ຊາວ​ໜຸ່ມ​ເປັນ​ເຈົ້າ​​ກິດ​ຈະ​ການ ຫັນ​ເປັນ​ດີ​ຈີ​ຕອນ

Chia sẻ
(VOVWORLD) - ທີ່ການພົບປະ ແລະ ໂອ້ລົມກັບຊາວໜຸ່ມ ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ (26/03/1931 – 26/03/2024), ດຳເນີນໃນວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນ ການຫັນເປັນດີຈີຕອນແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ທ່າອ່ຽງຕ້ອງເປັນໄປ, ການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າ. ໃນນັ້ນ, ຊາວໜຸ່ມ ຕ້ອງແມ່ນກຳລັງປະຈັນບານ, ຫຼັກແຫຼ່ງ, ອາສາສະໝັກແຖວໜ້າ, ເປັນເຈົ້າຂອງກິດຈະການຫັນເປັນດີຈີຕອນ.

ຊາວ​ໜຸ່ມ​ເປັນ​ເຈົ້າ​​ກິດ​ຈະ​ການ ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມການພົບປະ ແລະ ໂອ້ລົມກັບຊາວໜຸ່ມ (ພາບ: VGP)

ຊາວໜຸ່ມສວມບົດບາດນຳໜ້າໃນການອອກແຮງງານ, ຜະລິດ, ປະດິດຄິດສ້າງ, ປະຕິບັດແຜນນະໂຍບາຍຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ; ພັດທະນາເສດຖະກິດດີຈີຕອນບົນພື້ນຖານວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ.

ຊາວໜຸ່ມເປັນເຈົ້າກິດຈະການຫັນເປັນດີຈີຕອນ

ປັດຈຸບັນ ຊາວໜຸ່ມກວມເອົາປະມານ 1/5 ຈຳນວນປະຊາກອນ ຫວຽດນາມ (20,7 ລ້ານຄົນ). ດ້ວຍການພັດທະນາຢ່າງແຮງຂອງວິທະຍາສາດເຕັກໂນໂລຢີ ພ້ອມກັບຄວາມສາມາດໃນການເຊື່ອມໂຍງ, ກຳລັງໜຸ່ມ, ຊາວໜຸ່ມສວມບົດບາດສຳຄັນໃນວຽກງານເປັນເຈົ້າກຳ ເຕັກໂນໂລຢີສູງ, ປະຕິບັດການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນຂອງປະເທດຊາດ.

ໂດຍແມ່ນອົງການເຕົ້າໂຮມຊາວໜຸ່ມ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ກຳນົດ 1 ໃນ 3 ໜ້າທີ່ບຸກທະລຸ ໃນອາຍຸການ 2022 – 2027 ແມ່ນຍົກສູງຄວາມສາມາດດີຈີຕອນ ເພື່ອແນໃສ່ໜູນຊ່ວຍຊາວໜຸ່ມເຍົາວະຊົນ ມີຄວາມຮັບຮູ້, ທ່າທີຖືກຕ້ອງກ່ຽວກັບການຫັນເປັນດີຈີຕອນ. ນັບແຕ່ປີ 2023, ນຳໜ້າໃນການຫັນເປັນດີຈີຕອນ ແມ່ນໜຶ່ງໃນບັນດາໜ້າທີ່ໃໝ່ ໂດຍອົງການຄະນະຊາວໜຸ່ມທຸກຂັ້ນຕັ້ງໜ້າຜັນຂະຫຍາຍປະຕິບັດ. ເອື້ອຍ ເລແທັງຮັ່ງ, ເລຂາຄະນະຊາວໜຸ່ມ ບໍລິສັດໄປສະນີໂທລະຄົມມະນາຄົມ (VNPT) ຮ່າໂນ້ຍ ແລະ ອ້າຍ ຟ້າມກວາງຟອງ, ຮອງເລຂາ ຄະນະຊາວໜຸ່ມເມືອງ ຢາເລິມ ຮ່າໂນ້ຍ ໃຫ້ຮູ້ວ່າ:

ຄະນະຊາວໜຸ່ມ VNPT ຕະລຸນບ່ອນ, ນຳໜ້າໃນການຫັນເປັນດີຈີຕອນ ດ້ວຍການສະໜອງບັນດາວິທີການເຕັກໂນໂລຢີເຊິ່ງ VNPT ພວມປະຕິບັດໜູນຊ່ວຍລັດຖະບານ ແລະ ບັນດາຫົວໜ່ວຍຂອງ 63 ແຂວງ, ນະຄອນ.

