(vovoworld) – ໂດຍຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 15 ກມ, ໝູ່ບ້ານປູກດອກໄມ້ ໄຕຕື້ວ ຂຶ້ນກັບເມືອງ ບັກຕື່ລຽມ ແມ່ນໝູ່ບ້ານປູກດອກໄມ້ທີ່ເປັນມູນເຊື້ອຂອງນະຄອນຫຼວງ ຮ່າໂນ້ຍ. ໃນຊຸມປີມໍ່ໆມານີ້, ປະຊາຊົນຢູ່ທີ່ນີ້ໄດ້ປູກດອກໄມ້ຫຼາຍຊະນິດຄື: ດອກລີລີ, ດອກຂົນຕາ, ດອກວາຍໂອແລັດ, ດອກເຂືອບ້າ, ດອກດາວເຮືອງ… ເຖິງວ່າພວມຢູ່ໃນວິວັດການຫັນເປັນເຂດຕົວເມືອງກໍ່ຕາມ, ແຕ່ປະຊາຊົນຢູ່ ບ້ານໄຕຕື້ວ ຍັງຄົງຮັກສາເນື້ອທີ່ດິນ ແລະ ຮັກສາອາຊີບປູກດອກໄມ້ທີ່ມີມາແຕ່ດົນນານນີ້ໄວ້ຢູ່. ເມື່ອໄປຢ້ຽມຢາມໝູ່ບ້ານປູກດອກໄມ້ ໄຕຕື້ວ ໃນຍາມໃກ້ຈະຮອດບຸນເຕັດປີລະກາ 2017 ນີ້, ທ່ານຈະໄດ້ຮັບຊົມດອກໄມ້ຫຼາຍຊະນິດພວມເບັ່ງບານສີສັນຫລາກຫລາຍ. ບັນດາດອກໄມ້ນາໆສີພວມໄດ້ຮັບການບົວລະບັດຢ່າງລະອຽດເພື່ອເອົາໄປຂາຍຢູ່ຖະຫນົນສາຍຕ່າງໆເພື່ອຮັບໃຊ້ໃຫ້ແຕ່ລະຄອບຄົວໃນນະຄອນຫລວງຮ່າໂນ້ຍປະດັບປະດາໃນບຸນເຕັດ. ເຊີນທ່ານເຊື່ອມຕົວເຂົ້າກັບບັນຍາກາດລະດູບານໃຫມ່ຢູ່ບ້ານປູກດອກໄມ້ໄຕຕື້ວດ້ວຍສີສັນຫລາກຫລາຍຂອງດອກໄມ້ນາໆຊະນິດ. ໝູ່ບ້ານປູກດອກໄມ້ ໄຕຕື້ວໄດ້ສະຫນອງປະລິມານດອກໄມ້ສົດຫລາຍສົມຄວນໃຫ້ແກ່ນະຄອນຫລວງ ຮ່າໂນ້ຍ ແລະ ເຂດໃກ້ຄຽງ ດອກດາວເຮືອງແມ່ນດອກໄມ້ຊະນິດຫນຶ່ງຊື່ງບ້ານໄຕຕຶ້ວປູກຫລາຍສຸດ. ດອກດາວເຮືອງສີອິດໄດ້ນຳໃຊ້ໃນໂອກາດບຸນເຕັດຫລາຍພໍສົມຄວນ. ດອກດາວເຮືອງຢູ່ບ້ານໄຕຕຶ້ວ ມີ 5-7 ຊະນິດ. ລາຄາ ດອກໄມ້ແຕ່ລະງ່າ ປະມານ 10.000 ດົງ. ດອກລັກເລ່ກໍແມ່ນດອກໄມ້ຊະນິດຫນຶ່ງທີ່ເປັນມູນເຊື້ອຫາກໍ່ໄດ້ຮັບການປູກຄືນໃຫມ່ຢູ່ບັນດາສວນປູກດອກໄມ້ໃນບ້ານຍ້ອນຄວາມຕ້ອງການຂອງຜູ້ໃຊ້ສອຍນັບມື້ນັບຫລາຍ. ກ່ອນນີ້ ເນື້ອທີ່ປູກດອກລັກເລ່ແມ່ນຫນ້ອຍສຸດ. ດອກຂົນຕາຊ້ອນພວມເບັ່ງບານນາໆສີຢູ່ບັນດາສວນ ດອກກຸລາບ ແມ່ນດອກໄມ້ຊະນິດຫນຶ່ງເຊິ່ງປະຊາຊົນຢູ່ບ້ານ ໄຕຕຶ້ວ ປູກຫລາຍພໍສົມຄວນ ແລະໄດ້ຮັບການບົວລະບັດຢ່າງລະອຽດ. ດອກລີລີ ແມ່ນດອກໄມ້ຊະນິດຫນຶ່ງຊື່ງຊາວບ້ານໄຕຕຶ້ວ ນຳເອົາມາປູກໃນ 3-4 ປີມານີ້. ຖ້າຫາກບໍ່ຄິດໄລ່ຢ່າງລະອຽດ ດອກໄມ້ປະເພດນີ້ຈະບານໄວກວ່າເມື່ອທຽບໃສ່ດອກໄມ້ປະເພດອື່ນ. Từ khóa: vovworld ດອກໄມ້ ຕອບກັບ ສົ່ງ Xem thêm