູນຊ່ວຍບັນດາວິສາຫະກິດຍູ້ແຮງວິວັດການຫັນປ່ຽນສູ່ດີຈີຕອນກໍ່ເປັນສິ່ງສຳຄັນທີ່ສຸດ.

ກ່ຽວກັບແຫຼ່ງທຶນວິສາຫະກິດຫັນປ່ຽນສູ່ດີຈີຕອນ ຂ້າພະເຈົ້າຍັງບໍ່ທັນເຫັນມີໃຜໄດ້ປຶກສາຫາລືເລີຍ, ທະນາຄານບໍ່ໃຫ້ບັນດາບໍລິສັດເຕັກໂນໂລຊີກູ້ຢືມທຶນ ຍ້ອນວ່າເຂົາເຈົ້າບໍ່ຮູ້ວ່າ ມັນແມ່ນອັນໃດ ແລະ ທະນາຄານກໍ່ບໍ່ໃຫ້ບັນດາບໍລິສັດທຳມະດາກູ້ຢືມທຶນເພື່ອລົງທຶນເຂົ້າຂົງເຂດເຕັກໂນໂລຊີ. ສະນັ້ນ ໃຜຈະໃຫ້ກູ້ຢືມທຶນ, ການຫັນປ່ຽນສູ່ດີຈີຕອນຕ້ອງມີແຫຼ່ງກຳລັງ. ທີສອງແມ່ນ ເພື່ອໃຫ້ວິສາຫະກິດມີເງິນລົງທຶນເຂົ້າເຕັກໂນໂລຊີ ກໍ່ຄວນປັບປຸງມະຕິຂອງລັດຖະບານ, ການຫັນປ່ຽນສູ່ດີຈີຕອນ ຕ້ອງມີເງິນທຶນຈຶ່ງສາມາດປະຕິບັດໄດ້.

ພ້ອມກັບແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຊີສູງ, ແຫຼ່ງທຶນເພື່ອໜູນຊ່ວຍບັນດາວິສາຫະກິດຫັນປ່ຽນສູ່ດີຈີຕອນ ກໍ່ແມ່ນບັນຫາ ໄດ້ຮັບຄວາມເອົາໃຈໃສ່ຈາກ ລັດຖະບານ. ເລື່ອງມີມາດຕະການແກ້ໄຂບັນດາບັນຫານີ້ ຈະຊ່ວຍໃຫ້ເປົ້າໝາຍຫັນປ່ຽນສູ່ດີຈີຕອນຂອງ ຫວຽດນາມ ສາມາດປະກົດຜົນເປັນຈິງໃນອະນາຄົດອັນໃກ້ໆນີ້./.

ຕອບກັບ