ພວກຂ້າພະເຈົ້າໄດ້ລະດົມ ສະມາຊິກຄະນະຊາວໜຸ່ມ ເຂົ້າຮ່ວມການໜູນຊ່ວຍ, ໂຄສະນາການຕິດຕັ້ງໂປແກຼມ ຢັ້ງຢືນຊື່ນາມສະກຸນແບບເອເລັກໂຕນິກ, ຜັນຂະຫຍາຍໜ້າທີ່ຕິດຕັ້ງໂປແກຼມຄູ່ມືສະມາຊິກພັກ.

ຕີລາຄາຈິດໃຈຕະລຸນບ່ອນ, ສຸດຈິດສຸດໃຈ, ມີຄວາມຮູ້ສຶກໄວ ໃນຈິດຕະນາການ, ມີຫົວຄິດປະດິດສ້າງ ໃນວິທີການສຳຜັດ ເພື່ອປະຕິບັດກິດຈະການຫັນເປັນດີຈີຕອນ ຢ່າງມີປະສິດທິຜົນຂອງຊາວໜຸ່ມ, ອ້າຍ ຫງວຽນເຕື່ອງເລິມ ເລຂາຄະນະບໍລິຫານງານສູນການພັກກອມມູນິດ ໂຮ່ຈີມິນ ໃຫ້ຮູ້ວ່າ:

ສະມາຊິກຄະນະຊາວໜຸ່ມແມ່ນຜູ້ສຳຜັດເຕັກໂນໂລຢີດີຈີຕອນໄວທີ່ສຸດ, ມັກຮັກການນຳໃຊ້ເຕັກໂນໂລຢີ. ລັກສະນະນຳໜ້າແມ່ນລັກສະນະພິເສດສະເພາະຂອງຊາວໜຸ່ມ. ໜຶ່ງໃນບັນດາໜ້າທີ່ສຳຄັນຂອງການຫັນເປັນດີຈີຕອນແມ່ນຍົກສູງຄວາມຮັບຮູ້ຂອງ ສະມາຊິກຄະນະຊາວໜຸ່ມ. ເມື່ອສະມາຊິກຄະນະຊາວໜຸ່ມມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບການຫັນເປັນດີຈີຕອນ ຈຶ່ງສຳຜັດກັບບັນດາເຕັກໂນໂລຢີດີຈີຕອນເພື່ອອາດສາມາດ ກາຍເປັນພົນລະເມືອງ ດີຈີຕອນໄດ້. ສຳລັບບັນດາອົງການຄະນະຊາວໜຸ່ມ, ການນຳໃຊ້ດີຈີຕອນເພື່ອປ່ຽນແປງຈີນຕະນາການ, ວິທີການເຄື່ອນໄຫວຂອງ ອົງການ. ກຳລັງແຮງຂອງເຕັກໂນໂລຢີດີຈີຕອນ ຖ້າໄດ້ຮັບການນຳໃຊ້ຢ່າງເໝາະສົມ ຈະຍົກສູງປະສິດທິຜົນຂອງວຽກງານຫຼາຍຂຶ້ນ.

ບັນດາຈຸດສຸມຫຼັກຂອງບົດບາດຕະລຸນບອນຂອງຊາວໜຸ່ມ

ຊາວ​ໜຸ່ມ​ເປັນ​ເຈົ້າ​​ກິດ​ຈະ​ການ ຫັນ​ເປັນ​ດີ​ຈີ​ຕອນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: VGP)

