ບັນດາການຄາດຄະເນທີ່ບໍ່ປະເອີບໃຈກ່ຽວກັບໂລກໃນປີ 2024

Quang Dũng
Chia sẻ
(VOVWORLD) -

ໃນຊຸມວັນຕົ້ນປີ 2024 ນີ້, ໂລກໄດ້ຮັບບັນດາການຄາດຄະເນທີ່ບໍ່ປະເອີບໃຈ ກ່ຽວກັບສະພາບແວດລ້ອມຄວາມໝັ້ນຄົງ, ການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືການເຕີບໂຕເສດຖະກິດໃນປີນີ້. ສິ່ງນີ້ໄດ້ສະແດງໃຫ້ເຫັນການຜັນແປໃນທົ່ວໂລກໃນຊຸມປີຜ່ານມາຍັງສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຢູ່.

ບັນດາການຄາດຄະເນທີ່ບໍ່ປະເອີບໃຈກ່ຽວກັບໂລກໃນປີ 2024 - ảnh 1ພາບປະກອບ

        ວັນທີ 10 ມັງກອນ ຜ່ານມາ, ເວທີປາໄສເສດຖະກິດໂລກ (WEF) ໄດ້ປະກາດ “ບົດລາຍງານຄວາມສ່ຽງທົ່ວໂລກໃນປີ 2024”, ເຊິ່ງໄດ້ເຕື້ອງເຖິງບັນດາໄພນາບຂູ່ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການເຕີບໂຕຂອງເສດຖະກິດທົ່ວໂລກ, ໃນນັ້ນບັນດາໄພນາບຂູ່ແບບໃໝ່ໄດ້ພົ້ນເດັ່ນຂຶ້ນຢືນແຖວໜ້າ.

ປັນຍາປະດິດຢືນອັນດັບໜຶ່ງໃນບັນດາຄວາມສ່ຽງໄພ

        ເພື່ອປະຕິບັດບົດລາຍງານຄວາມສ່ຽງທົ່ວໂລກປີນີ້, ແຕ່ເດືອນ ກັນຍາ 2023, WEF ໄດ້ສົມທົບກັບກຸ່ມບໍລິສັດປະກັນໄພ Zurich  ສຳຫຼວດເກັບຂໍ້ມູນກັບນັກຊ່ຽວຊານຄົ້ນຄ້ວາຄວາມສ່ຽງທົ່ວໂລກ, ບັນດານັກວາງນະໂຍບາຍ ແລະ ບັນດາການນຳໃນຂົງເຂດຕ່າງໆກ່ວາ 1.400 ທ່ານ ກ່ຽວກັບບັນດາໄພນາບຂູ່ທີ່ເປັນໜ້າວິຕົກວັງວົນທີ່ສຸດໃນໂລກ ຕາມການຕີລາຄາຂອງເຂົາເຈົ້າ. ໝາກຜົນນີ້ໄດ້ສະແດງໃຫ້ເຫັນວ່າ “ຂ່າວປອມ ແລະ ຂ່າວບິດເບືອນຍ້ອນປັນຍາປະດິດກໍ່ຂຶ້ນ” ໄດ້ຈັດຢູ່ອັນດັບ 1 ໃນຈຳນວນ 10 ຄວາມສ່ຽງໃຫຍ່ທີ່ສຸດເຊິ່ງໂລກຕ້ອງປະເຊີນໜ້າໃນປີນີ້. ທ່ານນາງ Saadia Zahidi, ຜູ້ອຳນວຍການບໍລິຫານ WEF ແບ່ງປັນວ່າ:

          “ຂ້າພະເຈົ້າຄິດວ່າ, ພວກເຮົາກ້າວເຂົ້າສູ່ປີນີ້ດ້ວຍແງ່ຫວັງບໍ່ສະຫວ່າງສະໄຫວ. ກ່ຽວກັບສະພາບສັງລວມ, ແງ່ຫວັງໃນໄລຍະ 2 10 ປີຈະມາເຖິງ, ພວກເຮົາເຫັນວ່າສະພາບຄ່ອຍໆຮ້າຍແຮງຂຶ້ນ. ຖ້າໄລ່ໃນໄລຍະ 2 ປີຈະມາເຖິງ, ພວກຂ້າພະເຈົ້າຕີລາຄາວ່າ ຂ່າວປອມ ແລະ ຂ່າວບິດເບືອນໂດຍປັນຍາປະດິດ (AI) ກໍ່ຂຶ້ນແມ່ນຄວາມສ່ຽງໃຫຍ່ຫຼວງທີ່ສຸດ”.

