AMM – 56 ແລະ ບັນດາກອງປະຊຸມກ່ຽວຂ້ອງ: ຮັດແຄບຄວາມແຕກໂຕນກັນ, ຊຸກຍູ້ການຮ່ວມມື

Van
Chia sẻ
(VOVWORLD) - ວັນທີ 14 ກໍລະກົດ, ກອງປະຊຸມລັດຖະມົນຕີສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 56 (AMM-56) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງພາຍຫຼັງໄດ້ໂຮມປະຊຸມທາງການເປັນເວລາ 4 ວັນ (ແຕ່ວັນທີ 11 14 ກໍລະກົດ), ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ.

ບັນດາກອງປະຊຸມໄດ້ສະແດງນຳ້ໃຈສາມັກຄີ, ຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກອາຊຽນ; ພ້ອມກັນນັ້ນກໍ່ໄດ້ຢັ້ງຢືນຄຸນຄ່າຂອງການໂອ້ລົມສົນທະນາ ແລະ ການຮ່ວມມືໃນຂອບເຂດ ອາຊຽນ, ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ແລະ ລະຫວ່າງບັນດາປະເທດ, ໃນສະພາບການທີ່ໂລກມີການຜັນແປຫຼາຍຢ່າງ.

AMM – 56 ແລະ ບັນດາກອງປະຊຸມກ່ຽວຂ້ອງ: ຮັດແຄບຄວາມແຕກໂຕນກັນ, ຊຸກຍູ້ການຮ່ວມມື - ảnh 1ທ່ານນາງ Retno Masurdi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ
(ພາບ: ກະຊວງການຕ່າງປະເທດ ອິນໂດເນເຊຍ)

        AMM - 56 ແມ່ນກອງປະຊຸມລັດຖະມົນຕີການຕ່າງປະເທດສຳຄັນທີ່ສຸດໃນປີຂອງ ອາຊຽນ. ນອກຈາກກອງປະຊຸມລະຫວ່າງ 10 ປະເທດສະມາຊິກ ອາຊຽນ ແລ້ວ, ຍັງມີກອງປະຊຸມລະຫວ່າງ ອາຊຽນ ກັບແຕ່ລະຄູ່ຮ່ວມມື, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +3, ກອງປະຊຸມລັດຖະມົນຕີການຕ່າງປະເທດ ເວທີປາໄສ ອາຊີຕາເວັນອອກ (EAS). ໃນກອງປະຊຸມທາງການ 4 ວັນ, ມີເກືອບ 20 ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຄວາມໝັ້ນຄົງ, ສັນຕິພາບ ແລະ ຄວາມສາມາດຟື້ນຕົວຂອງເສດຖະກິດພາກພື້ນໄດ້ຈັດຂຶ້ນ.

ປັບປຸງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປັບຕົວຢ່າງມີໄຫວພິບຂອງ ອາຊຽນ

        ປັບປຸງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປັບຕົວຢ່າງມີໄຫວພິບຂອງ ອາຊຽນ ຕໍ່ໜ້າທຸກໂອກາດ ແລະ ສິ່ງທ້າທາຍ ແມ່ນເນື້ອໃນທີ່ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເປັນເອກະພາບພ້ອມກັນມຸ່ງໄປເຖິງໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ອາຊຽນ ຕ້ອງນຳໜ້າໃນການສ້າງໂຄງປະກອບພາກພື້ນເປີດໃຫ້ເປັນຮູບປະທຳ, ຈະແຈ້ງ, ກວມລວມ ແລະ ອີງໃສ່ບັນດາກົດລະບຽບ ດ້ວຍການເຂົ້າຮ່ວມທີ່ຕັ້ງໜ້າ ແລະ ການປະກອບສ່ວນມີຄວາມຮັບຜິດຊອບຂອງແຕ່ລະປະເທດສະມາຊິກກໍ່ຄືບັນດາປະເທດຄູ່ຮ່ວມມື. ທ່ານນາງ Retno Masurdi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຖືວ່າ:

        “ອາຊຽນຈະຢັ້ງຢືນບົດບາດຂອງຕົນໄດ້ຖ້າມີຄວາມໄວ້ເນື້ອເຊື່ອໃຈ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ຄວນປະຕິບັດກົດບັດ ອາຊຽນ ຢ່າງສະເໝີຕົ້ນສະເໝີປາຍ, ສະແດງຄວາມສາມັກຄີໃນການແກ້ໄຂບັນດາສິ່ງທ້າທາຍ, ພ້ອມທັງກຽມພ້ອມຮັບມືກັບບັນດາສິ່ງທ້າທາຍໃນອະນາຄົດ. ອາຊຽນ ຈະສາມາດສວມບົດບາດສຳຄັນໄດ້ ຖ້າຍັງຮັກສາໄດ້ທີ່ຕັ້ງນຳພາໃນການສ້າງໂຄງປະກອບພາກພື້ນໃຫ້ເປັນຮູບປະທຳ. ອາຊຽນ ຈະບໍ່ເປັນຜູ້ຕາງໜ້າໃຫ້ການແກ່ງແຍ້ງດ້ານສິດອຳນາດ. ບັນດາປະເທດຄວນເຄົາລົບສົນທິສັນຍາ TAC (ເຊິ່ງເປັນສົນທິສັນຍາສັນຕິພາບໄດ້ລົງນາມໃນປີ 1976 ລະຫວ່າງບັນດາປະເທດສະມາຊິກ ອາຊຽນ) ແລະ ອາຊຽນ ຕ້ອງນຳໜ້າໃນການສ້າງໂຄງປະກອບພາກພື້ນກວມລວມ”.

        ເພື່ອຍົກສູງກຳລັງແຮງ ແລະ ຄວາມສາມາດກຽມພ້ອມຮັບມື ແລະ ຕ້ານທົນທານຂອງ ອາຊຽນ, ບັນດາປະເທດສະມາຊິກ ອາຊຽນ ກໍ່ໄດ້ເຫັນດີເປັນເອກະພາບ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ສ້າງລະບົບການສະໜອງດ້ວຍຕົນເອງ, ຫັນປ່ຽນດີຈີຕອນ, ຄວາມໝັ້ນຄົງດ້ານພະລັງງານ, ການຄ້ຳປະກັນດ້ານສະບຽງອາຫານ…

        ນອກຈາກນັ້ນ, ຢູ່ AMM-56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເປັນຄັ້ງທຳອິດ, ການຜັນຂະຫຍາຍວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP) ໄດ້ປະສົມປະສານໃນການເຈລະຈາຄັ້ງຕ່າງໆກັບບັນດາຄູ່ຮ່ວມມື. ໃນສະພາບການສາກົນມີການຜັນແປຫຼາຍຢ່າງ, ບັນດາກອງປະຊຸມກໍ່ໄດ້ສຸມໃສ່ຊຸກຍູ້ບັນດາປະເທດກຳມະສິດອາວຸດນິວເຄຼຍລົງນາມໃນສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ; ສ້າງສຳເລັດເອກະສານແນະນຳ ເພື່ອຍູ້ໄວການປະຕິບັດສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ສ້າງສຳເລັດການສ້າງວິໄສທັດການເດີນເຮືອ ອາຊຽນ. ເປັນໜ້າສົນໃຈ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 ໄດ້

ອອກຖະແຫຼງການຮ່ວມໂດຍຮຽກຮ້ອງການສ້າງທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ ແລະ ການຮ່ວມມື.

