ປາໂນໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XIV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ແຂວງ ເລິມດົ່ງ (ພາບ: VOV)
|
ເມື່ອທຽບໃສ່ກັບບັນດາສະໄໝກ່ອນ, ການເລືອກຕັ້ງຄັ້ງນີ້ໄດ້ດຳເນີນໃນສະພາບການມີຫຼາຍຈຸດໃໝ່, ພິເສດພາຍຫຼັງປັບປຸງການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະ ໂຮມບັນດາຫົວໜ່ວຍປົກຄອງເຂົ້າກັນ. ສິ່ງນີ້ວາງອອກຄວາມຮຽກຮ້ອງຕ້ອງການສູງກວ່າກ່ຽວກັບວຽກງານຊີ້ນຳນຳພາ ແລະ ຈັດຕັ້ງປະຕິບັດ. ມາຮອດປັດຈຸບັນ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງຢູ່ບັນດາທ້ອງຖິ່ນ ໄດ້ສ້າງສຳເລັດຫຼາຍຂີດໝາຍນິຕິກຳສຳຄັນ, ຮັບປະກັນຖືກຕ້ອງຕາມຄວາມຄືບໜ້າ ແລະ ຂໍ້ກຳນົດ.
ກະກຽມຄວາມພ້ອມໃຫ້ແກ່ວັນທົ່ວປວງຊົນໄປເລືອກຕັ້ງ
ຢູ່ບັນດາທ້ອງຖິ່ນ, ລະບົບຈັດຕັ້ງການເລືອກຕັ້ງແຕ່ຂັ້ນແຂວງ ລົງຮອດທ້ອງຖິ່ນ ໄດ້ຮັບການສ້າງໂດຍໄວ. ຄະນະກຳມະການເລືອກຕັ້ງ ທຸກຂັ້ນໄດ້ສ້າງຕັ້ງຖືກຕ້ອງຕາມຂໍ້ກຳນົດ. ບັນດາທ້ອງຖິ່ນສ້າງແຜນການລະອຽດ, ແບ່ງໜ້າທີ່ໃຫ້ແກ່ແຕ່ລະຄົນຢ່າງລະອຽດ, ຈະແຈ້ງ, ຮັບປະກັນທຸກຂັ້ນຕອນໃນການຜັນຂະຫຍາຍຖືກຕ້ອງຕາມຄວາມຄືບໜ້າ, ຖືກຕ້ອງຕາມກົດໝາຍ.
ສຳລັບວຽກງານບຸກຄະລາກອນ ໂດຍໄດ້ກຳນົດແມ່ນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”, ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກ ໄດ້ກະກຽມບຸກຄະລາກອນຖືກຕ້ອງຕາມຂໍ້ກຳນົດ, ການເຈລະຈາ 3 ຮອບ ຕາມກົດໝາຍວ່າດ້ວຍການເລືອກຕັ້ງ ໄດ້ຮັບການປະຕິບັດຮັບປະກັນປະຊາທິປະໄຕ, ເປີດເຜີຍ, ໂປ່ງໃສ. ໂຄງປະກອບສະມາຊິກ ໄດ້ຮັບການສ້າງຢ່າງກົມກຽວລະຫວ່າງບັນດາຂະແໜງການ, ຂົງເຂດ, ເຂດພາກ; ຮັບປະກັນອັດຕາສ່ວນທີ່ເໝາະສົມລະຫວ່າງສະມາຊິກຍິງ, ຊາວຊົນເຜົ່າສ່ວນໜ້ອຍ; ຖືເປັນສຳຄັນບັນດາສະມາຊິກໜຸ່ມ, ປັນຍາຊົນ, ກຳມະກອນ, ຊາວກະສິກອນ, ນັກທຸລະກິດ, ນັກສິລະປິນ, ຜູ້ມີຍົກສັກຕຳແໜ່ງທາງສາສະໜາ… ທ່ານ ນາງ ອີບິກເທາະ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງຫງາຍ ໃຫ້ຮູ້ວ່າ:
“ໃນວິວັດການປະຊຸມເຈລະຈາປຶກສາຫາລື, ແນວໂຮມໄດ້ຖືສຳຄັນເປັນພິເສດເຖິງມາດຕະການ, ເງື່ອນໄຂຂອງຜູ້ສະໝັກຮັບເລືອກຕັ້ງ, ພ້ອມທັງຮັບປະກັນໂຄງປະກອບທີ່ສົມເຫດສົມຜົນກ່ຽວກັບເພດ, ເກນອາຍຸ, ຊົນເຜົ່າ, ສາສະໜາ, ພາກສວ່ນໃນສັງຄົມ; ຕິດພັນລະຫວ່າງມາດຕະຖານ ແລະ ໂຄງປະກອບ, ຖືຄຸນນະພາບຂອງສະມາຊິກຢູ່ແຖວໜ້າ. ການຈັດຕັ້ງຮັບເອົາຄຳເຫັນປະກອບ, ຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງຢູ່ສະຖານທີ່ພັກອາໄສ ແລະ ບ່ອນເຮັດວຽກສຳລັບຜູ້ໄດ້ຮັບການສະເໜີສະໝັກຮັບເລືອກຕັ້ງແມ່ນຊ່ອງທາງສຳຄັນ, ສະແດງໃຫ້ເຫັນເຈດຈຳນົງ, ຄາດຫວັງຂອງປະຊາຊົນໂດຍກົງ”.
