ວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າກິງ

Lan Anh
Chia sẻ
ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ວັດທະນະທຳ​ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍ​ສີ. ​ໃນ​ວົງ​ຄະນາ​ຍາດ 54 ຊົນ​ເຜົ່າ​ຫວຽດນາມ, ຊົນ​ເຜົ່າ​ກິ​ງ ຫລື​​ເອີ້ນວ່າຊາວຫວຽດ ມີ​​ບັນດາຮີດຄອງ​ປະ​ເພນີ​ທີ່ເປັນ​ມູນ​ເຊື້ອ​ພິ​ເສດສະ​ເພາະ ຊື່​ງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຈາກລຸ້ນກ່ອນ​ມາ​ຮອດ​ປະຈຸ​ບັນ

ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ວັດທະນະທຳ​ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍ​ສີ. ​ໃນ​ວົງ​ຄະນາ​ຍາດ 54 ຊົນ​ເຜົ່າ​ຫວຽດນາມ, ຊົນ​ເຜົ່າ​ກິ​ງ ຫລື​​ເອີ້ນວ່າຊາວຫວຽດ ມີ​​ບັນດາຮີດຄອງ​ປະ​ເພນີ​ທີ່ເປັນ​ມູນ​ເຊື້ອ​ພິ​ເສດສະ​ເພາະ ຊື່​ງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຈາກລຸ້ນກ່ອນ​ມາ​ຮອດ​ປະຈຸ​ບັນ. ຊາວຫວຽດ ມີ​ບັນດາ​ງານ​ບຸນ​ທີ່​ມີ​ຄວາມ​ໝາຍ​ດຳ​ເນີນ​ຊີວິດ​ໃນ​ວົງ​ຄະນາ​ຍາດ. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າພາກ​ນີ້, ​ເຊີນ​ທ່ານ​ພ້ອມ​ກັບນັກຂ່າວລານແອ​ງ ​ໄປ​ຢ້ຽມຢາມ​ເຂດ​ວາງສະ​ແດງ​ແນະນຳ​ກ່ຽວ​ກັບ​ຊາວຫວຽດ ຢູ່ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ.

ວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າກິງ  - ảnh 1

ເຮືອນ​ຂອງ​ຊາວ​ຫວຽດ

(ພາບ:vov.vn)

​​ເຂດ​ວາງສະ​ແດງ​ແນະນຳກ່ຽວກັບຊາວ​ຫວຽດ ຢູ່ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ມີ​ເນື້ອ​ທີ່​ພຽງ 20 ຕາລາງ​ເ​ເມດ​ເທົ່າ​ນັ້ນ ​ແຕ່​ດ້ວຍວິທີ​ສັບ​ຊ້ອນ​ຢ່າງ​ຄ່ອງ​ແຄ້ວ​ຂອງ​ຜູ້​ເຮັດ​ວຽກ​ງານ​ຢູ່​ທີ່​ນີ້ ກໍ່​ສາມາດ​ແນະນຳ​​​ໃຫ້​ແຂກ​ມາ​ຢ້ຽມ​ຊົມໂດຍ​ສັງ​ເຂ​ບກ່ຽວ​ກັບ​ຊົນ​ເຜົ່າ​ທີ່​ກວມ​ເອົາ​ອັດຕາ​ສ່ວນ​ຫຼາຍ​ໃນ​ວົງ​ຄະນາ​ຍາດ​ບັນດາ​ຊົນ​ເຜົ່າ​ຫວຽດນາມ. ຄຳ​​ແນະນຳຂອງ​ເອື້ອຍ​ຮ່ວາງ​ມິ​ງຫງວຽດ, ພະນັກງານ​ຫ້ອງການ​ສຶ​ກສາ, ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ​ໄດ້​ຊ່ວຍ​ໃຫ້​ແຂກ​ມາ​ຢ້ຽມ​ຊົມ​ເຂົ້າ​ໃຈ​ຢ້າງ​ຈະ​ແຈ້ງ​ ກ່ຽວກັບມູນ​ເຊື້ອ​ວັດທະນະທຳ​ຂອງ​ຊາວ​ຫວຽດ:

   “​​ເມື່ອ​ເວົ້າ​ເຖິງ​ຊາວ​ຫວຽດ ​ແມ່ນ​ເວົ້າ​ເຖິງ​ອະລິຍະ​ທຳ​ແ​ຫ່ງການ​ປູກ​ເຂົ້ານາທາມ, ອະລິຍະ​ທຳ​ໝູ່​ບ້ານ.  ສຳລັບ​ຊາວ​ຫວຽດ​ແລ້ວ, ບ້ານ​ແມ່ນຫົວໜ່ວຍ​ບໍລິຫານ, ກໍ່​ແມ່ນ​ສູນວັດທະນະທຳ, ​ເສດຖະກິດ, ການ​ເມືອງ, ສັງຄົມ“

​   ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ຫວຽດ​ເຄີຍ​ເຕົ້າ​ໂຮມ​ກັນຕັ້ງຖິ່ນ​ຖານ​ໃນໝູ່​ບ້ານ​ຕ່າງໆ. ບ້ານ​ແມ່ນ​ຄຳ​ສັບ​ເພື່ອ​ເວົ້າ​ເຖິງຫົວໜ່ວຍ​ບໍລິຫານ​ຢູ່​ເຂດ​ຊົນນະບົດ, ມີ​​ເຂດ​ແດນ, ມີ​ທາງ​ບ້ານ, ທາງຮ່ອມ, ມີ​ບັນດາ​ກິດຈະກຳ​ບູຊາ​ສະ​ເພາະ…ໝູ່​​ບ້ານ​ຂອງ​ຊາວ​ຫວຽດ ​ເຄີ​ຍຕັ້ງຢູ່​ໃນ​ເຂດ​ພື້ນ​ດິນ​ຕ່ຳ, ​ໃກ້​ກັບ​ແມ່ນ້ຳລຳ​ເຊ, ຫ້ວຍນ້ຳ…. ສະນັ້ນ, ອາຊີບທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດ ​ແມ່ນ​​ປູກ​ເຂົ້ານາທາມ​ ​ແລະ ​ຫາ​ປາ. ​ເອື້ອຍຫງວຽດ​ ​ເວົ້າວ່າ:

   “​​​​ຫວຽດນາມ ມີ​ເງື່ອ​ນໄຂ​ພູມ​ມີ​ປະ​ເທດສະດວກ​ສະບາຍ, ມີ​ຝັ່ງທະ​ເລຍາວ​ກ່ວາ 3000 ກມ, ມີ​ຄອງ​ເໝືອງ​ຫຼາຍລຳ, ສະນັ້ນອາຊີບ​​ຫາ​ປາ​ຈຶ່ງ​​ພັດທະນາ​ທີ່​ສຸດ ​ແລະ ຍ້ອນ​ເຫດ​ນັ້ນອາຊີບ​ຜະລິດ​ອຸປະກອນ​ການປະມົງ​ກໍ່ພັດທະນາ​ໄປ​ນຳ. ຢູ່​ນີ້​ທ່ານ​ຈະ​ເຫັນ​ຫຼີ່​ດັກປາ ຊື່​ງ​ເຄີຍມີ​ຢູ່​ທຸກເຂດ​ພາກ​ຂອງ​ຊາວ​ຫວຽດ​, ນອກຈາກ​ນັ້ນ​ຍັງ​ມີເຄື່ອງ​ຫາກຸ້ງ, ອຽນ….

ວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າກິງ  - ảnh 2

ເຄື່ອງ​ຈັບ​ປາ

(ພາບ:vov.vn)

   ພ້ອມ​ກັບ​ບັນດາ​ເຄື່ອງ​​ຫາ​ປາປະ​ເພດ​ຕ່າງໆ, ຫໍພິພິທະ​ພັນ​ຍັງ​ມີ​​ເຂດ​ວາງສະ​ແດງ​ແນະນຳ​ບັນດາ​ອາຊີບ​ຫັດຖະກຳທີ່​ເປັນມູນ​ເຊື້ອ​ຂອງ​ຊາວ​ຫວຽດຄື: ອາຊີບ​ເຮັດ​ກຸບ, ອາ​ຊີບຫຼໍ່​ທອງ, ອາຊີບ​ສີ​ຄັດ​ມັນ, ອາຊີບ​ຜະລິດ​ເຄື່ອງປັ້ນດິນ​ເຜົາ….

ວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າກິງ  - ảnh 3

ອາຊີບ​ເຮັດ​ກຸບ

(ພາບ:vov.vn)

   ​ເຮືອນ​ຢູ່​ຂອງ​ຊາວ​ຫວຽດ ​ໄດ້​ຖືກ​ຈັດ​​ຢ່າງ​ກົມ​ກ່ຽວ​ກັບ​ທີ​ວທັດ​ທຳ​ມະ​ຊາດ ​ແລະ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​​ເງື່ອ​ນໄຂ​ທຳ​ມະ​ຊາດ​ຄື: ພູມ​ມີ​ປະ​ເທດ, ​ແມ່ນ້ຳລຳ​​ເຊ….ຂອງ​ແຕ່ລະ​ເຂດ. ​ເຂດ​ພູ​ພຽງ​ຕ່າງ​ກັບ​ເຂດ​ທົ່ງພຽງ ​ແລະ ​ເຂດ​ແຄມ​ທະ​ເລ ຕ່າງ​ກັບ​ເຂດ​ປູກ​ເຂົ້າ. ອີງ​ໃສ່​ແຕ່ລະ​ເຂດ, ຊາວ​ຫວຽດ ​ໄດ້​ສ້າງ​ເຮືອນ​ທີ່​ເໝະສົມ​ໃຫ້​ແກ່​ຕົນ​ແຕ່​ຍັງ​ຄົງມີຈຸດ​ທີ່​ຄື​ກັນ. ​ເອື້ອ​ຫວູ໋ທິ​ແທງ​ເຕີມ, ພະນັກງານ​ຫ້ອງ​ຄົ້ນຄ້ວາ​ຮຽບຮຽງ, ພະ​ແນ​ກວັດທະນະທຳ​ຫວຽດນາມ, ຫໍພິພິທະ​ພັນ​ຊົນ​ເຜົ່າ​ວິທະຍາ ​ໃຫ້​ຮູ້​ວ່າ:

   “​​ຕາມ​ທຳ​ມະ​ດາ​ແລ້ວ, ​ເຮືອນ​ຂອງ​ຊາວ​ຫວຽດ ມີ​ເຮືອນ​ຕົ້ນຕໍ, ​ເຮືອນ​ສຳຮອງ, ເຮືອ​ນຄົວ, ມີ​ບ່ອນ​ລ້ຽງສັດ, ມີ​ສວນ​ ​ແລະ ​ເດີນ​ກ້ວາງ. ສະ​ເພາະ​ເຮືອນ​ຂອງ​ຊາວ​ຫວຽດ ທີ່ວາງ​ສະ​ແດງ​ຢູ່​ຫໍພິພິທະ​ພັນ​ມີ​ເດີນ​ກ້ວາງ​ຍ້ອນ​ວ່າ​ນີ້​ແມ່ນ​ຄອບຄົວ​ຮັ່ງມີ, ​ເຂົາ​ເຈົ້າ​ໄດ້​ໃຊ້​ເດີນ​ແຫ່ງ​ນີ້​ເພື່ອ​ຕາກ​ເຂົ້າ​ເປືອກ. ​ເຮືອນ​ຂອງ​ຊາວ​ຫວຽດ ຍັງ​ມີ​ສວນ​ປູກ​ຜັກ​ເພື່ອ​​ໃຊ້ເປັນ​ອາຫານ ​ແລະ ​​ເປັນ​ຢາ. ນອກຈາກ​ນັ້ນຍັງ​ມີ​ອ່າງ​ເກັບ​ນ້ຳຝົນ​ອີກ​ດ້ວຍ

ວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າກິງ  - ảnh 4

ແທ່ນ​ບູຊາ​ຂອງຊາວ​ຫວຽດ

(ພາບ:vov.vn)

​  ໃນ​ເຮືອນ​ຂອງ​ຊາວ​ຫວຽດ, ​ເຮືອນ​ຕົ້ນຕໍເຄີຍ​ຕັ້ງ​ແທ່ນ​ບູຊາ​ບັນພະ​ບູລຸດ. ນີ້​ກໍ່​ແມ່ນ​ການ​ເຫຼື້ອມ​ໃສ​ບູຊາ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ຫວຽດ. ​ເອື້ອຍ​ຫງວຽດ ​ແນະນຳວ່າ:

   “​​​ນີ້​ແມ່ນ​ແທ່ນ​ບູຊາ​ຂອງ​ຄອບຄົວ​ຊາວ​ຫວຽດຜູ້​ໜຶ່ງ​ທີ່​ເປັນ​ເຈົ້າຕະກຸນ, ຢູ່​​ໃນ​ກາງ​ຕັ້ງຈານໝາກ​ໄມ້, ຢູ່​​ຂອບນອກ​​ເພື່ອ​ຕັ້ງເຄື່ອງ​ບູຊາ​ອື່ນໆ… ​ໃນ​ແທ່ນ​ບູຊາ​ຂອງ​ຊາວ​ຫວຽດ ຍາມ​ໃດ​ກໍ່​ເຕົ້າ​ໂຮມ 5 ປັດ​ໄຈ​ຄື: ​ໂລຫະ, ​ໄມ້, ນ້ຳ, ​ໄຟ ​ແລະ ດິນ. ​ໂຖ​ເຮັດ​ດ້ວຍ​ທອງ​ເປັນ​ສັນຍາ​ລັກ​ໃຫ້​ໂລຫະ, ​ເຄື່ອງ​ໄມ້ເປັນ​ສັນຍາ​ລັກ​ໃຫ້​ໄມ້; ນ້ຳ ​ແລະ ​ເຫຼົ້າເປັນ​ສັນຍາ​ລັກ​ໃຫ້​ນ້ຳ; ​ໄຟຟ້າ, ທຽນເປັນ​ສັນຍາ​ລັກ​ໃຫ້​​ໄຟ; ​ໂຖ​ດິນ​ເຜົາ ເຄືອບປັກ​ທູບເປັນ​ສັນຍາ​ລັກ​ໃຫ້​​ດິນ“

​   ໃນ​​ເຂດ​ວາງສະ​ແດງຂອງ​ຫໍພິພິທະ​ພັນ, ​ຍັງ​ແນະນຳ​ກັບ​ແຂກ​ມາ​ຊົມ​ກ່ຽວ​ກັບປະ​ເພນີ​ບູຊາ​ເຈົ້າ​ແມ່ຂອງ​ຊາວ​ຫວຽດ ຍ້ອນ​ວ່າ​​​ແມ່ແມ່ນ​ຜູ້​ມີ​ບົດບາດ​ສຳຄັນ​ໃນ​ແຕ່​ລະ​ຄອບຄົວ​ຂອງຊາວ​ຫວຽດນາມ. ​ເອື້ອຍ​ຫງວຽດ ​ໃຫ້​ຮູ້​ວ່າ:

   “ຮູບ​ປັ້ນ 3 ອົງ​ຖືກວາງສະ​ແດງ​ຢູ່​ນີ້ ​​ເປັນສັນຍາ​ລັກ​​ໃຫ້​ເຈົ້າແມ່ 3 ອົງ​ຄຸ້ມ​ຄອງ 3 ​ເຂດຕ່າງ​ກັນ. ອົງ​ຢູ່​ກາງ​ແມ່ນ​ຄຸ້ມ​ຄອງ​ເຂດ​ນ່ານຟ້າ, ອົງ​ຢູ່​ເບື້ອງ​ຊ້າຍ​ຄຸ້ມ​ຄອງ​ເຂດ​ພູຜາ​ປ່າ​ໄມ້, ອົງ​ຢູ່​ເບື້ອງ​ຂວາ​ຄຸ້ມ​ຄອງ​ເຂດ​ດິນ, ນ້ຳ“

   ​ໃນ​ການ​ເຫລື້ອ​ມໃສ​ດ້ານ​ຈິດ​ວິນ​ຍານ, ຊາວ​ຫວຽດມີ​ຄວາມ​ເຊື່ອໝັ້ນວ່າ​​ສາມາດ​ສຳ​ພັດ​ກັບ​ເທວະ​ດາຟ້າ​ແຖນ​​ໄດ້ ຜ່ານ​ຄົນ​ເປັນກາງ​ແມ່ນ​ທ້າວ​ທຽມ​ຫຼື​ນາງ​ທຽມ. ​ເຂົາ​ເຈົ້າ​ເອງ​ກໍ​ແມ່ນ​ຜູ້​ກໍ່ສ້າງ​ເປັນສິລະ​ປະ​ຂັບ​ເຈົ່າ​ວັນ​​ເປັນ​ເອກະລັກ​ພິ​ເສດສະ​ເພາະ. ຈຸດ​ພິ​ເສດ​ຂອງພິທີ​​ເຂົ້າຊົງແມ່ນ​ເພື່ອ​ແນ​ໃສ່​ພາວະນາ​ຂໍ​ໃຫ້​ວົງ​ຄະນາ​ຍາດ​ມີ​ຊີວິດ​ທີ່​ໜຳສຳລານ ​ແລະ ມີ​ຄວາມຜາ​ສຸກ./.

ຕອບກັບ