ຄາບເຂົ້າ ບູຊາໃນວັນ ອົງກົງ, ອົງຕາວຂອງ ຫວຽດນາມ (ພາບ: vov) |
ອາທິດຜ່ານມາ, ພະແນກກະຈາຍສຽງລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍອີເມວ 447 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄ້ວນ. ໃນນັ້ນລາຍການພາກພາສາລາວ ໄດ້ຮັດຈົດໝາຍ, ອີເມວ 22 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈຳນວນໜຶ່ງຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ເຊີນທ່ານຕິດຕາມຮັບຟັງ.
ທ່ານ Gomez, ຜູ້ຟັງ ມາຈາກກຸຍບາ ໄດ້ສົ່ງຈົດໝາຍອວຍພອນດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອໄດ້ຮັບຂ່າວວ່າ ທ່ານ ໂຕເລິມ ໄດ້ດຳລົງຕຳແໜ່ງເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ, ໂດຍແມ່ນຕຳແໜ່ງເຊິ່ງທ່ານໄດ້ຮັບການເລືອກຕັ້ງຍ້ອນມີຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນ, ການອຸທິດສ່ວນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ແລະ ວິໄສທັດກ່ຽວກັບອະນາຄົດອັນຜົນສຳເລັດຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ແລະຄືຜົນສຳເລັດອັນຍິ່ງໃຫຍ່ຂອງຊາດຫວຽດນາມ ແລະ ທົ່ວໂລກ, ກອງປະຊຸມໃຫຍ່ພັກກອມມູນິດ ຫວຽດນາມ ຄັ້ງທີ 14 ໄດ້ອັດລົງ. ປັດຈຸບັນ, ພວກເຮົາຈົ່ງສືບຕໍ່ກ້າວເຂົ້າສູ່ໄລຍະພັດທະນາໃໝ່ເພື່ອນຳຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດແຖວໜ້າໂລກ”.
ໂດຍມີຄວາມສົນໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ທ່ານຜູ້ຟັງ ອັດທະພົນ, ມາຈາກອຸດອນທານີ, ໄທ ຂຽນວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດຕໍ່ການພັດທະນາຂອງຫວຽດນາມ ໃນສັງກາດໃໝ່ - ສັງກາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະ ຫັນເປັນທັນສະໄໝຢ່າງຮອບດ້ານ. ກອງປະຊຸມຄັ້ງນີ້ສ່ອງແສງໃຫ້ເຫັນຄວາມຄາດຫວັງຂອງປະຊາຊົນ, ການພັດທະນາຂອງປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ມຸ່ງໄປເຖິງການສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ 100 ປີແຫ່ງການສະຖາປະນາປະເທດຊາດ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ຈາກຝລັ່ງ, ທ່ານຜູ້ຝັງ Philippe Marsan ແບ່ງປັນວ່າ: ການກະຈາຍສຽງ ພວມມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຄື້ນໂທບະພາບກໍ່ພວມມີການຫັນປ່ຽນຫຼາຍຢ່າງ ເມື່ອນັບມື້ວິທະຍຸນັບຮັກສາຮູບແບບອອກອາກາດວິທະຍຸຄື້ນສັ້ນໜ້ອຍລົງ. ຂ້າພະເຈົ້າດີໃຈຫຼາຍເມື່ອວິທະຍຸກະຈາຍສຽງຫວຽດນາມ ຍັງຢຶດໝັ້ນສົມທົບການອອກວິທະຍຸຄື້ນສັ້ນກັບການນຳໃຊ້ເຕັກໂນໂລຢີດີຈີຕອນທີ່ທັນສະໄໝ. ຂໍຂອບໃຈບັນດາລາຍການທີ່ອຸດົມສົມບູນ, ບັນດາລາຍການບົດຂ່າວທີ່ມີຄຸນນະພາບ ເຊິ່ງພວກເພື່ອນໄດ້ນຳມາໃຫ້ທ່ານຜູ້ຟັງ, ກໍ່ຄືຄວາມຕັດສິນໃຈຮັກສາຊ່ອງວິທະຍຸຄື້ນສັ້ນທີ່ປົກຄຸມທົ່ວເອີລົບ, ພິເສດແມ່ນເຂດເອີລົບຕາເວັນຕົກ.