        ຕາມບັນດານັກຊ່ຽວຊານຂອງ WEF ແລ້ວ, ເລື່ອງ “ຂ່າວປອມ ແລະ ຂ່າວບິດເບືອນໂດຍ AI ກໍ່ຂຶ້ນ” ໄດ້ຈັດເຂົ້າບັນຊີລາຍຊື່ຄວາມສ່ຽງໃຫຍ່ຫຼວງທີ່ສຸດທີ່ເລີ່ມມາຈາກສະພາບການຕົວຈິງ, ນັ້ນແມ່ນ: ເຕັກໂນໂລຊີນີ້ພວມໃນໄລຍະພັດທະນາທີ່ສຸດ ແລະ ນັບມື້ນັບສົ່ງຜົນກະທົບຫຼາຍກ່ວາເຖິງທຸກຂົງເຂດຂອງຊີວິດທາງການເມືອງ - ສັງຄົມຂອງໂລກ. ນອກຈາກນັ້ນ, ໃນປີນີ້, ເກືອບ 3 ຕື້ຄົນ, ເທົ່າກັບຈຳນວນເກືອບ 50% ພົນລະເມືອງເຖິງກະສຽນອາຍຸທົ່ວໂລກ, ຈະເຂົ້າຮ່ວມການປ່ອນບັດໃນການເລືອກຕັ້ງທີ່ມີຄວາມໝາຍສຳຄັນຄັ້ງຕ່າງໆ, ຢູ່ຫຼາຍປະເທດ ແລະ ພາກພື້ນໃນໂລກ, ຄື: ອາເມລິກາ, ລັດເຊຍ, ອິນເດຍ, ອາຟຣີກາໃຕ້, ເມັກຊີໂກ, ສະຫະພາບເອີລົບ. ດັ່ງນັ້ນ, ຄວາມສ່ຽງຈາກເຕັກໂນໂລຊີ AI ໄດ້ນຳໃຊ້ເພື່ອດຳເນີນບັນດາບັ້ນເຄື່ອນໄຫວຫວານຂ່າວປອມ, ຜ່ານນັ້ນກໍ່ສົ່ງຜົນກະທົບເຖິງຜູ້ມີສິດເລືອກຕັ້ງ, ກໍ່ຄວາມຜິດພາດເຖິງໝາກຜົນຂອງການເລືອກຕັ້ງ.

          ຖັດຈາກຄວາມສ່ຽງທີ່ກ່ຽວຂ້ອງເຖິງ AI ແມ່ນບັນດາບັນຫາ, ຄື: ສະພາບດິນຟ້າອາກາດຜິດປົກກະຕິ; ຄວາມແບ່ງແຍກໃນສັງຄົມ; ການປະທະກັນຂອງກຳລັງປະກອບອາວຸດລະຫວ່າງປະເທດຕ່າງໆ; ສະພາບຂາດຄວາມປອດໄພທາງອິນເຕີເນັດ; ຂາດໂອກາດດ້ານເສດຖະກິດ; ເງິນເຟີ້; ການອົບພະຍົບແບບບັງຄັບ… ແມ່ນບັນດາຄວາມສ່ຽງທີ່ WEF ຕີລາຄາວ່າຈະສ້າງບັນດາຄວາມສ່ຽງໃຫຍ່ສຸດຕໍ່ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການເຕີບໂຕເສດຖະກິດທົ່ວໂລກ. ຕໍ່ໜ້າສະພາບການຕົວຈິງນັ້ນ, ທ່ານ Borge Brende, ປະທານ WEF ຖືວ່າ: ຍິ່ງກ່ວາເວລາໃດໝົດ ໂລກຕ້ອງຮຽນຄືນວິທີການຮ່ວມມືນຳກັນ, ໃນຕໍ່ໜ້າແມ່ນຢູ່ເວທີປາໄສເສດຖະກິດໂລກປະຈຳປີ ໂດຍ WEF ຈັດຕັ້ງ, ເວທີປາໄສນີ້ຈະຈັດຂຶ້ນໃນອາທິດໜ້າ (ແຕ່ວັນທີ 15 – 19 ມັງກອນ), ຢູ່ Davos (ປະເທດສະວິດ):

