ກາຍ​ເປັນ​ສະ​ມາ​ຊິກ ສະ​ພາ​ບໍ​ລິ​ຫານ​ງານ UN Women: ການ​ຮັບ​ຮູ້​ຂອງ​ສາ​ກົນ ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ເໝີ​ພາບ ລະ​ຫວ່າງ​ຍິງ - ຊາຍ ຢູ່ ຫວຽດ​ນາມ

Chia sẻ
(VOVWORLD) - ຫວ່າງແລ້ວນີ້, ທຸກປະເທດສະມາຊິກສະພາເສດຖະກິດສັງຄົມ ສປຊ (ECOSOC) ລ້ວນແຕ່ເຫັນດີເຫັນພ້ອມເລືອກເອົາ ຫວຽດນາມ ເຂົ້າເປັນສະມາຊິກ ສະພາບໍລິຫານງານອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ ຊາຍ ແລະ ການມອບສິດ ໃຫ້ແກ່ ແມ່ຍິງ (UN Women) ອາຍຸການ 2025  2027. ສິ່ງນີ້ ສະແດງໃຫ້ເຫັນການຮັບຮູ້ ແລະ ຕີລາຄາສູງຂອງປະຊາຄົມ ສາກົນ ຕໍ່ບັນດານະໂຍບາຍ, ຜົນງານກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ ຊາຍ ແລະ ຄວາມມານະພະຍາຍາມໃນການຮ່ວມມືສາກົນຂອງ ຫວຽດນາມ ໃນຂົງເຂດນີ້.

ກາຍ​ເປັນ​ສະ​ມາ​ຊິກ ສະ​ພາ​ບໍ​ລິ​ຫານ​ງານ UN Women: ການ​ຮັບ​ຮູ້​ຂອງ​ສາ​ກົນ ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ເໝີ​ພາບ ລະ​ຫວ່າງ​ຍິງ - ຊາຍ ຢູ່ ຫວຽດ​ນາມ - ảnh 1ກອງປະຊຸມສະພາເສດຖະກິດສັງຄົມ ສປຊ (ພາບ: ກະຊວງການຕ່າງປະເທດ)

ເລື່ອງໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UN Women, ນັບແຕ່ເດືອນມັງກອນ ປີ 2025 ຈົນໝົດປີ 2027, ຫວຽດນາມ ຈະເຂົ້າຮ່ວມປະສານງານກໍ່ສ້າງ ແລະ ຜັນຂະຫຍາຍບັນດາການກຳນົດທິດໃຫຍ່ຂອງ UN Women, ຮັບປະກັນບັນດາຍຸດທະສາດ ແລະ ການເຄື່ອນໄຫວຂອງອົງການນີ້ ຢ່າງສະເໝີຕົ້ນສະເໝີປາຍ ດ້ວຍບັນດາເປົ້າໝາຍ ແລະ ນະໂຍບາຍສັງລວມຂອງ ສປຊ ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ ຊາຍ ແລະ ການມອບສິດໃຫ້ແກ່ ແມ່ຍິງ. ໂດຍແມ່ນສະມາຊິກຂອງສະພາບໍລິຫານງານ, ຫວຽດນາມ ກໍ່ຈະເຂົ້າຮ່ວມວິວັດການອະນຸມັດຜ່ານບັນດາແຜນການ, ໂຄງການເຄື່ອນໄຫວກໍ່ຄືບັນດາຂໍ້ຕົກລົງກ່ຽວກັບການບໍລິຫານ, ການເງິນ ແລະ ງົບປະມານ ຂອງ UN Women.

ລັດຖະບານ ຫວຽດນາມ ຮັກສາກຳລັງໜູນ ຊຸກຍູ້ຄວາມສະເໝີພາບ ລະຫວ່າງ ຍິງຊາຍ ໃນຫຼາຍປີຜ່ານມາ

ຮັບປະກັນຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ ແມ່ນໜຶ່ງໃນບັນດາບັນຫາໂດຍ ຫວຽດນາມ ຖືເປັນສຳຄັນພິເສດ ແລະ ບັນລຸໄດ້ຜົນງານຫຼາຍຢ່າງໃນຂົງເຂດນີ້. ຫວຽດນາມ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາປະເທດລົບລ້າງໄດ້ໄລຍະຫ່າງລະຫວ່າງຍິງ - ຊາຍໄວທີ່ສຸດ ໃນຮອບເວລາ 20 ປີຜ່ານມາ, ແມ່ນໜຶ່ງໃນບັນດາປະເທດປະຕິບັດສຳເລັດເປົ້າໝາຍ ສະຕະວັດ ທີ 3 (MDG 3) ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ.

