ເດືອນ ທັນ​ວາ 2020, ທົ່ວ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ອອກ​ກາ​ເຟ​ 139.046 ລ້ານ​ໂຕ​ນ

Minh Duc
Chia sẻ
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 353 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ.
ເດືອນ ທັນ​ວາ 2020, ທົ່ວ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ອອກ​ກາ​ເຟ​ 139.046 ລ້ານ​ໂຕ​ນ - ảnh 1(ພາບອິນເຕີເນັດ)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູຫວຽດນາມ 20 ພະຈິກ, ມີຜູ້ຟັງ, ຜູ້ອ່ານຫຼາຍທ່ານຂອງລາຍການພາກພາສາ ລາວ ຢາກຂໍຜ່ານລາຍການສົ່ງຄຳອວຍພອນເຖິງບັນດາຄູອາຈານ. ໃນນັ້ນ, ເພື່ອນ ບົວລີ ແສງຄຳ, ໃຫ້ຮູ້ວ່າ: ໂດຍແມ່ນຄູຜູ້ໜຶ່ງ, ເຄີຍມາ ຫວຽດນາມ ປະຕິບັດງານ, ຂ້າພະເຈົ້າຂໍສົ່ງຄຳອວຍພອນເຖິງບັນດາເພື່ອນຮ່ວມງານຢູ່ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ບັນລຸຜົນງານຫຼາຍຢ່າງໃນວຽກງານຂອງຕົນ. ໃນຂະນະນັ້ນ, ເພື່ອນ ທິລາດ ຢູ່ແຂວງ ອຸດົມໄຊ ຂຽນວ່າ ຂໍສົ່ງຄຳອວຍພອນອັນປະເສີດເຖິງບັນດາເພື່ອນ, ຊົມເຊຍວັນຄູ ຫວຽດນາມ”.

        ເພື່ອນ ຫຼວງໄຊ, ຢູ່ແຂວງ ສາລະວັນ ໄດ້ສົ່ງຂໍ້ຄວາມແບ່ງປັນດ້ວຍເນື້ອໃນທີ່ວ່າ: ວັນທີ 19 ພະຈິກ, ຢູ່ດ່ານຊາຍແດນສາກົນ ລາໄຮ (ແຂວງ ກວາງຈີ້, ຫວຽດນາມ), ອົງການໄອຍະການປະຊາຊົນ ແຂວງ ເທື່ອທຽນ - ເຫ້ວ ໄດ້ມອບຂອງຂວັນໜູນຊ່ວຍປະຊາຊົນທຸກຍາກ ກໍຄືພະນັກງານອົງການໄອຍະການປະຊາຊົນແຂວງ ສາລາວັນ, ເຊກອງ ຂອງລາວ. ຄະນະໄດ້ມອບຂອງຂວັນ 300 ພູດ ລວມມີເຂົ້າສານ ແລະ ເຄື່ອງປຸງໃຫ້ 2 ແຂວງນີ້. ດ້ວຍຈິດໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານປ້ອງກັນ ຕ້ານໂລກລະບາດ, ໃນໄລຍະຜ່ານມາ ແຂວງ ເທື່ອທຽນ-ເຫ້ວ ກໍ່ໄດ້ມອບເຄື່ອງອຸປະກອນການແພດໃຫ້ 2 ແຂວງນີ້ ລວມມີຜ້າອັດປາກ-ອັດດັງ 150.000 ອັນ, ຊຸດປ້ອງກັນເຊື້ອພະຍາດ 500 ຊຸດ… ດ້ວຍມູນຄ່າກວ່າ 105 ລ້ານດົ່ງ. ນີ້ແມ່ນການກະທຳອັງສູງສົ່ງຂອງປະຊາຊົນບັນດາແຂວງ, ນະຄອນຂອງ ຫວຽດນາມ ເວົ້າລວມ ແລະ ກໍ່ເປັນການສະແດງໃຫ້ເຫັນຊີວິດຊີວາກ່ຽວກັບສັນຍາລັກ “ເຂົ້າເມັດຫັກ,ຜັກເສັ້ນດຽວກໍ່ແບ່ງກັນກິນ”.

ເດືອນ ທັນ​ວາ 2020, ທົ່ວ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ອອກ​ກາ​ເຟ​ 139.046 ລ້ານ​ໂຕ​ນ - ảnh 2ໃນປີ 2020, ຫວຽດນາມ ໄດ້ສົ່ງອອກກາເຟຈຳນວນ 1,57 ລ້ານໂຕນ
(ພາບປະກອບ: vneconomy.vn)

ເພື່ອນ ວົງວິຈິດ, ໄດ້ສົ່ງຂໍ້ຄວາມມາຫາລາຍການຖາມວ່າ: ປະຈຸບັນ ການສົ່ງອອກກາເຟຂອງ ຫວຽດນາມ ປີ 2020 ຢືນອັນດັບທີເທົ່າໃດໃນໂລກ? ປີ 2020 ປະລິມານສົ່ງອອກກາເຟຂອງ ຫວຽດນາມ ຖືກຫຼຸດລົງຍ້ອນຜົນກະທົບຈາກໂລກລະບາດບໍ່? ປະຈຸບັນ, ຕະຫຼາດໃດນຳເຂົ້າກາເຟຈາກ ຫວຽດນາມ ຫຼາຍທີ່ສຸດ?

