42 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມສະຫະປະຊາຊາດ

Chau Anh
Chia sẻ
(VOVWORLD) - ວັນທີ 20 ກັນຍາ 1977, ກ່ອນນີ້ 42 ປີ, ຫວຽດນາມ ໄດ້ກາຍເປັນສະມາຊິກຂອງສະຫະປະຊາຊາດ (ສປຊ) ເຊິ່ງແມ່ນອົງການຈັດຕັ້ງໃຫຍ່ສຸດຂອງໂລກ ຢ່າງເປັນທາງການ.

ໃນໄລຍະທາງ 42 ປີຜ່ານມາ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາປະເທດຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະຫະປະຊາຊາດ, ມີສຽງເວົ້ານັບມື້ນັບສຳຄັນ ຢູ່ເວທີປາໄສທົ່ວໂລກນີ້.

42 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມສະຫະປະຊາຊາດ - ảnh 142 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມສະຫະປະຊາຊາດ (ພາບ/TTXVN) 

        ເລື່ອງ ຫວຽດນາມ ກາຍເປັນສະມາຊິກຂອງ ສປຊ ໃນວັນທີ 20 ກັນຍາ 1977 ຢ່າງເປັນທາງການ ສ້າງເປັນຂີດໝາຍຄວາມຮັບຮູ້ຂອງສະຫະປະຊາຊາດ ແລະ ປະຊາຄົມສາກົນສຳລັບປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ເອກະລາດ, ເສລີພາບ ແລະ ປະຊາທິປະໄຕ. ໃນກ່ວາ 4 ທົດສະວັດຜ່ານມາ, ຫວຽດນາມ ແລະ ສປຊ ຍາມໃດກໍ່ມານະພະຍາຍາມເພີ່ມພູນຄູນສ້າງ, ສ້າງການພົວພັນຮ່ວມມືນັບມື້ນັບດີງາມ ດ້ວຍບັນດາໝາກຜົນຕັ້ງໜ້າ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາຫລາຍຢ່າງ.

ຈາກປະເທດໄດ້ຮັບການໜູນຊ່ວຍຈົນເຖິງເປັນເຈົ້າການປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຂອງ ສປຊ

       ໃນຊຸມວັນທຳອິດທີ່ເຂົ້າຮ່ວມ ສປຊ, ຫວຽດນາມ ໄດ້ຮັບການອຸປະຖຳຊ່ວຍເຫຼືອຢ່າງໄດ້ການໄດ້ງານຈາກອົງການຈັດຕັ້ງນີ້ ເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກທີ່ເກີດຂຶ້ນພາຍຫລັງສົງຄາມ ກໍ່ຄືໄລຍະຖືກປິດລ້ອມ, ຂວ້ຳບາດ. ກ້າວເຂົ້າຊຸມປີທ້າຍທົດສະວັດ 1970, ຕົ້ນຊຸມປີທົດສະວັດ 1980, ນອກຈາກແຫຼ່ງທຶນອຸປະຖຳຈາກບັນດາປະເທດສັງຄົມນິຍົມແລ້ວ, ຍັງໄດ້ຮັບການອຸປະຖຳຊ່ວຍເຫຼືອຂອງ ສປຊ ກວມເອົາ 60% ໃນຍອດຈຳນວນການອຸປະຖຳໃຫ້ ຫວຽດນາມ.