UN Women ຫວຽດນາມ ຕີລາຄາວ່າ ຫວຽດນາມ ບັນລຸໄດ້ 4 ຜົນສຳເລັດທີ່ເປັນໜ້າສົນໃຈ ນັບແຕ່ເວລາປະຕິບັດ ບັນດາເປົ້າໝາຍພັດທະນາແບບຍືນຍົງ. ທີໜຶ່ງ, ຫວຽດນາມ ໄດ້ສືບຕໍ່ເພີ່ມທະວີຂອບເຂດນະໂຍບາຍ ແລະ ນິຕິກຳ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໃນນັ້ນມີ: ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ (2017), ກົດໝາຍວ່າດ້ວຍ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ) 2022; ປະມວນກົດໝາຍວ່າດ້ວຍການອອກແຮງງານ (ສະບັບປັບປຸງ) 2019. ທີສອງ, ຫວຽດນາມ ໄດ້ຍູ້ແຮງການເຂົ້າຮ່ວມຂອງແມ່ຍິງ ໃນຂົງເຂດການເມືອງຢູ່ທີ່ການເລືອກຕັ້ງສະພາແຫ່ງຊາດຊຸດທີ XV ປີ 2021, ດ້ວຍອັດຕາສະມາຊິກສະພາແຫ່ງຊາດເພດຍິງ ບັນລຸ 30,26%, ສູງທີ່ສຸດນັບແຕ່ປີ 1976, ສູງກ່ວາລະດັບປານກາງທົ່ວໂລກ ແມ່ນ 25%. ທີສາມ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີອັດຕາແມ່ຍິງ ເຂົ້າຮ່ວມກຳລັງແຮງງານສູງທີ່ສຸດໃນໂລກ. ສຸດທ້າຍ ແມ່ນ ໃນເດືອນມັງກອນ ຜ່ານມາ, ເປັນຄັ້ງທຳອິດ ຫວຽດນາມ ໄດ້ຮັບຮອງເອົາ ໂຄງການກະທຳແຫ່ງຊາດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ໄດ້ລື່ນກາຍເປົ້າໝາຍທີ່ໄດ້ວາງອອກ ກ່ຽວກັບການເພີ່ມທະວີບົດບາດ ແລະ ການເຂົ້າຮ່ວມຂອງແມ່ຍິງ ໃນການເຄື່ອນໄຫວຮັກສາສັນຕິພາບ.

ສ່ວນຕາມບົດລາຍງານໄລຍະຫ່າງລະຫວ່າງຍິງຊາຍ ທົ່ວໂລກ ໂດຍເວທີປາໄສເສດຖະກິດໂລກ ປະກາດໃນປີ 2023 ແລ້ວ, ໂລກໄດ້ຈັດອັນດັບຂອງ ຫວຽດນາມ ກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ ຊາຍ ຫວຽດນາມ ເລື່ອນແຕ່ອັນດັບທີ 83 ຂຶ້ນ 72 ໃນຈຳນວນ 146 ປະເທດ.

ໃນຕົວຈິງ, ຢູ່ ຫວຽດນາມ ຖັນແຖວການນຳ ແລະ ຜູ້ຄຸ້ມຄອງເປັນເພດຍິງ ນັບມື້ນັບເພີ່ມຂຶ້ນກ່ຽວກັບຈຳນວນ ແລະ ຄຸນນະພາບ. ທ່ານນາງ ຮ່າທິງາ, ປະທານສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ:

ປັດຈຸບັນ ມີພະນັກງານ, ການນຳ, ຜູ້ຄຸ້ມຄອງເປັນເພດຍິງໃນເກນອາຍຸໜຸ່ມ ນັບມື້ນັບຫຼາຍຂຶ້ນ, ເຂົາເຈົ້າມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຍົກສູງກຳລັງຄວາມສາມາດ, ປະຕິບັດໜ້າທີ່ເປັນຢ່າງດີ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການນຳ, ພະນັກງານ ແລະ ປະຊາຊົນ. ມີເອືຶ້ອຍນ້ອງຫຼາຍຄົນໄດ້ເສີມຂະຫຍາຍສຽງເວົ້າຂອງແມ່ຍິງເປັນຢ່າງດີ ໃນບັນດາເວທີປາໄສຂອງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ.

ກາຍ​ເປັນ​ສະ​ມາ​ຊິກ ສະ​ພາ​ບໍ​ລິ​ຫານ​ງານ UN Women: ການ​ຮັບ​ຮູ້​ຂອງ​ສາ​ກົນ ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ເໝີ​ພາບ ລະ​ຫວ່າງ​ຍິງ - ຊາຍ ຢູ່ ຫວຽດ​ນາມ - ảnh 2ທ່ານນາງ ຮ່າທິງາ, ປະທານສະຫະພັນແມ່ຍິງ ຫວຽດນາມ (ພາບ: dangcongsan.vn)

ປະຕິບັດບົດບາດເປັນສະມາຊິກສະພາບໍລິຫານງານ UN Women ເປັນຢ່າງດີ

ໃນອາຍຸການ 2025 - 2027, UN Women ຈະຮັບຮອງເອົາຍຸດທະສາດທົ່ວໂລກ ໃໝ່ ເພື່ອແນໃສ່ ຊຸກຍູ້ການປະຕິບັດບັນດາເປົ້າໝາຍ ພັດທະນາແບບຍືນຍົງ, ເຊິ່ງໃນນັ້ນຄວາມສະເໝີພາບລະຫວ່າງຍິງຊາຍ ແມ່ນຈຸດສຸມ.

