ຕັ້ງຫນ້າຮ່ວມມືສາກົນກ່ຽວກັບທະເລເພື່ອປະຕິບັດ UNCLOS

Thu Hoa
Chia sẻ

(VOVWORLD) -ວັນທີ 10 ທັນວາ ປີ 2019, ຢູ່ ນິວຢອກ ສະຫະລັດ ອາເມລິກາ, ຜູ້ຕາງຫນ້າ ຫວຽດນາມ ໄດ້ມີບົດກ່າວປາໄສທີ່ວາລະປະຊຸມ ດ້ວຍຫົວຂໍ້ “ ມະຫາສະມຸດ ແລະ ກົດໝາຍວ່າດ້ວຍທະເລ” ຂອງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 74  ຢືນຢັນ ບົດບາດສຳຄັນ ຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982(UNCLOS).ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສຳຄັນຂອງຫວຽດນາມ ໃນຕະຫລອດ 25 ປີຜ່ານມາ,  ດ້ວຍຖານະແມ່ນສະມາຊິກມີຄວາມຮັບຜິດຊອບໃນບັນດາກົນໄກປະຕິບັດ (UNCLOS. ຫວຽດນາມ ຍາມໃດກໍ່ຖື ເປົ້າໝາຍ, ບັນດາຂໍ້ກຳນົດຂອງ UNCLOS ເປັນສຳຄັນ, ມານະພະຍາຍາມຜັນຂະຫຍາຍບັນດາມາດຕະການເພື່ອປະຕິບັດ UNCLOS ພ້ອມທັງເພີ່ມທະວີການຮ່ວມມືສາກົນເພື່ອປະຕິບັດ UNCLOS.

ຕັ້ງຫນ້າຮ່ວມມືສາກົນກ່ຽວກັບທະເລເພື່ອປະຕິບັດ UNCLOS  - ảnh 1ພິທີສະເຫລີມສະຫລອງ 25 ປີແຫ່ງວັນສົນທິສັນຍາ ສປຊ ກ່ຽວກັບກົດໝາຍ   ທະເລປີ 1982 

 ນັບແຕ່ເມື່ອກາຍເປັນສະມາຊິກ UNCLOS ໃນປີ 1994, ຫວຽດນາມ ໄດ້ຕັ້ງຫນ້າເຄື່ອນໄຫວຢູ່ບັນດາກົນໄກທີ່ໄດ້ຮັບການສ້າງຕັ້ງຕາມ UNCLOS. ຖືກການຮ່ວມມືສາກົນກ່ຽວກັບທະເລເປັນສຳຄັນ, ຕັ້ງບັນຫານີ້ໃນແຜນນະໂຍບາຍເປີດກວ້າງການພົວພັນການຕ່າງປະເທດ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນ ສອດຄ່ອງກັບທິດນຳ “ເປັນເຈົ້າການໃນການເພີ່ມທະວີ ແລະ ເປີດກວ້າງການພົວພັນການຕ່າງປະເທດ, ການຮ່ວມມືສາກົນກ່ຽວກັບທະເລ” ແມ່ນເນື້ອໃນຈິດໃຈຂອງມະຕິເລກທີ 36 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ປີ 2018. ເລື່ອງເພີ່ມທະວີການຮ່ວມມືສາກົນກ່ຽວກັບທະເລ ເພື່ອແນໃສ່ຈຸດປະສົງຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຊື່ງທະເລນຳມາໃຫ້ຢ່າງສຸດຂີດ ກໍ່ຄືແກ້ໄຂບັນດາສິ່ງທ້າທາຍວາງອອກ ເພື່ອສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ຢູ່ ທະເລຕາເວັນອອກ, ຮັບໃຊ້ກິດຈະການສ້າງສາ ແລະ ພັດທະນາປະເທດຊາດ.               