ທ່ານ ເພັດສະຫວັນ ມາຈາກນະຄອນຫຼວງວຽງຈັນ, ຢາກຊອກຮູ້້ກ່ຽວກັບວັນ ອົງກົງ, ອົງຕາວ ຂອງຫວຽດນາມ.
ເພື່ອນ ເພັດສະຫວັນ ທີ່ຮັກແພງ, ອົງກົງ, ອົງຕາວ ແມ່ນບັນດາເທວະດາໃນຄວາມເຊືື່ອຖືທາງດ້ານສາສະໜາພື້ນເມືອງຫວຽດນາມ, ຕິດພັນກັບບັນດາເທບນິຍາຍທີ່ເຕັມໄປດ້ວຍປັດໄຈຈິດວິນຍານ ແລະ ວັດທະນະທຳ. ຕາມຄວາມເຊື່ອຖືແລ້ວ, ອົງກົງ ແມ່ນເທວະດາປົກປັກຮັກສາທີ່ດິນ, ສ່ວນ ອົງຕາວ ແມ່ນເທວະດາເຮືອນຄົວ ເຊິ່ງເປັນຜູ້ຄຸ້ມຄອງຮັກສາວຽກງານໃນຄອບຄົວ, ຊ່ວຍໃຫ້ວຽກງານຕ່າງໆໄດ້ດຳເນີນຢ່າງສະດວກດີ, ພິເສດແມ່ນວຽກງານໃນເຮືອນຄົວ ແລະ ໄຟ. ໃນວັນທີ 23 ເດືອນ 12 ໄລ່ຕາມຈັນທະປະຕິທິນຂອງທຸກປີ, ຄອບຄົວຄົນຫວຽດນາມ ຈະເຮັດພິທີສົ່ງ ອົງກົງ, ອົງຕາວ ໄປຂຶ້ນສະຫວັນເພື່ອລາຍງານສະພາບການຂອງຄອບຄົວ ແລະ ພາວະນາຂໍໃຫ້ປີໃໝ່ຈົ່ງມີໂຊກມີລາບ ແລະ ມີຄວາມສະຫງົບສຸກຕະຫຼອດປີ. ການກະກຽມພາເຂົ້າບູຊາທີ່ຫຼາກຫຼາຍຕາມປະເພນີ ແລະ ສວຍງາມໃນໂອກາດານີ້ ແມ່ນວິທີເພື່ອຄອບຄົວສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນ.
ໂດຍອີງຕາມເງື່ອນໄຂຂອງແຕ່ລະຄອບຄົວ, ເຄື່ອງບູຊາອາດຈະໜ້ອຍ ຫຼືຫຼາຍ ແຕ່ໂດຍທົ່ວໄປແລ້ວຕ້ອງມີ ເຂົ້າໜຽວ, ໄກຕົ້ມ, ເຂົ້າຕົ້ມ, ດອກໄມ້ສົດ, ພາໝາກໄມ້ 5 ຊະນິດ ແລະ ພິເສດແມ່ນປາໄນ ໂຕເປັນໆ. ຕາມປະເພນີພື້ນເມືອງຂອງຫວຽດນາມ, ປາໄນແມ່ນພາຫະນະຂອງ ອົງກົງ, ອົງຕາວ ເດີນທາງຂຶ້ນໄປສະຫວັນ. ພາຍຫຼັງພິທີບູຊາ, ປາໄນໄດ້ນຳເອົາໄປປ່ອຍລົງແມ່ນ້ຳ ດ້ວຍການຄວາມຫວັງເພື່ອຄວາມຢູ່ເຢັນເປັນສຸກ, ມີໂຊກມີລາບ, ພ້ອມທັງສະແດງຈິດໃຈເມດຕາປານີ, ກວ້າງຂວາງຂອງຄົນຫວຽດນາມ. ພິທີບູຊາ ອົງກົງ, ອົງຕາວ ບໍ່ພຽງແຕ່ແມ່ນປະເພນີພື້ນເມືອງເທົ່ານັ້ນ ຫາກຍັງແມ່ນພິທີກຳພື້ນເມືອງທີ່ບັນຈຸໄປດ້ວຍຄຸນຄ່າທາງດ້ານວັດທະນະທຳອັນເລິກເຊິ່ງອີກດ້ວຍ.
