ແຜນການສ້າງໂລກໃຫ້ສວຍງາມກວ່າ ມີຂອບຂະໜາດທົ່ວໂລກ, ນັບແຕ່ທະວີບ ອາເມລິກາ ລາຕິນ ແລະ ກາຣີເບ ຕະຫຼອດຮອດ ອາຟະລິກາ ໄປຍັງ ມະຫາສະໝຸດອິນເດຍ - ປາຊີຟິກ. ບັນດາຄູ່ຮ່ວມມື G7 ທີ່ແຕກຕ່າງກັນຈະມີການກຳນົດພູມີສາດທີ່ແຕກຕ່າງກັນ, ແຕ່ໂດຍລວມແລ້ວ, ຂອບຂະໜາດຂອງຂໍ້ລິເລີ່ມດັ່ງກ່າວ ຈະລວມທັງບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງໃນທົ່ວໂລກ.
ການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ ໂຮມປະຊຸມ ໃນວັນທີ 11 ມິຖຸນາ ຢູ່ ອັງກິດ (ພາບ: G7 UK/Twitter) |
ມຸ່ງໄປເຖິງແຜນການສ້າງໂລກໃຫ້ສວຍງາມກວ່າເກົ່າ
ແຜນການສ້າງໂລກຄືນໃໝ່ ໄດ້ປະກາດໃນຂອບເຂດກອງປະຊຸມສຸດຍອດ G7 ເຊິ່ງດຳເນີນໃນກາງເດືອນມິຖຸນາຜ່ານມາ, ໝາຍຄວາມວ່າ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກຫຼາຍຝ່າຍ. ການພັດທະນາພື້ນຖານໂຄງລ່າງໄດ້ຮັບຖືວ່າ ແມ່ນບັນຫາແກ່ນສານ ແມ່ນກະດູກສັນຫຼັງຂອງໂຄງການ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາພື້ນຖານເສດຖະກິດທີ່ພວມບືນຕົວຂຶ້ນ ແລະ ບັນດາປະເທດດ້ອຍພັດທະນາ ມີເງື່ອນໄຂກໍ່ສ້າງພື້ນຖານໂຄງລ່າງ. ທັງໝົດເຫຼົ່ານັ້ນໄດ້ຮັບການປະຕິບັດຕາມຫຼັກການ: ບັນດາໂຄງການລົງທຶນຕ້ອງມີຄວາມຈະແຈ້ງ ແລະ ແມ່ນບັນດາໂຄງການທີ່ເໝາະສົມກ່ຽວກັບດ້ານການເງິນ, ຫຼີກລ້ຽງກໍລະນີຍູ້ບັນດາປະເທດທຸກຍາກຕົກເຂົ້າໃນສະພາບໜີ້ສິນ. 3 ຂົງເຂດ ເຊິ່ງ 7 ປະເທດອຸດສາຫະກຳພັດທະນາແຖວໜ້າໂລກ ສະເໜີໃຫ້ບຸລິມະສິດຊ່ວຍເຫຼືອບັນດາປະເທດທຸກຍາກ ລວມມີ ບັນຫາດິນຟ້າອາກາດ, ສາທາລະນະສຸກ ແລະ ການພັດທະນາເຕັກໂນໂລຢີເຕັກນິກດີຈີຕອນ, ໃນນັ້ນ ຈະເຄົາລົບບັນດາຂໍ້ຕົກລົງກ່ຽວກັບດິນຟ້າອາກາດ ແລະ ສິ່ງແວດລ້ອມ.
ກຸ່ມ G7 ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ໂຄງການດຳເນີນງານດັ່ງກ່າວ ໂດຍມີການຮ່ວມງານຂອງບັນດາປະເທດອື່ນ ແລະ ໃນລະບົບຫຼາຍຝ່າຍ, ການຮ່ວມມືກັບບັນດາຄູ່ຮ່ວມມືທີ່ນອນໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ແລະ ທຸກອົງການຈັດຕັ້ງສາກົນ ເພື່ອຮັບປະກັນຕໍ່ອະນາຄົດທີ່ສົດໃສ, ຂຽວງາມ, ເສລີ, ຍຸຕິທຳ ແລະ ປອດໄພກວ່າ ໃຫ້ແກ່ມະນຸດ ແລະ ໜ່ວຍໂລກ.
