ນະ​ໂຍ​ບາຍ​ພາ​ສີ​ໃໝ່​ຂອງ ອາ​ເມ​ລິ​ກາ ເພີ່ມ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ຄ້າ​ທົ່ວ​ໂລກ

Chia sẻ
(VOVWORLD) - ວັນທີ 20 ກຸມພາ, ສານສູງສຸດ ອາເມລິກາ ໄດ້ອອກຄຳຕັດສິນຄັດຄ້ານນະໂຍບາຍພາສີທົ່ວໂລກ ເຊິ່ງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຍົກອອກເມື່ອເດືອນ ເມສາ 2025. ການກະທຳດັ່ງກ່າວ ມີຄວາມສ່ຽງເຮັດໃຫ້ການຄ້າທົ່ວໂລກຕົກເຂົ້າສູ່ສະພາບຂາດສະຖຽນລະພາບໃໝ່, ເມື່ອອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump  ຊອກຫາວິທີຊຸກຍູ້ນະໂຍບາຍພາສີ ພາຍໃຕ້ບັນດາຂອບນິຕິກຳໃໝ່.

ໃນຄຳຕັດສິນທີ່ໄດ້ຍົກອອກມາ, ສານສູງສຸດ ອາເມລິກາ ຖືວ່າ ພາສີນຳເຂົ້າອີງໃສ່ກົດໝາຍວ່າດ້ວຍສິດອຳນາດເສດຖະກິດສຸກເສີນສາກົນ (IEEPA) ໂດຍທ່ານ Donald Trump  ປະທານາທິບໍດີ ອາເມລິກາ ຈັດວາງແມ່ນຜິດກົດໝາຍ, ໝາຍຄວາມວ່າເລື່ອງອຳນາດການປົກຄອງ ອາເມລິກາ ບໍ່ພຽງແຕ່ບໍ່ສາມາດໝູນໃຊ້ນະໂຍບາຍພາສີດັ່ງກ່າວໄດ້ເທົ່ານັ້ນ ຫາກຍັງຕ້ອງຈ່າຍຄືນພາສີນຳເຂົ້າທີ່ໄດ້ເກັບໄປແລ້ວໃນປີຜ່ານມາ ລວມມູນຄ່າປະມານ 175 ຕື້ USD ອີກດ້ວຍ.

       ຄວາມຂາດສະຖຽນລະພາບຫຼາຍກວ່າຜົນປະໂຫຍດ

        ພາຍຫຼັງຄຳຕັດສິນຂອງສານສູງສຸດ ອາເມລິກາ, ໃນວັນທີ 20 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ເຊັນລັດຖະບັນຍັດຈັດວາງອັດຕາພາສີທົ່ວໂລກໃໝ່ 10% ໃນເວລາກຳນົດ 150 ວັນ ຕາມມາດຕາ 122 ຂອງກົດໝາຍວ່າດ້ວຍການຄ້າປີ 1974, ແທນໃຫ້ບັນດາລະດັບພາສີເກົ່າທີ່ໄດ້ປະກາດໃຊ້ຕາມກົດໝາຍ IEEPA. ຕາມວົງການນັກຊ່ຽວຊານແລ້ວ, ໃນຕໍ່ໜ້າ, ລະດັບພາສີ 10% ໃໝ່ນີ້ອາດຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ຄູ່ຮ່ວມມືຈຳນວນໜຶ່ງທີ່ໄດ້ລົງນາມ ຫຼື ພວມເຈລະຈາດ້ານການຄ້າກັບອຳນາດການປົກຄອງ ອາເມລິກາ. ຄຳຕັດສິນນີ້ໄດ້ຊ່ວຍໃຫ້ລະດັບພາສີນຳເຂົ້າສະເລ່ຍຂອງ ອາເມລິກາ ຫຼຸດລົງເກືອບເຄິ່ງໜຶ່ງ, ຈາກ 15,4% ລົງເຫຼືອພຽງ 8,3%,  ຕາມການຄາດຄະເນຂອງອົງການ Global Trade Alert. ສຳລັບບັນດາປະເທດທີ່ຖືກຈັດວາງອັດຕາພາສີສູງ, ຄື: ຈີນ, ບຣາຊິນ ແລະ ອິນເດຍ, ລະດັບການຫຼຸດລົງອາດຈະຮອດ 2 ຕົວເລກ.

