ໄວໜຸ່ມເມົາມົວປະດິດຄິດສ້າງຜະລິດຕະພັນ ເຕັກໂນໂລຊີໃໝ່ ມີເຄື່ອງໝາຍການຄ້າ ຫວຽດນາມ

Vinh Phong
Chia sẻ
(VOVWORLD) - ດ້ວຍຄວາມເມົາມົວກ້າຄິດກ້າທຳເມື່ອ ນຳໜ້າການ ປະດິດຄິດສ້າງ ບັນດາວິທີ ການແກ້ໄຂເຕັກໂນໂລຊີໃໝ່ຢູ່ ຫວຽດນາມ. ຫວູຢາລ້ຽນ ເປັນໜ່ຶງໃນບັນດາ ແບບຢ່າງໝຸ່ມ ທີ່ດີເດັ່ນຂອງ ຫວຽດນາມ ໃນຂົງເຂດດຳເນີນທຸລະກິດ ບັນດາ ວິທີການແກ້ໄຂທາງດ້ານເຕັກໂນໂລຊີຂອງ ຫວູຢາລ້ຽນ ໄດ້ປະກອບສ່ວນ ແກ້ໄຂຫຼາຍບັນຫາ ໃນສັງຄົມ
ໄວໜຸ່ມເມົາມົວປະດິດຄິດສ້າງຜະລິດຕະພັນ ເຕັກໂນໂລຊີໃໝ່ ມີເຄື່ອງໝາຍການຄ້າ ຫວຽດນາມ - ảnh 1ຫວູຢາລ້ຽນ ເປັນໜ່ຶງໃນບັນດາ ແບບຢ່າງໝຸ່ມ ທີ່ດີເດັ່ນຂອງ ຫວຽດນາມ ໃນຂົງເຂດດຳເນີນທຸລະກິດ
 

Callbot - ສູນໃຫ້ຄໍາປຶກສາເໝືອນຈິງ ໂດຍນໍາໃຊ້ປັນຍາປະດິດ AL ມີຄວາມສາມາດພົົວພັນແລກປ່ຽນກັບຄົນເຈັບຕິດໂຄວິດ - 19 ຜ່ານການໂອ້ລົມ ທາງໂທລະສັບ ດ້ວຍນັບຮ້ອຍກໍລະນີທີ່ແຕກຕ່າງກັນ. ນີ້ແມ່ນຜະລິດຕະພັນ ເຕັກໂນໂລຊີທີ່ເປັນເອກະລັກມີຜົນປະໂຫຍດຂອງ ຫວູຢາລ້ຽນ ແລະ ບໍລິສັດຫຸ້ນສ່ວນແກ້ໄຂທາງດ້ານເຕັກໂນໂລຊີສາກົນ ITS. ໃນຕະຫຼອດໄລຍະ ເກີດໂຄວິດ - 19 ມີການໂອ້ລົມປະມານ 4 ລ້ານກວ່າຄັ້ງຈາກສູນ Callbot ນີ້ ໄດ້ປະກອບສ່ວນຫຼຸດຜ່ອນວຽກງານຂອງລະບົບການແພດຂັ້ນຕ່າງໆ ແລະ ສາມາດເກັບກຳຂໍ້ມູນຂ່າວສານກ່ຽວກັບບັນດາກໍລະນີຄົນເຈັບຢ່າງງຄົບຖ້ວນ. ວິທີການແກ້ໄຂແບບສູນໃຫ້ຄໍາປຶກສາເໝືອນຈິງ Callbot ພຽງແຕ່ແມ່ນໜ່ຶງ ໃນບັນດາຜະລິດຕະພັນເຕັກໂນໂລຊີໂດຍ ຫວູຢາລ້ຽນ ແລະ ITS ປະດິດຄິດສ້າງ ຂຶ້ນ. ປັດຈຸບັນ ITS ໄດ້ຈົດທະບຽນລິຂະສິດດ້ວຍປະມານ 30 ຜະລິດຕະພັນ ເຕັກໂນໂລຊີທີ່ແຕກຕ່ງກັນ ໃນນັ້ນມີບາງຜະລິດຕະພັນມີສິດຜູກຂາດຢູ່ ຫວຽດນາມ ຄື Voice Biometrics ຫຼື KIC. ຫວູຢາລ້ຽນ ແບ່ງປັນວ່າ:

       “ຢູ່ບໍລິສັດຂອງເຮົາເລັ່ງໃສ່ຂົງເຂດທີ່ກ່ຽວຂ້ອງເຖິງເຕັກໂນໂລຊີແກ່ນສານ, ຮັບໃຊ້ມາດຕະການແກ້ໄຂດ້ານໂທລະຄົມ ແລະ ປັນຍາປະດິດ. ປັດຈຸບັນ ທາງບໍລິສັດ ພວມຮ່ວມມືກັບບັນດາຜູ້ສະໜອງເຄືອຂ່າຍອິນເຕີເນັດ ເພື່ອ ສະໜອງ ບັນດາພື້ນຖານໂທລະຄົມ. ພິເສດວິທີການແກ້ໄຂເມື່ອວິສາຫະກິດ ໂທມາ ກໍ່ປາກົດຊື່ຂອງວິສາຫະກິດ ພ້ອມກັບເບີໂທລະສັບເມື່ອໂທມາ (ວິທີການແກ້ໄຂການໂທລະສັບເຄື່ອງໝາຍ Voice Biometrics) ຊ່ວຍໃຫ້ ທຸກໆຄົນ ຕັດສິນຟັງ ຫຼື ບໍ່ຟັງ ພ້ອມທັງຫຼີກລ້ຽງການກໍ່ກວນ ຫຼື ຫຼອກລວງ. ປັດຈຸບັນວິທີການແກ້ໄຂນີ້ໂດຍ ຫວຽດແທວ, ໂມບາຍໂຟນ, ວີນາໂຟນ ໄດ້ສະໜອງການບໍລິການຢ່າງເປັນທາງການ”.     

       ມາຮອດປັດຈຸບັນໄດ້ມີວິສາຫະກິດຫຼາຍກວ່າ 6.000 ແຫ່ງ ແລະ ນັບໝື່ນ ເຄື່ອງໝາຍ ການຄ້າຈົດທະບຽນນຳໃຊ້ບໍລິການກ່ຽວກັັບການໂທລະສັບ ເຄື່ອງໝາຍ Voice Biometrics ຂອງ ITS. ທ່ານ ເຈິ່ນງອກວິງ ຜູ້ອຳນວຍການ ບໍລິສັດແຫ່ງໜ່ຶງທີ່ ນະຄອນໂຮ່ຈີມິນ ຕີລາຄາວ່າ: “Voice Biometrics  ແມ່ນການບໍລິການທີ່ມີປະສິດທິຜົນ ຢັ້ງຢືນເຄື່ອງໝາຍການຄ້າຕໍ່ລູກຄ້າ, ເພີ່ມອັດຕາການຮັບສາຍສໍາລັບລຸກຄ້າ ແລະ ປະຕິບັດຕາມດຳລັດ 91 ຂອງລັດຖະບານ. ເມື່ອນໍາໃຊ້ການບໍລິການນີ້ ອັດຕາຕົວຈິງໄດ້ເພີ່ມຂຶ້ນ ຢ່າງເຫັນໄດ້ຊັດ, ລູກຄ້າບໍ່ຕ້ອງລັງເລໃຈຈະຮັບສາຍ ຫຼື ບໍ່”.

