ໂຕຫິ໊ວ ນັກກະວີຜູ້ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ

Thu Hoa
Chia sẻ
(VOVWORLD) -        ນັກກະວີ ໂຕຫິ໊ວ (1920 - 2002) ໄດ້ຮັບການເຊີດຊູແມ່ນ “ນັກກະວີ ແຫ່ງການປະຕິວັດ”, “ນັກກະວີ ຂອງປະຊາຊົນ” “ຄັນທຸງຕໍ່ສູ້ຂອງກາບກອນປະຕິວັດ ຫວຽດນາມ”, “ຜູ້ມີຄຸນງາມຄວາມດີທຳອິດ ໃນການສ້າງພື້ນຖານກາບກອນປະຕິວັດ ຫວຽດນາມ”. ທ່ານໄດ້ອຸທິດສ່ວນຕະຫຼອດ “ຊີວິດ ເພື່ອການປະຕິວັດ - ສິລະປະ - ຄວາມຮັກ” , ກາຍເປັນ “ບຸກຄົນທີ່ດີເລີດໃນພື້ນຖານການປະຕິວັດ ຫວຽດນາມ”, “ນັກກະວີຂອງລັດທິວັດທະນະທຳມະນຸດປະຕິວັດ”. ທ່ານໄດ້ຮັບລາງວັນ ໂຮ່ຈີມິນ ປີ 1996 ຈາກລັດ ຫວຽດນາມ
ໂຕຫິ໊ວ ນັກກະວີຜູ້ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ - ảnh 1 ນັກກະວີໂຕຫິ໊ວ ພ້ອມກັບລາຍປາກກາຂອງເພິ່ນ

ໂຕຫິ໊ວ ມີຊື່ຈິງວ່າແມ່ນ ຫງວຽນກີມແທັ່ງ ບ້ານເກີດຢູ່ບ້ານ ຟູ່ລາຍ ມໍ່ກັບກຸງເກົ່າ ເຫວ້. ທ່ານເລີ່ມແຕ່ງກາບກອນນັບແຕ່ຄາວຍັງນ້ອຍ, ຮອດຄາວອາຍຸ 18 ປີ ທ່ານໄດ້ມີບົດກາບກອນເພື່ອລົງພິມໃນໜັງສືພິມ. ໃນປີດຽວກັນທ່ານໄດ້ເຂົ້າສະມາຊິກພັກ. ການປະຕິວັດເດືອນ ສິງຫາ ປີ 1945, ທ່ານໄດ້ຮັບການແຕ່ງຕັ້ງເປັນປະທານຄະນະກຳມະການລຸກຮື້ຂຶ້ນຢູ່ ເຫວ້ . ປີ 1946 ທ່ານໄດ້ໃຫ້ພິມຈຳໜ່າຍຊຸດກາບກອນທຳອິດທີ່ມີຊື້ວ່າ ເທີ, ພາຍຫຼັງມາປ່ຽນຊື່ແມ່ນ ຕື່ເອິ໊ຍ. ຖັດຈາກຊຸດກາບກອນ ຕື່ເອິ໊ຍ ທ່ານໄດ້ແຕ່ງຊຸດກາບກອນອື່ນຄື ຫວຽດບັກ, ລົມແຮງ, ອອກສະໜາມຮົບ… ຮອງສາດສະດາອາຈານ ປອ ເລກວາງຮຶງ ຮອງຫົວໜ້າພະແນກ ຫວຽດນາມວິທະຍາ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ເວົ້າວ່າ:

      “ເມື່ອເວົ້າເຖິງ ໂຕຫິ໊ວ ແມ່ນເວົ້າເຖິງຄັນທຸງທຳອິດຂອງພື້ນຖານກາບກອນປະຕິວັດ ຫວຽດນາມ ໃນເຄິ່ງຕົ້ນສະຕະວັດທີ XX, ເປັນຕົ້ນແມ່ນບັນດາໄລຍະປະຫວັດສາດທີ່ຟົດຟື້ນ ສະຫງ່າອົງອາດຂອງຊາດ. ໂຕຫິ໊ວ ໄດ້ຮັບການເຊີດຊູແມ່ນນັກກະວີ ແຫ່ງປະຫວັດສາດຂອງຊາດ, ນັກກະວີເປັນຕົວແທນໃຫ້ແກ່ເຈດຈຳນົງສິດຜົນປະໂຫຍດ ແລະ ຄວາມຄາດຫວັງຂອງຊາດ ໃນບັນດາໄລຍະປະຫວັດສາດທີ່ເຕັມໄປດ້ວຍຄວາມຟົດເດືອດ. ອາດເວົ້າໄດ້ວ່າກາບກອນຂອງ ໂຕຫິ໊ວ ແມ່ນພະຍານຫຼັກຖານທີ່ຢັ້ງຢືນໃຫ້ແກ່ການປະສານສົມທົບຢ່າງກົມກຽວ ລະຫວ່າງການເມືອງ ແລະ ສິລະປະ ລະຫວ່າງການປະຕິວັດ ແລະ ຊາດ”.

      ສຳລັບ ໂຕຫິ໊ວ ແລ້ວ, ກໍ່ມີຄວາມເປັນເອກະພາບຢ່າງດີງາມ ລະຫວ່າງຊີວິດປະຕິວັດ ແລະ ຊີວິດກາບກອນ, ລະຫວ່າງອຸດົມຄະຕິໃນຫົວໃຈ ແລະ ບັນດາຄຳກອນດ້ວຍປາຍປາກກາ. ນັກກະວີ ໂຕຫິ໊ວ ໄດ້ເລືອກເອົາເສັ້ນທາງປະຕິວັດ ນັບແຕ່ສະໄໝຊາວໜຸ່ມ, ຊ້ຳພັດຜ່ານຜ່າບັນດາໄລຍະຖືກຈັບກຸມຄຸມຂັງ  ດັ່ງນັ້ນກາບກອນຂອງທ່ານເປັນຕົວແທນໃຫ້ແກ່ຄວມາສຳນຶກສິລະປະ ປະຕິວັດ. ທ່ານມີຄວາມສຳນຶກວ່າ: “ຢາກມີກາບກອນມ່ວນ, ກ່ອນອື່ນໝົດແມ່ນຕ້ອງສ້າງໃຫ້ມີຄວາມຮັກແພງ ນັກກາບກອນອັນຊອບທຳຕ້ອງສູ້ຊົນ ຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ ກ່ຽວກັບຫຼັກໝັ້ນແນວຄິດ, ກຳນົດແຈ້ງວິໄສທັດ, ວິທີສັງເກດ. ມີຄວາມຜູກພັນຈິງໃຈແບບອາສາສະໜັກ ແມ່ນຄວາມຮຽກຮ້ອງຕ້ອງການສູງສຸດ ສຳລັບສິລະປິນ ໃນສາຍພົວພັນກັບປະເທດຊາດ ກັບປະຊາຊົນ”. ໃນການຕໍ່ຕ້ານສອງຄັ້ງຕ້ານ ຝະລັງ ແລະ ອາເມລິກາ ເພື່ອກູ້ຊາດຂອງຊາດ ຫວຽດນາມ, ໂຕຫິ໊ວ ໄດ້ແຕ່ງກາບກອນຫຼາຍບົດ ເພື່ອລະດົມກຳລັງໃຈໃຫ້ແກ່ນັກຮົບ ແລະ ປະຊາຊົນ ເຊິ່ງພົ້ນເດັ່ນຂຶ້ນ ແມ່ນບົດກາບກອນ “ຫວຽດບັກ”, “ຊົມເຊີຍນັກຮົບດ້ຽນບຽນ”, “ຫວຽດນາມ, ເລືອດ ແລະ ດອກໄມ້”….               

