ການພົວພັນລະຫວ່າງອາເມລິກາ-ອີຣານ ບໍ່ທັນມີທາງອອກເທື່ອ

Ba Thi
Chia sẻ
(VOVWORLD) -ຍ້ອນຫຼາຍສາຍເຫດ, ແຜນການສູ້ຢັນດ້ານການທະຫານລະຫວ່າງ 2 ຝ່າຍ ແຕ່ໄດ້ຮັບການຕີລາຄາວ່າອາດຈະບໍ່ສູງປານໃດ.
ການພົວພັນລະຫວ່າງອາເມລິກາ-ອີຣານ ບໍ່ທັນມີທາງອອກເທື່ອ - ảnh 1 (ພາບປະກອບ: The New Yorker)

ໃນຊຸມມື້ຜ່ານມາ, ການພົວພັນລະຫວ່າງອາເມລິກາ ແລະ ອີຣານ ພັດເຄັ່ງຕຶງຂຶ້ນດ້ວຍບັນດາການກະທຳແຂງກະດ້າງຂອງທັງ 2 ຝ່າຍ, ກໍ່ໃຫ້ເກີດຄວາມວິຕົກກັງວົນໃນຫາງສຽງສາກົນ. ເຖິງຢ່າງໃດກໍ່ຕາມ, ຍ້ອນຫຼາຍສາຍເຫດ, ແຜນການສູ້ຢັນດ້ານການທະຫານລະຫວ່າງ 2 ຝ່າຍ ແຕ່ໄດ້ຮັບການຕີລາຄາວ່າອາດຈະບໍ່ສູງປານໃດ.

        ໜຶ່ງໃນບັນດາການກະທຳທີ່ໜ້າສົນໃຈທີ່ສຸດກ່ຽວຂ້ອງເຖິງການພົວພັນລະຫວ່າງອາເມລິກາ - ອີຣານ ໃນໄລຍະຜ່ານມາ, ນັ້ນແມ່ນ ວັນທີ 06 ພຶດສະພາ ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະຕິເສດຮ່າງກົດໝາຍບັງຄັບໃຫ້ປະທານາທິບໍດີບໍ່ໄດ້ນຳໃຊ້ກຳລັງແຮງດ້ານການທະຫານເພື່ອຕ້ານຄືນອີຣານ ເມື່ອຍັງບໍ່ທັນໄດ້ຮັບຄວາມເຫັນດີຂອງສະພາແຫ່ງຊາດ. ເມື່ອສ້າງຮ່າງກົດໝາຍດັ່ງກ່າວ, ຝ່າຍປະຊາທິປະໄຕ ພວມຍາດໄດ້ທ່າແຮງຢູ່ສະພາຕ່ຳອາເມລິກາ ຖືວ່າ ເລື່ອງທ່ານປະທານາທິບໍດີ D.Trump ໄດ້ອອກຄຳສັ່ງສັງຫານນາຍພົນ Quaseem Soleimani ຂອງອີຣານ ເມື່ອຕົ້ນປີ 2020, ເຮັດໃຫ້ 2 ຝ່າຍເພີ່ມຄວາມເຄັ່ງຕຶງ ແລະ ອາດຈະພາໄປເຖິງການປະທະກັນຢ່າງເລິກເຊິ່ງ, ກວ້າງຂວາງກວ່າ. ໃນຂະນະນັ້ນ, ທ່ານປະທານາທິບໍດີ D.Trump ຊີ້ແຈ້ງວ່າ, ຮ່າງກົດໝາຍໂດຍພັກປະຊາທິປະໄຕສະເໜີນັ້ນ ແມ່ນເພື່ອແນໃສ່ສ້າງກົນອຸບາຍກໍ່ຄວາມແບ່ງແຍກຢູ່ພາຍໃນພັກສາທາລະນະ ເພື່ອຍາດເອົາໄຊຊະນະໃນການເລືອກຕັ້ງໃນວັນທີ 03 ພະຈິກ ຈະມາເຖິງ. ເມື່ອສັງເກດຈາກພາຍນອກ, ເບິ່ງຄືວ່ານີ້ພຽງແຕ່ແມ່ນບັນຫາຢູ່ພາຍໃນເວທີການເມືອງຂອງອາເມລິກາ ເທົ່ານັ້ນ, ແຕ່ໃນຕົວຈິງ, ມັນໄດ້ສ່ອງແສງສະພາບຕົວຈິງຂອງການພົວພັນທີ່ຫຍຸ້ງຍາກລະຫວ່າງວໍຊິງຕັນ ແລະ ເຕເຮຣານ.