ຕາມທ່ານ   Caroline Nyamayamombe, ຫົວໜ້າຜູ້ຕາງໜ້າ UN Women ປະຈຳ ຫວຽດນາມ ແລ້ວ, ດ້ວຍຜົນງານ ແລະ ປະສົບການຂອງ ປະເທດ ທີ່ມີປະຊາຊົນທີ່ອຸດົມສົມບູນ ແລະ ວັດທະນະທຳສັງຄົມທີ່ເປັນເອກະລັກສະເພາະ, ຫວຽດນາມ ຈະນຳມາເຊິ່ງຫຼາຍແງ່ມູນສັງເກດທີ່ເລິກເຊິ່ງ ກ່ຽວກັບການຊຸກຍູ້ຄວາມສະເໝີພາບ ລະຫວ່າງຍິງຊາຍ ເມື່ອ ເຂົ້າຮ່ວມ ສະພາບໍລິຫານງານ UN Women. ຫວຽດນາມ ອາດຈະແບ່ງປັນເສັ້ນທາງກ້າວເດີນສະເພາະຂອງຕົນ ແລະ ສ້າງແຫຼ່ງບັນດານໃຈ ໃຫ້ແກ່ຫຼາຍປະເທດທີ່ອື່ນ ໃນບັນດາບັນຫາທີ່ກ່ຽວຂ້ອງ. ທ່ານນາງ Caroline Nyamayamombe ຢັ້ງຢືນວ່າ ບັນດາການປະກອບສ່ວນອັນລ້ຳຄ່ານີ້ ໃນການສະໜອງຂໍ້ມູນຂ່າວສານ ແລະ ໜູນຊ່ວຍ ບັນດາວິທີການສຳຜັດ ແລະ ຮ່ວມມືປ່ຽນແປງໃໝ່, ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ.

ຈິດໃຈປະກອບສ່ວນ ແລະ ແບ່ງປັນຂອງ ຫວຽດນາມ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ກໍ່ໄດ້ສະແດງໃຫ້ເຫັນໃນບົດກ່າວປາໄສຂອງ ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການ ປະທານປະເທດ ຫວຽດນາມ ຢູ່ກອງປະຊຸມຖານະບົດບາດຂອງແມ່ຍິງ ຄັ້ງທີ 68 (CSW68) ຂອງສະພາເສດຖະກິດ, ສັງຄົມ ສປຊ (ECOSOC) ທີ່ໄດ້ດຳເນີນເມື່ອເດືອນມີນາຜ່ານມາ, ຢູ່ນິວຢອກ, ອາເມລິກາ. ທ່ານນາງ ຫວໍທິແອັງຊວັນ ຢັ້ງຢືນວ່າ:

ໃນຕະຫຼອດໄລຍະກະແສຂອງຍຸກສະໄໝ, ແມ່ຍິງຍາມໃດກໍ່ແມ່ນທູດສັນຕິພາບ ແລະ ມີຄວາມເມດຕາປານີ, ແມ່ນກຳລັງບໍ່ສາມາດຂາດໄດ້, ມີຄວາມໝາຍຕັດສິນຊີ້ຂາດໃນທຸກວິວັດທະນາການສັນຕິພາບ, ຄວາມໝັ້ນຄົງ, ຄວາມກ້າວໜ້າຂອງສັງຄົມ ແລະ ການພັດທະນາແບບຍືນຍົງ. ເພາະສະນັ້ນ, ໃນສະພາບການລວມ ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຄືໃນປັດຈຸບັນ, ບັນດາຄວາມສາມາດບົ່ມຊ້ອນອັນຍິ່ງໃຫຍ່ຂອງແມ່ຍິງຕ້ອງເສີມຂະຫຍາຍຢ່າງແຮງ, ປະຕິບັດບັນດາຄຳໝັ້ນສັນຍາ ແລະ ແຫຼ່ງກຳລັງທີ່ເໝາະສົມ.ໃນວິວັດທະນາການນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ຢ່າງແໜ້ນແຟ້ນ ເພື່ອແນໃສ່ຊຸກຍູ້ພາລະກິດປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ຜ່ານນັ້ນ ປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.

ເລື່ອງທຸກປະເທດສະມາຊິກ ECOSOC ເຫັນດີເລືອກຕັ້ງຫວຽດນາມ ເຂົ້າ ສະພາບໍລິຫານງານ UN Women ໃນວັນທີ 9 ເມສາຜ່ານມາ ໄດ້ສະແດງໃຫ້ເຫັນການຮັບຮູ້ ແລະ ຕີລາຄາສູງ ຂອງປະຊາຄົມສາກົນ ຕໍ່ທຸກນະໂຍບາຍ, ຜົນງານກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຄວາມມານະພະຍາຍາມຮ່ວມມືສາກົນ ຂອງ ຫວຽດນາມ ໃນຂົງເຂດນີ້. ນີ້ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານບໍລິຫານຂອງ UN Women ໃນໄລຍະຈະມາເຖິງ.       

ຕອບກັບ