ສະຖານທີ່ເກີດເຫດບຸກໂຈມຕີເຮັດໃຫ້ມີຫຼາຍຄົນລົ້ມເຈັບຫາຍຕາຍ ຂອງອີຣານເລັ່ງໃສ່ອິດສະລາແອັນ
(ພາບ: REUTERS/Ilan Rosenberg)
|
ໄລ່ຮອດວັນທີ 28 ກຸມພາ, ເວລາການປະທະກັນເກີດຂຶ້ນ, ອາເມລິກາ - ອິດສະລາແອັນ ແລະ ອີຣານ ໄດ້ບຸກໂຈມຕີເລັ່ງໃສ່ເປົ້າໝາຍ ຂອງກັນນັບພັນແຫ່ງ. ສິ່ງທີ່ເປັນໜ້າວິຕົກກັງວົນກວ່ານັ້ນ ແມ່ນການປະທະກັນໄດ້ແຜ່ລາມອອກສູ່ທົ່ວເຂດຕາເວັນອອກກາງ, ຊ້ຳບໍ່ໜຳເລີ່ມເກີດຂຶ້ນຢູ່ນອກພາກພື້ນ, ພາຍຫຼັງເຫດກຳປັ່ນດຳນ້ຳຂອງ ອາເມລິກາ ບຸກໂຈມຕີກຳປັ່ນສູ້ຮົບຂອງອີຣານຢູ່ເຂດນອກທະເລສີລັງກາ ຢູ່ອາຊີໃຕ້.
ຄຳຖາມຈາກວໍຊິງຕັນ
ພາຍຫຼັງການປະທະກັນເກີດຂຶ້ນມາເປັນເວລາເກືອບ 1 ອາທິດ, ຄຳຖາມໃຫຍ່ເຊິ່ງວົງການນັກສັງເກດການຕັ້ງຂຶ້ນໃນປັດຈຸບັນແມ່ນ ສິ່ງໃດແດໄດ້ຊຸກຍູ້ອຳນາດການປົກຄອງຂອງປະທານາທິບໍດີ ທ່ານ Donald Trump ກ້າວເຂົ້າສູ່ບັ້ນຮົບການທະຫານທີ່ອັນຕະລາຍນີ້ກັບ ອີຣານ ໂດຍແມ່ນກໍລະນີທີ່ປະທານາທິບໍດີ ອາເມລິກາລຸ້ນກ່ອນໆ ຍາມໃດກໍ່ມີໄດ້ແກ້ໄຂຢ່າງລະມັດລະວັງທີ່ສຸດ? ຄວາມສົງໄສສຳລັບການຕັດສິນຈາກ ວໍຊິງຕັນ ເລີ່ມມາຈາກບັນດາບົດກ່າວຄຳເຫັນທີ່ບໍ່ມີຄວາມສະເໝີຕົ້ນສະເໝີປາຍຂອງບັນດາເຈົ້າໜ້າຂັ້ນສູງທີ່ສຸດ ໃນອຳນາດການປົກຄອງ ອາເມລິກາ. ໃນບົດກ່າວປາໄສທຳອິດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ ທ່ານໄດ້ປຸກລະດົມການບຸກໂຈມຕີເພື່ອສະກັດກັ້ນຄວາມສ່ຽງ ອີຣານ ກຳມະສິດອາວຸດນິວເຄຼຍ, ພ້ອມທັງທຳລາຍໄພນາບຂູ່ເຊິ່ງ ຄວາມສາມາດ ລູກສອນໄຟນຳວິຖີຂອງ ອີຣານ ອາດຈະກໍ່ຂຶ້ນສຳລັບຜົນປະໂຫຍດຂອງ ອາເມລິກາ ແລະ ພັນທະມິດໃນພາກພື້ນ. ເຖິງຢ່າງໃດກໍຕາມ, ບັນດາບົດກ່າວຄຳເຫັນຫຼັງຈາກນັ້ນຂອງ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາກ່ຽວກັບເລື່ອງ ອາເມລິກາ ບຸກໂຈມຕີ ອີຣານ ຍ້ອນຮູ້ວ່າ ອິດສະລາແອັນຈະເຮັດສິ່ງນີ້ ຫຼື ທ່ານ Pete Hegset ລັດຖະມົນຕີກະຊວງສົງຄາມ ອາເມລິກາ ກ່ຽວກັບໂຄ່ມລົ້ມອຳນາດການປົກຄອງ ອີຣານ ແລະ ຫຼ້າສຸດແມ່ນຂອງທ່ານປະທານາທິບໍດີ Donald Trump ໃນວັນທີ 5 ມີນາກ່ຽວກັບເລື່ອງ ອາເມລິກາ ຕ້ອງມີສຽງເວົ້າໃນການຄັດເລືອກການນຳສູງສຸດຄົນໃໝ່ຂອງ ອີຣານ, ຄືກັນກັບຢູ່ ເວເນຊູເອລາ ໄດ້ແຕ້ມພາບແຕ້ມທີ່ສັບສົນກວ່າ. ທ່ານ Ali Vaez, ຜູ້ອຳນວຍການໂຄງການ ອີຣານ ຢູ່ກຸ່ມບໍລິສັດວິກິດການສາກົນ (ICG) ຖືວ່າ ບັນດາເຫດຜົນໂດຍ ຝ່າຍອາເມລິກາ ຍົກອອກມາ ເພື່ອ ອະທິດບາຍໃຫ້ແກ່ການບຸກໂຈມຕີ ອີຣານ ເພື່ອສະກັດກັ້ນບັນດາໂຄງການອາວຸດ ພວມຄ່ອຍໆໄດ້ປ່ຽນແປງດ້ວຍ ການປ່ຽນແປງລະບອບ ຢູ່ ອີຣານ, ຫຼືຢ່າງໜ້ອຍສຸດແມ່ນການປ່ຽນແປງນະໂຍບາຍຂອງສິດອຳນາດຊັ້ນເທິງ ຂອງ ອີຣານ.
