ໃນອາທິດຜ່ານມາ, ໄປຄຽງຄູ່ກັບບັນດາຄຳອວຍພອນປີໃໝ່, ພວກເຮົາຍັງໄດ້ຮັບຄຳແບ່ງປັນຂອງບັນດາຜູ້ຟັງກ່ຽວກັບເນື້ອໃນລາຍການກະຈາຍສຽງກ່ຽວກັບບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເມຍ 2026 ແລະ ພາບສາລະຄະດີທີ່ໄດ້ເອົາລົງໃນໂອກາດບຸນເຕັດນີ້ອີກດ້ວຍ, ລະອຽດດັ່ງນີ້:
ເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ: “ເມື່ອຕິດຕາມບັນດາລາຍການກະຈາຍສຽງໃນຊ່ວງເວລາບຸນເຕັດຂອງ VOV, ຂ້າພະເຈົ້າຮູ້ສຶກໄດ້ເຖິງການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງປະຊາຊົນ ຫວຽດນາມ, ພິເສດແມ່ນຜູ້ທີ່ຖືກຜົນກະທົບຈາກພາຍຸນ້ຳຖ້ວມ. ຂ້າພະເຈົ້າມັກບັນດາສາລະຄະດີກ່ຽວກັບການເຊື່ອມໂຍງວັດທະນະທຳ ຫວຽດນາມ ທີ່ສຸດ, ມັນເຮັດໃຫ້ຂ້າພະເຈົ້າຢາກໄປທ່ຽວຊົມ, ຄົ້ນຫາ ຫວຽດນາມ ຫຼາຍກວ່າອີກ”.
ໃນຂະນະນັ້ນ, ເພື່ອນ ຈິນດາ ກໍຢູ່ນະຄອນຫຼວງ ວຽງຈັນ ພັດມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ພາບສາລະຄະດີ ສີສັນລະດູບານໃໝ່ ທັງລອງ ຮ່າໂນ້ຍ, ເພື່ອນແບ່ງປັນວ່າ: “ການວາດພາບຫວນຄືນ ແລະ ຈັດບັນດາງານບຸນປະເພນີທີ່ ຫວຽດນາມ ກຳລັງເຮັດໃນປັດຈຸບັນແມ່ນມີຄວາມໝາຍທີ່ສຸດ. ເພື່ອນໜຸ່ມຄືພວກຂ້າພະເຈົ້າກໍມີຄວາມປາດຖະໜາຢາກຮູ້ ແລະ ເຂົ້າໃຈກ່ຽວກັບບັນດາຮີດຄອງປະເພນີ, ງານບຸນໃນເມື່ອກ່ອນເພື່ອສືບຕໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍ”.
ຕົ້ນປີ 2026, ລັດຖະບານ ຫວຽດນາມ ໄດ້ເຫັນດີຕໍ່ແຜນນະໂຍບາຍຂໍອະນຸຍາດສ້າງສຳເນົາເອກະສານວິທະຍາສາດ ມໍລະດົກວັດທະນະທຳບໍ່ເປັນວັດຖຸ ສຳລັບ “ເຝີ” ແລະ “ຟ້ອນຕຸກກະຕານ້ຳ” ເພື່ອໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ຂອງ UNESCO (ພາບ: nhandan.vn) |
ເຊີນທ່ານຮັບຟັງການແນະນຳກ່ຽວກັບສິລະປະຟ້ອນຕຸກກະຕານ້ຳຂອງ ຫວຽດນາມ. ນີ້ແມ່ນເນື້ອໃນ ທີ່ເພື່ອນ ລັດດາລາ, ຢູ່ແຂວງ ຈຳປາສັກ, ລາວ ສະເໜີມາຍັງລາຍການໃນອາທິດຜ່ານມາ.