        ໃນກິດຈະການປ່ຽນແປງໃໝ່, ຍູ້ແຮງການຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສປຊ ໄດ້ຕັ້ງໜ້າໜູນຊ່ວຍ ຫວຽດນາມ ດ້ວຍແຫຼ່ງທຶນໃນແຕ່ລະປີນັບຫລາຍຮ້ອຍລ້ານ USD ພ້ອມກັບບັນດາການເຄື່ອນໄຫວໃຫ້ຄຳປຶກສາດ້ານນະໂຍບາຍ, ຊ່ວຍເຫຼືອດ້ານເຕັກນິກ, ບັນດາລາຍການ, ໂຄງການປະສົມ 2 ຝ່າຍ, ຫລາຍຝ່າຍ. ສິ່ງດັ່ງກ່າວນີ້ ໄດ້ຊ່ວຍໃຫ້ ຫວຽດນາມ ສຳຜັດ ແລະ ລະດົມແຫຼ່ງທຶນສຳຄັນຈາກບັນດາປະເທດອຸປະຖຳ ແລະ ບັນດາອົງການການເງິນສາກົນ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃຫ້ປະສົບຜົນສຳເລັດ.

        ຈາກປະເທດພຽງແຕ່ໄດ້ຮັບການອຸປະຖຳຊ່ວຍເຫຼືອ, ຫວຽດນາມ ເລີ່ມຕົ້ນມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ ສປຊ. ທ່ານ ໂງກວາງຊວັນ ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປຊ ຫວນຄືນວ່າ:

        “ປີ 1995, ພວກຂ້າພະເຈົ້າເລີ່ມຄິດເຖິງການເຂົ້າຮ່ວມບັນດາກົນໄກນຳພາຂອງ ສປຊ. ໃນຄາວນັ້ນ ແມ່ນຊຸດທີ 50, 51 52 ຕາມລຳດັບ, ພວກຂ້າພະເຈົ້າໄດ້ເລີ່ມເພີ່ມຄວາມໄວການເຄື່ອນໄຫວໃນ ສປຊ ແລະ ຊອກຫາໂອກາດເພື່ອເຂົ້າຮ່ວມບັນດາຕຳແໜ່ງການນຳຂອງ ສປຊ. ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 52, ຫວຽດນາມ ໄດ້ປະສົບຜົນສຳເລັດໃນເລື່ອງກາຍເປັນສະມາຊິກຂອງສະພາເສດຖະກິດ - ສັງຄົມ ສປຊ, ຫວຽດນາມ ກໍ່ໄດ້ເປັນຮອງປະທານຄັ້ງທຳອິດຢູ່ ສປຊ. ບັນດາເຫດການນີ້ ໄດ້ສ້າງຂີດໝາຍບາດກ້າວໃໝ່ ໃນການເຄື່ອນໄຫວຫລາຍຝ່າຍ, ຫວຽດນາມ ໄດ້ເຂົ້າຮ່ວມໃນບັນດາກົນໄກນຳພາຂອງ ສປຊ, ກໍ່ຄືເລີ່ມຕົ້ນເຂົ້າຮ່ວມໃນຄະນະການນຳໃນບັນດາພາກພື້ນອື່ນ, ບັນດາອົງການຈັດຕັ້ງສາກົນອື່ນ. ສະນັ້ນ, ທີ່ຕັ້ງຂອງ ຫວຽດນາມ ເລີ່ມມີການປ່ຽນແປງ ແລະ ເຕີບໃຫຍ່.”

        ບາດກ້າວເລີ່ມຕົ້ນສະດວກນັ້ນ ໄດ້ສ້າງປະຖົມປັດໄຈໃຫ້ແກ່ຜົນສຳເລັດໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ. ບັນດາໝາກຜົນຕ້ອງເວົ້າເຖິງແມ່ນ: ຫວຽດນາມ ໄດ້ປະຕິບັດ 8 ເປົ້າໝາຍສະຫັດສະວັດໄວກ່ອນກຳນົດເວລາປີ 2015; ເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008 – 2009 ແລະ ອາຍຸການ 2020 – 2021; ເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ອາຍຸການ 2014 – 2016…ຫວຽດນາມ ກໍ່ເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂໍ້ລິເລີ່ມເອກະພາບການກະທຳຂອງ ສປຊ - ສປຊ ດຽວ; ເຂົ້າຮ່ວມກຳລັງຮັກສາສັນຕິພາບຢູ່ ອາຟຣີກາກາງ ແລະ ຊູດັງໃຕ້…

