ດຶງດູດທຶນ FDI: ຍາດແຍ່ງກາລະໂອກາດເພື່ອໃຫ້ ຫວຽດນາມ ພັດທະນາ

Van - CTV
Chia sẻ
(VOVWORLD) - ໃນໄລຍະຈະມາເຖິງ, ເມື່ອບັນດານະໂຍບາຍເປັນມິດກັບນັກລົງທຶນເສີມຂະຫຍາຍຢ່າງມີປະສິດທິຜົນ, ເລື່ອງຮັບປະກັນພື້ນຖານໂຄງລ່າງທີ່ສະດວກນັ້ນ, ຈະຊ່ວຍໃຫ້ ຫວຽດນາມ ກາຍເປັນສະຖານທີ່ດູດດື່ມໃຈສຳລັບບັນດາວິສາຫະກິດຕ່າງປະເທດ
ດຶງດູດທຶນ FDI: ຍາດແຍ່ງກາລະໂອກາດເພື່ອໃຫ້ ຫວຽດນາມ ພັດທະນາ - ảnh 1

        ໃນໄລຍະ 2 ເດືອນຕົ້ນປີ 2024, ຍອດທຶນຈົດທະບຽນໃໝ່, ທຶນຈົດທະບຽນດັດປັບ ແລະ ມູນຄ່າການປະກອບທຶນ, ການຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ເພີ່ມຂຶ້ນກວ່າ 38% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຄາດວ່າ, ໃນໄລຍະຈະມາເຖິງ, ເມື່ອບັນດານະໂຍບາຍເປັນມິດກັບນັກລົງທຶນເສີມຂະຫຍາຍຢ່າງມີປະສິດທິຜົນ, ເລື່ອງຮັບປະກັນພື້ນຖານໂຄງລ່າງທີ່ສະດວກນັ້ນ, ຈະຊ່ວຍໃຫ້ ຫວຽດນາມ ກາຍເປັນສະຖານທີ່ດູດດື່ມໃຈສຳລັບບັນດາວິສາຫະກິດຕ່າງປະເທດ ທີ່ພວມຊອກຫາແງ່ຫວັງເຕີບໂຕໃນໄລຍະຍາວ ແລະ ຍືນຍົງ.

        ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ປີ 2024 ມຸ່ງໄປເຖິງບັນດາຂົງເຂດ, ຄື: ເຕັກໂນໂລຊີ, ພະລັງງານທົດແທນ, ສາທາລະນະສຸກ, ການເງິນ, ອະສັງຫາລິມະຊັບ…

ປີ 2024 ຈຳນວນວິສາຫະກິດ ອາເມລິກາ ມາ ຫວຽດນາມ ຈະທຳລາຍສະຖິຕິ

        ມີຜູ້ຕາງໜ້າຂອງ 50 ວິສາຫະກິດເຕັກໂນໂລຊີ, ພະລັງງານ, ການບິນ, ການປ້ອງກັນຊາດ, ກະສິກຳ, ທັນຍາຫານຂອງ ອາເມລິກາ… ຫາກໍ່ສິ້ນສຸດການໄປຄົ້ນຄວ້າຕະຫຼາດ, ເປີດກວ້າງການລົງທຶນຢູ່ ຫວຽດນາມ. ນີ້ແມ່ນປີທີ 2 ທີ່ ຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ອາເມລິກາ ດ້ວຍຜູ້ແທນເປັນປະຈຳຫຼາຍມາຢ້ຽມຢາມ ແລະ ຊອກຫາໂອກາດລົງທຶນ, ເປີດກວ້າງຕະຫຼາດ. ນີ້ແມ່ນການເຄື່ອນໄຫວປະຈຳປີໂດຍສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ຈັດຂຶ້ນໃນແຕ່ລະປີ.