ບັນດາການກະທຳແຂງກະດ້າງຈາກທັງ 2 ຝ່າຍ

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ກ່ອນໜ້ານີ້ພຽງ 1 ອາທິດ (ວັນທີ 28 ເມສາ), ວົງການເຈົ້າໜ້າທີ່ອາເມລິກາ ແລະ ບັນດານັກການທູດຢູ່ສະຫະປະຊາຊາດ ໃຫ້ຮູ້ວ່າ, ວໍຊິງຕັນ ໄດ້ປະກາດໃຊ້ຮ່າງມະຕິຂອງສະຫະປະຊາຊາດກ່ຽວກັບເລື່ອງແກ່ຍາວ ຄຳສັ່ງຂວ້ຳບາດອາວຸດສຳລັບອີຣານ ໂດຍບໍ່ມີກຳນົດເວລາ, ເຊິ່ງຄາດວ່າຈະໝົດເວລາກຳນົດໃນເດືອນ ຕຸລາ 2020 ນີ້, ເຫດການນີ້ ເຕເຮຣານ ພວມລໍຄອຍທີ່ສຸດ. ຕໍ່ຈາກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ເອງ, ກໍ່ໄດ້ຢືນຢັນວ່າ, ບັນດາການກະທຳຂອງອີຣານ ໃນໄລຍະຜ່ານມາ ໄດ້ມີເງື່ອນໄຂຢ່າງພຽງພໍເພື່ອໃຫ້ສະພາຄວາມໝັ້ນຄົງຕໍ່ກຳນົດເວລາຄຳສັ່ງຂວ້ຳບາດດ້ານອາວຸດສຳລັບປະເທດນີ້ແລ້ວ. ນັບທັງໃນກໍລະນີຄຳສັ່ງລົງໂທດໄດ້ຍົກເລີກໃນເດືອນຕຸລາ ປີນີ້, ອາເມລິກາ ກໍ່ບໍ່ອະນຸຍາດໃຫ້ອີຣານ ຊື້ອາວຸດທຳມະດາ. ພິເສດ, ກ່ອນເຫດການນີ້, ຊ້ຳບໍ່ໜຳ ທ່ານປະທານາທິບໍດີ D.Trump ຍັງຖະແຫຼງວ່າ ໄດ້ອອກຄຳສັ່ງໃຫ້ກອງທັບເຮືອອາເມລິກາ ຍິງໃສ່ບັນດາ “ກ່ຳປັ່ນປະກອບອາວຸດ” ຂອງອີຣານ ດ້ວຍຄຳກ່າວຫາທີ່ວ່າ ກ່ຳປັ່ນອີຣານ “ກໍ່ກວນ” ກ່ຳປັ່ນອາເມລິກາ ຢູ່ເຂດອ່າວເປີເຊຍ.

        ເພື່ອໂຕ້ຕອບບັນດາການກະທຳຂອງອາເມລິກາ, ວົງການເຈົ້າໜ້າທີ່ອີຣານ ກໍ່ໄດ້ຍົກອອກບັນດາສານແຂງກະດ້າງທີ່ສຸດຢ່າງຕໍ່ເນື່ອງ. ວັນທີ 29 ເມສາ, ສຳນັກຂ່າວສານ Tasnim ໄດ້ຄັດຄຳເວົ້າຂອງໂຄສົກບັນດາກຳລັງປະກອບອາວຸດອີຣານ Abolfazl Shekarchi ກ່າວເຕືອນວ່າ, ເຕເຮຣານ ຈະໂຕ້ຕອບຢ່າງຮຸນແຮງຖ້າຫາກບັນດາກ່ຳປັ່ນຂອງອາເມລິກາ ລະເມີດຢູ່ເຂດນ່ານທະເລຂອງອີຣານ. ຕໍ່ຈາກນັ້ນ, ວັນທີ 04 ພຶດສະພາ, ໂຄສົກກະຊວງການຕ່າງປະເທດອີຣານ ທ່ານ Abbas Mousavi ກໍ່ຖະແຫຼງປະຕິເສດບັນດາຄວາມມານະພະຍາຍາມທີ່ “ຜິດກົດໝາຍ” ຂອງອາເມລິກາ ເພື່ອແນໃສ່ຕໍ່ກຳນົດເວລາຄຳສັ່ງຂວ້ຳບາດດ້ານອາວຸດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ສຳລັບອີຣານ. ວັນທີ 06 ພຶດສະພາ, ທ່ານປະທານາທິບໍດີອີຣານ Hassan Rouhani ຖະແຫຼງວ່າ, ເຕເຮຣານ ຈະມີປະຕິກິລິຍາຢ່າງຮຸນແຮງ (ສຳລັບອາເມລິກາ), ຖ້າຫາກຄຳສັ່ງຂວ້ຳບາດອາວຸດສຳລັບອີຣານ ໄດ້ມີການຕໍ່ກຳນົດເວລາ.

        ຕາມວົງການນັກໄຈ້ແຍກແລ້ວ, ບັນດາການກະທຳກໍ່ຄວາມເຄັ່ງຕຶງຫວ່າງມໍ່ໆມານີ້ລະຫວ່າງອາເມລິກາ ແລະ ອີຣານ ແມ່ນໜ້າວິຕົກກັງວົນ, ແຕ່ວ່າ ຍາກທີ່ຈະພາໄປເຖິງແຜນການທີ່ຮ້າຍແຮງ ນັ້ນແມ່ນການສູ້ຢັນດ້ານການທະຫານ.

