WEF 2023: ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

Chia sẻ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຫາກໍ່ເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ ປີ 2023 ຢູ່ Davos, ສະວິດ, ໃນລະຫວ່າງວັນທີ 16  17 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງເປັນປະທານບໍລິຫານເວທີປາໄສເສດຖະກິດ ໂລກ (WEF). ບັນດາການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ ຢູ່ WEF 2023 ສະແດງໃຫ້ເຫັນພາບພົດຂອງ ຫວຽດນາມ ທີ່ມີຄວາມມານະພະຍາຍາມຮ່ວມແຮງຮ່ວມໃຈ ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ບົດຮຽນປະສົບການຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ພັດທະນາເສດຖະກິດສັງຄົມ, ດຶງດູດແຫຼ່ງເງິນລົງທຶນ.

WEF 2023: ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ (ພາບ: ຫງວຽນຮົ່ງ)

ການຮ່ວມມືຂອງ ຫວຽດນາມ ກັບ WEF ເລີ່ມແຕ່ປີ 1989 ແລະ ມາຮອດປັດຈຸບັນ WEF ຍັງແມ່ນເວທີປາໄສສຳຄັນ, ປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ຢ່າງແທດຈິງ.

ຫວຽດນາມ - WEF: ການພົວພັນຢ່າງແໜ້ນແຟ້ນ

        ຫວຽດນາມ ຖືການຮ່ວມມືກັບ WEF ເປັນສຳຄັນ, ຖືນີ້ແມ່ນກົນໄກສົນທະນາສຳຄັນເພື່ອໂຄສະນາພາບພົດປະເທດຊາດ, ຊຸກຍູ້ແນວຄວາມຕິດກ່ຽວກັບການປະຕິຮູບ ແລະ ພັດທະນາເສດຖະກິດ, ເປີດກາລະໂອກາດໃຫຍ່ໃນການດຶງດູດເງິນລົງທຶນຕ່າງປະເທດເພື່ອພັດທະນາປະເທດຊາດ. ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາກອງປະຊຸມຂອງ WEF, ພ້ອມທັງປະກອບຂໍ້ລິເລີ່ມຫຼາຍຂໍ້ທີ່ພົ້ນເດັ່ນຢູ່ເວທີປາໄສໃນໄລຍະ 30 ປີແຫ່ງການເຂົ້າຮ່ວມ. ບັນດາການນຳຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມປະຈຳປີຂອງ WEF ທີ່ໄດ້ຈັດຂຶ້ນຢູ່ Davos ເປັນປະຈຳ, ຕັ້ງໜ້າເຂົ້າຮ່ວມ ແລະ ສົມທົບກັບອາຊຽນຢ່າງມີປະສິດທິຜົນໃນການຈັດຕັ້ງກອງປະຊຸມຂອງ ເວທີປາໄສ WEF ຢູ່ພາກພື້ນ. ເລື່ອງ ຫວຽດນາມ ຕັ້ງໜ້າເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື ກັບ WEF ປະກອບສ່ວນຫັນແຜນນະໂຍບາຍຍົກສູງຄຸນນະພາບ ແລະ ປະສິດທິຜົນວຽກງານການຕ່າງປະເທດຫຼາຍຝ່າຍຂອງພັກ ແລະ ລັດເປັນລະອຽດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໃຫ້ຮູ້ວ່າ:

        ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມບັນດາການເຄື່ອນໄຫວປະຈຳປີຂອງ ເວທີປາໄສເສດຖະກິດໂລກ ເປັນປະຈຳ. ສອງຝ່າຍກໍ່ມີແຜນການຮ່ວມມືໄລຍະຍາວ ແລະ ຜັນຂະຫຍາຍການຈັດຕັ້ງບາງເຫດການລວມ, ພົ້ນເດັ່ນແມ່ນການຈັດຕັ້ງເວທີປາໄສເສດຖະກິດ ລະຫວ່າງ WEF ແລະ ອາຊຽນໃນປີ 2018ຢ່າງປະສົບກັບຄວາມຫຍຸ້ງຍາກ. ພວກຂ້າພະເຈົ້າ ເຫັນໄດ້ຢ່າງຈະແຈ້ງວ່າ ເວທີປາໄສເສດຖະກິດໂລກບໍ່ພຽງແຕ່ເຊີດຊູ ຫວຽດນາມ ດ້ວຍຖານະເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນເທົ່ານັ້ນ ຫາກຍັງຍົກສູງ ຄວາມຕ້ອງການ, ຄຳໝັ້ນສັນຍາປ່ຽນແປງໃໝ່ ແລະ ການປະຕິຮູບຂອງລັດຖະບານ ຫວຽດນາມຫຼາຍກ່ວາອີກ. ເພາະສະນັ້ນການພົວພັນນີ້ແມ່ນການພົວພັນທີ່ແໜ້ນແຟ້ນທີ່ສຸດ.

ກາລະໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນວິໄສທັດ ກັບປະຊາຄົມສາກົນ

        ໃນສະພາບການດ້ານການເມືອງ ແລະ ເສດຖະກິດໂລກ ປະສົບກັລວິກິດການ ແລະ ສິ່ງທ້າທາຍນາໆປະການ, ໂລກສັງເກດໄດ້ວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ບໍ່ພຽງແຕ່ດ້ວຍຄຳໝັ້ນສັນຍາຢ່າງແຮງ ແລະ ການຜັນຂະຫຍາຍຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບການຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ຫັນເປັນດີຈີຕອນເພື່ອແນໃສ່ຟື້ນຟູພາຍຫຼັງໂຄວິດ - 19 ແລະ ພັດທະນາແບບຍືນຍົງເທົ່ານັ້ນ, ຫາກຍັງບັນລຸໄດ້ບັນດາໝາກຜົນທີ່ ໜ້າປະທັບໃຈ.

