ແຜ່ກະຈາຍວັດທະນະທຳການອ່ານໃນຊຸມຊົນ ເພື່ອການອ່ານປຶ້ມກາຍເປັນຄວາມຊິນເຄີຍໃນຊີວິດປະຈຳວັນຂອງແຕ່ລະຄົນ

Huyen Trang
Chia sẻ
(VOVWORLD) -ມີຫຼາຍບຸກຄົນ, ເຂດຊຸມຊົນ, ອົງການຈັດຕັ້ງໄດ້ສ້າງບັນດາຮູບແບບສົ່ງເສີມການອ່ານປຶ້ມ ຊ່ວຍໃຫ້ທຸກໆຄົນພິເສດແມ່ນໄວໜູ່ມເຂົ້າເຖິງພູມປັນຍາອັນປະເສີດເລີດລ້ຳຂອງປຶ້ມ
ແຜ່ກະຈາຍວັດທະນະທຳການອ່ານໃນຊຸມຊົນ ເພື່ອການອ່ານປຶ້ມກາຍເປັນຄວາມຊິນເຄີຍໃນຊີວິດປະຈຳວັນຂອງແຕ່ລະຄົນ - ảnh 1ເອື້ອຍຄູ ແລະ ນັກຮຽນໂຮງຮຽນປະຖົມ ມົກລີ ເມືອງ ມົກເຈົາ ແຂວງ ເຊີນລາ ຕອບສະໜອງວັນປຶ້ມອ່ານ ແລະ ວັດທະນະທຳການອ່ານ 

    ເພື່ອຕອບສະໜອງວັນປຶ້ມອ່ານ ແລະ ວັດທະນະທຳການອ່ານໃນປີນີ້. ໂຮງຮຽນປະຖົມ ມົກລີ ເມືອງ ມົກເຈົາ ແຂວງ ເຊີນລາ ໄດ້ຈັດວັນບຸນພິເສດໃຫ້ແກ່ພວກນ້ອງດ້ວຍບັນດາການເຄື່ອນໄຫວຫຼາຍຢ່າງຄື ແນະນຳປຶ້ມອ່ານ, ແນະນຳໃຫ້ພວກນ້ອງກ່ຽວກັບວິທີເລືອກເຟັນເອົາປຶ້ມທີ່ແທດເໝາະກັບເກນອາຍຸ. ເອື້ອຍຄູ ຫງວຽນທູທ໋າວ ຜູ້ຮັບຜິດຊອບກອງເຍົາວະຊົນ ແລະ ຟ້າຖ໋ຍເຢືອງ ສັງກັດໂຮງຮຽນປະຖົມ ມົກລີ ໃຫ້ຮູ້ວ່າ:

 “ທາງໂຮງຮຽນມີບົດບາດສຳຄັນທີ່ສຸດໃນການຊ່ວຍພວກນ້ອງນັກຮຽນສ້າງຄວາມຊິນເຄີຍອ່ານປຶ້ມ. ໂຮງຮຽນກໍ່ຢາກແຜ່ກະຈາຍວັດທະນະທຳການຍອ່ານໃຫ້ພວກນັກຮຽນ, ຊ່ວຍພວກນ້ອງເພີ່ມຄວາມເຂົ້າໃຈກ່ຽວກັບຄຸນຄ່າຂອງປຶ້ມ, ມີຄວາມຕ້ອງການຢາກອ່ານປຶ້ມ ພ້ອມກັນນັ້ນພວກນ້ອງກໍ່ຮູ້ວິທີແຜ່ກະຈາຍຖິງທຸກໆຄົນຢູ່ອ້ອມຂ້າງ ສ້າງຂະບວນການອ່ານປຶ້ມ ແລະ ເຄົາລົບນັບຖືຄຸນຄ່າອັນໃຫຍ່ຫຼວງ ທີ່ປຶ້ມນຳມາໃຫ້”

 “ໂດຍໄດ້ເຂົ້າຮ່ວມໃນວັນບຸນວັດທະນະທຳການອ່ານ ໂດຍໂຮງຮຽນໄດ້ຈັດຂຶ້ນ, ລູກຮູ້ສຶກດີໃຈ ແລະ ພາກພູມໃຈທີ່ສຸດ. ນີ້ແມ່ນໂອກາດເພື່ອໃຫ້ລູກພ້ອມກັບໝູ່ເພື່ອນໄດ້ຄົ້ນຫາປຶ້ມອ່ານທີ່ດີທີ່ມ່ວນຫຼາຍຫົວ”.

ໃນຂະນະນັ້ນດ້ວຍຄວາມຫວັງຢາກໃຫ້ປຶ້ມດຶງດູດຜູ້ອ່ານໄດ້ຢ່າງຫຼວງຫຼາຍ, ບັນດາເພື່ອນໜຸ່ມກຸ່ມ H-H-Book ໄດ້ປະຕິບັດໂຄງການຄຸ້ມຄອງວັດທະນະທຳການອ່ານ ເຊິ່ງລວມມີສອງກິດຈະກຳຕົ້ນຕໍ ນັ້ນແມ່ນການສ້າງຕູ້ປຶ້ມເພື່ອນຳພູມປັນຍາເຖິງເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ສ້າງຮູບແບບຫໍສະໝຸດບໍ່ຄິດຄ່າ. ເພື່ອນ ເຈິ່ນຮຸຍຮວ່າງ ຫວົໜ້າສະໂມສອນສະໝັກໃຈເພື່ອວົງຄະນາຍາດ ລິດແຮັດ ສ້າງຕັ້ງໂຄງການການວັດທະນະທຳການອ່ານ H-H-Book ໃຫ້ຮູ້ວ່າ:

 “ໂຄງການ H-H-Book ໄດ້ສ້າງຕັ້ງຂຶ້ນ ແນໃສ່ແຜ່ກະຈາຍວັດທະນະທຳການອ່ານ ແລະ ໄດ້ສ້າງຄວາມຊິນເຄີຍອ່ານປຶ້ມຢ່າງກວ້າງເລິກໃນຊຸມຊົນ ພິເສດແມ່ນມຸ່ງໄປສູ່ບັນດາເພື່ອນໜຸ່ມ, ນັກຮຽນນັກສຶກສາ. ໂຄງການກໍ່ຍັງຝັກໄຝ່ຄວາມຫວັງສ້າງວົງຄະນາຍາດບັນດາຜູ້ນິຍົມອ່ານປຶ້ມ, ແບ່ງປັນຄວາມເມົາມົວແລກປ່ຽນ ແລະ ຂະຫຍາຍວັດທະນະທຳການອ່ານ. ຈາກນັ້ນກໍ່ສ້າງລະບົບນິເວດການອ່ານແບບຍືນຍົງ ສ້າງສະພາບແວດລ້ອມການອ່ານປຶ້ມທີ່ສະດວກຍາວນານ”.

 ວັດທະນະທຳການອ່ານບໍ່ພຽງແຕ່ຢຸດຢູ່ໃນບັນດາປະເພດການອ່ານດ້ວຍເຈ້ຍເທົ່ານັ້ນຫາກຍັງພັດທະນາຮູບແບບການອ່ານດີຈີຕອນ ເພື່ອໃຫ້ທັນກັບທ່າອ່ຽງຂອງຍຸກສະໄໝ. ດ້ວຍຄວາມຫວັງຢາກສົ່ງເສີມວົງຄະນາຍາດ ຮັກສາຄວາມຊິນເຄີຍອ່ານປຶ້ມມື້ລະ 30 ນາທີ, ນາງ ຫງວຽນທິທຸ໋ຍຈຸງ ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫງວນເວລາຫຼາຍ ເພື່ອຊອກຫາປຶ້ມອ່ານກ່ຽວກັບການເງິນ ແລະ ຂະຫຍາຍຕົນເອງເພື່ອແນະນຳ ແລະ ແບ່ງປັນກັບທຸກຄົນ ຜ່ານປະລັດຟອມໃນເວລາ 6 ໂມງ 30 ນາທີ ຂອງວັນຈັນ ວັນພຸດ ແລະ ວັນສຸກແຕ່ລະອາທິດ. ນາງຫງວຽນທິທຸ໋ຍຈຸງ ເວົ້າວ່າ

: “ເຮົາຍາມໃດກໍ່ມີຄວາມປະທັບໃຈຕໍ່ສິ່ງໜຶ່ງ ນັ້ນແມ່ນມີຄວາມຫວັງຢາກອ່ານປຶ້ມ 30 ນາທີ ໃນແຕ່ລະວັນຂອງຜູ້ສຳເລັດຜົນ. ການອ່ານປຶ້ມບໍ່ພຽງແຕ່ຊ່ວຍໃຫ້ເຮົາມາແຫຼ່ງຂໍ້ມູນຂ່າວສານຢ່າງໃຫຍ່ຫຼວງ ກ່ຽວກັບບັນດາຫົວເລື່ອງທີ່ເຮົາຢາກຊອກຮູ້ເທົ່ານັ້ນ ຫາກຍັງຮັກສາການອ່ານປຶ້ມຢ່າງສະເໝີ”.

ເຖິງວ່າເຕັກໂນໂລຢີຂໍ້ມູນຂ່າວສານຂະຫຍາຍຕົວຢ່າງກະໂດດຂັ້ນດ້ວຍຫຼາຍຮູບການທີ່ແຕກຕ່າງກັນກໍ່ຕາມ ແຕ່ປຶ້ມອ່ານຍັງມີບົດບາດສຳຄັນຊ່ວຍໃຫ້ແຕ່ລະຄົນມີຄວາມຖະໜຸຖະໜອມຕໍ່ຄຸນຄ່າທາງດ້ານຈິດວິນຍານ ແລະ ພູມປັນຍາຂອງປຶ້ມນຳມາໃຫ້. ນັກປະພັນ ເຈິ່ນແທັງແກັ໋ງ ໃຫ້ຮູ້ວ່າ:

 “ປຶ້ມອ່ານມີບົດບາດສຳຄັນທີ່ສຸດເມື່ອເຂົາເຈົ້າອ່ານປຶ້ມເຂົາເຈົ້າຈະມີຈິນຕະນາການ ຈະມີການຄົ້ນຄິດຢ່າງເລິກເຊິ່ງກ່ຽວກັບເອກະສານຂອງບັນດາຜູ້ແຕ່ງຢາກສົ່ງເຖິງຜູ້ອ່ານ”.

ການສ້າງໃຫ້ຕົນເອງຄວາມນິຍົມຊົມຊອບ ຄວາມມ່ວນຊື່ນກໍ່ຄືການຢາກຄົ້ນຫາໂລກຫຼາກຫຼາຍສີສັນຂອງປຶ້ມອ່ານ, ເວລານັ້ນວັດທະນະທຳການອ່ານຈະຂະຫຍາຍຢ່າງທົ່ວເຖິງ. ເມື່ອໄດ້ອ່ານປຶ້ມແຕ່ລະຄົນຕ່າງກໍ່ຊ່ວຍຄຸນຄ່າຂອງປຶ້ມນັບມື້ນັບແຜ່ກະຈາຍ.

ຕອບກັບ