AMM – 56 ແລະ ບັນດາກອງປະຊຸມກ່ຽວຂ້ອງ: ຮັດແຄບຄວາມແຕກໂຕນກັນ, ຊຸກຍູ້ການຮ່ວມມື - ảnh 2ທ່ານລັດຖະມົນຕີ ການຕ່າງປະເທດ ບຸ່ຍແທັງເຊີນ (ຜູ້ທີ 4) ແລະ ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ
(ພາບ:TTXVN)

ບັນດາປະເທດຄູ່ຮ່ວມມືໃຫ້ຄຳໝັ້ນສັນຍາກຽມພ້ອມຕໍ່ການຮ່ວມມືທີ່ແທດຈິງກັບ ອາຊຽນ

        ບົນຈິດໃຈການໂອ້ລົມເຈລະຈາທີ່ກົງໄປກົງມາ ແລະ ແທດຈິງ, ອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ແລກປ່ຽນຢ່າງເລິກເຊິ່ງ, ກ້ວາງຂວາງກ່ຽວກັບຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ໃຫ້ຄຳໝັ້ນສັນຍາສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ, ກຽມພ້ອມຮ່ວມມືຮອບດ້ານ, ແທດຈິງ ແລະ ຍືນຍົງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນໂດຍຜ່ານການຮັບຮອງເອົາບັນດາເອກະສານ, ຄື: ຖະແຫຼງການຮ່ວມມືລວມວິໄສທັດ ອາຊຽນ - ນິວຊີແລນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ; ເອກະສານຊ້ອນທ້າຍແຜນການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອິນເດຍ; ຖະແຫຼງການຮ່ວມສະເຫຼີມສະຫຼອງ 5 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ (2018 – 2023). ໃນຂະນະນັ້ນ, ອາຊຽນ ແລະ ຈີນ ກໍ່ຮັບຮູ້ຄວາມຄືບໜ້າໃນການເຈລະຈາກົດແຫ່ງການປະພຶດ (COC) ຢູ່ທະເລຕາເວັນອອກ ດ້ວຍເລື່ອງຮັບຮອງເອົາເອກະສານແນະນຳຊຸກຍູ້ການສ້າງສຳເລັດ COC ຢ່າງແທດຈິງ ແລະ ມີປະສິດທິຜົນໂດຍໄວ. ສອງຝ່າຍເຫັນດີເປັນເອກະພາບຖືປີ 2024 ເປັນປີພົບປະແລກປ່ຽນປະຊາຊົນ ອາຊຽນ ແລະ ຈີນ. ເນື່ອງໃນໂອກາດນີ້, ປະເທດຄູ່ຮ່ວມມືຈຳນວນໜຶ່ງກໍ່ໄດ້ປະກາດການໜູນຊ່ວຍພັດທະນາໃຫ້ບັນດາປະເທດ ອາຊຽນ, ຄື: ແຜນການສະໜອງຈຳນວນເງິນ 530 ລ້ານໂດລາສະຫະລັດຂອງ ອົດສະຕາລີ; ລາຊະອານາຈັກ ອັງກິດ ສະເໜີບັນດາໂຄງການຮ່ວມມືຈຸດສຸມທີ່ມີມູນຄ່າປະມານ 148 ລ້ານໂດລາສະຫະລັດໃນໄລຍະ 5 ປີຈະມາເຖິງ…

          ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ +3 (ຈີນ, ສ ເກົາຫຼີ, ຍີ່ປຸ່ນ) ເນັ້ນໜັກການຮັກສາ ແລະ ເສີມຂະຫຍາຍການຮ່ວມມືເສດຖະກິດ, ການຄ້າ, ການເງິນ, ການປ້ອງກັນ, ຕ້ານ ແລະ ຮັບມືກັບໂລກລະບາດ; ຍູ້ແຮງການຮ່ວມມືການຄ້ຳປະກັນດ້ານສະບຽງອາຫານ, ກະສິກຳແບບຍືນຍົງ, ຜັນຂະຫຍາຍປະສິດທິຜົນຄັງເຂົ້າສຸກເສີນ ອາຊຽນ+3…

        ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ອາຊຽນ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ ນັບທັງພາຍໃນ ແລະ ພາຍນອກ. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍ 56 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ (1976 – 2023), ພ້ອມກັບການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນກັບບັນດາຄູ່ຮ່ວມມື, ອາຊຽນ ມີຄວາມເຊື່ອໝັ້ນວ່າຈະຜ່ານຜ່າບັນດາສິ່ງທ້າທາຍ, ປັບຕົວຢ່າງມີໄຫວພິບເພື່ອພັດທະນາ./.

ຕອບກັບ