ຢູ່ ຫວຽດນາມ, ລັດຖະບານໄດ້ປະກາດໃຊ້ໂຄງການຫັນເປັນດີຈີຕອນແຫ່ງຊາດ ຮອດປີ 2025, ກຳນົດທິດຮອດປີ 2030, ວາງເປົ້າໝາຍຮອດປີ 2030 ເສດຖະກິດດີຈີຕອນກວມເອົາ 30% GDP. ທີ່ການພົບປະ ແລະໂອ້ລົມສົນທະນາກັບຊາວໜຸ່ມ ໃນວັນທີ 26 ມີນາ, ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ການຫັນພື້ນຖານເສດຖະກິດເປັນດີຈີຕອນ ໄດ້ວາງອອກ5 ຄວາມຮຽກຮ້ອງຕ້ອງການ ນັ້ນແມ່ນ: ສ້າງຍຸດທະສາດຢ່າງມີແບບມີແຜນ, ສັງລວມດ້ວຍວິວັດທະນາການທີ່ເໝາະສົມ; ປະຕິບັດມີຈຸດສຸມ; ປ່ຽນແປງໃໝ່ວິທີການຄຸ້ມຄອງ, ເຄື່ອນໄຫວ, ຄຸ້ມຄອງສັງຄົມຕາມທິດທັນສະໄໝ, ຫັນເປັນດີຈີຕອນ; ເສີມຂະຫຍາຍລັກສະນະເປັນເຈົ້າການ, ມີຫົວຄິດປະດິດສ້າງ, ບຸກລະທຸຂອງທຸກເຈົ້າກຳ, ເປັນຕົ້ນແມ່ນຊາວໜຸ່ມ; ລະດົມ, ນຳໃຊ້ທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ ດ້ວຍການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ປະຊາຊົນ ແລະ ວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ ຄະນະຊາວໜຸ່ມ ພ້ອມກັບຊາວໜຸ່ມຫວຽນດາມ ໝົດທຸກຄົນ ເສີມຂະຫຍາຍຈິດໃຈ “5 ຕະລຸນບອນ” ໃນການປະຕິບັດໜ້າທີ່ຫັນເປັນດີຈີຕອນແຫ່ງຊາດ:

ທີ່ໜຶ່ງແມ່ນປະຈັນບານໃນວິວັດການຍົກສູງຄວາມຮັບຮູ້ ແລະ ຖານະບົດບາດ, ທີ່ຕັ້ງຂອງການຫັນເປັນດີຈີຕອນໃນການພັດທະນາຂອງປະເທດຊາດ. ທີສອງ, ປະຈັນບານໃນການສ້າງ ແລະ ບູລະນະລະບອບລະບຽບການກ່ຽວກັບການຫັນເປັນດີຈີຕອນ. ທີສາມແມ່ນ ປະຈັນບານໃນການຊຸກຍູ້ການພັດທະນາພື້ນຖານໂຄງລ່າງດີຈີຕອນ. ທີສີ່, ປະຈັນບານໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ບໍ່ອາດຂາດແຫຼ່ງຊັບພະຍາກອນມະນຸດໄດ້. ທີຫ້າ, ປະຈັນບານທາງດ້ານນະວັດຕະກຳ, ສ້າງອາຊີບ, Startup ແລະ ວັດທະນະທຳດີຈີຕອນ.

ຫັນເປັນດີຈີຕອນໄດ້ກາຍເປັນໜຶ່ງໃນບັນດາຈຸດສຸມສຳຄັນ, ບໍ່ພຽງແຕ່ຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງຂອງທົ່ວໂລກອີກດ້ວຍ. ໂຄງການຫັນເປັນດີຈີຕອນແຫ່ງຊາດ ຮອດປີ 2025, ກຳນົດທິດຮອດປີ 2030 ໄດ້ວາງອອກເປົ້າໝາຍທັງພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ທັງສ້າງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ມີຄວາມສາມາດບື່ນຕົວຂຶ້ນອອກສູ່ທົ່ວໂລກ. ຊາວໜຸ່ມເປັນເຈົ້າ ອະນາຄົດຂອງປະເທດຊາດ. ດ້ວຍການຮ່ວມເດີນທາງ, ສ້າງເງື່ອນໄຂຂອງພັກ ແລະ ລັດ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ສົມທົບກັບຈິດໃຈປະຈັນບານຂອງຊາວໜຸ່ມ, ຫວຽດນາມ ຈະກາຍເປັນປະເທດດີຈີຕອນໂດຍໄວ ຄືດັ່ງເປົ້າໝາຍວາງອອກ.

ຕອບກັບ