ເອື້ອຍຄູຊາວເຜົ່າຢ້າວ ແລະ ຈິດໃຈຄວາມຮັກແພງກັບເດັກ ທີ່ບໍ່ມີບ່ອນເພິ່ງພາອາໄສ

Mai Linh
Chia sẻ
(VOVWORLD) -ຮູບພາບບັນດາອ້າຍເອື້ອຍຄູຢູ່ເຂດທົ່ງພຽງ ຂຶ້ນໄປສິດສອນນັກຮຽນຢູ່ເຂດພູດອຍໄດ້ຝັງເລິກໃນຄວາມຊົງຈຳຂອງບໍ່ຈັກວ່າເທົ່າໃດລຸ່ນຄົນ. ແຕ່ກໍຍັງມີຮູບພາບທີ່ປະທັບໃຈບໍ່ນ້ອຍໜ້າກວ່າ ນັ້ນແມ່ນຮູບພາບຂອງບັນດາອ້າຍເອື້ອຍຄູຊົນເຜົ່າສ່ວນໜ້ອຍ ຕິດພັນກັບອາຊີບສ້າງຄົນ ແລະ ແມ່ນບ່ອນອີງໃຫ້ແກ່ເດັກນ້ອຍຫຼາຍຄົນທີ່ບໍ່ມີບ່ອນເພິ່ງພາອາໄສ. ເອື້ອຍຄູ ບ່ານທິດ່າວ ຊາວເຜົ່າຢ້າວ ສັງກັດໂຮງຮຽນ ເຄິ່ງກິນນອນຊົນເຜົ່າ ປະຖົມ ແລະ ມັດທະຍົມຕອນຕົ້ນ ດົ່ງເລິມ ເລກ 2 ທີ່ຕາແສງ ດົ່ງເລິມ ນະຄອນ ຮະລອງ ແຂວງ ກວ໋າງນິງ ກໍ່ແມ່ນກໍລະນີຄືດັ່ງກ່າວ
ເອື້ອຍຄູຊາວເຜົ່າຢ້າວ ແລະ ຈິດໃຈຄວາມຮັກແພງກັບເດັກ ທີ່ບໍ່ມີບ່ອນເພິ່ງພາອາໄສ - ảnh 1 ເອື້ອຍຄູ ບ່ານທິດ່າວ ພວມສອນນັກຮຽນ

ເຮືອນຫຼັງນ້ອຍຂອງເອື້ອຍຄູ ບ່ານທິດ່າວ ຫ່າງຈາກໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ເຄິ່ງກິນນອນຊົນເຜົ່າ ດົ່ງເລິມ ພຽງປະມານ 100 ແມັດ. ໃນບ້ານໃຜໆກໍ່ຮູ້ຈັກ ເອື້ອຍຄູ ດ່າວ ດ້ວຍສຽງຂັບຮ້ອງທີ່ມ່ວນໆ ແລະ ເຄີຍໄດ້ຮັບການເຊີດຊູ ແມ່ນສິລະປິນເຂດບໍ່ແຮ່. ແຕ່ເອື້ອຍຄູຍັງມີຊື່ສຽງ ແມ່ນເອື້ອຍຄູທີ່ມີຈິດໃຈໂອບອ້ອມອາລີ. ເອື້ອຍຄູ ບ່ານທິດ່າວ ເວົ້າວ່າ:

      “ປັດຈຸບັນຂ້າພະເຈົ້າໄດ້ຮັບເດັກສີ່ຄົນໃນຄອບຄົວໜຶ່ງມາລ້ຽງ ຍ້ອນວ່າພວກຫຼານມີສະພາບຄອບຄົວຫຍຸ້ງຍາກທີ່ສຸດ, ແມ່ຂອງພວກເຂົາໄດ້ປະພວກລູກ, ສ່ວນພໍ່ຖືກຕິດພະຍາດຕັບ ບໍ່ມີເງື່ອນໄຂພຽງພໍ ເພື່ອລ້ຽງລູກ. ກ່ອນນັ້ນຂ້າພະເຈົ້າໄດ້ຮັບເດັກສາວມີອາຍຸພຽງສາມວັນມາລ້ຽງ, ຫຼານນ້ອຍຖືກແມ່ປະຢູ່ໂຮງໝໍ. ປີນີ້ຫຼານໄດ້ຮຽນຫ້ອງ ປໍ2 ສ່ວນຫຼານນ້ອຍສາມຄົນທີ່ຍັງເຫຼືອກໍ່ຮຽນຫ້ອງ ມໍ2 ແລະ ປໍ5”

       ຍ້ອນຂາດຄວາມຮັກແພງ ແລະ ການສຶກສາອົບຮົມຂອງພໍ່ແມ່, ເມື່ອຫາກໍ່ຮັບພວກຫຼານມາລ້ຽງຢູ່ເຮືອນ, ເອື້ອຍຄູ ດ່າວ ຕ້ອງບອກສອນແຕ່ລະອັນ. ເອື້ອຍຄູ ດ່າວ ເວົ້າຕໍ່ໄປວ່າ:

      “ພວກລູກທີ່ຫາກໍ່ມາ ກໍ່ບໍ່ຮູ້ທັກທາຍສະບາຍດີ, ຮອດເວລາກິນເຂົ້າກໍ່ບໍ່ເຊື້ອເຊີນຜູ້ໃຫຍ່ກິນເຂົ້າ,  ເມື່ອຖາມກໍ່ຕອບແບບບໍ່ສຸພາບ. ຜ່ານໄລຍະບອກສອນແຕ່ລະອັນ ມາຮອດປັດຈຸບັນໄດ້ເຫັນວ່າ ພວກຫຼານໄດ້ມີຄວາມກ້າວໜ້າຫຼາຍທີ່ສຸດ. ພວກຫຼານໄດ້ຊ່ວຍວຽກບ້ານການເຮືອນໃຫ້ແກ່ຂ້າພະເຈົ້າຄື ລ້າງຖ້ວຍ ປັດກວາດເຮືອນຊານ ລ້າງຜັກ”.