     ດ້ວຍພາລະກິດກາບກອນທີ່ອຸດົມສົມບູນ ແລະ ໃຫຍ່ໂຕ, ໂຕຫິ໊ວ ໄດ້ກຳນົດໃຫ້ແກ່ຕົນແບບວິທີສະເພາະ.  ແຫຼ່ງບັນດານໃຈຂອງ ໂຕຫິ໊ວ ແມ່ນແຫຼ່ງບັນດານໃຈປະຫວັດສາດຂອງຊາດ ແຕ່ບໍ່ແມ່ນແຫຼ່ງບັນດານໃຈ ຈາກສະພາບການ, ຊີວິດສ່ວນຕົວ. ພົ້ນເດັ່ນຂຶ້ນໃນກາບກອນຂອງ ໂຕຫິ໊ວ ແມ່ນບັນຫາໂຊກຊາຕາຂອງຊາດ, ປະຊາຄົມ ແຕ່ບໍ່ແມ່ນບັນຫາໂຊກຊາຕາສ່ວນຕົວ. ໂຕຫິ໊ວ ໄດ້ສັນລະເສີນ ບັນດາອຸດົມຄະຕິ, ສັນລະເສີນບັນດາບຸກຄົນທີ່ມີອຸດົມການຄອມມູນິດ, ຍ້ອງຍໍຊົມເຊີຍບັນດານ້ຳໃຈປະຕິວັດ, ຍ້ອງຍໍສັນລະເສີນປະຊາຊົນ ແລະ ປະເທດຊາດ. ຮອງສາດສະດາຈານ ປອ ເລກວາງຮຶງ ໃຫ້ຮູ້ອີກວ່າ:

        “ໂຕ້ຫິ໊ວ ແມ່ນນັກກາບກອນຂອງວິຖີຊີວິດໃຫຍ່, ຂອງນ້ຳໃຈອັນຍິ່ງໃຫຍ່ ແລະ ຂອງຄວາມເບີກບານມ່ວນຊື່ນອັນໃຫຍ່ຫຼວງ ຂອງການປະຕິວັດ ຫວຽດນາມ. ນັກກະວີມີວິຖີຊີວິດໃຫຍ່ ນັ້ນແມ່ນວິຖີຊີວິດປະຕິວັດ, ຊີວະທັດປະຕິວັດ, ແມ່ນວິຖີຊີວິດອຸທິດສ່ວນໃຫ້ແກ່ຊາດ ໃຫ້ແກ່ລວມໝູ່. ວິຖີຊີວິດອັນຍິ່ງໃຫຍ່ແມ່ນອຸທິດສ່ວນ, ຄວາມຜາສຸກແມ່ນຕໍ່ສູ້. ບັນດາຄວາມຮັກແພງໃນແຕ່ລະວັນ ມີລັກສະນະສະເພາະຂອງພວກເຮົາກໍ່ລ້ວນແຕ່ຖືກສ່ອງແສງ ໃນບັນດານ້ຳໃຈອັນຍິ່ງໃຫຍ່ ແລະ ເປັນເອກະພາບທີ່ກົມກຽວກັບນ້ຳໃຈປະຕິວັດ, ນ້ຳໃຈກັບປະເທດຊາດ, ນ້ຳໃຈກັບປະຊາຊົນ”.

      ໂຕຫິ໊ວ ມີຄວາມຍິ່ງໃຫຍ່ໃນຖານະເປັນນັກກາບກອນ, ຍິ່ງໃຫຍ່ໃນບົດບາດເປັນການນຳຫຼັກແຫຼ່ງ ແນວຮົບແນວຄິດ, ວັດທະນະທຳສິລະປະ ຫວຽດນາມ ໃນຕະຫຼອດການຕໍ່ຕ້ານສອງຄັ້ງ ເພື່ອກູ້ຊາດ ແລະ ຊຸມປີຕໍ່ມາ. ທ່ານແມ່ນຜູ້ປະກອບສ່ວນສ້າງພື້ນຖານວັດທະນະທຳ, ສິລະປະວັນນະຄະດີຂອງປະຊາຊົນ, ເຊິ່ງແມ່ນພື້ນຖານວັດທະນະທຳເຂັ້ມຂົ້ນໄປດ້ວຍສີສັນຊາດ, ມີລັກສະນະກ້າວໜ້າ ແລະ ມີລັກສະນະວັດທະນະທຳມະນຸດ.

ຕອບກັບ