        ເພື່ອນ ວົງວິຈິດ ທີ່ຮັກແພງ, ຕາມຕົວເລກສະຖິຕິໃນເບື້ອງຕົ້ນຂອງກົມພາສີ ຫວຽດນາມ ແລ້ວ, ໃນປີ 2020, ຫວຽດນາມ ໄດ້ສົ່ງອອກກາເຟຈຳນວນ 1,57 ລ້ານໂຕນ, ວົງເງິນການຄ້າບັນລຸ 2,47 ຕື້ USD, ປະລິມານຖືກຫຼຸດລົງ 5,6%, ວົງເງິນການຄ້າຫຼຸດລົງ 4,2% ແຕ່ລາຄາເພີ່ມຂຶ້ນ 1,4% ເມື່ອທຽບໃສ່ປີ 2019.

        ສະເພາະເດືອນ ທັນວາ 2020, ທົ່ວປະເທດ ຫວຽດນາມ ໄດ້ສົ່ງອອກກາເຟ 139.046 ລ້ານໂຕນ, ວົງເງິນການຄ້າບັນລຸ 253,23 ລ້ານ USD, ດ້ານປະລິມານເພີ່ມຂຶ້ນ 66%, ວົງເງິນການຄ້າເພີ່ມຂຶ້ນ 57%, ແຕ່ລາຄາຫຼຸດລົງ 5,4% ເມື່ອທຽບໃສ່ເດືອນ ພະຈິກ 2020.

        ເຢຍລະມັນ ແມ່ນຕະຫຼາດຈຳໜ່າຍກາເຟໃຫຍ່ທີ່ສຸດຂອງ ຫວຽດນາມ ກວມເອົາ 14,3% ຍອດປະລິມານ ແລະ ກວມເອົາ 12,8% ຍອດວົງເງິນສົ່ງອອກກາເຟຂອງທົ່ວປະເທດ, ບັນລຸ 223.581 ໂຕນ. ຕະຫຼາດອາຊີຕາເວັນອອກສ່ຽງໃຕ້ ຢືນອັນດັບທີ 2 ກ່ຽວກັບວົງເງິນການຄ້າ, ບັນລຸ 160.997 ໂຕນ… ຖັດຈາກນັ້ນແມ່ນຕະຫຼາດ ອາເມລິກາ, ອີຕາລີ, ຍີ່ປຸ່ນ…

        ເພື່ອນ ວຽງຄຳ ທຳມະວົງ ໄດ້ສົ່ງອີເມວມາຫາລາຍການຢາກຊອຮູ້ກ່ຽວກັບບັ້ນສັກວັກຊິນກັນໂຄວິ-19 ໃຫ້ເດັກໃນເກນອາຍຸໄປໂຮງຮຽນຢູ່ ຫວຽດນາມ?

        ເພື່ອນ ວຽງຄຳ ທຳມະວົງ ທີ່ຮັກແພງ, ບັ້ນສັກວັກຊິນກັນໂຄວິດ-19 ໃຫ້ເດັກໃນເກນອາຍຸແຕ່ 12 – 17 ປີ ໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການນັບແຕ່ຕົ້ນເດືອນ ພະຈິກ 2021 ໃນຂອບເຂດທົ່ວປະເທດ ຢູ່ຫວຽດນາມ. ເພື່ອແນໃສ່ເປັນເອກະພາບວຽກງານຜັນຂະຫຍາຍ, ດ້ວຍເປົ້າໝາຍຮັບປະກັນການສັກວັກຊິນຢ່າງປອດໄພ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດຊຸດຝຶກອົບຮົມແບບທາງໄກໃຫ້ 63 ແຂວງ, ນະຄອນ ແນະນຳການຜັນຂະຫຍາຍບັ້ນສັກວັກຊິນ. ຢູ່ ຫວຽດນາມ, ບັ້ນສັກວັກຊິນ ໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດຕາມແຜນການຈາກເດັກອາຍຸຫຼາຍ ລົງຫາຕ່ຳ, ໃຫ້ບຸລິມະສິດກຸ່ມເດັກໃນເກນອາຍຸແຕ່ 16-17 ປີ ແລະ ຄ່ອຍຫຼຸດລົງຕາມລະດັບສະໜອງວັກຊິນ ແລະ ສະພາບການໂລກລະບາດຢູ່ທ້ອງຖິ່ນ. ໃນນັ້ນ:

- ສຳລັບເດັກເກນອາຍຸ 12-17 ປີ ພວມໄປຮຽນຈະໄດ້ສ້າງບັນຊີລາຍຊື່ຕາມຫ້ອງຮຽນ ແລະ ຜັນຂະຫຍາຍການສັກວັກຊິນໃຫ້ກຸ່ມນັກຮຽນມັດທະຍົມຕອນປາຍກ່ອນ, ຖັດຈາກນັ້ນແມ່ນມັດທະຍົມຕອນຕົ້ນ.

-       ສຳລັບເດັກບໍ່ໄດ້ໄປໂຮງຮຽນ ຈະໄດ້ສຳຫຼວດ ແລະ ສ້າງບັນຊີລາຍຊື່ໃນຊຸມຊົນເພື່ອຮັບປະກັນໄດ້ສັກວັກຊິນ.

-       ໄລ່ຮອດຈຸດເວລານີ້, ມີກວ່າ 22 ແຂວງ, ນະຄອນ ທີ່ໄດ້ຜັນຂະຫຍາຍການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ເດັກໃນເກນອາຍຸ 12 – 17 ປີ.

ຕອບກັບ