    ດ້ວຍເງິນເດືອນເປັນຈຳນວນໜ້ອຍ, ດັ່ງນັ້ນການຮັບເອົາພວກນັກຮຽນທຸກຍາກມາລ້ຽງ ແມ່ນບໍ່ງ່າຍດາຍສຳລັບເອື້ອຍຄູ ບ່ານທິດ່າວ ແຕ່ດ້ວຍນ້ຳໃຈຄວາມຮັກແພງເດັກ, ສອງຜົວເມຍເອື້ອຍຄູຍັງພະຍາຍາມລ້ຽງດູພວກເດັກ ໃຫ້ໄດ້ຮ່ຳໄດ້ຮຽນ. ນ້ອງ ຈ້ຽວທິເວິນແອັງ ສັງກັດຫ້ອງ ມໍ2, ໂຮງຮຽນປະຖົມ ແລະ ມັດຖະຍົມຕອນຕົ້ນ ດົ່ງເລິມ ເລກສອງ ເປີດເຜີຍວ່າ:

       “ຢູ່ເຮືອນນຳແມ່ ດ່າວ ພວກລູກໄດ້ກິນອີ່ມນຸ່ງອຸ່ນ ໄດ້ຮ່ຳໄດ້ຮຽນ ບໍ່ຂາດເຂີນ. ແມ່ໄດ້ກະກຽມໃຫ້ພວກລູກບັນດາເຍື່ອງອາຫານທີ່ມີທາດບຳລຸງ. ເມື່ອພວກລູກຂີ້ດື້ ເຮັດເຄື່ອງຂອງໃນເຮືອນຖືກເປ່ເພ, ແມ່ພຽງແຕ່ບອກເຕືອນວ່າ ເທື່ອໜ້າ ພວກລູກຕ້ອງຈື່ບໍ່ເຮັດອີກ. ເຄື່ອງນຸ່ງທີ່ລູກກຳລັງນຸ່ງ, ແມ່ ດ່າວ ໄດ້ພາໄປຕະຫຼາດຊື້ໃຫ້”.

     ສ່ວນນ້ອງ ຈ້ຽວຮົ່ງເວິນ ນັກຮຽນສັງກັດຫ້ອງ ປໍ5 ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ດົ່ງເລິມ ເລກສອງ ເວົ້າວ່າ:

      “ແມ່ ດ່າວ ໄດ້ເບິ່ງແຍງດູແລພວກລູກດີທີ່ສຸດ ເປັນຕົ້ນແມ່ນເມື່ອພວກລູກເຈັບເປັນ. ໃນວັນເສົາ, ວັນອາທິດ ແມ່ກໍ່ສະຫງວນເວລາ ເພື່ອສິດສອນໃຫ້ພວກລູກ, ພິເສດແມ່ວິຊາເລກ. ພວກລູກຮັກແພງແມ່ ດ່າວ ທີ່ສຸດ”. 

       ໃຫ້ຂໍ້ສັງເກດ ກ່ຽວກັບເພື່ອນຮ່ວມອາຊີບ, ອ້າຍຄູ ຫວູຮວ່າງລວນ ຫົວໜ້າອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ດົ່ງເລິມ ເລກ 2 ໃຫ້ຮູ້ວ່າ:

      “ເອື້ອຍຄູ ດ່າວ ແມ່ນຜູ້ໜຶ່ງທີ່ເປັນແບບຢ່າງ ໄດ້ຮັບຄວາມຮັກແພງ ແລະ ເຊື່ອໝັ້ນຈາກເພື່ອນຮ່ວມອາຊີບ. ຕະຫຼອດຊີວິດຂອງເອື້ອຍຄູ ເກືອບຄືວ່າໄດ້ຕິດພັນກັບໂຮງຮຽນສາມັນເຄິ່ງກິນນອນຊົນເຜົ່າ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ດົ່ງເລິມ ເລກ 2, ດັ່ງນັ້ນນັກຮຽນບໍ່ຈັກວ່າເທົ່າໃດລຸ້ນຄົນຂອງໂຮງຮຽນ ກໍ່ລ້ວນແຕ່ຮັບການສິດສອນຈາກເອື້ອຍຄູ ດ່າວ”.

       ຄວາມເບີກບານມ່ວນຊື່ນຂອງເອື້ອຍຄູ ດ່າວ ແມ່ນໄດ້ເຫັນພວກນັກຮຽນຢູ່ເຂດພູດອຍ ໄດ້ກິນອີ່ມນຸງອຸ່ນ ໄດ້ໄປໂຮງຮຽນ ແລະ ຢູ່ໃນຄວາມອົບອຸ່ນຄວາມຮັກແພງຂອງພໍ່ແມ່. ໃນໄລຍະທີ່ຈະມາເຖິງນີ້ ພວກເດັກຈະໃຫຍ່ຂຶ້ນ ແລະ ໄປສ້າງຊີວິດຢູ່ແດນໄກ ແຕ່ສຳລັບພວກເດັກແລ້ວ ໝູ່ບ້ານທີ່ທຸກຍາກ ແລະ ເອື້ອຍຄູຜູ້ໃຈດີຍາມໃດກໍ່ແມ່ອະນຸສອນຍາກທີ່ຈະລືມໄດ້.

ຕອບກັບ