ໄວໜຸ່ມກັບສິລະປະຍຸກປັດຈຸບັນ

Ngoc Anh
Chia sẻ
(VOVWORLD) -ປັດຈຸບັນມີໄວໜຸ່ມນັບມື້ນັບຫຼາຍຄົນ ໄດ້ເລືອກເອົາວຽກງານໃຫ້ແກ່ການເຄື່ອນໄຫວອະນຸລັກ ແລະ ເສີມຂະຫຍາຍມໍລະດົກ. ເຂົາເຈົ້ານັບມື້ນັບຕັ້ງໜ້າເຄື່ອນໄຫວທາງດ້ານວັດທະນະທຳຊຸມຊົນ ເປັນຕົ້ນແມ່ນບັນດາທ່າອ່ຽງຄົ້ນຫາວັດທະນະທຳ ໃນນັ້ນມີການມຸ່ງໄປສູ່ຄຸນຄ່າເກົ່າ ໂດຍຜ່ານຮູບແບບສິລະປະໃໝ່. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ນຳມາຊຶ່ງຫຼາຍໂອກາດພັດທະນາອາຊີບ ແລະ ສ້າງຂີດໝາຍໄວໜຸ່ມໃນວົງຄະນາຍາດ. 
ໄວໜຸ່ມກັບສິລະປະຍຸກປັດຈຸບັນ - ảnh 1ກຸ່ມ “ເລນງ່ານ” ເຄີຍມີການເຄື່ອນໄຫວຢ່າງເປັນປະຈຳ

    ໃນໄລຍະທີ່ຜ່ານມາ ຫງວຽນກວັກຮວ່າງແອັງ ຜູ້ອຳນວຍການ ນັກສ້າງພື້ນຖານວັດທະນະທຳສິລະປະ “ເລນງ່ານ” ໄດ້ຮັບຄວາມຊົມຊອບຈາກມວນຊົນ ພິເສດແມ່ນບັນດາເພື່ອນໜຸ່ມ. ດ້ວຍຈິນຕະນະການສິລະປະປະດິດຄິດສ້າງ, ຮວ່າງແອັງ ໄດ້ນຳສິ່ງທີ່ໃໝ່ອ່ຽມຂອງ ຮິບຮົບ, ດົນຕີເອເລັກໂຕນິກເຂົ້າໃນສິລະປະຂັບຕວງ, ຂັບແຈວ, ຂັບກາຈູ. ລາວໄດ້ປະສົບຜົນສຳເລັດ ເມື່ອເຮັດໃຫ້ຜູ້ອາຍຸສູງກັບຄືນສູ່ຄວາມຊົງຈຳເມື່ອກ່ອນນີ້, ສ່ວນໄວໜຸ່ມຮູ້ສຶກຖືກດຶງດູດໃຈ ໂດຍສິລະປະພື້ນເມືອງ. ຫງວຽນກວັກຮວ່າງແອັງ ເວົ້າວ່າ

 “ເພື່ອສາມາດກ້າວໄປໄກ, ມີບ່ອນອີງ, ມີຄວາມເຊື່ອໝັ້ນ, ພວກເຮົາພຽງກ້າວເດີນດ້ວຍວັດທະນະທຳ ດ້ວຍສິ່ງທີ່ໃກ້ຊິດຕິດແທດທີ່ສຸດກັບຕົນເອງ. ເຮົາໄດ້ເລືອກເອົາບັນຫາທີ່ເຮົາສົນໃຈ, ບັນດາເລື່ອລາວກ່ຽວກັບເວທີແດງປະເພນີ, ກ່ຽວກັບດົນຕີພື້ນເມືອງ ກ່ຽວກັບປາກົດການສ່ວນຕົວ ຫຼື ລັກສະນະສັງຄົມຂອງສິລະປະຍຸກປັດຈຸບັນທີ່ສາມາດນຳມາໃຫ້”.

ໃນເດືອນ ສິງຫາ ທີ່ຜ່ານມາ ຜູ້ຊົມນະຄອນຫຼວງໄດ້ຮັບຊົມລາຍການສະແດງບົດລະຄອນຕວງ “ປະເຊີນໜ້າກັບທຸກສິ່ງ” ຂອງ ຫງວຽນກວັກຮວ່າງແອັງ. ນີ້ແມ່ນໂຄງການໂດຍກຸ່ມ “ເລນງ່ານ”  ສົມທົບກັບໂຮງລະຄອນຕວງ ຫວຽດນາມ ປະຕິບັດ ເພື່ອດຶງດູດຜູ້ຊົມໄວໝຸ່ມ. ຮວ່າງແອັງ ໃຫ້ຮູ້ຕື່ມອີກວ່າ:

 “ສິ່ງທີ່ປະທັບໃຈຂອງບົດລະຄອນ ແມ່ນການສົນທະນາລະຫວ່າງການຟ້ອນທັນສະໄໝຂອງຝ່າຍຕາເວັນຕົກ ແລະ ວາດຟ້ອນປະເພນີຂອງຊາວ ຫວຽດນາມ ພິເສດແມ່ນຂອງສິລະປະຂັບຕວງ. ໃນຖານະຕຳແໜ່ງເປັນຜູ້ອຳນວຍການຮັບຜິດຊອບຂົງເຂດສິລະປະກໍ່ຄືເປັນຜູ້ແຕ່ງບົດລະຄອນ, ຂ້າພະເຈົ້າຢາກສະແດງຄວາມເຄົາລົບຕໍ່ມໍລະດົກວັດທະນະທຳທ້ອງຖິ່ນລະອຽດແມ່ນສິລະປະຂັບຕວງ. ຂ້າພະເຈົ້າຢາກຈັດມັນທຽມເທົ່າພ້ອມກັບສິລະປະທັນສະໄໝຂອງຝ່າຍຕາເວັນຕົກ ລະອຽດແມ່ນຟ້ອນທັນສະໄໝ”.

ໃນແງ່ມູມສຳຜັດກັບວັດທະນະທຳອື່ນ, ການຫັນມໍລະດົກວັດທະນະທຳເປັນດີຈີຕອນ ພວມນັບມື້ນັບຢັ້ງຢືນເຖິງບົດບາດຂອງວິທີອະນຸລັກຮັກສາມໍລະດົກໃຫ້ແທດເໝາະໃນສັງຄົມດີຈີຕອນປັດຈຸບັນ ປະກອບສ່ວນສຳຄັນເຂົ້າໃນການຄຸ້ມຄອງສະໜອງຂໍ້ມູນຂ່າວສານຊ່ວຍວົງການສິລະປະໃຊ້ເປັນພື້ນຖານຄົ້ນຄວ້າປະຫວັດສາດ ຊ່ວຍໃຫ້ບັນດາຜູ້ຢູ້ຫ່າງໄກມີໂອກາດເຂົ້າເຖິງມໍລະດົກ ປຽບເໝືອນພວມຢ້ຽມຊົມທັດສະນະສຶກສາໂດຍກົງ.

 “ສົນທະນາກັບປະເພນີ” ແມ່ນໂຄງການສື່ສານໃຫ້ແກ່ບັນດາໝູ່ບ້ານອາຊີບຫັດຖະກຳຢູ່ ຮ່າໂນ້ຍ ເຊິ່ງລວມມີໝູ່ບ້ານພາບຄັດມັນ ຮ່າຖາຍ, ໝູ່ບ້ານຕຸກກະຕານ້ຳ ດ່າວທຸກ, ໝູ່ບ້ານແພໄໝ ວ້ານຟຸກ… ຫຼີເຟຶອງມາຍ ນັກສຶກສາປີທີສີ່ ໂຮງຮຽນວິທະຍາສາດລະຫວ່າງຂະແໜງ ແລະ ສິລະປະຂຶ້ນກັບມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເປັນສະມາຊິກຮັບຜິດຊອບການສື່ສານຂອງໂຄງການໃຫ້ຮູ້ວ່າ:

 “ຜ່ານໂຄງການ ພວກນ້ອງຢາກສ້າງໃຫ້ມີການສົນທະນາລະຫວ່າງທຸກລຸ້ນຄົນ ເພື່ອໃຫ້ບັນດານັກສິລະປະການ, ບັນດາຜູ້ຜະກອບອາຊີບຕ່າງໆໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບການປ່ຽນແປງຈາກປະເພນີ ຕະຫຼອດຮອດທັນສະໄໝ. ພວກນ້ອງຢາກສ້າງທຸກສິ່ງທີ່ໃກ້ຊິດຕິດແທດຫຼາຍກວ່າ ດ້ວຍວິທີສ້າງສາງເອກະສານ ເພື່ອໃຫ້ບັນດານັກຊ່ຽວຊານ ບັນດາເພື່ອນໜຸ່ມ ແລະ ບັນດາຜູ້ສົນໃຈເຖິງວັດທະນະທຳໝູ່ບ້ານອາຊີບ ພ້ອມກັນໄດ້ຮັບຊາບ. ໂຄງການໄດ້ເລີ່ມຂຶ້ນໂດຍລາຍການ livestream ຢູ່ໝູ່ບ້ານອາຊີບ, ຮາກຖານຜະລິດ”.

 ດ້ວນພື້ນຖານວັດທະນະທຳສິລະປະ “ເລນງ່ານ” ຫຼື ໂຄງການປະເພນີ “ສົນທະນາກັບປະເພນີ” ພຽງແຕ່ແມ່ນສອງໃນຈຳນວນຫຼາຍວິທີການເຊິ່ງໄວໜຸ່ມພວມປະຕິບັດ ເພື່ອປະກອບສ່ວນອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳຂອງຊາດ.  ດ້ວຍການປະດິດຄິດສ້າງ ແລະ ຄວາມສຸມຈິດສຸມໃຈ,ໄວໜຸ່ມໃນປັດຈຸບັນສາມາດເສີມຂະຫຍາຍມູນເຊື້ອຂອງຕົນດ້ວຍການປະດິດຄິດສ້າງໃໝ່.

ຕອບກັບ