ການຈັດຕັ້ງຜັນຂະຫຍາຍກໍບໍ່ແມ່ນເລື່ອງງ່າຍ
ແຜນການສ້າງໂລກໃຫ້ສວຍງາມກວ່າ ແມ່ນຂ່າວດີສຳລັບບັນດາປະເທດທຸກຍາກ ແຕ່ປັດຈຸບັນ ຍັງບໍ່ມີຂໍ້ມູນລະອຽດຫຼາຍປານໃດ. ຕາມວົງການນັກຊ່ຽວຊານແລ້ວ, ຈຸດອ່ອນຂອງແຜນການພັດທະນາໂລກໃຫ້ສວຍງາມກວ່າ ໃນທຳອິດແມ່ນບັນດາຝ່າຍຍັງບໍ່ທັນໄດ້ຍົກອອກຕົວເລກລະອຽດກ່ຽວກັບວິທີການຊ່ວຍເຫຼືອໃຫ້ແກ່ໂຄງການນີ້. ການຜັນຂະຫຍາຍແຜນການດັ່ງກ່າວຂອງ G7 ຍັງປະສົບກັບຄວາມຫຍຸ້ງຍາກ ເມື່ອບັນດາພື້ນຖານເສດຖະກິດ G7 ຍັງຄົງມານະພະຍາຍາມຟື້ນຟູຫຼັງວິກິດການຈາກໂລກລະບາດໂຄວິດ - 19. ເລື່ອງປະເທດ ອັງກິດ ຫຼຸດບ້ວງເງິນຊ່ວຍເຫຼືອຕ່າງປະເທດລົງ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຫຍຸ້ງຍາກເຊິ່ງປະເທດນີ້ ພວມປະເຊີນໜ້າ, ພ້ອມທັງຊີ້ໃຫ້ເຫັນບັນດາຄວາມເປັນຫ່ວງກ່ຽວກັບຄວາມອາດສາມາດຂອງບັນດາປະເທດໃນການລະດົມເງິນທຶນໃຫ້ຄົບຈຳນວນ ເພື່ອຮັກສາຂໍ້ລິເລີ່ມດັ່ງກ່າວ, ໂດຍສະເພາະແມ່ນໃນສະພາບການທີ່ບັນດາໂຄງການກ່ຽວກັບພື້ນຖານໂຄງລ່າງພັດຮຽກຮ້ອງແຫຼ່ງທຶນຈຳນວນຫຼາຍຈາກພາກເອກະຊົນຂອງບັນດາປະເທດສະມາຊິກ. ສຳລັບບັນດາຄວາມຫຍຸ້ງຍາກດັ່ງກ່າວ, ຄວາມສາມາດທີ່ບັນດາໂຄງການຂອງແຜນການ B3W ຈະຖືກຜັນຂະຫຍາຍຢ່າງຊັກຊ້າ ແມ່ນມີຄວາມເປັນໄປໄດ້ສູງ.
ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແລະ ທ່ານປະທານາບໍດີ ອາເມລິກາ Joe Biden ໃນກອງປະຊຸມ G7 (ພາບ: REUTERS) |
ສ່ວນສຳລັບປະເທດ ອາເມລິກາ ແລ້ວ, ວໍຊິງຕັນ ໄດ້ມີງົບປະມານສະເພາະເພື່ອຊ່ວຍເຫຼືອການພັດທະນາການສ້າງພື້ນຖານໂຄງລ່າງໃຫ້ແກ່ບັນດາປະເທດທຸກຍາກຕ່າງຫາກແລ້ວ ແລະ ປັດຈຸບັນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ພວມຂົນຂວາຍສະພາແຫ່ງຊາດ ເພື່ອເພີ່ມງົບປະມານໃຫ້ແກ່ຂົງເຂດນີ້. ວໍຊິງຕັນ ຈະຫາວິທີລະດົມທຸກແຫຼ່ງກຳລັງບົ່ມຊ້ອນຈາກບໍລິສັດ, ອົງການການເງິນທີ່ພັດທະນາຂອງປະເທດຕົນ ເຊິ່ງລວມມີ ກຸ່ມບໍລິສັດການເງິນພັດທະນາສາກົນ ອາເມລິກາ (DFC), ອົງການພັດທະນາສາກົນ ອາເມລິກາ (USAID), ທະນາຄານນຳເຂົ້າ - ສົ່ງອອກ ອາເມລິກາ (EXIM), ກຸ່ມບໍລິສັດ Millennium Challenge, ອົງການການຄ້າ ແລະ ພັດທະນາ ອາເມລິກາ ພ້ອມດ້ວຍບັນດາອົງການອື່ນໆ. ແຈ້ງການຈາກທຳນຽບຂາວ ຢັ້ງຢືນວ່າ “ນອກຈາກຈຳນວນເງິນນັບຕື້ USD ເຊິ່ງ ອາເມລິກາ ລະດົມມາໄດ້ ເພື່ອຊ່ວຍເຫຼືອແກ່ການສ້າງພື້ນຖານໂຄງລ່າງຢູ່ຕ່າງປະເທດ ໂດຍຜ່ານຊ່ອງທາງສອງຝ່າຍ ແລະ ຫຼາຍຝ່າຍທີ່ພວມມີໃນປັດຈຸບັນແລ້ວ, ພວກຂ້າພະເຈົ້າຈະເຮັດວຽກກັບສະພາແຫ່ງຊາດເພື່ອເພີ່ມທະວີກຳລັງດ້ານການເງິນພັດທະນາຂອງຕົນຂຶ້ນ ດ້ວຍຄວາມຫວັງວ່າ ຈະພ້ອມກັບພາກເອກະຊົນ, ບັນດາຝ່າຍອື່ນໆທີ່ກ່ຽວຂ້ອງຂອງ ອາເມລິກາ ແລະ ບັນດາຄູ່ຮ່ວມມື G7, B3W ຈະຊ່ວຍເຫຼືອເງິນຈຳນວນນັບຮ້ອຍຕື້ USD ລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງໃນຊຸມປີຈະມາເຖິງ”.
ສຳລັບບັນດາປະເທດພວມພັດທະນາ, ປະເທດມີລາຍຮັບຕ່ຳທີ່ຢາກເຂ້ົ້າຮ່ວມໂຄງການດັ່ງກ່າວ ອາດຈະຕ້ອງຍອມຮັບບັນດາເງື່ອນໄຂທີ່ກ່ຽວຂ້ອງເຖິງສິດທິມະນຸດ, ການປ່ຽນແປງຂອງດິນຟ້າອາກາດ, ການຕ້ານການສໍ້ລາດບັງຫຼວງ ແລະ ບາງຂໍ້ກຳນົດກົດໝາຍອື່ນ… ນີ້ກໍໄດ້ຮັບຖືວ່າ ແມ່ນສິ່ງທ້າທາຍສຳລັບບັນດາປະເທດ G7 ເມື່ອຢາກລະດົມຫຼາຍປະເທດເຂົ້າຮ່ວມໂຄງການດັ່ງກ່າວ. G7 ຕ້ອງສົ່ງສານທີ່ວ່າ ໂຄງການນີ້ ຈະໃກ້ຊິດຕິດແທດກັບຜົນປະໂຫຍດຍຸດທະສາດຂອງບັນດາປະເທດພວມພັດທະນາ.
ເລື່ອງ G7 ວາງອອກແຜນການສ້າງໂລກໃຫ້ສວຍງາມກວ່າ ແມ່ນເປົ້າໝາຍທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງ. ມັນບໍ່ພຽງແຕ່ແມ່ນເຄື່ອງມືທາງດ້ານເສດຖະກິດ - ພັດທະນາເທົ່ານັ້ນ, ນີ້ຍັງແມ່ນບັນຫາແກ້ງແຍ້ງຍຸດທະສາດອີກດ້ວຍ. ເພື່ອປະຕິບັດໄດ້ແຜນການດັ່ງກ່າວ ແມ່ນສິ່ງທີ່ບໍ່ງ່າຍດາຍ./.