ເພີ່ມທະວີການຮ່ວມມືສາກົນກ່ຽວກັບທະເລ

ຫວຽດນາມ ຍາມໃດກໍ່ຕັ້ງຫນ້າພັດທະນາການພົວພັນກັບບັນດາປະເທດໃນໂລກ ຕາມນັ້ນແລ້ວ ໄດ້ເປີດກວ້າງ, ເພີ່ມທະວີການຮ່ວມມືສາກົນກ່ຽວກັບທະເລຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນ ຫວຽດນາມ ໄດ້ສ້າງການພົວພັນທາງການທູດກັບ 189 ປະເທດ, ໃນນັ້ນ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 3 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດກັບ 13 ປະເທດ ແລະ ການພົວພັນຄູ່ຮ່ວມມືຮອບດ້ານກັບ 12 ປະເທດ. ໃນນັ້ນ ເປັນຫນ້າສົນໃຈ ແມ່ນການພົວພັນຄູ່ຮ່ວມມືກັບຫລາຍປະເທດ ໃນບັນດາບັນດາຂົງເຂດແຕກຕ່າງກັນທີ່ກ່ຽວຂ້ອງເຖິງທະເລ. ຮູບການຮ່ວມມືສາກົນກ່ຽວກັບທະເລແມ່ນມີຫລາຍຮູບແບບ ຜ່ານການເຂົ້າຮ່ວມບັນດາສົນທິສັນຍາສາກົນກ່ຽວກັບທະເລ, ໃນນັ້ນ ມີ ສົນທິສັນຍາສາກົນສອງຝ່າຍ 28 ສະບັບ ແລະ ສົນທິສັນຍາສາກົນຫລາຍຝ່າຍ 29 ສະບັບ.  ຫວຽດນາມ ກໍ່ຕັ້ງຫນ້າຮ່ວມມືກັບບັນດາປະເທດມີແຫລ່ງກຳລັງເຂັ້ມແຂງກ່ຽວກັບທະເລ. ນອກນັ້ນ ຫວຽດນາມ ກໍ່ຕັ້ງຫນ້າຈັດຕັ້ງ, ເຂົ້າຮ່ວມບັນດາກອງປະຊຸມ, ກອງປະຊຸມສຳມະນາວິທະຍາສາດສາກົນ, ບັນດາເວທີປາໄສກ່ຽວຂ້ອງເຖິງທະເລ ແລະ ມະຫາສະມຸດຄື: ປົກປັກຮັກສາສິ່ງແວດລ້ອມທະເລ, ຮ່ວມມືວິທະຍາສາດເຕັກໂນໂລຊີ, ບຳລຸງສ້າງຊັບພະຍາກອນມະນຸດ, ສ້າງກຳລັງຄວາມສາມາດ.

ນອກນັ້ນ ຫວຽດນາມ ກໍ່ຕັ້ງຫນ້າຈັດຕັ້ງ, ເຂົ້າຮ່ວມບັນດາກອງປະຊຸມຄັ້ງຕ່າງໆ. ພົ້ນເດັ່ນ ແມ່ນ ຢູ່ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຮັບຮອງເອົາບັນດາເປົ້າໝາຍພັດທະນາແບບຍືນຍົງ  (SDGs). ຫວຽດນາມ ກໍ່ໄດ້ຍົກອອກບັນດາຂໍ້ລິເລີ່ມກ່ຽວກັບການສ້າງຕັ້ງເວທີປາໄສການຮ່ວມມືເປີດກວ້າງລະຫວ່າງບັນດາປະເທດ G7 ແລະ ບັນດາປະເທດແຄມທະເລກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະພາບທະເລ.