ປະທານສາທາລະນະລັດ ອິດສະລາມ ອີຣານ ແມ່ນລະບົບ ບໍ່ແມ່ນເວທີສະແດງຄົນດຽວ. ບັນດາການນຳອີຣານໃນປັດຈຸບັນ ເຂົ້າໃຈວ່າ ຖ້າເຂົາເຈົ້າບໍ່ບັນລຸໄດ້ຄວາມດຸ່ນດຽງໃດໜຶ່ງກັບ ອາເມລິກາ, ຖ້າເຂົາເຈົ້າສະແດງຄວາມອ່ອນແອ, ໃນອະນາຄົດເຂົາເຈົ້າຈະຕົກເຂົ້າສູ່ສະພາບການບໍ່ມີຄວາມສາມາດບັນລຸໄດ້ໝາກຜົນທີ່ມີຜົນປະໂຫຍດ ຫຼື ມີຄວາມຍຸຕິທຳໃດ ພາຍຫຼັງການປະທະກັນນີ້.
ຄຳຖາມກ່ຽວກັບກົດໝາຍສາກົນ
ບັນດາການຜັນແປດ້ານພູມີສາດການເມືອງເກີດຂຶ້ນຢ່າງຕໍ່ເນື່ອງໃນທົ່ວໂລກຍາມຕົ້ນປີນີ້, ນັບແຕ່ເວເນຊູເອລາ ຕະຫຼອດຮອດອີຣານ ສືບຕໍ່ເຮັດໃຫ້ຄຳຖາມທີ່ມີລັກສະນະຍຸກສະໄໝຮ້ອນເຮັງກວ່ານັ້ນແມ່ນ: ກົດໝາຍສາກົນ ແລະ ບັນດາກົນໄກຫຼາຍຝ່າຍ ອາດສາມາດຮັບປະກັນສັນຕິພາບ ແລະ ຄວາມສະຖຽນລະພາບໃນໂລກໄດ້ຫຼືບໍ່?
ທ່ານ Mark Carney ນາຍົກລັດຖະມົນຕີ ການາດາ ຖືວ່າ ບັນດາສິ່ງທີ່ພວມເກີດຂຶ້ນຢູ່ອີຣານ ແມ່ນປະລາໄຊຂອງລະບຽບຮຽບຮ້ອຍໂລກ, ໃນຂະນະທີ່ຫຼາຍປະເທດເອີລົບໄດ້ເລືອກປະຕິກິຕິຍາທີ່ລະມັດລະວັງ, ຍິ່ງໄປກວ່ານັ້ນແມ່ນໄດ້ຄັດຄ້ານ ຕໍ່ການກະທຳດ້ານການທະຫານຂອງ ອາເມລິກາ - ອິດສະລາແອັນຢ່າງເປີດເຜີຍ. ທ່ານ Patrick Bury, ສາດສະຈາການກ່ຽວກັບຄວາມໝັ້ນຄົງຢູ່ມະຫາວິທະຍາໄລ Bath (ອັງກິດ) ຖືວ່າ ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດມີຄວາມວິຕົກກັງວົນຕໍ່ລັກສະນະດ້ານນິຕິກຳຂອງການບຸກໂຈມຕີເລັ່ງໃສ່ອີຣານ ດັ່ງນັ້ນ ທ່ານຍອມຮັບຄວາມສ່ຽງຫຼຸດຜ່ອນການພົວພັນກັບ ອາເມລິກາ ແທນທີ່ຈະເຂົ້າຮ່ວມບັ້ນການທະຫານຕາມພັນທະມິດ. ເຫັນດີຕໍ່ທັດສະນະນີ້, ທ່ານ Marko Milanovic ສາດສະດາຈານ ກົດໝາຍສາກົນ ຢູ່ມະຫາວິທະຍາໄລ Reading (ອັງກິດ) ໃຫ້ຂໍ້ສັງເກດວ່າ:
ສາຍເຫດໜຶ່ງດຽວເຊິ່ງອາເມລິກາ - ອິດສະລາແອັນ ອາດຈະຍົກອອກມາເພື່ອອະທິດບາຍໃຫ້ແກ່ການນຳໃຊ້ກຳລັງແຮງການທະຫານສຳລັບອີຣານ ແມ່ນສິດປ້ອງກັນຕົວ. ແຕ່ຕາມມາດຕາ 51 ໃນກົດບັດ ສປຊ, ເລື່ອງປ້ອງກັນຕົວຮຽກຮ້ອງຕ້ອງອີງຕາມຕົວຈິງແມ່ນ ອີຣານ ບຸກໂຈມຕີ ການທະຫານ ອິດສະລາແອັນ ຫຼື ອາເມລິກາ, ຫຼືໜ້ອຍສຸດແມ່ນ ມີເຈດຈຳນົງຊີ້ເຮັດສິ່ງນັ້ນ, ເຖິງວ່າສິ່ງນີ້ແມ່ນສິ່ງທີ່ເປັນໜ້າໂຕ້ຖຽງກັນທີ່ສຸດ.
