ການຂັດແຍ້ງກັນຢູ່ພາຍໃນປະເທດອັງກິດກ່ຽວກັບ Brexit ເພີ່ມຂຶ້ນ

Van
Chia sẻ
(VOVWORLD) -ໄລ່ມາຮອດຈຸດເວລານີ້, ເມື່ອຍັງເຫຼືອເວລາບໍ່ຮອດ 2 ເດືອນອີກ ຈະແມ່ນຈຸດເວລາທີ່ອັງກິດ ຖອນຕົວອອກຈາກຊາຍຄາລວມອີຢູ, ເລື່ອງມີ ຫຼື ບໍ່ມີຂໍ້ຕົກລົງກ່ຽວກັບ Brexit ຍັງແມ່ນບັນຫາຂັດແຍ້ງຕົ້ນຕໍຢູ່ພາຍໃນອັງກິດ

ການຂັດແຍ້ງກັນຢູ່ພາຍໃນປະເທດອັງກິດກ່ຽວກັບ Brexit ເພີ່ມຂຶ້ນ - ảnh 1 ທ່ານນາຍົກລັດຖະມົນຕີ Boris Johnson

(ພາບ: Reuters)

ຍາມໃດ Brexit ກໍ່ໄດ້ຮັບຖືວ່າແມ່ນບັນຫາຫຍຸ້ງຍາກສຳລັບອັງກິດ ແລະ ສະຫະພາບເອີລົບ (ອີຢູ). ໄລ່ມາຮອດຈຸດເວລານີ້, ເມື່ອຍັງເຫຼືອເວລາບໍ່ຮອດ 2 ເດືອນອີກ ຈະແມ່ນຈຸດເວລາທີ່ອັງກິດ ຖອນຕົວອອກຈາກຊາຍຄາລວມອີຢູ, ເລື່ອງມີ ຫຼື ບໍ່ມີຂໍ້ຕົກລົງກ່ຽວກັບ Brexit ຍັງແມ່ນບັນຫາຂັດແຍ້ງຕົ້ນຕໍຢູ່ພາຍໃນອັງກິດ, ຊ້ຳບໍ່ໜຳໃນຊຸມວັນມໍ່ໆມານີ້ ສະພາບການພັດເຄັ່ງຕຶງກວ່າ ເມື່ອທ່ານນາຍົກລັດຖະມົນຕີອັງກິດ Boris Johnson ຊອກຫາວິທີເພື່ອໂຈະແຜນການເຮັດວຽກຂອງສະພາແຫ່ງຊາດ ເພື່ອແນໃສ່ຫຼີກລ້ຽງເລື່ອງບັນດາສະມາຊິກລັດຖະສະພາອັງກິດ ຊອກຫາວິທີເພື່ອສະກັດກັ້ນ Brexit.

        ໃນການລົງປະຊາມະຕິເມື່ອເດືອນ ມິຖຸນາ ປີ 2016, ປະຊາຊົນອັງກິດ ເປັນຈຳນວນຫຼວງຫຼາຍໄດ້ປ່ອນບັດສະໜັບສະໜູນເລື່ອງອັງກິດ ຖອນຕົວອອກຈາກອີຢູ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ນັ້ນມາ ສະພາແຫ່ງຊາດ ແລະ ລັດຖະບານຂອງປະເທດນີ້ ຍາມໃດກໍ່ໂຕ້ຖຽງກັນກ່ຽວກັບວິທີປະຕິບັດ Brexit. ຍ້ອນບໍ່ສາມາດເກ້ຍກ່ອມບັນດາສະມາຊິກລັດຖະສະພາເຫັນດີກ່ຽວກັບຂໍ້ຕົກລົງ Brexit ທີ່ບັນລຸໄດ້ກັບອີຢູ ເມື່ອປີ 2018 ໄດ້, ທ່ານນາງ Theresa May, ອະດີດນາຍົກລັດຖະມົນຕີ ໄດ້ລາອອກຈາກຕຳແໜ່ງການນຳລັດຖະບານອັງກິດ.

