ເອື້ອຍຄູມາຍເຈົາເຟືອງ - ຜູ້ບຳລຸງຄວາມຮູ້ ໃຫ້ແກ່ນັກຮຽນໃຫ້ບັນລຸຍອດສູງສາກົນ

Thu Hang
Chia sẻ
(VOVWORLD) -        ເກີດປີ 1982 ເອື້ອຍຄູມາຍເຈົາເຟືອງ ສອນວິຊາເຄມີສາດສັງກັດໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາລາມເຊີນໃນແຂວງແທັງຮວ໊າ ໄດ້ຮັບຖືວ່າ ແມ່ນຜູ້ສ້າງຄວາມເມົາມົວທາງດ້ານວິທະຍາສາດໃຫ້ແກ່ພວກນ້ອງນັກຮຽນ. ດ້ວຍຄວາມສຸດຈິດສຸດໃຈໃນການຄົ້ນຄວ້າສິດສອນ ເອື້ອຍຄູໄດ້ບຳລຸງຄວາມຮູ້ ແລະ ສ້າງຄວາມໃຝ່ຝັນໃຫ້ນັກຮຽນຫຼາຍຄົນບັນລຸຍອດສູງໃນບັນດາການສອບເສັງລະດັບພາກພື້ນ ແລະ ສາກົນ
ເອື້ອຍຄູມາຍເຈົາເຟືອງ - ຜູ້ບຳລຸງຄວາມຮູ້ ໃຫ້ແກ່ນັກຮຽນໃຫ້ບັນລຸຍອດສູງສາກົນ - ảnh 1ເອື້ອຍຄູ ມາຍເຈົາເຟືອງ (ນັ່ງຢູ່ກາງ) ພ້ອມກັບພວກນັກຮຽນ

ເອື້ອຍຄູ ມາຍເຈົາເຟືອງ ສອນວິຊາເຄມີສາດສັງກັດໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ລາມເຊີນໃນແຂວງແທັງຮວ໊າ ຍາມໃດກໍ່ສຸມຈິດສຸມໃຈ, ມີຫົວຄິດປະດິດສ້າງຊ່ວຍນັກຮຽນໃຫ້ມີຄວາມເມົາມົວກັບວິຊາເຄມີສາດ. ດ້ວຍການບອກສອນຂອງເອື້ອຍຄູ, ມີນັກຮຽນຫຼາຍຄົນໄດ້ບັນລຸລາງວັນໃນບັນດາການສອບເສັງນັກຮຽນເກັ່ງ ລະດັບຊາດ ແລະ ສາກົນ. ນັກຮຽນຫງວຽນດຶກແອັງສັງກັດຫ້ອງລົງເລິກວິຊາເຄມີສາດໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາລາມເຊີນແບ່ງປັນວ່າ:

     “ເມື່ອກ້າວເຂົ້ົ້າຫ້ອງທົດລອງ, ເອື້ອຍຄູຍາມໃດກໍ່ໄດ້ບອກເຕືອນໃຫ້ພວກນ້ອງຕ້ອງລະມັດລະວັງ. ເອື້ອຍຄູໄດ້ສອນໃຫ້ພວກນ້ອງວິທີພິສູດຈາກລະດັບຄວາມຮູ້ທີ່ງ່າຍດາຍທີ່ສຸດ, ຫຼັງຈາກນັ້ນພວກນ້ອງສາມາດຄິດອອກສູດຕ່າງໆ ທີ່ກ່ຽວຂ້ອງ ແລະ ສຸດທ້າຍຄວາມຮູ້ເຫຼົ່ານັ້ນໄດ້ເຂົ້າສູ່ສະໝອງຂອງພວກນ້ອງຢ່າງເປັນລະບົບ. ເປັນອັນວ່າພວກນ້ອງຈະສາມາດນຳໃຊ້ເຂົ້າໃນບົດຝຶກຫັດຂອງຕົນ ຢ່າງງ່າຍດາຍ”.

       ພິເສດໃນໄລຍະບຳລຸງໃຫ້ແກ່ທີມນັກຮຽນວິຊາເຄມີສາດແຫ່ງຊາດ, ເອື້ອຍຄູ ມາຍເຈົາເຟືອງ ໄດ້ເອົາໃຈໃສ່ທີ່ສຸດເຖິງການສອນພວກນ້ອງໃນການເຮັດບົດຝຶກຫັດທົດລອງ. ໂດຍຜ່ານບັນດາບົດເຮັດຝຶກຫັດທົດລອງລະດັບຄວາມຮູ້ທາງດ້ານທິດສະດີກ່ຽວກັບວິຊາເຄມີສາດໄດ້ຖືກນຳມາປະຕິບັດຕົວຈິງອັນໄດ້ຊ່ວຍໃຫ້ພວກນ້ອງສາມາດສັງເກດໄດ້ຢ່າງງ່າຍດາຍແລະສາມາດຊອກຫາສາຍກ່ຽວພັນທາງດ້ານທາດແທ້ລະຫວ່າງບັນດາປາກົດການປະຕິກິຍາ, ຍ້ອນແນວນັ້ນຈິນຕະນາການຂອງພວກນ້ອງໄດ້ຂະຫຍາຍດີກວ່າ. ເອື້ອຍຄູ ມາຍເຈົາເຟືອງໃຫ້ຮູ້ວ່າ:

      “ສຳລັບບັນດານັກຮຽນທີ່ເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ, ລະດັບສາກົນນັ້ນ, ຂ້າພະເຈົ້າໄດ້ກຳນົດບັນດານັກຮຽນທີ່ມີຈິນຕະນາການທີ່ພົ້ນເດັ່ນ. ຍ້ອນເຫດນີ້ເອງ ໃນໄລຍະເຂົ້າຮຽນຫ້ອງ ມໍ5, ຂ້າພະເຈົ້າໄດ້ຊອກຮູ້ບັນດານັກຮຽນດີເດັ່ນ, ຈາກນັ້ນຈຶ່ງມີວິທີບຳລຸງສ້າງສະເພາະໃຫ້ແກ່ພວກນ້ອງ. ນັ້ນກໍ່ແມ່ນການສ້າງຫຼັກສູດການສອນຕ່າງຫາກ, ບົດສອນຕ່າງຫາກແລະ ບັນດາບົດກວດກາຕ່າງຫາກ, ທັງນີ້ກໍ່ເພື່ອໃຫ້ພວກນ້ອງມີຄວາມສາມາດຮຽນເອງ, ຄົ້ນຄວ້າເອງ, ກາຍເປັນຄວາມສາມາດຂອງພວກນ້ອງເອງ ເພື່ອໃຫ້ພວກນ້ອງມີຄວາມເຊື່ອໝັ້ນເຂົ້າຮ່ວມການສອບເສັງລະດັບຊາດແລະສາກົນ”.

       ໃນ 5 ປີທີ່ຜ່ານມາ, ພາຍໃຕ້ການແນະນຳຂອງເອື້ອຍຄູ ມາຍເຈົາເຟືອງ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາລາມເຊີນ ໄດ້ມີນັກຮຽນສອງຄົນໄດ້ຮັບຫຼຽນຄຳ ແລະ ນັກຮຽນຄົນໜຶ່ງໄດ້ຮັບຫຼຽນເງິນໃນການສອບເສັງໂອລິມບິກສາກົນວິຊາເຄມີສາດ, ມີນັດຮຽນ 5 ຄົນໄດ້ຮັບລາງວັນທີໜຶ່ງ ໃນການສອບເສັງນັກຮຽນເກັ່ງລະດັບຊາດວິຊາເຄມີສາດ ແລະ ການສອບເສັງປະດິດຄິດສ້າງວິທະຍາສາດເຕັກນິກພ້ອມກັບຫຼາຍລາງວັນລະດັບຊາດອື່ນໆອີກ. ລາງວັນເຫຼົ່ານັ້ນກໍ່ໄດ້ປະກອບສ່ວນສ້າງຜົນງານທີ່ສະຫງ່າລາສີໃຫ້ແກ່ໂຮງຮຽນລາມເຊີນພ້ອມທັງຢັ້ງຢືນຖານະບົດບາດຂອງຂະແໜງການສຶກສາແຂວງແທັງຮວ໊າ. ອ້າຍຄູ ຈູແອັງຕ໊ວນ ຫົວໜ້າຄະນະອຳນວຍການໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາລາມເຊີນ ຢືນຢັນວ່າ:

    “ເອື້ອຍຄູ ມາຍເຈົາເຟືອງແມ່ນຜູ້ທີ່ມີກຳລັງຄວາມສາມາດ ແລະ ມີພອນສະຫວັນໃນການຄົ້ນພົບ, ບຳລຸງ ແລະ ສ້າງຄວາມເມົາມົວໃຫ້ແກ່ພວກນ້ອງນັກຮຽນດ້ວຍບັນດາວິທີຕ່າງຫາກ ແລະ ຍາມໃດກໍ່ປ່ຽນແປງໃໝ່ ໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍນັກຮຽນ. ດ້ວຍວິທີສິດສອນທີ່ມີຫົວຄິດປະດິດສ້າງເຊັ່ນນັ້ນໄດ້ດຶງດູດເພື່ອນຮ່ວມອາຊີບໃນໂຮງຮຽນກໍ່ຄືບັນດາໂຮງຮຽນລົງເລິກວິຊາອື່ນໆທັງຢູ່ພາຍໃນແລະຕ່າງແຂວງມາຮ່ຳຮຽນແລະແບ່ງປັນບົດຮຽນນຳ”.

       ດ້ວຍການປະກອບອາຊີບເປັນເອື້ອຍຄູໃນເວລາກວ່າ 15 ປີ, ເອື້ອຍຄູເຟືອງຍາມໃດກໍ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສ້າງຕົນເອງໃຫ້ສົມບູນແບບ,  ເອື້ອຍຄູໄດ້ກາຍເປັນແບບທີ່ດີເດັ່ນເພື່ອໃຫ້ນັກຮຽນເຮັດຕາມ. ດ້ວຍບັນດາປະກອບສ່ວນໃຫ້ແກ່ຂະແໜງການສຶກສາຂອງທ້ອງຖິ່ນ, ໃນສົກຮຽນ 2019 – 2020, ເອື້ອຍຄູເຟືອງມີຄວາມເປັນກຽດໄດ້ຮັບຫຼຽນໄຊແຮງງານຈາກປະທານປະເທດ. ນີ້ແມ່ນກຳລັງໜູນເພື່ອໃຫ້ເອື້ອຍຄູເຟືອງ ສືບຕໍ່ຄວາມເມົາມົວທາງດ້ານວິຊາເຄມີສາດໃຫ້ແກ່ພວກນ້ອງນັກຮຽນແລະ ແຜ່ຂະຫຍາຍຈິດໃຈຮຽນຮູ້ປະດິດຄິດສ້າງໃຫ້ແກ່ເພື່ອນຮ່ວມອາຊີບຂອງຕົນ.

ຕອບກັບ