ເຂດວັດທະນະທຳ ໂຮ່ຈີມິນ - ສຶກສາອົບຮົມໄວໜຸ່ມກ່ຽວກັບມູນເຊື້ອຮັກຊາດ

Ngoc Anh
Chia sẻ
(VOVWORLD) -ໃນເຂດວັດທະນະທຳ ໂຮ່ຈີມິນ ຢູ່ບັນດາໂຮຮຽນໃນແຂວງ ບິ່ງເຢຢືອງ, ນັກຮຽນໄດ້ຮັບຊົມບັນດາຮູບເງົາເອກະສານ ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ, ໄດ້ອ່ານບັນດາເລື່ອງລາວກ່ຽວກັບເພິ່ນ ແລະ ໄດ້ເຂົ້າຮ່ວມການຫຼິ້ນເກມທີ່ມີລັກສະນະສຶກສາອົບຮົມ. ຈາກນັ້ນສຶກສານ້ຳໃຈຮັກຊາດຊ່ວຍໃຫ້ພວກນ້ອງມານະພະຍາຍາມຮ່ຳຮຽນກາຍເປັນນັກຮຽນເກັ່ງ
ເຂດວັດທະນະທຳ ໂຮ່ຈີມິນ - ສຶກສາອົບຮົມໄວໜຸ່ມກ່ຽວກັບມູນເຊື້ອຮັກຊາດ - ảnh 1ເຂດວັດທະນະທຳ ໂຮ່ຈີມິນຢູ່ໂຮງຮຽນປະຖົມ ຫຼີເທື່ອງກຽດ

    ເມື່ອກ່າວເຂົ້າຢ້ຽມຢາມໂຮງຮຽນປະຖົມ ຝູຮວ່າບາ ທີ່ນະຄອນທູ໋ເຢົ່າໂໜດ ແຂວງ ບິ່ງເຢຶອງ, ມີແຈໜຶ່ງຖືກປະດັບປະດາດ້ວຍໄມ້ໄຜ່ ແລະ ໄມ້ທີ່ລຽບງ່າຍອັນໄດ້ດຶດດູງທຸກໆຄົນມາຢ້ຽມຊົມ. ນັ້ນແມ່ນເຂດວັດທະນະທຳ ໂຮ່ຈີມິນ ບ່ອນທີ່ພວກນ້ອງນັກຮຽນໄດ້ຊອກຮູ້ ກ່ຽວກັບຜູ້ນຳທີ່ຍິ່ງໃຫຍ່ຂອງຊາດ ຫວຽດນາມ. ດ້ວຍວັດຖຸພັນທີ່ລື້ງເຄີຍຄື ເກີບຕີນລົດ, ໝວກທະຫານພ້ອມກັບບັນດາຮູບຖ່າຍເອກະສານທີ່ມີຊີວິດຊີວາ ກ່ຽວກັບປະທານ ໂຮຈີມິນ ຢູ່ແຈນ້ອຍໆນີ້ ປຽບເໝືອນຫໍພິພິທະພັນຮັດແຄບອັນໄດ້ຊ່ວຍໃຫ້ພວກນ້ອງວາດພາບເຖິງຊີວິດ ແລະ ພາລະກິດຂອງເພິ່ນ. ເອື້ອຍຄູ ເລທິກີມຖຸຍ ຜູ້ອຳນວຍການໂຮງຮຽນໃຫ້ຮູ້ວ່າ:

  “ເມື່ອເວົ້າເຖິງປະທານ ໂຮ່ຈີມິນ ແມ່ນມີຂອບເຂດຢ່າງກວ້າງຂວາງທີ່ສຸດ ດັ່ງນັ້ນຕ້ອງສ້າງເນື້ອໃນ ລະດັບຄວາມຮູ້ທີ່ໃກ້ຊິດຕິດແທດກັບພວກນ້ອງທີ່ສຸດ. ດັ່ງນັ້ນ ໂຮຮຽນກໍ່ໄດ້ຮ່ວມປະຊຸມ ເພື່ອວາງອອກແຜນການເນື້ອໃນລະອຽດທີ່ຕິດແທດກັບພວກນ້ອງ ແລະ ບາງບົດຮຽນທີ່ກ່ຽວຂ້ອງເຖິງປະທານ ໂຮ່ຈີມິນ.ຈາກນັ້ນກໍ່ເລືອກເອົາຫົວເລື່ອງ ເພື່ອໃຫ້ພວກນ້ອງເຊື່ອມຊຶມ ແລະ ສາມາດເຂົ້າໃຈງ່າຍກ່ຽວກັບເພິ່ນ”.

ຢູ່ໂຮງຮຽນປະຖົມ ຫຼີເທື່ອງກຽດ ຢູ່ນະຄອນ ຢີ໊ອານ, ເຂດວັດທະນະທຳ ໂຮ່ຈີມິນກໍ່ປຽບເໝືອນດິນແດນທີ່ສັກກະລະບູຊາ ດຶງດູດນັກນຮຽນ ອ້າຍເອື້ອຍຄູ ແລະ ພໍ່ແມ່ນັກຮຽນມາຢ້ຽມຊົມໃນແຕ່ລະວັນ. ຈຸດທີ່ພົ້ນເດັ່ນຂອງກິດຈະກຳແມ່ນຮູບຈຳລອງສະໜາມຫຼວງ ບາດິ່ງ ຖືກຕັ້ງຢູ່ບ່ອນສັກສິດເທິງຕູ້ປຶ້ມ ແລະ ຖືກອອກແບບປຽບເໝືອນດອກໄມ້ຫ້າກີບ. ພ້ອມກັນນັ້ນກໍ່ແມ່ນບັນດາຮູບຈຳລອງທີ່ມີຊີວິດຊີວາຄື ທ່າກຳປັ່ນ ຍ່າຣົ່ງ, ເຮືອນຮ້ານຂອງປະທານ ໂຮ່ຈີມິນ ຫຼື ຖ້ຳປາກບໍ໊. ອ້າຍຄູ ຈ້ຽວກວັກແທັງ ຜູ້ອຳນວຍການໂຮງຮຽນປະຖົມ ຫຼີເທື່ອງກຽດ ແບ່ງປັນວ່າ:

“ທາງໂຮງຮຽນໄດ້ຊາບຊຶມການຮ່ຳຮຽນ ແລະ ຕາມແນວຄິດຄຸນສົມບັດແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ໂດຍຜ່ານຮູບຈຳລອງ, ຮູບພາບ, ຮູບເງົາເອກະສານ, ປຶ້ມອ່ານ ໜັງສືພິມ ເພື່ອໃຫ້ມີຄວາມໃກ້ຊິດສະໜິດສະໜົມ. ແຕ່ລະວັນພະນັກງານຄູອາຈານ ພະລາກອນສາມາດຝຶກຝົນຫຼໍ່ຫຼອມຄຸນສົມບັດ ແລະ ຄຸນລັກສະນະຂອງຕົນ ແລະ ນັກຮຽນທຸກໆຄົນກໍ່ສາມາດຄົນຫາຢ້ຽມຊົມ ແລະ ຝຶກຝົນຫຼໍ່ຫຼອມຄຸນສົມບັດຢ່າງດີທີ່ສຸດ”.

ຜ່ານບັນດາວັດຖຸພັນ ເລື່ອງລາວທີ່ເລົ່າເຖິງປະທານ ໂຮ່ຈີມິນ, ບັນດາຊົ່ວໂມງຮຽນວິຊາປະຫວັດສາດໄດ້ເພີ່ມຄວາມມີຊີວິດຊີວາ ແລະ ສາມາດເຂົ້າໃຈງ່າຍກວ່າເວລາໃດໝົດ. ພວກນ້ອງບໍ່ພຽງແຕ່ໄດ້ຊອກຮູ້ກ່ຽວກັບຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ເທົ່ານັ້ນຫາກຍັງສາມາດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນສົມບັດທີ່ດີ ແລະ ຄວາມລຽບງ່າຍຂອງເພິ່ນ. ບັນດາຄຸນຄ່າເຫຼົ່ານີ້ ໄດ້ຄ່ອຍຊຶມເລິກເຂົ້າໃນຈິດໃຈຂອງພວກນ້ອງນັກຮຽນ. ນ້ອງ ຫງວຽນຖາວງວຽນ ສັງກັດໂຮງຮຽນປະຖົມ ຝູຮວ່າ 3 ເປີດເຜີຍວ່າ:

 “ລູກເຄີຍໄດ້ອ່ານປຶ້ມກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ. ລູກມັກທີ່ສຸດວິທີເຊິ່ງປະທານ ໂຮ່ຈີມິນ ໄດ້ໄປທົ່ວໂລກ ເພື່ອຊອກຫາເສັ້ນທາງກູ້ຊາດ”.

ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ບິ່ງເຢືອງ ໄດ້ສົ່ງເສີມບັນດາໂຮງຮຽນຄົ້ນຄວ້າ ແລະ ສ້າງເຂດວັດທະນະທຳ ໂຮ່ຈີມິນ ໃຫ້ແທດເໝາະກັບເງື່ອນໄຂ ແລະ ຈຸດພິເສດເພະຂອງໂຮງຮຽນແຕ່ລະແຫ່ງ. ຄາດວ່າຮອດທ້າຍສົກຮຽນ 2024 - 2025 ໂຮງຮຽນທຸກໆແຫ່ງມີເຂດວັດທະນະທຳປະທານ ໂຮ່ຈີມິນ. ທ່ານນາງ ຫງວຽນທິກີມຕວຽດ ຫົວໜ້າຂະແໜງສຶກສາຊັ້ນອະນຸບານ - ປະຖົມ, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ບິ່ງເຢືອງ ໃຫ້ຮູ້ວ່າ:

 “ໃນເຂດວັດທະນະທຳ ໂຮ່ຈີມິນ ແທນທີ່ວາງສະແດງໃຫ້ສວຍງາມນັ້ນ ກຸ່ມໂຮງຮຽນປະຖົມໄດ້ຮຽກຮ້ອງໃຫ້ຕ້ອງປະສົມກັບຕູ້ປຶ້ມ ແລະ ການເຄື່ອນໄຫວ ອ່ານຂອງຫໍສະໝຸດ, ເລົ່າເລື່ອງກ່ຽວກັບປະທານ ໂຮ່ຈີມິນ ດ້ວຍເນື້ອໃນທີ່ແທດເໝາະກັບທຸກເກນອາຍຸ”.

ເຂດວັດທະນະທຳ ໂຮ່ຈີມິນຢູ່ຕາມໂຮງຮຽນປະຖົມໄດ້ເຮັດໃຫ້ນັກຮຽນແຕ່ລະຄົນຮູ້ບຸນຄຸນຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ, ມີຄວາມຮັກບ້ານເກີດເມືອງນອນປະເທດຊາດ ແລະ ສູ້ຊົນໃນການຮ່ຳຮຽນອອກແຮງງງານ ເພື່ອສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີເຂັ້ມແຂງ. 

ຕອບກັບ