ເພື່ອນ ລັດດາລາ ພ້ອມດ້ວຍທ່ານຜູ້ຟັງທີ່ຮັກແພງ! ສິລະປະຟ້ອນຕຸກກະຕານ້ຳຂອງ ຫວຽດນາມ ແມ່ນປະເພດສິລະປະພື້ນເມືອງທີ່ສະແດງຢູ່ເວທີທີ່ເປັນເອກະລັກ, ໂດຍໄດ້ຮັບການສ້າງຂຶ້ນຈາກຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຜູ້ເຮັດນາທາມຢູ່ເຂດທົ່ງພຽງແມ່ນ້ຳແດງ ຫວຽດນາມ - ອູ່ຂອງພື້ນຖານອະລິຍະທຳ ຫວຽດ ເດີມ. ຮູບແບບການສະແດງມີຄວາມພິເສດຢູ່ບ່ອນວ່າ ເວທີແມ່ນໜ້ານ້ຳ, ບັນດາຕຸກກະຕາທີ່ໄດ້ເຮັດດ້ວຍໄມ້ ຖືກບັນຊາຢ່າງຄ່ອງແຄ້ວ ຈາກບັນດານັກສິລະປິນທີ່ຢືນຢູ່ເບື້ອງຫຼັງແຜ່ນສາກໄມ້ໄຜ່, ສ້າງເປັນການເຄື່ອນເໜັງທີ່ມີຊີວິດຊີວາ ແລະ ເຕັມໄປດ້ວຍຄວາມປະຫຼາດໃຈ. ໂດຍໄດ້ກໍາເນີດມາແຕ່ດົນນານ ແລະ ໄດ້ພັດທະນາຢ່າງເຂັ້ມແຂງທີ່ສຸດພາຍໃຕ້ລາດຊະວົງ ຫຼີ ແລະ ລາດຊະວົງ ເຈິ່ນ (ແຕ່ສະຕະວັດທີ XI – XIV), ການຟ້ອນຕຸກກະຕານ້ຳຕິດພັນກັບງານບຸນບ້ານ, ພິທີກຳເຫຼື້ອມໃສເຊື່ອຖື ແລະ ການຕ້ອນຮັບລະດູບານໃໝ່ຢ່າງເບີກບານມ່ວນຊື່ນ, ເພື່ອທັງໄຫວ້ບູຊາເທວະດາຟ້າແຖນ, ທັງສ້າງຄວາມບັນເທິງໃຫ້ແກ່ຊຸມຊົນ. ເຖິງວ່າມີເນື້ອໃນສັ້ນກະທັດລັດກໍຕາມ, ແຕ່ເຕັມໄປດ້ວຍຄວາມໝາຍ, ວາດພາບຄືນວິຖີການດຳເນີນຊີວິດທີ່ຄຸ້ນເຄີຍເຊັ່ນ ການໄຖນາ, ລ້ຽງຄວາຍເປົ່າຂຸ່ຍ, ຫວ່ານແຫ ຫຼື ບັນດາບຸນງານທີ່ເປັນມູນເຊື້ອ, ຜ່ານນັ້ນ ກໍສ່ອງແສງໃຫ້ເຫັນຈິດໃຈດຸໝັ່ນຂະຫຍັນພຽນ, ຄວາມມ່ວນໃຈ ແລະ ມິດຈິດມິດໃຈຖານບ້ານໃກ້ເຮືອນຄຽງຂອງຊາວນາ. ໄປຄຽງຄູ່ລາຍການສະແດງທີ່ມ່ວນຊື່ນ ແມ່ນບັນດາລາຍການສະແດງທີ່ມີສີສັນປະຫວັດສາດ ແລະ ເທບນິຍາຍຕ່າງໆ ເພື່ອປຸກລຸກນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈຂອງຊາດ. ໂດຍຜ່ານການຜັນແປຂອງປະຫວັດສາດບໍ່ຈັກວ່າເທົ່າໃດ, ແຕ່ປະເພດສິລະປະນີ້ຍັງຄົງໄດ້ຮັບການອະນຸລັກຮັກສາ, ພັດທະນາ ແລະ ໄດ້ຮັບຮອງເອົາເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ (ເມື່ອປີ 2012), ກາຍເປັນສັນຍາລັກທີ່ເປັນເອກະລັກເມື່ອແນະນຳວັດທະນະທຳ ຫວຽດນາມ ໄປເຖິງເພື່ອນມິດສາກົນ. ຕົ້ນປີ 2026, ລັດຖະບານ ຫວຽດນາມ ໄດ້ເຫັນດີຕໍ່ແຜນນະໂຍບາຍຂໍອະນຸຍາດສ້າງສຳເນົາເອກະສານວິທະຍາສາດ ມໍລະດົກວັດທະນະທຳບໍ່ເປັນວັດຖຸ ສຳລັບ “ເຝີ” ແລະ “ຟ້ອນຕຸກກະຕານ້ຳ” ເພື່ອໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ຂອງ UNESCO.
ບັນຍາກາດຂອງ ງານບຸນ ລິມ ກັບລາຍການຂັບກວານຫໍ້ (ພາບ: VOV) |
ເພື່ອນ Eddy Setiawan, ຢູ່ ອິນໂດເນເຊຍ, ຖາມມາວ່າ: ພາຍຫຼັງບຸນປີໃໝ່ປະຈຳຊາດ, ຢູ່ ຫວຽດນາມ ມີງານບຸນ ຫຼື ເຫດການພິເສດໃດແດ່ບໍ?