ເຂດປ່ອນບັດເລືອກຕັ້ງຢູ່ ຫໍວັດທະນະທຳ ບ້ານດົງອານຫາຍ, ເຂດພິເສດຫຼີເຊີນ, ແຂວງ ກ໋ວາງຫງາຍ (ພາບ: VOV)
|
ໄປຄຽງຄູ່ກັບວຽກງານບຸກຄາລາກອນ, ບັນດາທ້ອງຖິ່ນ ໄດ້ຜັນຂະຫຍາຍວຽກງານບັນດາທ້ອງຖິ່ນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຍູ້ແຮງການໝູນໃຊ້ແອັບເຕັກໂນໂລຢີຂໍ້ມູນຂ່າວສານໃນບັນດາຂັ້ນຕອນກະກຽມເລືອກຕັ້ງ, ກະກຽມພື້ນຖານວັດຖຸ… ຢ່າງຄົບຊຸດ. ທ່ານ ລຶວວັນຈຸງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານ ຄະນະກຳມະການເລືອກຕັ້ງແຂວງ ເລິມດົ່ງ ໃຫ້ຮູ້ວ່າ:
“ສະພາປະຊາຊົນແຂວງ ໄດ້ປະກາດໃຊ້ມະຕິກຳນົດລະດັບລາຍຈ່າຍ ແລະ ໜູນຊ່ວຍງົບປະມານຮັບໃຊ້ວຽກງານການເລືອກຕັ້ງ. ວຽກງານແກະຄວັດ ແລະ ອອກ ກາຈ້ຳໃຫ້ແກ່ຄະນະກຳມະການເລືອກຕັ້ງທຸກຂັ້ນ ແລະ ບັນດາຄະນະຈັດຕັ້ງ, ກຸ່ມເລືອກຕັ້ງ ໄດ້ຈັດຕັ້ງຢ່າງທັນການ ແລະ ຄົບຖ້ວນ. ລາຍເຊັນດີຈີຕອນສະເພາະກິດໄດ້ມອບໃຫ້ພະນັກງານ ເພື່ອຮັບໃຊ້ວຽກງານບໍລິຫານ, ລາຍງານ ແລະ ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ບັນດາເງື່ອນໄຂພື້ນຖານວັດຖຸອື່ນໆ ພວມສືບຕໍ່ສຳຫຼວດກວດຄືນ ເພື່ອຮັບປະກັນຄວາມປະຢັດ ແລະ ມີປະສິດທິຜົນ”.
ໄປຄຽງຄູ່ກັນນັ້ນ, ຂັ້ນຕອນໂຄສະນາກ່ຽວກັບການເລືອກຕັ້ງໄປຍັງປະຊາຊົນກໍ່ແມ່ນໜຶ່ງໃນບັນດາໜ້າທີ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ພິເສດ, ຢູ່ບັນດາເຂດພູສູງ, ວຽກງານໂຄສະນາການເລືອກຕັ້ງ ໄດ້ຜັນຂະຫຍາຍດ້ວຍຫຼາຍຮູບແບບຄື: ແຜ່ນປ້າຍ, ຄຳຂວັນທີ່ໄດ້ຕິດຢູ່ຕາມຖະໜົນ, ຢູ່ສາລາຮ່ວມຊີວິດຂອງວົງຄະນະຍາດ ແລະ ສຳນັກງານອົງການ, ລົດໂຄສະນາເຄື່ອນທີ່ໄປຍັງບັນດາໝູ່ບ້ານເຂດຫ່າງໄກສອກຫຼີກ. ທ່ານ ກາວຕຽນແທັງ, ຫົວໜ້າຄະນະວຽກງານ ແນວໂຮມບ້ານ 1 ກິມບາງ, ຕາແສງ ກິມຝູ, ໃຫ້ຮູ້ວ່າ:
“ແຕ່ລະບ້ານມີລະບົບໂທລະໂຄ່ງ ເພື່ອໂຄສະນາໄປຍັງປະຊາຊົນກ່ຽວກັບການເລືອກຕັ້ງ, ໄຈ້ແຍກລະດັບຄວາມສຳຄັນ ແລະ ຄວາມໝາຍຂອງວຽກງານການເລືອກຕັ້ງຢ່າງຈະແຈ້ງ, ແມ່ນສິດຜົນປະໂຫຍດ ແລະ ຄວາມຮັບຜິດຊອບຂອງປະຊາຊົນແຕ່ລະຄົນໃນວຽກງານການເລືອກຕັ້ງ. ຜ່ານບັນດາກອງປະຊຸມບ້ານ, ກອງປະຊຸມປະຊາຊົນ, ພວກຂ້າພະເຈົ້າກໍ່ຈັດຕັ້ງການໂຄສະນາໃຫ້ແກ່ປະຊາຊົນເຂົ້າໃຈແຈ້ງກ່ຽວກັບເນື້ອໃນ, ການເລືອກຕັ້ງ”.
