ຟູ໋ອຽນ, ຊາປາ, ດ່າລາດ... ແມ່ນບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງ ຫວຽດນາມ, ໃນລາຍການພາບສາລະຄະດີມື້ນີ້, ພວກເຮົາຂໍແນະນຳບັນດາຮູບພາບງາມກ່ຽວກັບບັນດາສະຖານທີ່ທ່ອງທ່ຽວແຫ່ງນີ້. ເຊີນທ່ານຜູ້ອ່ານທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວລືຊື່ຂອງ ຫວຽດນາມ ຜ່ານການຮູບໂດຍນັກຂ່າວ VOV ລວບລວມ. ອາກາດຢູ່ ຟູ໋ອຽນ ໄດ້ແບ່ງເປັນ 2 ລະດູ, ລະດູຝົນ ແລະ ລະດູແຫ້ງ. ລະດູຝົນແກ່ຍາວແຕ່ເດືອນ 9 -12. ດັ່ງນັ້ນ, ເວລາໄປທ່ຽວ ຟູ໋ອຽນ ງາມທີ່ສຸດແມ່ນແຕ່ເດືອນ 1 ຫາເດືອນ 8. ບັນດາສະຖານທີ່ທ່ອງທ່ຽວຢູ່ ຟູ໋ອຽນ ໄດ້ເຂົ້າຮູບເງົາຕອນໜຶ່ງ, ຮູບເງົານັ້ນໄດ້ຮັບຄວາມນິຍົມຈາກໄວໜຸ່ມ ຫວຽດນາມ ທີ່ສຸດ. ໂມກເຈົາ, ແມ່ນເຂດພູດອຍທາງພາກເໜືອ ຫວຽດນາມ, ໂມກເຈົາໄດ້ດຶງດູດແຂກທ່ອງທ່ຽວດ້ວຍບັນດາທິວທັດທຳມະຊາດສວຍງາມ, ປະຊາຊົນຮັກແພງແຂກຄົນ. ປະຈຸບັນ, ທາງໄປແຕ່ນະຄອນຫຼວງ ຮ່າໂນ້ຍ ເຖິງ ໂມກເຈົາ ກໍ່ດີແລ້ວ. ຢູ່ທີ່ນີ້, ຊາວເຜົ່າຜູ້ໄທເຕົ້າໂຮມ, ດຳລົງຊີວິດເປັນຈຳນວນຫຼາຍ. ທາດ ຢ໋າຍອຽມ ຢູ່ ໂມກເຈົາ. ດ່າລາດ, ເຊິ່ງແມ່ນສະຖານທີ່ທ່ອງທ່ຽວໃນພູພຽງຢູ່ ໄຕງວຽນ. ໄປທ່ຽວຊົມ ດ່າລາດ ໃນຍາມລະດູບານໃໝ່ ແມ່ນງາມທີ່ສຸດ, ຍ້ອນອາກາດດີ, ດອກໄມ້ແຕກດອກອອກໜໍ່ເປັນຈຳນວນຫຼາຍ. ດ່າລາດ ໄດ້ຮັບການຂະໜານໜາມວ່າ ແມ່ນນະຄອນແຫ່ງດອກຄາຍ ໂດຍນອນໃນເຂດທາງທິດຕາເວັນຕົກພາກເໜືອ, ຊາປາ ມີອາກາດພິເສດສະເພາະ, ແມ່ນສະຖານທີ່ທ່ອງທ່ຽວດຶງດູດທີ່ສຸດຢູ່ພາກເໜືອ… ທະເລຂຽວ, ຫາດຊາຍຂາວສະອາດ, ອາຫານທະເລອຸດົມສົມບູນ ແລະ ແຊບນົວ ແມ່ນສັນຍາລັກຂອງ ຟູ໋ກວກ. Từ khóa: vovworld ເຂດທ່ອງທ່ຽວ ຕອບກັບ ສົ່ງ Xem thêm