        ດັ່ງນັ້ນ, ກອງປະຊຸມ WEF 2023 ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມແບ່ງປັນ ກັບປະຊາຄົມສາກົນ ບັນດາພຶດຕິກຳຕົວຈິງທີ່ດີກ່ຽວກັບນະໂຍບາຍ ແລະ ບົດຮຽນປະສົບການຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ພັດທະນາເສດຖະກິດ - ສັງຄົມ, ກໍ່ຄື: ດຶງດູດເງິນລົງທຶນ, ແຫຼ່ງກຳລັງ, ຊຸກຍູ້ການຄ້າ… ກັບບັນດາອົງການຈັດຕັ້ງສາກົນ, ກຸ່ມບໍລິສັດ, ກອງທຶນລົງທຶນສາກົນ ແລະ ຢູ່ສະວິດ.

        ຢູ່ກອງປະຊຸມ WEF 2023, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ວາລະປຶກສາຫາລື ສຸມໃສ່ການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານຄື: ວາລະປຶກສາຫາລືຂອງ ສຳພັນທະມິດມີການກະທຳເພື່ອທັນຍາຫານ “ລົງທຶນປັບປຸງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ກອງປະຊຸມກ່ຽວກັບການເຊື່ອມຕໍ່ທັນຍາຫານ - ພະລັງງານ - ແຫຼ່ງນ້ຳ”.

        ທ່ານຮອງນາຍົກລັດຖະມົນຕີ ກໍ່ ເປັນປະທານຮ່ວມ“ການໂອ້ລົມສົນທະນາວິສາຫະກິດທົ່ວໂລກຫວຽດນາມ - WEF: ວິວັດການຫັນເປັນສີຂຽວ, ປະດິດຄິດສ້າງ”, ສຸມໃສ່ຫົວຂໍ້ເສດຖະກິດສີຂຽວ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ. ນອກຈາກນັ້ນ, ທ່ານຮອງນາຍົກລັດມຖະນົນຕີ ເຈິ່ນຮົ່ງຮ່າ ຍັງໄດ້ໃຫ້ການຕ້ອນຮັບທ່ານປະທານບໍລິຫານ WEF - ສາດສະດາຈານ Klaus Schwab, Achim Steiner ຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາ(UNDP), ທ່ານ Axel van Trotsenburg ຜູ້ອຳນວຍການຝ່າຍບໍລິຫານຂອງທະນາຄານໂລກ ແລະ ການນຳບາງທ່ານ.

ເມື່ອເຕື້ອງເຖິງການກຳນົດທິດຮ່ວມມືລະຫວ່າງ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໃຫ້ຮູ້ວ່າ:

        ເວທີປາໄສເສດຖະກິດໂລກແມ່ນຄູ່ຮ່ວມມືສຳຄັນທີ່ສຸດເພື່ອໜູນຊ່ວຍຫວຽດນາມ ໃນການຍາດແຍ່ງເອົາແຫຼ່ງກຳລັງພາຍນອກເພື່ອຜັນຂະຫຍາຍເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ກໍ່ຄືໝູນໃຊ້ແຫຼ່ງກຳລັງເຫຼົ່ານັ້ນ ເພື່ອຜັນຂະຫຍາຍບັນດາເປົ້າໝາຍໄລຍະຍາວ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕຂອງ ຫວຽດນາມ. ທ່າແຮງຂອງເວທີປາໄສເສດຖະກິດໂລກ ແມ່ນ ເຂົາເຈົ້າມີເຄືອຂ່າຍບັນດາວິສາຫະກິດນັກລົງທຶນແຖວໜ້າໂລກ. ຜ່ານເຄືອຂ່າຍນັ້ນ, ຊ່ວຍຫວຽດນາມ ສາມາດສຳຜັດກັບບັນດານັກລົງທຶນ, ນັກດຳເນີນທຸລະກິດແຖວໜ້າໂລກ. ນອກຈາກນັ້ນ, ລະຫວ່າງ ຫວຽດນາມ ແລະ WEF ກໍ່ມີໂຄງການຮ່ວມມືເປັນປະຈຳກ່ຽວກັບການໃຫ້ຄຳປຶກສາ ແລະແລກປ່ຽນນະໂຍບາຍ. ລັດຖະບານ ຫວຽດນາມ ກຳນົດ ເວທີປາໄສເສດຖະກິດໂລກ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ໃນວິວັດການພັດທະນາເສດຖະກິດ - ສັງຄົມ.

        ພາຍຫຼັງ 30 ປີແຫ່ງການຮ່ວມມືກັບ WEF, ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນການເປັນສະມາຊິກທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຄວາມຮັບຜິດຊອບ, ພ້ອມທັງແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ ເວທີປາໄສ. ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ຢູ່ WEF 2023 ບໍ່ພຽງແຕ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງເຫດການເທົ່ານັ້ນ ຫາກຍັງສ້າງພື້ນຖານຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນອີກດ້ວຍ.

ຕອບກັບ