        ເຖິງຢ່າງໃດກໍຕາມ, ບັນດາການຜັນແປໃນປັດຈຸບັນກໍຊ້ອນແຝງຄວາມສ່ຽງຂາດສະຖຽນລະພາບດ້ານພາສີບໍ່ໜ້ອຍ ເມື່ອອຳນາດການປົກຄອງຂອງທ່ານ Donald Trump ຍົກອອກມາດຕະການທົດແທນ. ຕາມທ່ານ Varg Folkman, ນັກວິເຄາະຢູ່ສູນຄົ້ນຄວ້າ European Policy Center (EPC) ຢູ່ ບຣຸກແຊນ (ແບນຊິກ), ໄປພ້ອມກັບລະດັບພາສີ 10% ຕາມມາດຕາ 122 ຂອງກົດໝາຍວ່າດ້ວຍການຄ້າ 1974 ແລ້ວ, ອຳນາດການປົກຄອງ ອາເມລິກາ ກໍສາມາດນຳໃຊ້ມາດຕາ 301 ເພື່ອເປີດບັນດາບັ້ນສືບສວນກ່ຽວກັບຄວາມສາມາດຄົງຕົວບັນດາການກະທຳດ້ານການຄ້າທີ່ບໍ່ຍຸຕິທຳ, ອາດຈະພາໄປເຖິງບັນດາລະດັບພາສີໃໝ່, ໝາຍຄວາມວ່າຈະເກີດມີບັນດາຄວາມຂາດສະຖຽນລະພາບໃໝ່. ທ່ານ Niclas Frederic Poitiers, ນັກຊ່ຽວຊານຢູ່ສະຖານບັນຄົ້ນຄວ້າ Bruegel ຢູ່ ແບນຊິກ, ໃຫ້ຂໍ້ສັງເກດວ່າ:

        “ປັດຈຸບັນ ຍັງບໍ່ຮູ້ແຈ້ງວ່າ ກົດລະບຽບຂອງລະດັບອັດຕາພາສີໃໝ່ຈະແມ່ນຄືແນວໃດ, ລະດັບອັດຕາພາສີຈະຕ້ອງຄິດໄລ່ຕາມແຕ່ລະປະເພດສິນຄ້າລະອຽດຫຼືບໍ. ພ້ອມດຽວກັນນັ້ນ, ພວກຂ້າພະເຈົ້າກໍບໍ່ເຂົ້າໃຈແຈ້ງວ່າ ລະດັບພາສີໃໝ່ນີ້ ຈະແກ່ຍາວຫຼືບໍ່. ດັ່ງນັ້ນ, ໃນຈຸດເວລາປັດຈຸບັນ ມີຫຼາຍສິ່ງທີ່ບໍ່ແນ່ນອນ”.

        ສຳລັບຜູ້ບໍລິໂພກ ອາເມລິກາ ແລ້ວ, ທ່ານ Michael Strain, ນັກເສດຖະກິດສັງກັດສະຖາບັນວິສາຫະກິດ ອາເມລິກາ, ກໍກ່າວເຕືອນການກະທຳຈາກຄຳຕັດສິນຂອງສານສູງສຸດ ອາເມລິກາ ອາດຈະມີຂໍ້ຈຳກັດ, ເພາະວ່າ ອຳນາດການປົກຄອງ ຂອງທ່ານ Donald Trump ໄດ້ມີແຜນການຮັກສານະໂຍບາຍພາສີຕາມບັນດາສິດອຳນາດນິຕິກຳອື່ນໄວ້ແຕ່ກ່ອນແລ້ວນັ້ນ, ພຽງແຕ່ລໍຖ້າເວລາຍົກອອກມາເມື່ອຮັບຄຳຕັດສິນທີ່ໄຮ້ຜົນປະໂຫຍດ, ດັ່ງນັ້ນ ລາຄາອາດຈະເພີ່ມຂຶ້ນຕື່ມອີກໃນປີນີ້.

       ລະມັດລະວັງ ແລະ ເປັນຫ່ວງ

        ຫວ່າງມໍ່ໆມານີ້, ບັນດາປະເທດທີ່ໄດ້ລົງນາມຂໍ້ຕົກລົງດ້ານການຄ້າໃໝ່ກັບ ອາເມລິກາ, ມີປະຕິກິລິຍາຢ່າງລະມັດລະວັງພໍສົມຄວນຕໍ່ບັນດາການຜັນແປກ່ຽວກັບນະໂຍບາຍພາສີປັດຈຸບັນຢູ່ ອາເມລິກາ. ວັນທີ 26 ກຸມພາ, ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ປະເທດນີ້ປາດຖະໜາຢາກພ້ອມກັບ ອາເມລິກາ ສືບຕໍ່ຮ່ວມມືເພື່ອຜັນຂະຫຍາຍບັນດາຄວາມເຫັນດີເຫັນພ້ອມທີ່ບັນລຸໄດ້ໃນການໂອ້ລົມທາງໂທລະສັບໃນວັນທີ 04 ກຸມພາ ລະຫວ່າງທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ. ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ຈະຍາກທີ່ຈະມີການຜັນແປໃຫຍ່ກ່ຽວກັບພາສີລະຫວ່າງສອງປະເທດກ່ອນເວລາດຳເນີນການຢ້ຽມຢາມ ຈີນ ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ, ເຊິ່ງຄາດວ່າຈະດຳເນີນແຕ່ວັນທີ 31 ມີນາ -  02 ເມສາ.

