ນຳ ຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂງດ້ານ startup ຢ່າງວ່ອງໄວ

Chia sẻ
(VOVWORLD) -ປີ 2021, ຫວຽດນາມ ຢືນອັນດັບທີ 44/132 ປະເທດ ແລະ ພື້ນຖານເສດຖະກິດກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ
ນຳ ຫວຽດນາມ ໃຫ້ກາຍເປັນປະເທດເຂັ້ມແຂງດ້ານ startup ຢ່າງວ່ອງໄວ - ảnh 1(ວັນບຸນເລີ່ມ startup ລະດັບຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ 4)

ການປະຕິວັດອຸດສາຫະກຳຄັ້ງທີ 4 ໄດ້ ແລະ ພວມສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງທຸກດ້ານຂອງຊີວິດສັງຄົມ. ບັນດາປະເທດ, ວິສາຫະກິດ ແລະ ແຕ່ລະສ່ວນບຸກຄົນຢາກພັດທະນາ ແມ່ນຕ້ອງມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ. ຈິດໃຈ startup (ເລີ່ມຕົ້ນທຸລະກິດ) ໄດ້ກາຍເປັນທ່າອ່ຽງລວມຂອງບັນດາປະເທດໃນປະຈຸບັນ. ໃນກະແສລວມນັ້ນ, ຢູ່ ຫວຽດນາມ, ຂະບວນການ startup ກໍ່ພວມພັດທະນາຢ່າງແຮງ, ພິເສດແມ່ນໃນໝູ່ໄວໜຸ່ມ, ນັກຮຽນ, ນັກສຶກສາ ແລະ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂຈາກລັດ, ລັດຖະບານ.

ແຜ່ຂະຫຍາຍຂະບວນການ startup ຂອງນັກຮຽນ, ນັກສຶກສາ

        ປີ 2021, ຫວຽດນາມ ຢືນອັນດັບທີ 44/132 ປະເທດ ແລະ ພື້ນຖານເສດຖະກິດກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ, ສືບຕໍ່ຢືນຢູ່ແຖວໜ້າໃນຈຳນວນ 34 ປະເທດມີລາຍຮັບປານກາງຕ່ຳ. ປະຈຸບັນ, ມີກວ່າ 1.000 ອົງການມີກຳລັງຄວາມສາມາດໜູນຊ່ວຍ startup, 100% ຮາກຖານບຳລຸງສ້າງມີແຜນການໜູນຊ່ວຍນັກຮຽນ, ນັກສຶກສາ startup. ທະນາຄານໂລກຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດຢູ່ ອາຊີຕາເວັນອອກ ລົງທຶນໃຫ້ແກ່ການປ່ຽນແປງໃໝ່ປະດິດຄິດສ້າງ, ມີຈຳນວນໃບຢັ້ງຢືນປະດິດສ້າງເທົ່າກັບ ຫຼື ສູງກວ່າຄວາມຫວັງເມື່ອທຽບໃສ່ກ່ອນນີ້.

        ມາຮອດປະຈຸບັນ, ມີກວ່າ 1.600 ໂຄງການ startup ຂອງນັກຮຽນ, ນັກສຶກສາໄດ້ຮັບການແນະນຳ, ໃນນັ້ນມີຫຼາຍແນວຄວາມຄິດ, ໂຄງການຂອງນັກສຶກສາໄດ້ ສ້າງຕັ້ງເປັນວິສາຫະກິດ ຫຼື ບັນດາວິສາຫະກິດໃຫຍ່ຊື້ເອົາ.

        ເຖິງຢ່າງໃດກໍ່ຕາມ, ໂດຍແມ່ນປະເທດມີຈຸດເລີ່ມຕົ້ນຊ້າກວ່າກ່ຽວກັບ startup. ເພື່ອນຳ ຫວຽດນາມ ກາຍເປັນປະເທດພັດທະນາດ້ານ startup ຢ່າງແຮງ, ຂະບວນການ startup ຢູ່ ຫວຽດນາມ ຕ້ອງຫັນໄປສູ່ໄລຍະໃໝ່ທີ່ສູງກວ່າ ນັບທັງທາງດ້ານຄຸນນະພາບ ແລະ ຈຳນວນ. ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເນັ້ນໜັກທີ່ວັນບຸນເລີ່ມ startup ລະດັບຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ 4 ທີ່ຫາກໍ່ດຳເນີນໃນອາທິດຜ່ານມາ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວວ່າ:

        “ຕ້ອງຖືນີ້ແມ່ນໜ້າທີ່ຈຸດສຸມຂອງທັງລະບົບການເມືອງ ຫາກບໍ່ພຽງແຕ່ແມ່ນໜ້າທີ່ຂອງສະເພາະແຕ່ກະຊວງ, ຂະແໜງການ, ທ້ອງຖິ່ນໃດ. ຕ້ອງຍູ້ແຮງການສື່ສານກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ສົ່ງເສີມຈິນຕະນາການປ່ຽນແປງໃໝ່ປະດິດຄິດສ້າງ… ຕ້ອງຍູ້ແຮງລະບົບສະພາບແວດລ້ອມ startup ໃນຂະແໜງການສຶກສາເວົ້າລວມ, ໂດຍສະເພາະແມ່ນສະພາບແວດລ້ອມ startup ໃນບັນດາມະຫາວິທະຍາໄລ, ວິທະຍາໄລ ເວົ້າສະເພາະ.”

ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງຂະບວນການປ່ຽນແປງໃໝ່ປະດິດຄິດສ້າງ

        ຫວຽດນາມ ມີບັນດາແຜນນະໂຍບາຍ, ກົນໄກ, ນະໂຍບາຍ, ແຜນຮ່າງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາ startup, ໃນນັ້ນອາດເວົ້າເຖິງຄື ແຜນຮ່າງ 1665 ຂອງລັດຖະບານ. ແຜນຮ່າງດັ່ງກ່າວ ແລະ ວັນບຸນ startup ລະດັບຊາດຂອງນັກຮຽນ, ນັກສຶກສາໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ຊຸກຍູ້ຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ, ຊ່ວຍໃຫ້ພວກນ້ອງປ່ຽນແປງໃໝ່ຈິນຕະນາການ, ຄວາມຮັບຮູ້, ກ້າຄິດກ້າທຳ ແລະ ມີຄວາມຄາດຫວັງໃຫຍ່ເພື່ອຫັນຄວາມໄຝ່ຝັນ, ແນວຄວາມຄິດຂອງຕົນໃຫ້ປະກົດຜົນເປັນຈິງ.

        ສ້າງລະບົບ startup ປ່ຽນແປງໃໝ່ປະດິດຄິດສ້າງແມ່ນວິວັດການຍາວນານ, ຮຽກຮ້ອງຕ້ອງມີວິໄສທັດ, ມາດຕະການແກ້ໄຂໂດຍພື້ນຖານ, ມີຍຸດທະສາດ. ໃນວິວັດການນັ້ນ, ຍາມໃດ ຫວຽດນາມ ກໍ່ເອົາໃຈໃສ່ລົງທຶນຢ່າງແຮງໃຫ້ແກ່ການ startup ຂອງລຸ້ນໜຸ່ມ. ທີ່ວັນບຸນ startup ລະດັບຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ 4, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊີ້ແຈ້ງວ່າ: ອຳນາດການປົກຄອງຍາມໃດກໍ່ຮ່ວມເດີນທາງກັບໄວໜຸ່ມໃນວິວັດການ startup, ກໍ່ສ້າງບັນດາຄຸນຄ່າໃຫ້ແກ່ວົງຄະນະຍາດ, ປະກອບສ່ວນໃຫ້ແກ່ການພັດທະນາປະເທດຊາດ.

        “ຢາກມີການ startup ປ່ຽນແປງໃໝ່ປະດິດຄິດສ້າງນັ້ນ ການສຶກສາຕ້ອງປ່ຽນແປງໃໝ່ຢ່າງມີຫົວຄິດປະດິດກສ້າງ. startup ປ່ຽນແປງໃໝ່ປະດິດຄິດສ້າງຕ້ອງສຸມໃສ່ພັດທະນາແຕ່ກົກ, ຈາກຄວາມຮູ້, ທັກສະ, ຄຸນນະທາດ, ຄຸນສົມບັດຂອງຊາວ ຫວຽດນາມ, ລຸ້ນໜຸ່ມ ຫວຽດນາມ. ຂ້າພະເຈົ້າຢັ້ງຢືນກ່ຽວກັບຄວາມເອົາໃຈໃສ່, ລົງທຶນຂອງພັກ, ລັດ ແລະ ນາຍົກລັດຖະມົນຕີເອງ ທີ່ມີຕໍ່ລຸ້ນໜຸ່ມ, ຕໍ່ບັນດານັກຮຽນ, ນັກສຶກສາ. ລັດຖະບານ, ນາຍົກລັດຖະມົນຕີ ຈະສ້າງທຸກເງື່ອນໄຂເພື່ອສ້າງສະພາບແວດລ້ອມ startup  ປ່ຽນແປງໃໝ່ປະດິດຄິດສ້າງທີ່ອຳນວຍຄວາມສະດວກທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ວແນ່ວ່າ, ດ້ວຍກຳລັງແຮງໜຸ່ມ, ໃນມື້ໃດມື້ໜຶ່ຶ່ງອັນບໍ່ໄກນີ້ ພວກເພື່ອນຈະສ້າງຄຸນຄ່າອັນໃຫຍ່ຫຼວງ ບໍ່ພຽງແຕ່ໃຫ້ແກ່ ຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງໃຫ້ແກ່ໂລກອີກດ້ວຍ”.

        ເມື່ອທຽບໃສ່ຫຼາຍປະເທດ, ຫວຽດນາມ ມີທ່າໄດ້ປຽບດ້ານພົນລະເມືອງໜຸ່ມ, ໝາຍຄວາມວ່າ ມີກຳລັງໄວໜຸ່ມຫຼວງຫຼາຍເວົ້າລວມ, ແຮງງານໜຸ່ມເວົ້າສະເພາະ. ຟົດຟື້ນ, ຂະຫຍັນຂັນເຄື່ອນ, ມີຫົວປະດິດຄິດສ້າງ, ສຸດຈິດສຸດໃຈ, ໄວໜຸ່ມ ຫວຽດນາມ ໄດ້ ແລະ ພວມພິສູດໃຫ້ເຫັນບົດບາດແມ່ນເສົ້າຄ້ຳຂອງປະເທດຊາດ, ແມ່ນກຳລັງປະຈັນບານໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເຊິ່ງແມ່ນໜຶ່ງໃນບັນດາປັດໄຈຕັດສິນເຖິງຜົນສຳເລັດຂອງພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ດ້ວຍຄາດຫວັງບືນຕົວຂຶ້ນ, ລຸ້ນໜຸ່ມ ຫວຽດນາມ ໄດ້ ແລະ ພວມປະກອບສ່ວນເຂົ້າໃນການປະຕິບັດຄວາມໄຝ່ຝັນນຳ ຫວຽດນາມ ໃຫ້ກາຍເປັນປະເທດ startup ດ້ວຍກຳລັງບົ່ມຊ້ອນທາງດ້ານເສດຖະກິດທີ່ໝັ້ນຄົງເຂັ້ມແຂງ.

ຕອບກັບ