        ປັດຈຸບັນ ຫວູຢາລ້ຽນ ແລະ ບັນດາຜູ້ຮ່ວມງານພວມສືບຕໍ່ຜັນຂະຫຍາຍ ລະບົບຫັນເປັນດີຈີຕອນ ພິເສດແມ່ນການຫັນຕົວໜັງສືຂຽນດ້ວຍມືເປັນດີຈີຕອນ ແທນທີ່ບັນດາຊັອບແວຂອງຕ່າງປະເທດທີ່ພວມມີຢູ່ແລ້ວ. ໂດຍເຮັດວຽກ ພ້ອມກັບ ຫວູຢາລ້ຽນ ຜູ້ອຳນວຍການໜຸ່ມຄົນນີ້ເປັນເວລາ 5 ປີ, ນັກວິສາ ວະກອນ ຫງວຽນດັງຕ໊ວນ ໃຫ້ຮູ້ວ່າ:

       “ຜູ້ອໍານວຍການ ຫວູຢາລ້ຽນ ແມ່ນຜູ້ເປັນອ້າຍຄົນໜຶ່ງທີ່ມີຄວາມກະຕືລືລົ້ນ ລາວສາມາດເຮັດວຽກຕະຫຼອດ 24 ຊົ່ວໂມງ, ໃນເວລາເຮັດວຽກກໍ່ອາດຈະເກີດ ບັນດາແນວຄວາມຄິດ, ຜະລິດຕະພັັນໃນແຕ່ລະຊົ່ວໂມງ. ບົນເສັ້ນທາງທີ່ຍາວໄກ ນີ້ກໍ່ເຫັນວ່າ ຫວູຢາລ້ຽນ ຍາມໃດກໍ່ມີນະໂຍບາຍຊີ້ຂາດຢ່າງຖືກຕ້ອງ”.

      5 ປີທີ່ຜ່ານມາ, ຜູ້ອຳນວຍການ ຫວູຢາລ້ຽນ ພ້ອມກັບບັນດາເພື່ອນຮ່ວມອາຊີບໄດ້ຄົ້ນຄ້ວາ ແລະ ປະດິດຄິດສ້າງບັນດາຜະລິດຕະພັນເຕັກໂນໂລຊີໃໝ່ຫ. ສຳລັບ ຫວູຢາລ້ຽນ ແລ້ວ, ຜົນສຳເລັດໃນທຸກບາດກ້າວເດີນຂອງບັນດາຜູ້ທີ່ເປັນໄວໜຸ່ມຍາມໃດ ກໍຮ່ວມເດີນທາງພ້ອມກັບຄວາມປາຖະໜາ ຄວາມມຸ່ງໝັ້ນ ແລະ ກ້າຄິດກ້າທຳ:                        

         “ເມື່ອເປັນໄວໜຸ່ມ, ຍາມໃດຕ້ອງມີຄວາມຄາດຫວັງ ແລະ ກ້າຄິດກ້າທຳ ກ້າປະສົບກັບຄວາມສ່ຽງ. ການຄົ້ນຄ້ວານະວັດຕະກໍາ ຕ້ອງກ້າວເດີນບົນເສັ້ນທາງທີ່ແຕກຕ່າງກັນ, ແຕ່ສຸດທ້າຍແມ່ນຕອບ ສະຫນອງຕໍ່ສັງຄົມ, ເພີ່ມລາຍໄດ້, ຊອກຫາ ເງິນທຶນໄດ້ຫຼາຍຂຶ້ນເພື່ອກ້າວຂຶ້ນ.”

       ດ້ວຍຄວາມສຳນຶກກ້າຄິດກ້າທຳ ແລະ ອຸທິດສ່ວນຢ່າງບໍ່ຢຸດຢັ້ງ, ຫວູຢາລ້ຽນ ພວມມີຄວາມຄາດຫວັງຢາກຂັບເຄື່ອນວິສາຫະກິດເຕັກໂນໂລຊີຂອງຕົນອອກສູ່ໂລກພາຍນອກ ແລະ ສ້າງທີ່ຕັ້ງບົດບາດໃຫ້ແກ່ຜະລິດຕະພັນດີຈີຕອນ ທີ່ມີ ເຄື່ອງໝາຍການຄ້າ ຫວຽດນາມ.

ຕອບກັບ