ການກະທຳຫົວດີຂອງນາຍົກລັດຖະມົນຕີອັງກິດຄົນໃໝ່

        ເຖິງວ່າຫາກໍ່ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີອັງກິດ ໃນທ້າຍເດືອນ ກໍລະກົດ ຜ່ານມາກໍ່ຕາມ, ແຕ່ເບິ່ງຄືວ່າທ່ານ Boris Johnson ບໍ່ສາມາດອົດທົນກັບວິກິດການໃນໄລຍະປະຈຸບັນຂອງເວທີການເມືອງອັງກິດ ທີ່ກ່ຽວຂ້ອງເຖິງບັນດາຄວາມບໍ່ລົງລອຍກັນກ່ຽວກັບ Brexit. ດ້ວຍຄວາມຕັດສິນໃຈນຳປະເທດອັງກິດ ຖອນຕົວອອກຈາກອີຢູ, ໃຫ້ຖືກຕ້ອງຕາມການກຳນົດເວລາທີ່ໃຫ້ຄຳໝັ້ນສັນຍາ, ທ່ານນາຍົກລັດຖະມົນຕີ Boris Johnson ໄດ້ສະເໜີຕໍ່ພະລາຊີນີອະນຸຍາດໃຫ້ໂຈະແຜນການເຮັດວຽກຂອງສະພາແຫ່ງຊາດຮອດວັນທີ 10 ຕຸລາ, ໝາຍຄວາມວ່າຈະຊ້າກວ່າປົກກະຕິເປັນເວລາ 5 ອາທິດເມື່ອທຽບໃສ່ທຳນຽມ.

        ເມື່ອອະທິບາຍສາຍເຫດໃຫ້ແກ່ບັນຫາດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Boris Johnson ຖືວ່າ, ລັດຖະບານຄວນສ້າງໂຄງການນິຕິບັນຍັດໃໝ່, ພ້ອມທັງຢືນຢັນວ່າ ຈະມີເວລາຢ່າງພຽງພໍໃຫ້ສະມາຊິກລັດຖະບານທຸກທ່ານປຶກສາຫາລືກ່ຽວກັບ Brexit ແລະ ບັນດາບັນຫາອື່ນໆ. ພ້ອມກັນນັ້ນທ່ານກໍ່ກ່າວເຕືອນວ່າ, ຖ້າຫາກບັນດາສະມາຊິກລັດຖະສະພາອັງກິດ ຊອກຫາວິທີເພື່ອກີດຂວາງ ຫຼື ໂຈະ Brexit ພາຍຫຼັງວັນທີ 31 ຕຸລາ, ສິ່ງດັ່ງກ່າວຈະກໍ່ຄວາມເສຍຫາຍຢ່າງຍາວນານສຳລັບບັນດາພັກການເມືອງໃຫຍ່ຢູ່ອັງກິດ ກໍຄືຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນຕໍ່ພື້ນຖານການເມືອງ.

        ເຖິງຢ່າງໃດກໍ່ຕາມ, ວົງການນັກໄຈ້ແຍກພັດຖືວ່າ ການກະທຳໂຈະແຜນການເຮັດວຽກຂອງສະພາແຫ່ງຊາດ ໄດ້ເຮັດໃຫ້ຝ່າຍຄັດຄ້ານເລື່ອງ Brexit ບໍ່ມີຂໍ້ຕົກລົງ ເຊິ່ງຍັງຈະເຫຼືອເວລາບໍ່ຫຼາຍເພື່ອກະກຽມບັນດາລະບຽບການທີ່ຈຳເປັນ. ສິ່ງດັ່ງກ່າວບັງຄັບໃຫ້ເຂົາເຈົ້າຕ້ອງເລືອກແຜນການສຳຮອງແມ່ນຈັດຕັ້ງການປ່ອນບັດບໍ່ໄວ້ວາງໃຈນາຍົກລັດຖະມົນຕີ. ແຕ່ເພື່ອໃຫ້ການປ່ອນບັດບັນລຸໄດ້ໝາກຜົນຄືຝ່າຍຄັດຄ້ານ Brexit ບໍ່ມີຂໍ້ຕົກລົງ ຕາມຄວາມປາດຖະໜານັ້ນ ຕ້ອງມີບັນດາສະມາຊິກຂອງພັກນິຍົມຮັກສາເດີມປ່ອນບັດບໍ່ສະໜັບສະໜູນພັກຂອງຕົນ. ນີ້ແມ່ນສິ່ງຍາກທີ່ຈະເປັນໄປໄດ້.

