ວິທີນັບປະຕິທິນສະເພາະຂອງຊາວຜູ້ໄທ ໃນແຂວງເຊີນລາ

Thu Hang
Chia sẻ
(VOVWORLD) -ແຕ່ປາງກ່ອນ, ພໍ່ແມ່ພີ່ນ້ອງເຜົ່າຜູ້ໄທທີ່ແຂວງເຊີນລາໄດ້ມີວິທີນັບປະຕິທິນຕ່າງຫາກ. ປະຕິທິນນີ້ ຖືກພໍ່ແມ່ພີ່ນ້ອງນຳໃຊ້ໃນວຽກງານທຸກຢ່າງຂອງຊີວິດປະຈຳວັນຄືພິທີສົບ, ພິທີສູ່ຂໍງານດອງ, ການປຸກເຮືອນ, ພິທີເຂົ້າເຮືອນໃໝ່, ການຜະລິດປູກຝັງ... 
ວິທີນັບປະຕິທິນສະເພາະຂອງຊາວຜູ້ໄທ ໃນແຂວງເຊີນລາ - ảnh 1ເນື້ອໃນປະຕິທິນຂອງຊາວເຜົ່າຜູ້ໄທ

   ປະຕິທິນຂອງຊາວເຜົ່າຜູ້ໄທອີງໃສ່ການປ່ຽນແປງຂອງດວງພະຈັນ, ແຕ່ລະວົງວຽນປ່ຽນແປງຂອງດວງພະຈັນແມ່ນໜຶ່ງເດືອນ. ຊາວເຜົ່າ ຜູ້ໄທຄິດໄລ່ປີໜຶ່ງມີ 12 ເດືອນຄືປະຕິທິນ ຄສ ແຕ່ຜິດດ່ຽງກັບປະຕິທິນ ຄສ ແລະຈັນທະປະຕິທິນລວມຂອງຊາວເຜົ່າກິງ 6 ເດືອນ. ໃນບັນດາບົດປະພັນວັນນະຄະດີບູຮານຫຼືຄຳພະຫຍາຂອງຊາວເຜົ່າຜູ້ໄທກໍ່ນຳໃຊ້ເດືອນເພື່ອຊີ້ບອກເຖິງດິນຟ້າອາກາດ. ນອກຈາກນັ້ນພໍ່ແມ່ພີ່ນ້ອງຊາວເຜົ່າ ຜູ້ໄທກໍ່ອີງໃສ່ທຳມະຊາດເພື່ອຈະຮູ້້ໄດ້ເຖິງລະດູການປູກຝັງໃຫ້ແທດເໝາະ. ລຸງລໍ່ວັນຈຸງຢູ່ຕາແສງເຈື່ອງເລນະຄອນເຊີນລາຜູ້ຄົ້ນຄວ້າກ່ຽວກັບປະຕິທິນຂອງເຜົ່າຜູ້ໄທໃຫ້ຮູ້ວ່າ:

    “ແຕ່ປາງກ່ອນພໍ່ແມ່ພີ່ນ້ອງເຄີຍສັງເກດໝາກໄມ້ໃນປ່າຖ້າຫາກເຫັນມັນສຸກຈຶ່ງທຳການປູກຝັງໃຫ້ທັນລະດູການ. ຢູ່ບັນດາໝູ່ບ້ານຂອງຊາວເຜົ່າຜູ້ໄທໃນປັດຈຸບັນຍັງມີຫຼາຍຄົນມີປຶ້ມເບິ່ງວັນ, ພໍ່ແມ່ພີ່ນ້ອງເຄີຍໄປຫາເພື່ອເບິ່ງມື້ງາມຍາມດີ”.

    ນອກຈາກການນັບປະຕິມິນຕາມດວງພະຈັນ, ຢູ່ຕາມແຕ່ລະໝູ່ບ້ານຫຼືແຕ່ລະເຂດກໍ່ລ້ວນແຕ່ມີບັນດາປຜູ້ມີປຶ້ມແລະຮູ້ຈັກຄິດໄລ່ ເຂົາເຈົ້າເອີ້ນວ່າເປັນໝໍພອນເພື່ອຊ່ວຍໃຫ້ພີ່ນ້ອງເບິ່ງວັນດີ ເດືອນດີ. ເມື່ອເວົ້າເຖິງປະຕິທິນຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທລຸງລໍ່ເຊືອງຮັກອາຍຸ 95 ປີຢູ່ຕາແສງເຈື່ອງດົງເມືອງ ຕ່ວນຢາວແຂວງດ້ຽນບຽນໃຫ້ຮູ້ວ່າ:

  “ເດືອນຂອງຊາວເຜົ່າຜູ້ໄທກັບເດືອນໄລ່ຕາມຈັນທະປະຕິທິນແມ່ນແຕກຕ່າງກັນ.ພໍ່ແມ່ພີ່ນ້ອງເຜົ່າຜູ້ໄທເຄີຍສັງເກດດວງພະຈັນເພື່ອຄິດໄລ່ເຖິງວັນເດືອນໃນປີ. ສຳລັບຜູ້ມີບົດຮຽນປະສົບການນັ້ນ,  ປີໃດຝົນຕົກຫຼາຍລົມພັດແຮງເຂົາເຈົ້າສັງເກດຕົ້ນໄມ້ໃບຫຍ້າ, ໂຕໝົດເຮັດຮັງຕ່ຳຈຶ່ງຈະມີລົມພັດມາຫຼາຍ, ໂຕໝົດເຮັດຮັງສູງກໍ່ບໍ່ສູ້ເກີດລົມພະຍຸ”.

   ສຳລັບພິທີນັບປະຕິທິນຂອງຊາວເຜົ່າ ຜູ້ໄທກໍ່ນຳໃຊ້ສັດ 12 ໂຕປຽບເໝຶອນຈັນທະປະຕິທິນຂອງຫວຽດນາມ. ເມື່ອເຫັນໄດ້ເຖິງຄວາມຈຳເປັນຂອງການອະນຸລັກເສີມຂະຫຍາຍຄຸນຄ່າຂອງປະຕິທິນຂອງເຜົ່າຜູ້ໄທນັ້ນ,ປີ 2005 ລຸງກ່າຈຸງອະດີດພະນັກງານຊາວເຜົ່າຜູ້ໄທສັງກັດພະແນກວິທະຍາສາດເຕັກໂນໂລຊີແຂວງເຊີນລາໄດ້ນຳສະເໜີແລະປະຕິບັດຫົວຂໍ້ຄົ້ນຄວ້າຮຽບຮຽງແລະສ້າງປະຕິທິນເຜົ່າ ຜູ້ໄທເປັນຄອມພິວເຕີຢູ່ແຂວງເຊີນລາຢ່າງສຳເລັດຜົນ. ຕາມນັ້ນແລ້ວລຸງໄດ້ສ້າງປະຕິທິນເຜົ່າຜູ້ໄທໃຫ້ແກ່ເຄື່ອງຄອມພິວເຕີຢ່າງສຳເລັດຜົນແລະສາມາດຊອກຫາຂໍ້ມູນແຕ່ລະວັນນັບແຕ່ປີ 1800 ຫາປີ 2199 ລະຫວ່າງປະຕິທິນ ຄສ, ຈັນທະປະຕິທິນແລະປະຕິທິນເຜົ່າຜູ້ໄທ.ລຸງກ່າວັນຈຸງໃຫ້ຮູ້ຕື່ມອີກວ່າ:

     “ກ່ຽວກັບປະຕິທິນເຜົ່າ ຜູ້ໄທໄດ້ນຳເຂົ້າເຄື່ອງຄອມພິວເຕີແລ້ວ, ສະມາຄົມວັນນະຄະດີພື້ນເມືອງຫວຽດນາມກໍ່ໄດ້ພິມເປັນປຶ້ມ. ປະຕິທິນນີ້ ນັບຕາມແຕ່ລະປີແລ້ວກໍ່ນັບປີຕໍ່ໄປຕະຫຼອດຮອດ 400 ປີ, ບັນທຶກໄວ້ໃນເຄື່ອງຄອມພິວເຕີ. ເຮົາບໍ່ມີເງິນເພື່ອພິມ,  ມີບັນດາສຳນັກງານຄື ສະມາຄົມວັນນະຄະດີພື້ນເມືອງຫວຽດນາມໄດ້ພິມປະຕິທິນເປັນ 7 ເຫຼັ້ມ. ຂ້າພະເຈົ້າຫວັງວ່າ ຈະມີຫຼາຍຄົນຮູ້ຈັກເຖິງປະຕິທິນນີ້”.

  ດ້ວຍວິທີນັບປະຕິທິນສະເພາະຂອງເຜົ່າຜູ້ໄທນັ້ນ, ໄດ້ປະກອບສ່ວນເຮັດໃຫ້ສາງວັດທະນະທຳພື້ນເມືອງຂອງຊາວເຜົ່າ ຜູ້ໄທເພີ່ມຄວາມອຸດົມສົມບູນເປັນເອກະລັກສະເພາະແລະມີຄວາມຈຳເປັນທີ່ສຸດຕ້ອງໄດ້ຮັບການອະນຸລັກແລະພັດທະນາ. 

ຕອບກັບ