ປີ 2019 ຂັບແທນພິນຕິ້ງໄດ້ຮັບການເຊີດຊູຈາກ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ |
ຕາແສງ ເຈິໂດ່ນ ກໍ່ພົ້ນເດັ່ນຂຶ້ນໃນຂະບວນການຮັກສາຂັບແທນ ຢູ່ແຂວງ ຖາຍງວຽນ ດ້ວຍການສ້າງຕັ້ງ ແລະ ຮັກສາບັນດາມະໂມສອນຂັບແທນ ພິນຕິ໊ງ. ປັດຈຸບັນທົ່ວຕາແສງມີປະທານ 8 ສະໂມສອນ ດຶງດູດແຂກເຂົ້າຮ່ວມຢ່າງຫຼວງຫຼາຍ ໃນນັ້ນພົ້ນເດັ່ນຂຶ້ນມີສະໂມສອນສຽງພິນຕິ໊ງ ແຫ່ງບ້ານເກີດເມືອງນອນ ໄດ້ເຕົ້າໂຮມເກືອບ 30 ຄົນ ໃນທຸກເກນອາຍຸ. ນາງ ຫວູທິເລືອງ ຫົວໜ້າສະໂມສອນໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ສ້າງລາຍການສິລະປະວັນນະຄະດີພື້ນເມືອງທີ່ເປັນເອກະລັກ ເພື່ອຮັບໃຊ້ແຂກທ່ອງທ່ຽວ ທັງເປັນການໂຄສະນາຖ່າຍທອດບັນດາທຳນອງເພງພື້ນເມືອງຂອງເຜົ່າຕົນ ພ້ອມກັນນັ້ນກໍ່ແຜ່ກະຈາຍໃຫ້ແກ່ຫຼາຍຄົນຮູ້ຈັກ ແລະ ພ້ອມກັນຮັກສາ”.
ແຕ່ເຖິງຢ່າງໃດກໍ່ຕາມ ບໍ່ພຽງແຕ່ຍ້ອນມີບັນດາສະໂມສອນ ຫຼື ລາຍການສະແດງສິລະປະວັນນະຄະດີ ເຊິ່ງຂັບແທນໄດ້ກາຍເປັນລາຍການມີຊີວິດຊີວາເທົ່ານັ້ນ ກໍ່ຍ້ອນບັນດາຊຸດຮຽນ ດ້ວຍການເຂົ້າຮ່ວມຂອງພວກນ້ອງນ້ອຍຢູ່ແຫ່ງທີ່ຂັບແທນຈຶ່ງ ໄດ້ຮັບການຖ່າຍທອດ ແລະ ຊຶມເລິກເຂົ້າໃນຊີວິດຊຸມຊົນອີກດ້ວຍ.
ໃນຊຸດຮຽນຂັບແທນ ເຜົ່າໄຕ່ ຂອງອ້າຍຄູ ວັນຕ໊ຽນເຄີ໋ຍ ຢູ່ຕາແສງ ເຈິໂດ່ນ, ພວກນ້ອງນ້ອຍກໍ່ຕັ້ງໃຈຟັງ ແລະ ຮຽນຕາມແຕ່ລະຄຳປະໂຫຍດເນື້ອຮ້ອງທີ່ໄດ້ຮັບການຖ່າຍທອດ. ຍ້ອນຄວາມເມົາມົວ ແລະ ຈິງໃຈມັກການຮ່ຳຮຽນ ດັ່ງນັ້ນໃນເວລາພຽງສັ້ນໆ ພວກນ້ອງນ້ອຍຫຼາຍຄົນກໍ່ໄດ້ທ່ອງຂຶ້ນໃຈບັນດາບົດຂັບແທນບູຮານ ແລະ ຂັບແທນໃໝ່
“ນ້ອງມັກຂັບແທນທີ່ສຸດ ເພາະວ່າ ອ້າຍຄູໄດ້ສອນໃຫ້ນ້ອງຢ່າງສຸດໃຈ. ນ້ອງຢາກຮັກສາຈຸດວັດທະນະທຳຂອງເຜົ່າຕົນ”
ຂັບແທນ ພິນຕິ໊ງ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກຂອງວົງຄະນາຍາດຊຸມຊົນ ເພາະສະນັ້ນຢູ່ບ້ານວັດທະນະທຳ ຖາຍຫ໋າຍ ຂຶ້ນກັບຕາແສງ ເຕິນເກືອງ ຂັບແທນໄດ້ປາກົດຂຶ້ນ ປຽບເໝືອນລົມຫາຍໃຈຂອງການດຳລົງຊີວິດ
ຢູ່ໝູ່ບ້ານແຫ່ງນີ້ ພວກເດັກມີອາຍຸພຽງ 5 –6ປີກໍ່ໄດ້ຮູ້ຈັກຫຼິ້ນພິນຕິ໊ງ ແລະ ເລີ່ມຮຽນຂັບແທນກ່ຽວກັບໝູ່ບ້ານ. ນາງ ເລທິຮັ່ງ ຊາວບ້ານ ຖາຍຫ໋າຍ ເປີດເຜີຍວ່າ:
“ພວກລູກມີຄວາມເມົາມົວຮ່ຳຮຽນ ແລະ ຢາກຮຽນເພື່ອອະນຸລັກວັດທະນະທຳຂອງເຜົ່າຕົນ. ນັບແຕ່ຄາວຍັງນ້ອຍ ພວກລູກໄດ້ຟັງພໍ່ແມ່ຂັບຮ້ອງ ເມື່ອຕ້ອນຮັບແຂກທ່ອງທ່ຽວມາຢາມເຮືອນ ຫຼື ໃນການຮ່ວມຊີວິດຂອງຄອບຄົວ. ເມື່ອໃຫຍ່ຂຶ້ນກໍ່ໄດ້ຮັບການຖ່າຍທອດຈາກປູ່ຍ່າ ແລະ ພໍ່ແມ່ອີກ”.