        ໃນຂະນະນັ້ນ, ລັດຖະບານອັງກິດ ໂດຍທ່ານນາຍົກລັດຖະມົນຕີ Boris Johnson ນຳໜ້າ ກໍ່ເຫັນໄດ້ສະພາບດັ່ງກ່າວ, ສະນັ້ນໃນວັນທີ 02 ກັນຍາ ໄດ້ໃຫ້ຮູ້ວ່າ ຈະຮຽກຮ້ອງການເລືອກຕັ້ງຄັ້ງໃຫຍ່ໃນວັນທີ 14 ຕຸລາ ຈະມາເຖິງ ຖ້າຫາກບັນດາສະມາຊິກລັດຖະສະພາຮັບຮອງເອົາຮ່າງກົດໝາຍສະກັດກັ້ນ Brexit ທີ່ບໍ່ມີຂໍ້ຕົກລົງໃນອາທິດນີ້. ທ່ານນາຍົກລັດຖະມົນຕີ Boris Johnson ຖືວ່າ, ຖ້າຫາກວ່າ ບັນດາສະມາຊິກລັດຖະສະພາສະໜັບສະໜູນ ທ່ານສາມາດບັນລຸໄດ້ບັນດາຂໍ້ມາດຕາປ່ຽນແປງກັບອີຢູ ໃນຂໍ້ຕົກລົງ Brexit ທີ່ກອງປະຊຸມສຸດຍອດອີຢູ ໃນວັນທີ 17 ຕຸລາ ຈະມາເຖິງ. ນີ້ແມ່ນບັນດາຂໍ້ມາດຕາໄດ້ເຮັດໃຫ້ຂໍ້ຕົກລົງ Brexit ລະຫວ່າງອີຢູ ກັບທ່ານນາງອະດີດນາຍົກລັດຖະມົນຕີ Theresa May ຖືກສະພາຕ່ຳປະຕິເສດເປັນ 3 ຄັ້ງ.

ຄວາມບໍ່ພໍໃຈເພີ່ມຂຶ້ນສູງ

        ບັນດາການກະທຳຂອງທ່ານນາຍົກລັດຖະມົນຕີອັງກິດ ໄດ້ຮັບຖືວ່າແມ່ນແຂງກະດ້າງ ຖືກຝ່າຍຄ້ານຄັດຄ້ານຢ່າງແຮງເມື່ອຖືວ່າ ຜູ້ນຳໜ້າລັດຖະບານອັງກິດ ພວມຊອກຫາວິທີສະກັດກັ້ນ Brexit ບໍ່ມີຂໍ້ຕົກລົງຂອງເຂົາເຈົ້າ. ຝ່າຍຄັດຄ້ານ Brexit ບໍ່ມີຂໍ້ຕົກລົງຖະແຫຼງວ່າ ເລື່ອງໂຈະແຜນການເຮັດວຽກຂອງສະພາແຫ່ງຊາດແມ່ນໄປຝືນກັບລັດຖະທຳມະນູນ ແລະ ນາບຂູ່ເຖິງພື້ນຖານປະຊາທິປະໄຕແຫ່ງຊາດ. ສິ່ງດັ່ງກ່າວອາດຈະເຮັດໃຫ້ອັງກິດ ຖອນຕົວອອກຈາກອີຢູ ໂດຍບໍ່ມີຂໍ້ຕົກລົງ ກໍຄືບໍ່ມີບັນດາຂໍ້ກຳນົດຢ່າງຈະແຈ້ງໃນບັນດາແງ່ມູມຂອງການພົວພັນລະຫວ່າງອັງກິດ - ອີຢູ ຄື ການແລກປ່ຽນດ້ານການຄ້າ, ສິດຂອງພົນລະເມືອງອັງກິດ ຢູ່ອີຢູ… ນີ້ແມ່ນບັນດາຄວາມສ່ຽງກໍ່ໃຫ້ເກີດການແບ່ງແຍກປະເທດຊາດ, ເຮັດໃຫ້ພື້ນຖານກະສິກຳ ແລະ ບາງຂະແໜງຜະລິດຖືກຢຸດສະງັກ, ຍູ້ເສດຖະກິດຂອງອັງກິດ ຕົກເຂົ້າສູ່ສະພາບຊຸດໂຊມ.