ຄວາມໄວ້ເນື້ອເຊື່ອໃຈຝາກຝັງຜ່ານແຕ່ລະບັດ
ບັນດາຂັ້ນຕອນກະກຽມສຸດທ້າຍໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໄດ້ປະຕິບັດສຳເລັດ. ບັນຍາກາດມຸ່ງໄປເຖິງວັນເລືອກຕັ້ງກໍ່ນັບມື້ນັບແຜ່ຂະຫຍາຍໃນວົງກວ້າງແລະ ເລິກເຊິ່ງໃນໝູ່ປະຊາຊົນທຸກຊັ້ນຄົນ. ກ່ອນດຳເນີນວັນບຸນໃຫຍ່, ມີຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ສະແດງຄວາມຄາດຫວັງຕໍ່ບັນດາຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ ແລະ ຄວາມຄາດຫວັງຂອງຕົນ.
“ຂ້າພະເຈົ້າປາດຖະໜາຢາກໃຫ້ການເລືອກຕັ້ງຈະມາເຖິງ ຈະເລືອກໄດ້ຜູ້ມີຄຸນສົມບັດຢ່າງພຽງພໍ, ມີຄວາມເກັ່ງກ້າສາມາດ, ຍາມໃດກໍ່ເອົາໃຈໃສ່ຕໍ່ປະຊາຊົນ, ຕິດແທດກັບປະຊາຊົນ, ເຂົ້າໃຈຮີດຄອງປະເພນີ, ເຂົ້າໃຈຊີວິດການເປັນຢູ່ຂອງປະຊາຊົນ, ເວົ້າອອກສຽງເວົ້າຂອງພໍ່ແມ່ພີ່ນ້ອງຂອງຕົນໄດ້”.
ພາຍໃນເຂດປ່ອນບັດເລກທີ 16, ຕາແສງ ຟານທຽດ (ພາບ: VOV)
|
ສຳລັບເພື່ອນໜຸ່ມ, ຄັ້ງທຳອິດທີ່ໄປປ່ອນບັດເລືອກຕັ້ງ ແມ່ນຂີດໝາຍສຳຄັນໃນວິວັດການເຕີບໃຫຍ່. ໃນແຕ່ລະບັດແມ່ນການເຕົ້າໂຮມຂອງພູມປັນຍາ, ຄວາມຮັບຜິດຊອບ ແລະ ຄວາມໄວ້ເນື້ອເຊື່ອໃຈຕໍ່ອະນາຄົດພັດທະນາຂອງປະເທດຊາດ. ເພື່ອນ ເຈິ່ນດຶກແອັງ, ນັກສຶກສາມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ກ່າວວ່າ:
ນ້ອງປາດຖະໜາວ່າ ບັນດາສະມາຊິກທີ່ໄດ້ຮັບການເລືອກຕັ້ງຈະແມ່ນບັນດາຜູ້ຄົນມີຄຸນສົມບັດ, ມີຄວາມສາມາດ, ຮັບຟັງຄຳເຫັນຂອງປະຊາຊົນ, ພິເສດແມ່ນໄວໜຸ່ມ, ຈະສ້າງບັນດານະໂຍບາຍທີ່ແທດຈິງໃຫ້ແກ່ການດຳລົງຊີວິດ, ເພື່ອໃຫ້ປະຊາຊົນຮູ້ສຶກໄດ້ໝາກຜົນໂດຍກົງ. ສຳລັບໄວໜຸ່ມ, ນັ້ນແມ່ນອະນາຄົດຂອງພວກນ້ອງ.
ວັນທີ 15 ມີນາ 2026 ຈະມາເຖິງ ຈະແມ່ນວັນບຸນທີ່ແທ້ຈິງຂອງປະເທດຊາດ, ບ່ອນທີ່ເຈດຈຳນົງ ແລະ ຄາດຫວັງ, ສິດເປັນເຈົ້າຂອງປະຊາຊົນຈະໄດ້ສະແດງອອກຢ່າງຈະແຈ້ງ. ດ້ວຍຄວາມເປັນເຈົ້າການ, ຄວາມເຂັ້ມງວດ ແລະ ຄວາມຮັບຜິດຊອບ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໄດ້ຮັບຄວາມຄາດຫວັງຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.