ອາທິດຜ່ານມາ, ເພື່ອນ ຄຳຮຸ່ງ, ຢູ່ແຂວງບໍ່ແກ້ວ ໄດ້ສົ່ງອີເມວເຖິງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າມີຄວາມສົນໃຈເຖິງນະໂຍບາຍປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຂອງຫວຽດນາມ. ຂ້າພະເຈົ້າຢາກຮູ້ວ່າ ຢູ່ປະເທດຫວຽດນາມ ມີກົດໝາຍກ່ຽວກັບການປົກປ້ອງແມ່ຍິງ ແລະ ເດັກນ້ອຍໃດແດ່ ແລະ ມີໂທລະສັບສາຍດ່ວນເພື່ອແກ້ໄຂກໍລະນີໃຊ້ຄວາມຮຸນແຮງໃນຄອບຄົວບໍ່?
ເພື່ອນ ຄຳຮຸ່ງ ທີ່ຮັກແພງ, ເມື່ອເວົ້າເຖິງບັນດາຂໍ້ກຳນົດກົດໝາຍເພື່ອປົກປ້ອງເດັກນ້ອຍນັ້ນ ມີກົດໝາຍວ່າດ້ວຍການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກ. ສ່ວນສຳລັບແມ່ຍິງ, ເຖິງວ່າບໍ່ມີກົດໝາຍສະເພາະກ່ຽວກັບແມ່ຍິງ, ແຕ່ມີລັດຖະທຳມະນູນປີ 2013 ມີການປັບປຸງ, ເພີ່ມເຕີມ ແລະ ພັດທະນາທີ່ສະແດງໃຫ້ເຫັນຄວາມສຳຄັນກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ໃນນັ້ນ ມີທັງສິດຂອງແມ່ຍິງ. ນອກຈາກນັ້ນ, ໃນກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ປີ 2006, ກົດໝາຍວ່າດ້ວຍແຮງງານ ປີ 2019 ແລະ ກົດໝາຍວ່າດ້ວຍປະກັນສັງຄົມ ປີ 2014 ລ້ວນແຕ່ມີມາດຕາ, ພາກ ເວົ້າເຖິງການປົກປ້ອງສິດຜົນປະໂຫຍດ, ພັນທະຂອງແມ່ຍິງ.ນອກຈາກນັ້ນ, ທ້າຍປີ 2021, ໂທລະສັບສາຍດ່ວນ 18001768 ໂດຍບໍ່ເສຍຄ່າ ເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງທີ່ຖືກໃຊ້ຄວາມຮຸນແຮງ ໂດຍສູນກາງສະມາຄົມຊາວກະສິກອນຫວຽດນາມ ສ້າງຕັ້ງດ້ວຍການໜູນຊ່ວຍດ້ານເຕັກນິກ ແລະ ເງິນຕາຈາກກອງທຶນປະຊາກອນ ສປຊ (UNFPA). ຫວັງວ່າ ຂໍ້ມູນຕ່າງໆທີ່ກ້າວມາຂ້າງເທິງ ຈະຊ່ວຍໃຫ້ເພື່ອນ ຄຳຮຸ່ງ ແລະ ທ່ານຜູ້ຟັງ, ຜູ້ອ່ານ ເຂົ້າໃຈແຈ້ງກວ່າກ່ຽວກັບບັນດານະໂຍບາຍປົກປ້ອງແມ່ຍິງ ແລະ ເດັກນ້ອຍຂອງຫວຽດນາມ.