        ໃນຂະນະນັ້ນ, ສະຫະພາບເອີຣົບ (EU), ຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ອາເມລິກາ, ມີຫຼາຍເຫດຜົນທີ່ຈະມີຄວາມກັງວົນກວ່າຕໍ່ບັນດາການຜັນແປໃນປັດຈຸບັນ. ວັນທີ 24 ກຸມພາ, ລັດຖະສະພາ ເອີຣົບ ໄດ້ຕົກລົງໂຈະການພິຈາລະນາການເລື່ອງໃຫ້ສັດຕະຍາບັນຂໍ້ຕົກລົງການຄ້າ ອາເມລິກາ - EU ທີ່ບັນລຸໄດ້ເມື່ອເດືອນ ກໍລະກົດ 2025 ໄວ້ຊົ່ວຄາວ. ທ່ານ Alberto Rizzi, ນັກຊ່ຽວຊານວິເຄາະນະໂຍບາຍຢູ່ສະພາເອີຣົບ ກ່ຽວກັບການພົວພັນຕ່າງປະເທດ (ECFR) ໃຫ້ຮູ້ວ່າ ລະດັບອັດຕາພາສີ 10% ໃໝ່ ເຊິ່ງ ອາເມລິກາ ໄດ້ຈັດວາງ (ອາດຈະເພີ່ມຂຶ້ນສູງສຸດ 15%) ເຮັດໃຫ້ຂໍ້ຕົກລົງດ້ານການຄ້າລະຫວ່າງ ອາເມລິກາ - EU “ເກືອບຄືວ່າເປັນຂໍ້ຕົກລົງທີ່ບໍ່ມີຄວາມໝາຍ.”

        “ຖ້າພວກເຮົາສັງເກດຂໍ້ຕົກລົງດ້ານການຄ້າລະຫວ່າງ ອາເມລິກາ - EU ເມື່ອປີກາຍ ຈະເຫັນມີ 3 ຈຸດຕົ້ນຕໍ, ຢ່າງໜ້ອຍສຸດແມ່ນສຳລັບຝ່າຍ EU. ທີໜຶ່ງແມ່ນ ທ່າໄດ້ປຽບແກ້ງແຍ້ງ; ທີສອງແມ່ນຄວາມແນ່ນອນ ແລະ ທີສາມແມ່ນເລື່ອງຮັກສາໃຫ້ ອາເມລິກາ ສືບຕໍ່ປະຕິບັດຄຳໝັ້ນສັນຍາກັບ ຢູແກຼນ. ດຽວນີ້ຈຸດທີສາມຍັງຄົງມີຢູ່, ແຕ່ຈຸດທີໜຶ່ງຫາຍໄປແລ້ວ ແລະ ຈຸດທີສອງເກືອບຄືວ່າບໍ່ມີ. ຂ້າພະເຈົ້າບໍ່ຄິດວ່າ EU ຢາກປະລະຂໍ້ຕົກລົງນີ້ ແຕ່ອາດເຫັນໄດ້ວ່າ ຂໍ້ຕົກລົງທີ່ປີກາຍຍັງຖືວ່າດີພໍສົມຄວນ ແຕ່ປັດຈຸບັນຍັງເຫຼືອຄຸນຄ່າໜ້ອຍທີ່ສຸດ”.

        ບັນຫາເຊິ່ງ EU ພວມປະເຊີນໜ້າ ກໍອາດຈະແມ່ນໂຈດທີ່ຍາກສຳລັບຫຼາຍພື້ນຖານເສດຖະກິດອື່ນ. ໃນສານສະຫະລັດທີ່ໄດ້ກ່າວຕໍ່ສະພາແຫ່ງຊາດ ອາເມລິກາ ໃນວັນທີ 24 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນວ່າ ສ່ວນຫຼາຍບັນດາປະເທດຍັງຈະສືບຕໍ່ປະຕິບັດບັນດາຂໍ້ຕົກລົງດ້ານການຄ້າທີ່ໄດ້ເຊັນກັບ ອາເມລິກາ ແລະ ກ່າວເຕືອນບັນດາປະເທດ “ທີ່ເຮັດຜິດກົດໝາຍ” ຈະຖືກຈັດວາງອັດຕາພາສີສູງກວ່າ. ເຖິງຢ່າງໃດກໍຕາມ, ວົງການນັກສັງເກດການຖືວ່າ ບັນດາຄວາມຂາດສະຖຽນລະພາບກ່ຽວກັບນະໂຍບາຍພາສີຂອງ ອາເມລິກາ ໃນປັດຈຸບັນ ຈະບັງຄັບໃຫ້ບັນດາປະເທດອື່ນຕ້ອງດັດປັບເພື່ອປັບຕົວ./.

ຕອບກັບ