        ຕາມທ່ານ Ted Osius, ປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານ USABC ແລ້ວ, ຫວຽດນາມ ແລະ ອາເມລິກາ ມີຫຼາຍຄຳໝັ້ນສັນຍາກ່ຽວກັບການເພີ່ມທະວີການພົວພັນດ້ານເສດຖະກິດ 2 ຝ່າຍ, ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຢ່າງເປັນທາງການໃນປີ 2023. ສະນັ້ນ, ປີ 2024, USABC ຈະທຳລາຍສະຖິຕິກ່ຽວກັບຈຳນວນວິສາຫະກິດ ອາເມລິກາ ເຂົ້າມາ ຫວຽດນາມ ເພື່ອຊອກຫາໂອກາດ ແລະ ປະຕິບັດການຫັນບັນດາໂອກາດລົງທຶນ ແລະ ການຄ້າລະຫວ່າງ 2 ຝ່າຍໃຫ້ປະກົດຜົນເປັນຈິງ.

        ຜູ້ຕາງໜ້າຂົງເຂດທະນາຄານ ອາເມລິກາ ເຂົ້າຮ່ວມຄະນະຜູ້ແທນ, ທ່ານນາງ Reta Jo Lewis, ປະທານທະນາຄານຂາອອກ, ຂາເຂົ້າ ອາເມລິກາ (EXIM), ຢືນຢັນວ່າ, ຈະສືບຕໍ່ເພີ່ມທະວີການໜູນຊ່ວຍທຸລະກຳການເງິນລະຫວ່າງ ອາເມລິກາ ແລະ  ຫວຽດນາມ. ເນື່ອງໃນໂອກາດນີ້, EXIM ທີ່ໄດ້ລົງນາມບົດບັນທຶກຊ່ວຍຈຳທີ່ມີມູນຄ່າ 500 ລ້ານ USD ກັບຄູ່ຮ່ວມມື ຫວຽດນາມ.

        ໃນຂະນະນັ້ນ, ທ່ານປະທານກຸ່ມບໍລິສັດ AIS ອາເມລິກາ, Josep Frank Uldo, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ເຄື່ອນໄຫວຢູ່ຫຼາຍສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ແຕກຕ່າງກັນເປັນເວລາຫຼາຍປີ, ແຕ່ຂ້າພະເຈົ້າເຫັນໄດ້ບັນດາໂອກາດຢ່າງໃຫຍ່ຫຼວງຢູ່ ຫວຽດນາມ. ຕົວຢ່າງຄື: ຄວາມຕ້ອງການພັດທະນາພະລັງງານ ແລະ ເລື່ອງນຳໃຊ້ປັນຍາປະດິດໃນບັນດາຂົງເຂດຄືດ້ານພະລັງງານໄຟຟ້າພວມເປີດກວ້າງ. ພວກຂ້າພະເຈົ້າມີແນວຄວາມຄິດຈຳນວນໜຶ່ງຢາກຮ່ວມມືກັບ ຫວຽດນາມ. ນອກນັ້ນ, ເລື່ອງ ຫວຽດນາມ ມີອັດຕາພົນລະເມືອງໜຸ່ມດ້ວຍຈຳນວນປະຊາກອນກວ່າ 100 ລ້ານຄົນ, ປະຊາຊົນຮັກແພງແຂກຄົນ, ດຸໝັ່ນຂະຫຍັນພຽນ ກໍ່ແມ່ນທ່າໄດ້ທຽບເມື່ອທຽບໃສ່ບັນດາປະເທດອືື່ນ”.

        ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ປີ 2023, ວິສາຫະກິດ ອາເມລິກາ ໄດ້ລົງທຶນເຂົ້າ ຫວຽດນາມ ກວ່າ 1.340 ໂຄງການ, ດ້ວຍຍອດເງິນລົງທຶນກວ່າ 11,8 ຕື້ USD, ຢືນອັນດັບທີ 11 ກ່ຽວກັບມູນຄ່າການລົງທຶນ. ປະຈຸບັນ, ບັນດາບໍລິສັດແຖວໜ້າຂອງ ອາເມລິກາ, ຄື: Intel, CocaCola, Cargill… ກໍ່ພວມມີແຫຼ່ງເງິນລົງທຶນນັບຕື້ USD ເຂົ້າ ຫວຽດນາມ.

ແງ່ຫວັງກ່ຽວກັບລະດັບເຕີບໂຕໃໝ່ທີ່ໄດ້ສ້າງຂຶ້ນໃນປີ 2024

        ການມາຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນວິສາຫະກິດ ອາເມລິກາ ແມ່ນໜຶ່ງໃນບັນດາສັນຍານທີ່ຕັ້ງໜ້າໃນການດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດໃນປີ 2024 ນີ້ຂອງ ຫວຽດນາມ.