ພາຍຫຼັງບຸນປີໃໝ່ປະຈຳຊາດ, ບັນຍາກາດງານບຸນຍາມຕົ້ນປີຢູ່ ຫວຽດນາມ ຍັງຄົງສືບຕໍ່ມີຄວາມຄຶກຄັກໃນທົ່ວເຂດພາກຂອງປະເທດຊາດ ດ້ວຍຫຼາຍສະຖານທີ່ທີ່ຈັບໃຈ. ຢູ່ ອຽນຕື໋ (ແຂວງ ກວາງນິງ), ລະດູງານບຸນໄປນະມັດສະການໄດ້ເລີ່ມແຕ່ໄວ, ກະແສແຂກຄົນໄປປີນພູຊົມວິວ, ກາບໄຫວ້ບູຊາພະພຸດທະເຈົ້າເພື່ອພາວະນາຂໍຄວາມສະຫງົບສຸກ - ເຊິ່ງເປັນບ່ອນທີ່ທັດສະນີຍະພາບ ແລະ ວັດທະນະທຳອັນສັກສິດໄດ້ເຈືອຈານເຂົ້າກັບສີສັນຂອງລະດູບານໃໝ່. ຈາກນັ້ນແມ່ນວັດ ເຮືອງ (ຮ່າໂນ້ຍ), ງານບຸນທີ່ແກ່ຍາວໃນຕະຫຼອດລະດູບານໃໝ່ ດ້ວຍພາດຂະບວນພາຍເຮືອ, ຊົມດອກໄມ້ປ່າ ແລະ ທຳພິທີກຳທີ່ເປັນມູນເຊື້ອ ໄດ້ເຮັດໃຫ້ການໄປທ່ຽວຍາມລະດູບານໃໝ່ມີຄວາມຄຶກຄັກ ແລະ ມີຊີວິດຊີວາທີ່ສຸດ. ຢູ່ ບັກນິງ, ງານບຸນ ລິມ (ໄດ້ດຳເນີນໃນວັນທີ 12 – 13 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ ຫວຽດນາມ ໃນແຕ່ລະປີ) ແມ່ນເຂດວັດທະນະທຳຂັບກວານຫໍ້ທີ່ເປັນເອກະລັກ, ບ່ອນທີ່ສຽງຂັບກວານຫໍ້ ແລະ ຊຸດອາພອນທີ່ເປັນມູນເຊືຶ້ອໄດ້ວາດພາບຄືນຈັງຫວະຊີວິດໃນເມື່ອກ່ອນ. ຢູ່ນະຄອນ ໂຮ່ຈີມິນ, ງານບຸນ ຫວຽດນາມ - ຍີ່ປຸ່ນ (ດຳເນີນໃນວັນທີ 7 – 8 ມີນາ 2026) ພັດມີສີສັນສາກົນ ດ້ວຍການເຄື່ອນໄຫວວັດທະນະທຳ, ດົນຕີ ແລະ ອາຫານການກິນທີ່ດຶງດູດຄວາມສົນໃຈໄວໜຸ່ມເປັນຈຳນວນຫຼາຍ. ໃນໂອກາດນີ້, ຢູ່ພູ ບ່າແດນ (ແຂວງ ເຕີຍນິງ) ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວທົ່ວທຸກສາລະທິດມາກາບໄຫວ້ບູຊາເທົ່ານັ້ນ, ຫາກຍັງດຶງດູດແຂກທ່ອງທ່ຽວໜຸ່ມ ດ້ວຍທ່າອ່ຽງ “ນະມັດສະການສົມທົບກັບການເດີນປ່າ” ພາຍຫຼັງບຸນເຕັດ, ນຳການເຂົ້າຮ່ວມງານບຸນ ຕິດພັນກັບການເຄື່ອນໄຫວກາຍຍະກຳ. ບັນດາງານບຸນນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອພາວະນາຂໍໃຫ້ມີຄວາມສະຫງົບສຸກ, ມີໂຊກມີລາບເທົ່ານັ້ນ ຫາກຍັງແມ່ນບັນດາສະຖານທີ່ວັດທະນະທຳທາງຈິດວິນຍານທີ່ເປັນເອກະລັກ, ສ່ອງແສງໃຫ້ເຫັນຄວາມສາມັກຄີ, ຄວາມມ່ວນໃຈ ແລະ ມູນເຊື້ອທີ່ມີມາແຕ່ດົນນານຂອງຊາວ ຫວຽດນາມ ພາຍຫຼັງໂອກາດບຸນປີໃໝ່ປະຈຳຊາດອີກດ້ວຍ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.
ຂໍຂອບໃຈ!