        ການຄັດຄ້ານດ້ານການເມືອງສຳລັບທ່ານ Boris Johnson ຍັງຖືກເພີ່ມຂຶ້ນຢ່າງແຮງ ດ້ວຍເອກະສານສະເໜີລວມມີກວ່າ 1,3 ລ້ານລາຍເຊັນທີ່ສະເໜີໃຫ້ສານ ພິຈາລະນາ “ຜົນກະທົບ ແລະ ເຈດຈຳນົງ” ຂອງແຜນການແກ່ຍາວເວລາພັກຂອງສະພາແຫ່ງຊາດຢ່າງຮີບດ່ວນ. ບັນດາການນຳພັກກຳມະກອນຝ່າຍຄ້ານ, ການນຳພັກເສລີ ແລະ ປະຊາຊົນນັບພັນຄົນໄດ້ສະແດງຄວາມບໍ່ລົງລອຍກັນກ່ຽວກັບຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ Boris Johnson.

        ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ Boris Johnson ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຖືວ່າ, ທຸກໆບັນຫາທີ່ກ່ຽວຂ້ອງເຖິງ Brexit ຈະດຳເນີນໄປຖືກຕ້ອງຕາມແຜນການ, ແຕ່ສິ່ງທີ່ໜ້າສົນໃຈນັ້ນແມ່ນ ມາຮອດຈຸດເວລານີ້ ຍັງບໍ່ທັນມີສັນຍານໃດໆທີ່ຊີ້ໃຫ້ເຫັນບັນດາການນຳອີຢູ ຈະຜ່ອນສັ້ນຜ່ອນຍາວ, ພິເສດແມ່ນບັນຫາກ່ຽວຂອງເຖິງຂໍ້ມາດຕາຕາມຄຳເຣີຂອງບຣຸກແຊນກ່ຽວກັບຊາຍແດນ ອຽກລັງ. ນີ້ແມ່ນກົນໄກເພື່ອຫຼີກລ້ຽງບັນດາມາດຕະການເພື່ອຄວບຄຸມຊາຍແດນລະຫວ່າງອຽກລັງ, ເຊິ່ງເປັນສະມາຊິກຂອງອີຢູ ກັບອຽກລັງເໜືອ ຂຶ້ນກັບອັງກິດ.

        ເລື່ອງໂຈະການເຄື່ອນໄຫວຂອງສະພາແຫ່ງຊາດອາດຈະແມ່ນແຜນການໃໝ່ຂອງທ່ານ Boris Johnson ໃນວິວັດການ Brexit. ແຕ່ເຖິງຢ່າງໃດກໍ່ຕາມ, ແຜນການດັ່ງກ່າວກໍ່ເຕັມໄປດ້ວຍຄວາມສ່ຽງ. ມີບາງຄົນໄດ້ຕີລາຄາວ່າ ທ່ານ Boris Johnson ໄດ້ສ້າງທຳນຽມທີ່ອັນຕະລາຍໃຫ້ແກ່ປະເທດອັງກິດ ເມື່ອການນຳລັດຖະບານສາມາດນຳໃຊ້ບັນດາເຄື່ອງມືດ້ານການເມືອງຂອງຕົນເພື່ອຂ້າມໜ້າອົງການນິຕິບັນຍັດ, ຍູ້ໃຫ້ປະເທດ ຖືກຕົກເຂົ້າສູ່ສະພາບຖືກແບ່ງແຍກຕື່ມອີກ ໃນສະພາບວິກິດການແບບທີ່ບໍ່ເຄີຍມີມາກ່ອນໃນຮອບເວລາ 2 – 3 ທົດສະວັດມໍ່ໆມານີ້.

ຕອບກັບ