ສາກົນຕີລາຄາສູງ

       ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ຖືເປັນສຳຄັນບັນດາການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ ເຂົ້າໃນວຽກງານຂອງສະພາຄວາມໝັ້ນຄົງ ແລະ ຊົມເຊີຍທີ່ຕັ້ງນັບມື້ນັບສູງຂອງ ຫວຽດນາມ. ຫາງສຽງສາກົນຕີລາຄາ ຫວຽດນາມ ວ່າ ຍາມໃດກໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການຍົກສູງການເຄື່ອນໄຫວຢ່າງມີປະສິດທິຜົນຂອງບັນດາອົງການຈັດຕັ້ງທີ່ຂຶ້ນກັບ ສປຊ, ຖືວ່າ: ຫວຽດນາມ ໄດ້ສະແດງຕົນເອງເປັນຝ່າຍທີ່ມີຄວາມໄວ້ເນື້ອເຊື່ອໃຈ ເມື່ອຖືບັນດາລະບຽບກົດໝາຍສາກົນເວົ້າລວມເປັນສຳຄັນ, ຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນການສະກັດກັ້ນການປະທະກັນໃນໂລກ. ທ່ານ Kamal Malhotra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ຕີລາຄາວ່າ:

“ຖ້າພວກເຮົາຕີລາຄາກ່ຽວກັບບັນດາໝາກຜົນໃນ 10 ປີມານີ້, ຫວຽດນາມ ອາດຈະມີຄວາມເອກອ້າງທະນົງໃຈ ເມື່ອຢືນໃນແຖວໜ້າຂອງຂໍ້ລິເລີ່ມເອກະພາບການກະທຳຂອງ ສປຊ - ສປຊ ດຽວ. ຫວຽດນາມ ຍາມໃດກໍ່ນຳໜ້າໃນໄລຍະນັ້ນ. ຂ້າພະເຈົ້າຫວັງວ່າ ສິ່ງດັ່ງກ່າວຈະໄດ້ຮັບການຮັກສາໄວ້ ແລະ ສ້າງກຳລັງໜູນໃຫ້ແກ່ບັນດາການເຄື່ອນໄຫວຕໍ່ໄປ. ນອກນັ້ນ ຂົງເຂດປະກອບສ່ວນອື່ນຂອງ ຫວຽດນາມ ເຊິ່ງຂ້າພະເຈົ້າມີການສະໜັບສະໜູນທີ່ສຸດ ນັ້ນແມ່ນການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ. ຂ້າພະເຈົ້າຄິດວ່າ ປະເທດໜຶ່ງທີ່ຖືກຜົນສະທ້ອນຈາກສົງຄາມເປັນເວລາ 35 ປີຄື ຫວຽດນາມ ແຕ່ມີບັນດາການອຸທິດສ່ວນຄືດັ່ງກ່າວ ນັ້ນແມ່ນການປະກອບສ່ວນທີ່ມີລັກສະນະເປັນສັນຍາລັກໃຫ້ປະຊາຄົມສາກົນ.”

        ດ້ວຍການກຳນົດທິດ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດຢູ່ບັນດາກົນໄກຫລາຍຝ່າຍ, ພິເສດແມ່ນ ອາຊຽນ ແລະ ສປຊ, ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ເປັນເຈົ້າການມີບັນດາການປະກອບສ່ວນໃຫ້ແກ່ພາລະກຳສາກົນຂອງ ສປຊ. ພິເສດ, ດ້ວຍບົດບາດເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບບັນດາປະເທດສະມາຊິກ ຊຸກຍູ້ບັນດາການພົວພັນສາກົນຢ່າງຍຸຕິທຳ, ສະເໝີພາບ, ມິດຕະພາບ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງບັນດາປະເທດທັງໝົດ./.

ຕອບກັບ