ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ໃນຄວາມຊົງຈຳຂອງອະດີດເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ

ເວິນທຽງ - ດັ້ງຖຸຍ, ນັກຂ່າວ VOV ປະຈຳລາວ
Chia sẻ
(VOVWORLD) -ທ່ານ ວິໄລວັນ ພົມເຂ, ອະດີດລັດຖະມົນຕີກະຊວງກະສິກຳ-ປ່າໄມ້, ອະດີດເລຂາພັກແຂວງ- ເຈົ້າແຂວງແຂວງ ສະຫວັນນະເຂດ ໄດ້ພົບປະທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເປັນຫຼາຍຄັ້ງ ແລະ ມີຄວາມປະທັບໃຈອັນດີງາມຫຼາຍຢ່າງກ່ຽວກັບເພີ່ນ
ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ໃນຄວາມຊົງຈຳຂອງອະດີດເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ - ảnh 1 (ບັນດາພາບຖ່າຍຂອງລຸ່ງ ໂຮ່ ແລະ ການນຳພັກ, ລັດຫວຽດນາມ ບາງທ່ານ, ພາບຖ່າຍທ່ານເລຂາທິການໃຫຍ່ ເລຂາຟຽວ ຢູ່ຫ້ອງຮັບແຂກ)

ໂດຍເຄີຍດຳລົງຫຼາຍຕຳແໜ່ງຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ, ໃນນັ້ນໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະ ຈຳຫວຽດນາມ 2 ສະໄໝ, ທ່ານ ວິໄລວັນ ພົມເຂ, ອະດີດລັດຖະມົນຕີກະຊວງກະສິກຳ-ປ່າໄມ້, ອະດີດເລຂາພັກແຂວງ - ເຈົ້າແຂວງແຂວງ ສະຫວັນນະເຂດ ໄດ້ພົບປະທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເປັນຫຼາຍຄັ້ງ ແລະ ມີຄວາມປະທັບໃຈອັນດີງາມຫຼາຍຢ່າງກ່ຽວກັບເພີ່ນ.

        ພວກຂ້າພະເຈົ້າໄດ້ບອກຂ່າວທ່ານອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເລຂາຟຽວ ເຖິງແກ່ມໍລະນະກຳ ໃຫ້ທ່ານ ວິໄລວັນ ພົມເຂ ຊາບໃນຂະນະທີ່ທ່ານພວມແລກປ່ຽນວຽກງານກັບຜູ້ເຮັດວຽກຢູ່ຟາມຂອງທ່ານ, ໂດຍຫ່າງຈາກໃຈກາງແຂວງ ບໍລິຄຳໄຊ ກວ່າ 10 ກ.ມ. ໃນເຮືອນທີ່ຕັ້ງຢູ່ກ້ອງຕົ້ນໄມ້ກິນໝາກທີ່ມີສີຂຽງອຸ່ມທຸ່ມນັ້ນ, ທ່ານໄດ້ສະຫຼະເວລາເພື່ອເລົ່າບັນດາເລື່ອງລາວທີ່ມີຄວາມປະທັບໃຈຫຼາຍຢ່າງກ່ຽວກັບການນຳຫວຽດນາມ. ຕາມທ່ານແລ້ວ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນຄົນລຽບງ່າຍ, ມີນ້ຳໄສໃຈຈິງ, ຍາມໃດກໍ່ມີຄວາມດຶງດູດໃຈຜູ້ທີ່ໄດ້ພົບປະຜ່ານການຈັບມື, ຄຳທັກທາຍ ຕະຫຼອດຮອດການເວົ້າຈາປາໄສ, ການໂອ້ລົມທີ່ຈະແຈ້ງ, ເຂົ້າໃຈງ່າຍກ່ຽວກັບບັນດາບັນຫາການເມືອງ, ການທູດ, ການພົວພັນກັບຕ່າງປະເທດ… ທ່ານຍັງຈື່ໄດ້ວ່າ, ເມື່ອເຂົ້າຮ່ວມຄະນະຜູ້ແທນຕ້ອນຮັບທ່ານເລຂາທິການໃຫຍ່ ເລຂາຟຽວ ໄປຢ້ຽມຢາມລາວ ເມື່ອປີ 1998, ໃນຄາວນັ້ນທ່ານໄດ້ດຳລົງຕຳແໜ່ງເປັນຮອງລັດຖະມົນຕີການຕ່າງປະເທດ - ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.

“ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ພົບປະ, ຈັບມື, ໄດ້ຮັບຟັງສຽງເວົ້າ, ເຫັນໄດ້ທ່າທີລຽບງ່າຍຂອງທ່ານເລຂາທິການໃຫຍ່ ເລຂາຟຽວ ເມື່ອທ່ານໄດ້ລົງຈາກລົດ. ທ່ານກໍ່ແມ່ນຜູ້ສະຫງຽມຄ່ຽມຄົມ. ໃນການເຮັດວຽກໃນເວລາ 2 ວັນນັ້ນ, ທ່ານໄດ້ໄປເຮັດວຽກຢູ່ຫຼາຍແຫ່ງ ແລະ ມີຄວາມຕັ້ງໜ້າທີ່ສຸດ. ທ່ານໄດ້ເວົ້າຖືກຕ້ອງທີ່ສຸດກ່ຽວກັບແນວທາງ, ແຜນນະໂຍບາຍ, ກ່ຽວກັບການພົວພັນທາງການທູດ, ກ່ຽວກັບການພົວພັນຂອງຫວຽດນາມ… ເມື່ອກ່າວຄຳປາໄສຢູ່ຫໍປະຊຸມ, ກໍ່ຄືໃນງານລ້ຽງ, ທ່ານໄດ້ເວົ້າຢ່າງຈະແຈ້ງ, ກະທັດຮັດ ແລະ ເລິກເຊິ່ງທີ່ສຸດ. ຂ້າພະເຈົ້າມີຄວາມປະທັບໃຈຫຼາຍ. ”

        ໂດຍໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ໃນ 2 ສະໄໝນັ້ນ, ຍາມໃດທ່ານ ວິໄລວັນ ພົມເຂ ກໍ່ມີຄວາມມານະພະຍາຍາມຊຸກຍູ້ການປະຕິບັດບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດ. ທ່ານຍັງຈື່ໄດ້ດີກ່ຽວກັບຄວາມສະໜິດສະໜົມເປັນກັນເອງຂອງທ່ານເລຂາທິການໃຫຍ່ ເລຂາຟຽວ ໃນການຕ້ອນຮັບ ເມື່ອທ່ານເລີ່ມມາຮັບໜ້າທີ່ການທູດຢູ່ຫວຽດນາມ. ທ່ານໄດ້ເລົ່າສູ່ຟັງວ່າ, “ເມື່ອຂ້າພະເຈົ້າໄດ້ສະເໜີເພີ່ມຈຳນວນທຶນສຶກສາໃຫ້ແກ່ນັກສຶກສາ ແລະ ພະນັກງານຂອງລາວ, ທ່ານເລຂາທິການໃຫຍ່ ເລຂາຟຽວ ໄດ້ເຫັນດີ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຊີ້ນຳແກ້ໄຂໃຫ້ໃນທັນທີ”. ໂດຍແມ່ນການນຳສູງສຸດຂອງພັກ, ທ່ານເລຂາທິການໃຫຍ່ ເລຂາຟຽວ ຍາມໃດກໍ່ຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ສົມທົບກັບລາວ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນຢ່າງແທດຈິງກວ່າ. ທ່ານເລົ່າສູ່ຟັງວ່າ.

        “ຄຳເຫັນຂອງທ່ານເອກອັກຄະລັດຖະທູດແມ່ນຖືກຕ້ອງແລ້ວ, ຂ້າພະເຈົ້າຈະຍົກອອກຕໍ່ກົມການເມືອງ, ທ່ານໄດ້ໃຫ້ຄຳໝັ້ນສັນຍາຄືແນວນັ້ນ, ພາຍຫຼັງ 3-4 ເດືອນແມ່ນເຫັນຜົນ. ເມື່ອຂ້າພະເຈົ້າກັບເມືອລາວ ໃນປີ 2003 ນັ້ນ, ຈຳນວນນັກສຶກສາລາວ ທີ່ຮຽນຂັ້ນມະຫາວິທະຍາໄລ ຕະຫຼອດຮອດປະລິນຍາເອກໄດ້ຂຶ້ນເຖິງ 1.500 ຄົນແລ້ວ. ນອກຈາກນັ້ນ, ແມ່ນໃນການພັດທະນາຂອງລາວ ທ່ານເລຂາທິການໃຫຍ່ ເລຂາຟຽວ ໄດ້ໃຫ້ບຸລິມະສິດ, ມີຄວາມສຸດຈິດສຸດໃຈ, ຊີ້ນຳຢ່າງໃກ້ຊິດຕິດແທດ. ທ່ານຍັງມອບໃຫ້ຄະນະກຳມະການຮ່ວມມືຫວຽດນາມ - ລາວ ຊອກຮູ້, ຄົ້ນຄວ້າເບິ່ງການພົວພັນລະຫວ່າງຫວຽດນາມ - ລາວ ບ່ອນໃດຍັງມີຂໍ້ຕິດຄັດແມ່ນໃຫ້ແກ້ໄຂ. ຈາກການຊີ້ນຳນັ້ນຈຶ່ງຈັດກອງປະຊຸມລະຫວ່າງທ່ານຮອງນາຍົກລັດຖະມົນຕີ ຫງວຽນເຕິ໊ນຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ຂຶ້ນຢູ່ ເກືອລໍ່ ແມ່ນສາມາດແກ້ໄຂໄດ້ຫຼາຍບັນຫາ”.