        ປີ 2023, ຫວຽດນາມ ບັນລຸລະດັບສະຖິຕິໃນການຈົດທະບຽນທຶນ FDI ດ້ວຍ 36,6 ຕື້ USD, ເພີ່ມຂຶ້ນ 32,1% ເມື່ອທຽບໃສ່ປີກ່ອນນັ້ນ. ມີນັກຊ່ຽວຊານເສດຖະກິດຫຼາຍທ່ານຄາດຄະເນວ່າ, ປີ 2024 ສືບຕໍ່ແມ່ນປີບຸກທະລຸກ່ຽວກັບການດຶງດູດທຶນ FDI.

        ເລື່ອງປ່ຽນແປງນະໂຍບາຍດຶງດູດ FDI ຂອງ ຫວຽດນາມ ໄດ້ສ້າງຜົນກະທົບດັ່ງກ່າວ. ກ່ອນນີ້ 5 ປີ (ປີ 2019), ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ມະຕິເລກທີ 50 ວ່າດ້ວຍການກຳນົດທິດສ້າງລະບອບລະບຽບການ, ນະໂຍບາຍ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລົງທຶນຂອງຕ່າງປະເທດຮອດປີ 2030 ໃຫ້ສົມບູນແບບ. ເພື່ອແນໃສ່ຫັນບັນດາເປົ້າໝາຍຂອງມະຕິໃຫ້ປະກົດຜົນເປັນຈິງ, ປີ 2022, ລັດຖະບານປະກາດໃຊ້ຍຸດທະສາດການຮ່ວມມືລົງທຶນຂອງຕ່າງປະເທດໄລຍະ 2021 – 2030. ໃນຂະນະນັ້ນ, ສະພາແຫ່ງຊາດກໍ່ມອບໃຫ້ລັດຖະບານ ໃນປີ 2024 ນີ້ ສ້າງຮ່າງມະຕິວ່າດ້ວຍການສ້າງ, ຄຸ້ມຄອງ ແລະ ນຳໃຊ້ກອງທຶນໜູນຊ່ວຍການລົງທຶນ ຈາກແຫຼ່ງເກັບພາສີພື້ນຖານທົ່ວໂລກ ແລະ ບັນດາແຫຼ່ງທຶນທີ່ຖືກຕ້ອງຕາມກົດໝາຍອື່ນ. ບັນດານະໂຍບາຍດັ່ງກ່າວແມ່ນເພື່ອແນໃສ່ຮັກສາສະພາບແວດລ້ອມແຫ່ງການລົງທຶນທີ່ມີສະຖຽນລະພາບ, ດຶງດູດບັນດານັກລົງທຶນຍຸດທະສາດ, ກຸ່ມບໍລິສັດນາໆຊາດ ແລະ ໜູນຊ່ວຍບັນດາວິສາຫະກິດຢູ່ພາຍໃນປະເທດໃນຂົງເຂດຈຳນວນໜຶ່ງທີ່ຕ້ອງການສົ່ງເສີມ.

        ທ້າຍປີ 2023, Fitch Ratings, ອົງການຈັດອັນດັບສິນເຊື່ອສາກົນ, ໄດ້ຍົກລະດັບຄວາມໄວ້ວາງໃຈລະດັບຊາດຂອງ ຫວຽດນາມ ຂຶ້ນລະດັບ BB+ ດ້ວຍແງ່ຫວັງສະຖຽນລະພາບ, ພ້ອມທັງກໍ່ເນັ້ນໜັກວ່າ, ຫວຽດນາມ ພວມສ້າງຄວາມສະດວກໃນການດຶງດູດທຶນ FDI.

        ແງ່ຫວັງເສດຖະກິດມີສະຖຽນລະພາບ, ນະໂຍບາຍເປັນມິດກັບນັກລົງທຶນ ພວມແມ່ນປັດໄຈດຶງດູດບັນດາວິສາຫະກິດຕ່າງປະເທດເຂົ້າມາ ຫວຽດນາມ, ຈາກນັ້ນ, ກໍ່ສ້າງທ່າໄດ້ປຽບເພື່ອໃຫ້ ຫວຽດນາມ ພັດທະນາ.

ຕອບກັບ