        “ພວກເຮົາອາດຈະເຫັນໄດ້ວ່າການຮ່ວມມືໃນໂລກໄດ້ຫລຸດລົງນັບແຕ່ປີ 2016 ແລະ ຮອດປີ 2020 ແມ່ນຫລຸດລົງຢ່າງແຮງ. ຈຳນວນຜູ້ຕ້ອງປະລະເຮືອນຊານບ້ານຊ່ອງໃນແຕ່ລະປີເພີ່ມຈາກລະດັບ 40 ລ້ານຄົນ ຂຶ້ນເປັນ 110 ລ້ານຄົນໃນປີຜ່ານມາ. ພວກເຮົາກໍ່ໄດ້ເຫັນປະຈັກຕາບັນດາການບຸກໂຈມຕີທາງອິນເຕີເນັດທີ່ເພີ່ມຂຶ້ນທົບ 4 ເທົ່າ. ດັ່ງນັ້ນ, ຢູ່ Davos, ພວກຂ້າພະເຈົ້າຈະເຊີນບັນດານັກປາຖະກະຖາ ເພື່ອຊອກຫາບັນດາກາລະໂອກາດຮ່ວມມືໃນສະພາບການທີ່ເຕັມໄປດ້ວຍສິ່ງທ້າທາຍຄືໃນປະຈຸບັນ”.

ບັນດາການຄາດຄະເນທີ່ບໍ່ປະເອີບໃຈກ່ຽວກັບໂລກໃນປີ 2024 - ảnh 2ທ່ານ Borge Brende, ປະທານ WEF
(ພາບ:AFP/TTXVN)

ບັນດາການຄາດຄະເນທີ່ບໍ່ສະຫວ່າງສະໄຫວ

        ໃນ “ບົດລາຍງານຄວາມສ່ຽງທົ່ວໂລກ” ເຊິ່ງ WEF ຫາກໍ່ປະກາດ ໄດ້ສ່ອງແສງໃຫ້ເຫັນທ່າອ່ຽງລະມັດລະວັງ, ບໍ່ສະຫວ່າງສະໄຫວພວມກວມສ່ວນຫຼາຍໃນບັນດາບົດຄາດຄະເນເສດຖະກິດ - ສັງຄົມທົ່ວໂລກ ເຊິ່ງຫຼາຍອົງການສາກົນຍົກອອກມາໃນຊຸມວັນຕົ້ນປີນີ້. ກ່ອນໜ້ານັ້ນ, ວັນທີ 4 ມັງກອນ, ສະຫະປະຊາຊາດ ໄດ້ປະກາດບົດລາຍງານ “ແງ່ຫວັງເສດຖະກິດໂລກ 2024”, ໂດຍຮັບຮູ້ວ່າການຄ້າທົ່ວໂລກຊຸດໂຊມລົງ, ດອກເບ້ຍເງິນກູ້ ສູງຂຶ້ນ, ໜີ້ສາທາລະນະເພີ່ມຂຶ້ນສູງ ແລະ ຄວາມເຄັ່ງຕຶງດ້ານພູມສາດການເມືອງເພີ່ມຂຶ້ນເຮັດໃຫ້ການເຕີບໂຕທົ່ວໂລກໃນປີນີ້ປະສົບກັບຄວາມສ່ຽງ.