ການຮ່ວມມືສາກົນເຂົ້າສູ່ລວງເລິກ ແລະ ອຸດົມສົມບູນ

ເນື້ອໃນການຮ່ວມມືສາກົນກ່ຽວກັບທະເລຂອງຫວຽດນາມ ນັບມື້ນັບເຂົ້າສູ່ລວງເລິກ ແລະ ອຸດົມສົມບູນ ຈາກການຂຸດຄົ້ນຊັບພະຍາກອນທະລ ແລະ ເສດທະກິດທະເລ ຕະຫລອດຮອດການອະນຸລັກຮັກສາຊັບພະຍາກອນ, ສິ່ງແວດລ້ອມທະເລ, ສຳຫລວດກວາກາຊັບພະຍາກອນ, ສິ່ງແວດລ້ອມທະລໂດຍພື້ນຖານ, ພັດທະນາວິທະຍາສາດ ເຕັກໂນໂລຊີທະເລ, ດຶງດູດແຫລ່ງທຶນຊ່ວຍເຫລືອພັດທະນາຢ່າງເປັນທາງການ (ODA) ແລະ ບັນດາແຫລ່ງທຶນອື່ນລົງທຶນພື້ນຖານໂຄງລ່າງ, ບັນດາກິດຈະກຳປ້ອງກັນຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ຫວຽດນາມ ໄດ້ລົງນາມໃນສົນທິສັນຍາສາກົນ 4 ສະບັບ ແລະ ຂໍ້ຕົກລົງສາກົນ 17 ສະບັບ ກ່ຽວກັບບັນດາຂົງເຂດກ່ຽວຂ້ອງເຖິງ ອາຊີບຫາປາ ແລະ ການຮ່ວມມືຢູ່ທະເລ ກັບບັນດາປະເທດໃນພາກພື້ນ ແລະ ນອກພາກພື້ນ. ນອກນັ້ນ ບັນດາຂໍ້ຕົກລົງກ່ຽວກັບການສ້າງໂທລະສັບສາຍດ່ວນໃນບັນດາການເຄື່ອນໄຫວຫາປາ ກໍ່ໄດ້ຮັບການລົງນາມລະຫວ່າງຫວຽດນາມ ແລະ ບັນດາປະເທດຄື: ອົດສະຕາລີ, ຟີລີບປີນ, ຈີນ. ບັນດາທ້ອງຖິ່ນຂອງຫວຽດນາມ ກໍ່ໄດ້ຮ່ວມມື ຜັນຂະຫຍາຍໂຄງການກັບບັນດາຄູ່ຮ່ວມມືຕ່າງປະເທດ ເພື່ອແນໃສ່ຍົກສູງຄວາມສາມາດ, ຄຸນນະພາບການຂຸດຄົ້ນ, ລ້ຽງປູກ, ເກັບຊື້ ແລະ ປຸງແຕ່ງສິນທະເລ. ຫວຽດນາມ ກໍ່ໄດ້ຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອພັດທະນາການທ່ອງທ່ຽວທະເລ, ອະນຸລັກຮັກສາຊັບພະຍາກອນ ແລະ ສິ່ງແວດລ້ອມທະເລ.

ການເຄື່ອນໄຫວຮ່ວມມືສາກົນ ກ່ຽວກັບທະເລຂອງຫວຽດນາມ ໃນຊຸມປີຜ່ານມາ ໄດ້ຊ່ວຍລະດົມບັນດາແຫລ່ງກຳລັງ, ປັນຍາຈຳເປັນເພື່ອພັດທະນາເສດຖະກິດທະເລ, ຮັບໃຊ້ກິດຈະການຫັນປະເທດຊາດເປັນປະເທດ ອຸດສາຫະກຳ ແລະ ທັນສະໄຫມ ພ້ອມທັງຊີ້ໃຫ້ເຫັນຢ່າງຈະແຈ້ງຄວາມຕັດສິນໃຈຂອງຫວຽດນາມ ໃນການປະຕິບັດບັນດາເນື້ອໃນຂອງ UNCLOS ຢ່າງຄົບຖ້ວນ. ສິ່ງສຳຄັນແມ່ນ ໃນຕະຫລອດວິວັດທະນາການປະຕິບັດ UNCLOS, ພິເສດໃນໄລຍະມໍ່ໆມານີ້ ຫວຽດນາມ ໄດ້ຕໍ່ສູ້ບັນດາການກະທຳລະເມີດ UNCLOS ຂອງຈີນ ຢູ່ທະເລຕາເວັນອອກຢ່າງບໍ່ຢຸດຢັ້ງ ໂດຍສັນຕິວິທີ. ດ້ວຍຈິດໃຈມີຄວາມຮັບຜິດຊອບນີ້ ຫວຽດນາມ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດ, ແກ້ໄຂບັນດາການຂັດແຍ້ງບົນທະເລເທື່ອລະກ້າວ ແລະ ສ້າງສະພາບແລດລ້ອມທະເລສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ຕອບກັບ