ຄຳຖາມໃຫຍ່ຕໍ່ໄປນັ້ນແມ່ນ ສິ່ງໃດພວມລໍຄອຍຢູ່ພາກພື້ນຕາເວັນອອກກາງ ແລະ ໂລກໃນຊຸມວັນຈະມາເຖິງ. ກໍລະນີກ່ຽວກັບການປະທະກັນແກ່ຍາວແລະ ແຜ່ລາມພວມຄ່ອຍໆເປັນຮູບເປັນຮ່າງ, ເມື່ອການປະທະກັນໄດ້ແຜ່ລາມອອກສູ່ 15 ປະເທດ, ຈຸດຮ້ອນເຮັ່ງເກົ່າ ໄດ້ເກີດຂຶ້ນຄືນໃໝ່ຢູ່ ລີບັງໃຕ້, ເມື່ອກອງທັບອິດສະລາແອັນ ເປີດບັ້ນບຸກໂຈມຕີທາງບົກຄືນຢູ່ທີ່ນີ້. ເລື່ອງ ຊ່ອງແຄບທະເລ Hormuz, ເຊິ່ງແມ່ນບ່ອນ 20% ປະລິມານນ້ຳມັນຂອງໂລກເດີນທາງໄປມາ ຖືກປິດລ້ອມໄດ້ເຮັດໃຫ້ລາຄານ້ຳມັນ ແລະ ສິນຄ້າປະເທດທັນສະຫານ, ວັດຖຸພັນ…ເພີ່ມຂຶ້ນສູງ. ທ່ານ Naveen Das, ນັກຊ່ຽວຊານວິໄຈຂອງ Kpler, ບໍລິສັດແຖວໜ້າໂລກກ່ຽວກັບຂໍ້ມູນ, ວິໄຈ ແລະ ຂໍ້ມູນຕະຫຼາດຕາມເວລາຕົວຈິງ ໃຫ້ຂໍ້ສັງເກດວ່າ:
ຖ້າການປະທະກັນຍັງແກ່ຍາວໃນ 2 – 3 ອາທິດຕໍ່ໄປ, ພວກເຮົາຈະເຫັນປະຈັກຕາສະພາບການອັນຕະລາຍທີ່ສຸດສຳລັບການແຮ່ທັນສະຫານຢູ່ພາກພື້ນ ຕາເວັນອອກກາງ. ທຳອິດແມ່ນ ເລື່ອງມີອາຫານຢ່າງພຽງພໍ ຈະແມ່ນບັນຫາສຳລັບບັນດາປະເທດຕາເວັນອອກກາງ, ຖັດຈາກນັ້ນແມ່ນລາຄາພະລັງງານ ແລະ ຜົນກະທົບອື່ນໆຕໍ່ທຸກດ້ານຂອງການດຳລົງຊີວິດ.
ທ່ານນາງ Marion Messmer ຜູ້ອຳນວຍການໂຄງການຄວາມໝັ້ນຄົງສາກົນ ຂອງ ສະຖາບັນ Chatham House (ອັງກິດ) ຖືວ່າ ສິ່ງທີ່ອັນຕະລາຍທີ່ສຸດພາຍຫຼັງການປະທະກັນສິ້ນສຸດ ນັ້ນແມ່ນເລື່ອງບັນດາປະເທດໃນໂລກ ຮັບໄດ້ສານອັນຕະລາຍຈາກເລື່ອງການເຈລະຈາ ອາດສາມາດຖືກປ່ຽນແທນດ້ວຍການນຳໃຊ້ຄວາມຮຸນແຮງຢ່າງວ່ອງໄວຄືແນວໃດ, ຈາກນັ້ນ ຈະມີຄວາມວິຕົກກັງວົນຢ່ງແຮງເມື່ອວາງຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາຄວາມມານະພະຍາຍາມທາງການທູດ ແລະ ເຈດຕະນາດີຂອງບັນດາປະເທດມະຫາອຳນາດ, ພາໄປເຖິງຄວາມສ່ຽງທີ່ຮ້າຍແຮງກວ່າຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງສາກົນ ເຊິ່ງພວມນັບມື້ນັບຖືກແຕກແຫງ.