        ຕາມ ສປຊ ແລ້ວ, ການເຕີບໂຕເສດຖະກິດທົ່ວໂລກໃນປີນີ້ຄາດວ່າ ຈະບັນລຸພຽງແຕ່ປະມານ 2,4% ຫລຸດລົງ ເມື່ອທຽບໃສ່ລະດັບ 2,7% ຂອງປີ 2023. ບັນດາພື້ນຖານເສດຖະກິດໃຫຍ່ຄື: ອາເມລິກາ, ຈີນ, ສະຫະພາບເອີລົບ (EU), ຍີ່ປຸ່ນ… ລ້ວນແຕ່ໄດ້ຄາດຄະເນຈະບັນລຸຜົນງານບໍ່ໄດ້ດີປານໃດ, ໃນຂະນະນັ້ນ, ພື້ນຖານເສດຖະກິດຢືນອັນດັບໜຶ່ງໃນໂລກ ແມ່ນ ອາເມລິກາ ໄດ້ເພີ່ມຂຶ້ນປະມານ 1,4% ໃນປີນີ້ເທົ່ານັ້ນ, ຕ່ຳກ່ວາຫຼາຍເມື່ອທຽບໃສ່ອັດຕາການເຕີບໂຕປະມານ 2,5% ຂອງປີ 2023.  ເປັນໜ້າສົນໃຈວ່າ, ກຸ່ມບັນດາປະເທດພວມພັດທະນາຢູ່ ອາຊີຕາເວັນອອກ, ອາຊີຕາເວັນຕົກ, ອາເມລິກາ ລາຕິນ ແລະ ກາຣີເບ ກໍ່ໄດ້ຮັບການຄາດຄະເນຈະມີການເຕີບໂຕຫຍຸ້ງຍາກ ໃນສະພາບດ້ານການເງິນຖືກຮັດແຄບລົງ ແລະ ຄວາມຕ້ອງການຢູ່ພາຍນອກຊຸດໂຊມ.

        ກໍ່ມີຂໍ້ສັງເກດລວມ, ວັນທີ 9 ມັງກອນ, ທະນາຄານໂລກ (WB) ກໍ່ໄດ້ຍົກອອກການຄາດຄະເນວ່າ ການເຕີບໂຕທົ່ວໂລກໃນປີນີ້ຈະຊັກຊ້າລົງໃນປີທີ 3 ຢ່າງລຽນຕິດ. ທ່ານ Ayhan Kose, ຮອງຫົວໜ້ານັກຊ່ຽວຊານເສດຖະກິດຂອງ WB, ໃຫ້ຮູ້ວ່າ:

        “ເສດຖະກິດທົ່ວໂລກມີຄວາມໝັ້ນຄົງພໍສົມຄວນ ເຖິງວ່າຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກຕໍ່ເນື່ອງ, ແຕ່ການຊຸດໂຊມຂອງການເຕີບໂຕທົ່ວໂລກຍັງສືບຕໍ່ຢູ່. ປີນີ້ຈະແມ່ນປີທີ 3 ທີ່ຫລຸດລົງ, ດ້ວຍລະດັບການເຕີບໂຕທົ່ວໂລກ ເຊິ່ງພວກຂ້າພະເຈົ້າຄາດຄະເນວ່າແມ່ນ 2,4%. ປີກາຍແມ່ນ 2,6%. ນອກຈາກນັ້ນ, ຍັງມີຫຼາຍຄວາມສ່ຽງອື່ນໆເຊິ່ງເສດຖະກິດທົ່ວໂລກຕ້ອງປະເຊີນໜ້າ”.

        ຕາມ WB ແລ້ວ, ຖ້າຍົກເວັ້ນການຊຸດໂຊມຈາກໂລກລະບາດໂຄວິດ -19, ລະດັບການເຕີບໂຕຂອງປີນີ້ແມ່ນຕ່ຳທີ່ສຸດ ນັບແຕ່ເກີດວິກິດການການເງິນທົ່ວໂລກໃນປີ 2009. ຕາມ WB ແລ້ວ, ໃນທ້າຍປີນີ້, ປະຊາຊົນຢູ່ປະມານ ¼ ບັນດາປະເທດພວມພັດທະນາ ແລະ 40% ປະເທດມີລາຍຮັບຕ່ຳຈະທຸກຍາກກ່ວາເມື່ອທຽບໃສ່ປີ 2019, ໄລຍະກ່ອນເກີດໂລກລະບາດໂຄວິດ -19./.

ຕອບກັບ