(vovworld) - ເຈືອຈານເຂົ້າກັບບັນດາກາດຕ້ອນຮັບງານບຸນຄິຼດສະມາດໃນທົ່ວປະເທດ, ຄ່ຳຄືນວັນທີ 24/12 ຊາວນະຄອນຫລວງ ຮ່າໂນ້ຍ ໄດ້ພາກັນໄປຍັງບັນດາໂບດ, ສະຖານທີ່ບັນເທິງເພື່ອຕອນຮັບ Noel. ໂດຍຕ່າງກັບທຸກປີ ປີນີ້ບໍລິເວນໜອງ ໂຮ່ເກືອມ ແລະ ບັນດາໂບດ ພຽງແຕ່ສະຫງວນໃຫ້ຄົນຍ່າງໄປ ດັ່ງນັ້ນ ປະຊາຊົນໄດ້ພາກັນມາຍັງບໍລິເວນນີ້ເປັນຈຳນວນຫລວງຫລາຍ ສ້າງເປັນບັນຍາກາດຟົດຟື້ນມ່ວນຊື່ນ.