        ເມື່ອເບິ່ງຮູບຖ່າຍຮ່ວມກັບທ່ານເລຂາທິການໃຫຍ່ ເລຂາຟຽວ ທີ່ກອງປະຊຸມສຳມະນາກ່ຽວກັບໄຊຊະນະເສັ້ນທາງເລກ 9 ເຊິ່ງໄດ້ຈັດຂຶ້ນເມື່ອປີ 2006, ຄາວນັ້ນທ່ານດຳລົງຕຳແໜ່ງເປັນເລຂາພັກແຂວງ-ເຈົ້າແຂວງແຂວງ ສະຫວັນນະເຂດ, ທ່ານ ວິໄລວັນ ພົມເຂ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ຊ່ວຍເຫຼືອ, ມອບວັດຖຸສົງຄາມຫຼາຍຢ່າງໃຫ້ແກ່ຫໍພິພິທະພັນຮ່ວມສຳພັນສູ້ຮົບລາວ - ຫວຽດນາມ ຢູ່ເສັ້ນທາງເລກ 9.

        “ເທື່ອສຸດທ້າຍທີ່ຂ້າພະເຈົ້າໄດ້ພົບປະກັບທ່ານເລຂາທິການໃຫຍ່ ເລຂາຟຽວ ແມ່ນຢູ່ກອງປະຊຸມສຳມະນາກ່ຽວກັບໄຊຊະນະເສັ້ນທາງເລກ 9, ທ່ານໄດ້ເວົ້າວ່າ: ໃນສົງຄາມຕ້ານຝລັ່ງ ແລະ ອາເມລິກາ, ຖ້າຫາກ 2 ຝ່າຍບໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ກໍ່ຍາກທີ່ຈະບັນລຸຜົນສຳເລັດໄດ້. ຫຼັງຈາກນັ້ນທ່ານໄດ້ເຂົ້າຢ້ຽມຊົມຫໍພິພິທະພັນຢູ່ບ້ານ ດົງ ເລີຍ. ທ່ານເວົ້າວ່າ, ບັ້ນຮົບ ລາມເຊີນ 719 ຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມ. ຂ້າພະເຈົ້າສະໜັບສະໜູນ, ອ້າຍຕ້ອງການຫຍັງ, ຂ້າພະເຈົ້າຈະສະເໜີໃຫ້ທ່ານ ຟຸ່ງກວາງແທັງ ຊ່ວຍເຫຼືອ. ຂ້າພະເຈົ້າຂອບໃຈທ່ານ ເລຂາຟຽວ ຫຼາຍ, ຍ້ອນມີທ່ານ ຫໍພິພິທະພັນຈຶ່ງກາຍເປັນບ່ອນເພື່ອສຶກສາມູນເຊື້ອໃຫ້ລູກຫຼານທັງ 2 ຝ່າຍ ແລະ ມີແຂກທ່ອງທ່ຽວເຂົ້າຢ້ຽມຊົມເປັນຈຳນວນຫຼາຍ”.

        ສຳລັບຜູ້ທີ່ເຄີຍຮ່ຳຮຽນ, ປະຕິບັດງານຢູ່ຫວຽດນາມ ຄືທ່ານ ວິໄລວັນ ພົມເຂ, ຫວຽດນາມ ຍາມໃດກໍ່ຢູ່ໃນດວງໃຈຂອງເຂົາເຈົ້າ. ພ້ອມກັບພາບຖ່າຍບັນດາການນຳລາວແລ້ວ, ບັນດາພາບຖ່າຍຂອງລຸ່ງ ໂຮ່ ແລະ ການນຳພັກ, ລັດຫວຽດນາມ ບາງທ່ານ, ພາບຖ່າຍທ່ານເລຂາທິການໃຫຍ່ ເລຂາຟຽວ ຍັງໄດ້ແຂວນຢູ່ຫ້ອງຮັບແຂກໃນຄອບຄົວຢ່າງສົມກຽດ, ເພື່ອເປັນການສະແດງຄວາມເຄົາລົບນັບຖື, ຮູ້ບຸນຄຸນບັນດາລຸ້ນກ່ອນ, ບັນດາຜູ້ເປັນອ້າຍ, ເປັນເພື່ອນສະຫາຍເຊິ່ງທ່ານເປັນກຽດໄດ້ພົບປະ, ເຮັດວຽກໃນຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ.

ຕອບກັບ