ຍາກທີ່ເກີດການປະເຊີນໜ້າດ້ານການທະຫານ

        ມີຫຼາຍສາຍເຫດທີ່ສາມາດໃຫ້ຂໍ້ສັງເກດວ່າ, ຄວາມເຄັ່ງຕຶງລະຫວ່າງອາເມລິກາ - ອີຣານ ເຖິງວ່າຍາກທີ່ຈະຫຼຸດລົງ, ແຕ່ກໍ່ຍາກທີ່ຈະພາໄປເຖິງການປະເຊີນໜ້າດ້ານການທະຫານໄດ້. ທີໜຶ່ງ, ຍ້ອນສະພາບການໃນປະຈຸບັນແມ່ນຍັງບໍ່ທັນອັນຕະລາຍຄືດັ່ງຈຸດເວລາທີ່ກອງທັບອາກາດອາເມລິກາ ສັງຫານນາຍພົນ Quaseem Soleimani ຂອງອີຣານ ເມື່ອຕົ້ນປີ 2020. ໃນສະພາບການນັ້ນ, ຊ້ຳບໍ່ໜຳຍັງມີຫຼາຍແຫຼ່ງຂ່າວໄດ້ພັນລະນາວ່າ “ຢູ່ປາກສົງຄາມ”, ແຕ່ສິ່ງທີ່ຊົ່ວຮ້າຍທີ່ສຸດກໍ່ບໍ່ເກີດຂຶ້ນ.

        ທີ 2, ສຳຄັນກວ່າແມ່ນ “ຄວາມຕ້ອງການ” ຊຸກຍູ້ມາດຕະການດ້ານການທະຫານໃນຈຸດເວລານີ້ສຳລັບທັງ 2 ຝ່າຍເກືອບຄືວ່າແມ່ນບໍ່ມີ. ພິເສດ, ປະຈຸບັນ ອີຣານ ພວມຕົກເຂົ້າສະພາບປະສົບກັບຄວາມຫຍຸ້ງຍາກທີ່ສຸດຍ້ອນຜົນສະທ້ອນຂອງໂລກລະບາດໂຄວິດ-19, ເຊິ່ງຕ້ອງການໄດ້ຮັບການຊ່ວຍເຫຼືອຈາກສາກົນ, ລວມທັງບ້ວງເງິນກູ້ຢືມຮີບດ່ວນທີ່ມີມູນຄ່າ 5 ຕື້ USD ຈາກກອງທຶນເງິນຕາສາກົນ (IMF). ໃນຕົວຈິງ, ພາຍຫຼັງບັນດາປະຕິກິລິຍາແຂງກະດ້າງທີ່ສຸດນັ້ນ, ວົງການເຈົ້າໜ້າທີ່ອີຣານ ໄດ້ຍົກອອກຄຳເວົ້າທີ່ເປັນກາງມຸ່ງໄປເຖິງອາເມລິກາ. ຫວ່າງມໍ່ໆມານີ້, ວັນທີ 10 ພຶດສະພາ, ໂຄສົກລັດຖະບານອີຣານ ທ່ານ Ali Rabiei ໄດ້ຢືນຢັນວ່າ, ເຕເຮຣານ ພ້ອມແລ້ວທີ່ຈະປະຕິບັດຂໍ້ຕົກລົງແລກປ່ຽນນັກໂທດກັບວໍຊິງຕັນ.

        ສ່ວນອາເມລິກາ ກໍພວມມີບັນດາບັນຫາໃຫຍ່ທີ່ຕ້ອງສຸມໃສ່ແກ້ໄຂ, ໃນນັ້ນຢືນແຖວໜ້າແມ່ນການຮັບມືກັບໂລກລະບາດ ແລະ ຟື້ນຟູພື້ນຖານເສດຖະກິດ.

        ເປັນສິ່ງທີ່ຈະແຈ້ງແລ້ວວ່າ, ຄວາມສາມາດປະເຊີນໜ້າດ້ານການທະຫານລະຫວ່າງອາເມລິກາ ແລະ ອີຣານ ໃນຈຸດເວລານີ້ແມ່ນບໍ່ສູງ. ເຖິງຢ່າງໃດກໍ່ຕາມ, ວົງການນັກໄຈ້ແຍກຖືວ່າ, ເລື່ອງແກ່ຍາວຄວາມເຄັ່ງຕຶງໃນປະຈຸບັນແມ່ນບໍ່ສ້າງຜົນປະໂຫຍດໃຫ້ທັງ 2 ປະເທດ, ກໍຄືສະພາບການລວມທີ່ພວມສັບສົນທີ່ສຸດຢູ່ເຂດຕາເວັນອອກກາງ.

ຕອບກັບ