ໂຮ່ຈໍ້-ຜູ້ເກັບຮັກສາສີສັນວັດທະນະທຳຂອງຊາວເຜົ່າ ບຣູ-ເວີນກ່ຽວ

Ngoc Anh
Chia sẻ
(VOVWORLD) -ເຮັດແນວໃດເພື່ອເກັບຮັກສາໃຫ້ເສັ່ນລູກເສັ່ນຫຼານ ຮູ້ຈັກກ່ຽວກັບຄວາມງາມທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ, ນັ້ນແມ່ນຄວາມເປັນຫ່ວງ: ຄວາມກະຕືລືລົ້ນຂອງບັນດາລູກຮັກຫຼານແພງຂອງຊົນເຜົ່າ ບຣູ-ເວີນກ່ຽວ ພວມເຄື່ອນໄຫວໃນຂົງເຂດວັດທະນະທຳຢູ່ຂັ້ນຮາກຖານ, ອ້າຍ ໂຮ່ຈໍ້ ຢູ່ຕາແສງ ຖ້ວນ ເມື່ອງ ເຮື້ອງຮ້ວາ ແຂວງກວາງຈິ ກໍແມ່ນໜຶ່ງໃນຈຳນວນຜູ້ຄົນຄືດັ່ງກ່າວ
ໂຮ່ຈໍ້-ຜູ້ເກັບຮັກສາສີສັນວັດທະນະທຳຂອງຊາວເຜົ່າ ບຣູ-ເວີນກ່ຽວ - ảnh 1ອ້າຍ ໂຮ່ຈໍ້ ເສບເຄື່ອງດົນຕີຂອງຊາວເຜົ່າ ບຣູ-ເວີນກ່ຽວ

    ໃນເຮືອນຮ້ານຫຼັງໜຶ່ງຂອງອ້າຍ ໂຮ່ຈໍ້ ທີ່ວາງສະແດງວັດຖຸ ເຄື່ອງຂອງ ຫຼາຍຢ່າງ ຮັບໃຊ້ຊີວິດປະຈຳວັນຂອງຊາວເຜົ່າ ບຣູ-ເວີນກ່ຽວ ຄືພາເຂົ້າເຮັດດ້ວຍໄມ້ໄຜ່, ກະພາ, ຕິບເຂົ້າຫຼືບັນດາເຄື່ອງດົນຕີ ຄືພິນຕາລື, ຄ້ອງ, ແຄນ… ນີ້ກໍລ້ວນແຕ່ແມ່ນວັດຖຸພັນ, ຜະລິດຕະພັນວັດທະນະທຳໂດຍອ້າຍ ໂຮ່ຈໍ້ ໄດ້ສະຫງວນເວລາ, ເຫື່ອແຮງ ແລະ ນັບທັງເງິນທຶນຢ່າງຫຼວງຫຼາຍ ຈຶ່ງສາມາດເກັບກຳມາໄດ້. ອ້າຍ ໂຮ່ຈໍ້ ແບ່ງປັນວ່າ :

   “  ໃນວິວັດການເກັບກຳວັດຖຸພັນ, ຂ້າພະເຈົ້າໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຄືຂາດເງິນທຶນເພື່ອຊື້ບັນດາຜະລິດຕະພັນນີ້. ຍິ່ງກ່ວານັ້ນ, ນັກສິລະປະການຫຼາຍຄົນ ກໍເຖົ້າໄປແລ້ວ, ສຸຂະພາບກໍອ່ອນແອລົງ ບໍ່ສາມາດເກັບຮັກສາວັດຖຸພັນໄດ້. ແຕ່ຂ້າພະເຈົ້າກໍໄດ້ໄປຊອກຫາບັນດານັກສິລະປະການ ທັງຢູ່ພາຍໃນ ແລະ ຕ່າງຕາແສງ ຖ້ວນ ທີ່ຮູ້ຈັກຈັກສານ ຟື້ນຟູຄຸນຄ່າເຫຼົ່ານີ້ ເພື່ອຊ່ວຍຂ້າພະເຈົ້າ ສາມາດນຳມາວາງສະແດງໃນເຮືອນຮ້ານຂອງຂ້າພະເຈົ້າ”

