ວັດແຫ່ງຕ່າງໆຢູ່ເມືອງເກາະເຈື່ອງຊາ-ຫລັກໝາຍດ້ານຈິດວິນຍານ

Nguyen My Tra
Chia sẻ
(VOVWORLD) - ຊາວຫວຽດນາມດຳລົງຊີວິດຢູ່ແຫ່ງໃດ ຢູ່ແຫ່ງນັ້ນລ້ວນແຕ່ມີວັດ. ວັດແຫ່ງຕ່າງໆຢູ່ເມືອງເກາະເຈື່ອງຊາ ບໍ່ພຽງແຕ່ສະແດງໃຫ້ເຫັນການເຫລື້ອມໃສຂອງຊາວຫວຽດນາເທົ່ານັ້ນ ຫາກຍັງແມ່ນຫລັກໝາຍດ້ານຈິດວິນຍານ,ສະແດງໃຫ້ຄວາມຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດອີກດ້ວຍ.

ວັດເຈື່ອງຊາ ຖືກຕັ້ງຢູ່ໃຈກາງເກາະເຈື່ອງຊາ ໃນບໍລິເວນກວ້າງໃຫຍ່

ວັດບໍ່ພຽງແຕ່ແມ່ນບ່ອນດຳເນີນຊີວິດດ້ານຈິດວິນຍານຂອງປະຊາຊົນ, ທະຫານ ຢູ່ເກາະເຈື່ອງຊາແລະ ຊາວປະມົງແວ່ຢາມພາວະນາຂໍຄວາມສະຫງົບສຸກ ແລະ ຄວາມໂຊກດີເທົ່ານັ້ນ, ຫາກວັດເຈື່ອງຊາຍັງແມ່ນບ່ອນລະຫລິ້ນຂອງພວກນ້ອງນ້ອຍອີກດ້ວຍ

ຢູ່ເບື້ອງໃນຂອງວັດເຈື່ອງຊາ ມີຄຳພະຫຍາຖືກແກະຄວັດສະຫລັກເທິງແຜ່ນໄມ້

ວັດເຊີນລີງ ຢູ່ເກາະ ເຊີນກາ ຕັ້ງໃກ້ກັບຝັ່ງທະເລ

ປະຈຸບັນ ຢູ່ເມືອງເກາະ ເຈື່ອງຊາ ມີວັດ 5 ແຫ່ງ ນັ້ນແມ່ນ ວັດເຈື່ອງຊາ, ວັດລີງເຊີນ, ວັດ ນາມອຽດ, ວັດຊອງຕື໋ໄຕ, ວັດຊີງຕົນ

ວັດແຫ່ງຕ່າງໆຢູ່ເມືອງເກາະເຈື່ອງຊາ ໄດ້ຮັບການກໍ່ສ້າງຕາມຮູບແບບວັດທີ່ເປັນມູນເຊື້ອຂອງຫວຽດນາມ ແລະ ລ້ວນແຕ່ມຸ່ງຫນ້າສູ່ນະຄອນຫລວງຮ່າໂນ້ຍ

ບໍລິເວນວັດຊີງຕົນ ຢູ່ເກາະ ຊີງຕົນ

ປະຕູເຂົ້າວັດມີຕົ້ນໄມ້ໃຫຍ່ ຢູ່ 2 ເບື້ອງ

ໃນວັດ ຊີງຕົນ ຍັງມີບ່ອນ ບູຊາ ນັກຮົບ 64 ຄົນທີ່ໄດ້ເສຍສະຫລະຊີວິດໃນບັ້ນຮົບ ກາກມາປີ 1988

ເມື່ອໄປຢ້ຽມຢາມເຈື່ອງຊາ ແຂກເຄີຍເຂົ້າວັດເພື່ອຂໍຫີນນ້ອຍກ້ອນຫນຶ່ງໃນວັດເອົາເມືອເປັນເຄື່ອງທີ່ລະນຶກ

ວັດແຫ່ງຕ່າງໆຢູ່ເມືອງເກາະເຈື່ອງຊາ ບໍ່ພຽງແຕ່ແມ່ນຫລັກໝາດ້ານຈິດວິນຍານ, ສະແດງໃຫ້ເຫັນອະທິປະໄຕໝັ້ນຄົງໃນປະຫວັດສາດ ແລະ ປະຈຸບັນ ຍັງແມ່ນການສະແດງໃຫ້ເຫັນຄວາມມຸ້ງມາດປາດຖະຫນາ ແລະ ຄວາມຫວັງຢາກໄດ້ດຳລົງຊີວິດໃນຄວາມສະຫງົບສຸກ, ສັນຕິພາບ, ມິດຕະພາບຢູ່ ທະເລຕາເວັນອອກ

ຕອບກັບ