ຢູ່ຕາມເຮືອນຮ້ານບູຮານແຕ່ລະຫຼັງໃຕ້ຮົ່ມເຢັນຂອງຕົ້ນໄມ້ປ່າ, ຢູ່ເດີ່ນໜ້າບ້ານ, ພວກເດັກນ້ອຍກໍ່ນັ່ງອ້ອມບັນດາສິລະປິນທີ່ມີອາຍຸສູງ ແລະ ຕັ້ງໃຈຕິດຕາມການຫຼິ້ນພິນຕິ໊ງ. ຕາມການເວລາ ແຕ່ລະບຄົນໄດ້ສືບທອດກັນຮັກສາຂັບແທນ ພິນຕິ໊ງ ແລະ ໄດ້ກາຍເປັນຄວາມຊົງຈຳອັນດີງາມ ແລະ ມີຊີວິດຊີວາ ຂອງຊາວບ້ານແຕ່ລະຄົນ. ນາງ ມາທິດັ໋ງ ຊາວບ້ານ ຖາຍຫ໋າຍ ໃຫ້ນູ້ວ່າ:
“ຢູ່ໝູ່ບ້ານມີນ້ອງນ້ອຍປະມານ 30 – 40 ຄົນກໍ່ລ້ວນແຕ່ຮູ້ຫຼິ້ນພິນຕິ໊ງ ແລະ ຂັບແທນໄດ້. ຂ້າພະເຈົ້າແມ່ນຄົນລຸ້ນກ່ອນກໍ່ໄດ້ຮັບການຖ່າຍທອດຈາກພໍ່ແມ່ ດັ່ງນັ້ນປັດຈຸບັນຂ້າພະເຈົ້າກໍ່ໄດ້ຖ່າຍທອດຄືນໃຫ້ພວກລູກ ເພື່ອຮັກສາວັດທະນະທຳພິນຕິ໊ງ ຂັບແທນ ຂອງເຜົ່າຕົ້ນ”.
ຢູ່ບ້ານ ຖາຍຫ໋າຍ, ຂັບແທນ ພິນຕິ໊ງ ບໍ່ພຽງແຕ່ແມ່ນການດຳລົງຊີວິດວັດທະນະທຳຊຸມຊົນນັ້ນ, ຊາວບ້ານຍັງສົມທົບກັບສິລະປະຂັບແທນ ກັບການທ່ອງທ່ຽວ. ນາງ ດ່າວທິລານ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ກ່ອນທີ່ມານີ້, ຂ້າພະເຈົ້າໄດ້ຊອກຮູ້ ແລະ ມີຄວາມຫວັງຢາກຮັບຟັງຂັບແທນ ພິນຕິ໊ງ ເພາະວ່ານີ້ແມ່ນຈຸດວັດທະນະທຳທີ່ເປັນເອກະລັກຢູ່ດິນແດນແຫ່ງນີ້”.
ເມື່ອສຽງພິນຕິ໊ງ ແລະ ຂັບແທນ ຍັງຄົງກັງວານຂຶ້ນໃນທ່າມກາງເຂດພູຜາປ່າໄມ້ ຫວຽດບັກ, ມໍລະດົກນີ້ຈະຍັງຄົງໄດ້ຮັບການຮັກສາ ແລະ ແຜ່ກະຈາຍຕະຫຼອດເວລາຄືດັ່ງວິນຍານສ່ວນໜຶ່ງຂອງພໍ່ແມ່ພີ່ນ້ອງ ເຜົ່າໄຕ່ ເຜົ່ານຸ່ງ ຢູ່ແຂວງ ຖາຍງວຽນ.