    ບັນດາວັດຖຸເຄື່ອງຂອງທີ່ເຂັ້ມຂົ້ນໄປດ້ວຍຄວາມເປັນເອກະລັກທາງດ້ານວັດທະນະທຳຂອງຊາວເຜົ່າ ບຣູ-ເວີນກ່ຽວ ທີ່ເກັບຮັກສາໃນຊຸມຊົນ ບັນດາໝູ່ບ້ານ, ແມ່ນມີຄວາມອຸດົມສົໃບູນ ຫຼາຍຮູບຫຼາຍສີ ຄື ພິນຕາລື, ຄ້ອງ, ແຄນ, ຂຸ່ຍ…. ການເກັບຮັກສາວັດຖຸພັນກໍໄດ້ຊ່ວຍໃຫ້ອ້າຍ ໂຮ່ຈໍ້ເພີ່ມຄວາມຮູ້ທາງດ້ານປະຫວັດສາດ ວັດທະນະທຳຂອງບັນດາເຜົ່າຫວຽດນາມຕື່ມອີກ. ປະຈຸບັນ, ວັດຖຸພັນທີ່ອ້າຍ ໂຮ່ຈໍ້ ເກັບກຳມາໄດ້ນັ້ນ ກໍມີເຄື່ອງມືຫຼາຍກ່ວາ 100 ຢ່າງ ທີ່ຮັບໃຊ້ການຜະລິດ, ການດຳເນີນຊີວິດເຫຼື້ອມໃສ, ວັດທະນະທຳຂອງຊາວເຜົ່າ ບຣູ-ເວີນກ່ຽວ. ໃນນັ້ນ ຄ້ອງບ້ັງ ກໍແມ່ນ ຂອງປະເສີດທີ່ສຸດ. ວັດຖຸພັນເຫຼົ່ານີ້ ໄດ້ຊ່ວຍໃຫ້ຫ້ອງວາງສະແດງ ລວມມີເຄື່ອງດົນຕີ ແລະ ເຄື່ອງມືຮັບໃຊ້ການດຳເນີນຊີວິດ ອອກແຮງງານ ທຳການຜະລິດຂອງຊາວເຜົ່າ ເວີນກ່ຽວເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ. ທ່ານ ຫງວຽນຈີ້ຕ້ວນ ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຖ້ວນ ໃຫ້ຮູ້ວ່າ :

    “ ທາງດ້ານແຜນນະໂຍບາຍ, ຕາແສງຖ້ວນກໍສະໜັບສະໜູນອ້າຍ ໂຮ່ຈໍ້. ໃນໄລຍະທີ່ຜ່ານມາ, ທາງຕາແສງໄດ້ລາຍງານຕໍ່ຂະແໜງວັດທະຍະທຳຂອງເມືອງ ເພື່ອສ້າງເງື່ອນໄຂທີ່ດີກ່ວາ ແລະ ນຳສະເໜີໃນປີ 2024 ແລະ ຊຸມປີຕໍ່ໄປ, ທາງເມືອງໃຫ້ການຈັດແບ່ງເງິນທຶນເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງານຂອງຊາວເຜົ່າ ເວີນກ່ຽວ-ປາໂກ”

     ວຽກງານທີ່ມີຄວາມໝາຍຂອງອ້າຍ ໂຮ່ຈໍ້ ໄດ້ປະກອບສ່ວນກະຕຸກຊຸກຍູ້ໃຫ້ໄວໜຸ່ມເພີ່ມຄວາມເມົາມົວ ຮຽນຮູ້ ເກັບຮັກສາສີສັນວັດທະນະທຳ ອັນເປັນປະເພນີຂອງຊາວເຜົ່າ ເວີນກ່ຽວ-ປາໂກ ຢູ່ຕາມສາຍພູຫຼວງ. ທ່ານ ຫງວຽນຮຶງ ຮອງຫົວໜ້າຂະແໜງວັດທະນະທຳ-ຖະແຫຼງຂ່າວ ເມືອງເຮື້ອງຮ້ວາ ຖືວ່າ :

  “ ອ້າຍ ໂຮ່ຈໍ້ ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີເດັ່ນໃນການເກັບຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າອັນເປັນປະເພນີຂອງຊາວເຜົ່າ ເວີນກ່ຽວ-ປາໂກ ເວົ້າລວມ ແລະ ຊາວເຜົ່າ ເວີນກ່ຽວເວົ້າສະເພາະ. ເຮືອນຂອງອ້າຍ ໂຮ່ຈໍ້ ກໍມີຫ້ອງໜຶ່ງ ທີ່ວາງສະແດງບັນດາຜະລິດຕະພັນວັດທະນະທຳບໍ່ເປັນວັດຖຸຂອງຊາວເຜົ່າ ເວີນກ່ຽວ-ປາໂກ”

 ພ້ອມກັບການເກັບຮັກສາບັນດາຜະລິດຕະພັນວັດທະນະທຳ, ອ້າຍໂຮ່ຈໍ້ ແລະ ບັນດານັກສິລະປະການຢູ່ຕາແສງ ຖ້ວນ ກໍເຄີຍເຕົ້າໂຮມກັນເພື່ອທົບທວນຄືນບັນດາຈັ່ງຫວະ ທຳນອງເພງພື້ນເມືອງຂອງຊາວເຜົ່າບຣູ-ເວີນກ່ຽວ ເພື່ອເສີມຂະຫຍາຍຄຸນຄ່າຂອງບັນດາເຄື່ອງດົນຕີທີ່ຕົນເກັບກຳມາໄດ້ໃນຊີວິດວັດທະນະທຳ ແລະ ຈິດໃຈ. ບັນດາຜູ້ຄົນຄືອ້າຍໂຮ່ຈໍ້ ໄດ້ປະກອບສ່ວນອະນຸລັກ ຮັກສາ ແລະ ເເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳບັນດາເຜົ່າຫວຽດນາມ

ຕອບກັບ